ປະຖົມມະການ
36 ນີ້ແມ່ນປະຫວັດຂອງເອຊາວ ເຊິ່ງມີອີກຊື່ໜຶ່ງວ່າເອໂດມ.+
2 ເອຊາວແຕ່ງດອງກັບລູກສາວຂອງຄົນການາອານ. ເມຍຜູ້ໜຶ່ງຊື່ອາດາ+ ເປັນລູກສາວຂອງເອໂລນຄົນເຮດ.+ ອີກຜູ້ໜຶ່ງຊື່ໂອໂຮລີບາມາ+ ເປັນລູກສາວຂອງອານາແລະເປັນຫຼານສາວຂອງຊີເບໂອນຄົນຮີວີ. 3 ເມຍອີກຜູ້ໜຶ່ງຊື່ບາເຊມາດ+ ເປັນລູກສາວຂອງອິດຊະມາເອນແລະເປັນນ້ອງສາວຂອງເນບາໂຢດ.+
4 ອາດາມີລູກຊາຍໃຫ້ເອຊາວຊື່ເອລີຟັດ ສ່ວນບາເຊມາດໄດ້ລູກຊາຍຊື່ເຣອູເອນ
5 ແລະໂອໂຮລີບາມາໄດ້ລູກຊາຍຊື່ເຢອຸດ ຢາລາມ ແລະໂກຣາ.+
ຄົນເຫຼົ່ານີ້ແມ່ນລູກຊາຍຂອງເອຊາວທີ່ເກີດຢູ່ແຜ່ນດິນການາອານ. 6 ຈາກນັ້ນ ເອຊາວໄດ້ພາເມຍ ລູກຊາຍ ລູກສາວ ແລະທຸກຄົນໃນເຮືອນຂອງລາວຍ້າຍໄປຢູ່ອີກບ່ອນໜຶ່ງທີ່ຫ່າງໄກຈາກຢາໂຄບນ້ອງຊາຍຂອງລາວ.+ ລາວເອົາຝູງງົວ ຝູງແກະ ສັດອື່ນໆທັງໝົດ ແລະຊັບສົມບັດທຸກຢ່າງທີ່ລາວຫາມາໄດ້+ໃນແຜ່ນດິນການາອານໄປນຳ. 7 ເຂົາເຈົ້າເຮັດແນວນີ້ກໍຍ້ອນເອຊາວກັບຢາໂຄບມີເຄື່ອງຂອງຫຼາຍໂພດແລະບໍ່ມີບ່ອນພໍໃຫ້ທັງສອງຄົນລ້ຽງສັດນຳກັນໄດ້. 8 ເອຊາວເລີຍໄປຢູ່ເຂດພູໃນເສອີ.+ ເອຊາວມີອີກຊື່ໜຶ່ງວ່າເອໂດມ.+
9 ນີ້ແມ່ນປະຫວັດຂອງເອຊາວ. ພວກເອໂດມທີ່ອາໄສຢູ່ເຂດພູໃນເສອີເປັນລູກຫຼານຂອງລາວ.+
10 ລູກຊາຍຂອງເອຊາວມີຄື: ເອລີຟັດລູກຊາຍທີ່ເກີດຈາກອາດາ ແລະເຣອູເອນລູກຊາຍທີ່ເກີດຈາກບາເຊມາດ.+
11 ເອລີຟັດມີລູກຊາຍຊື່ເຕມານ+ ໂອມາ ເສໂຟ ກາຕາມ ແລະເກນັດ.+ 12 ເອລີຟັດລູກຂອງເອຊາວມີເມຍນ້ອຍ*ຊື່ຕິມນາ ແລ້ວທັງສອງກໍມີລູກຊາຍຊື່ອາມາເລັກ.+ ຄົນເຫຼົ່ານີ້ແມ່ນລູກແລະຫຼານທີ່ເອຊາວມີກັບອາດາ.
13 ເຣອູເອນມີລູກຊາຍຊື່ນາຄາດ ເຊຣາ ຊາມມາ ແລະມິດຊາ. ຄົນເຫຼົ່ານີ້ແມ່ນລູກຊາຍທີ່ເອຊາວມີກັບບາເຊມາດ.+
14 ເມຍຂອງເອຊາວອີກຄົນໜຶ່ງຊື່ໂອໂຮລີບາມາ ເປັນລູກສາວຂອງອານາແລະເປັນຫຼານສາວຂອງຊີເບໂອນ. ລາວມີລູກຊາຍໃຫ້ເອຊາວຊື່ເຢອຸດ ຢາລາມ ແລະໂກຣາ.
15 ນີ້ແມ່ນຫົວໜ້າເຜົ່າຂອງລູກຫຼານເອຊາວ.+ ເອລີຟັດລູກກົກຂອງເອຊາວມີລູກເປັນຫົວໜ້າເຜົ່າຕ່າງໆຄື: ຫົວໜ້າເຜົ່າເຕມານ ຫົວໜ້າເຜົ່າໂອມາ ຫົວໜ້າເຜົ່າເສໂຟ ຫົວໜ້າເຜົ່າເກນັດ+ 16 ຫົວໜ້າເຜົ່າໂກຣາ ຫົວໜ້າເຜົ່າກາຕາມ ແລະຫົວໜ້າເຜົ່າອາມາເລັກ. ລູກຊາຍທັງໝົດນີ້ຂອງເອລີຟັດ+ເປັນຫົວໜ້າເຜົ່າຕ່າງໆໃນແຜ່ນດິນເອໂດມ. ເຂົາເຈົ້າເປັນຫຼານຊາຍຂອງອາດາ.
17 ເຣອູເອນລູກຊາຍຂອງເອຊາວກໍມີລູກຊາຍທີ່ເປັນຫົວໜ້າເຜົ່າຕ່າງໆຄື: ຫົວໜ້າເຜົ່ານາຄາດ ຫົວໜ້າເຜົ່າເຊຣາ ຫົວໜ້າເຜົ່າຊາມມາ ແລະຫົວໜ້າເຜົ່າມິດຊາ. ລູກຊາຍທັງໝົດນີ້ຂອງເຣອູເອນເປັນຫົວໜ້າເຜົ່າຕ່າງໆໃນແຜ່ນດິນເອໂດມ.+ ເຂົາເຈົ້າເປັນຫຼານຊາຍຂອງບາເຊມາດ ເຊິ່ງເປັນເມຍຂອງເອຊາວ.
18 ສ່ວນໂອໂຮລີບາມາເມຍຂອງເອຊາວກໍມີລູກຊາຍທີ່ເປັນຫົວໜ້າເຜົ່າຕ່າງໆຄື: ຫົວໜ້າເຜົ່າເຢອຸດ ຫົວໜ້າເຜົ່າຢາລາມ ແລະຫົວໜ້າເຜົ່າໂກຣາ. ລູກຊາຍທັງໝົດນີ້ຂອງໂອໂຮລີບາມາເປັນຫົວໜ້າເຜົ່າຕ່າງໆ. ໂອໂຮລີບາມາເປັນເມຍຂອງເອຊາວແລະເປັນລູກສາວຂອງອານາ.
19 ຄົນເຫຼົ່ານີ້ແມ່ນລູກຫຼານຂອງເອຊາວ ເຊິ່ງມີອີກຊື່ໜຶ່ງວ່າເອໂດມ.+ ເຂົາເຈົ້າເປັນຫົວໜ້າເຜົ່າຕ່າງໆ.
20 ລູກຫຼານຂອງເສອີຄົນໂຮລີເຊິ່ງເປັນຄົນໃນແຜ່ນດິນນີ້ມີຄື:+ ໂລຕັນ ໂຊບານ ຊີເບໂອນ ອານາ+ 21 ດີໂຊນ ເອເຊ ແລະດີຊານ.+ ລູກຫຼານທັງໝົດນີ້ຂອງເສອີເປັນຫົວໜ້າເຜົ່າຕ່າງໆຂອງຄົນໂຮລີໃນແຜ່ນດິນເອໂດມ.
22 ໂລຕັນມີລູກຊາຍຊື່ໂຮຣີກັບເຫມາມ ແລະມີນ້ອງສາວຊື່ຕິມນາ.+
23 ໂຊບານມີລູກຊາຍຊື່ອັນວານ ມານາຮາດ ເອບານ ເຊໂຟ ແລະໂອນາມ.
24 ຊີເບໂອນ+ມີລູກຊາຍຊື່ອາອີຢາແລະອານາ. ອານາເປັນຜູ້ທີ່ເຫັນບໍ່ນ້ຳຮ້ອນໃນບ່ອນກັນດານຕອນທີ່ລາວກຳລັງລ້ຽງລາໃຫ້ຊີເບໂອນພໍ່ຂອງລາວ.
25 ອານາມີລູກຊາຍຊື່ດີໂຊນ ແລະມີລູກສາວຊື່ໂອໂຮລີບາມາ.
26 ດີໂຊນມີລູກຊາຍຊື່ເຮັມດານ ເອຊະບານ ອິດຣັນ ແລະເກຣານ.+
27 ເອເຊມີລູກຊາຍຊື່ບິນຮານ ຊາອາວານ ແລະອາການ.
28 ດີຊານມີລູກຊາຍຊື່ອູເຊແລະອາຣານ.+
29 ຫົວໜ້າເຜົ່າຕ່າງໆຂອງຄົນໂຮລີມີຄື: ຫົວໜ້າເຜົ່າໂລຕັນ ຫົວໜ້າເຜົ່າໂຊບານ ຫົວໜ້າເຜົ່າຊີເບໂອນ ຫົວໜ້າເຜົ່າອານາ 30 ຫົວໜ້າເຜົ່າດີໂຊນ ຫົວໜ້າເຜົ່າເອເຊ ແລະຫົວໜ້າເຜົ່າດີຊານ.+ ຄົນເຫຼົ່ານີ້ເປັນຫົວໜ້າເຜົ່າຕ່າງໆຂອງຄົນໂຮລີໃນແຜ່ນດິນເສອີ.
31 ຕໍ່ໄປນີ້ເປັນຊື່ຂອງກະສັດທີ່ປົກຄອງແຜ່ນດິນເອໂດມ+ ກ່ອນທີ່ພວກອິດສະຣາເອນຈະມີກະສັດ.+ 32 ເບລາເປັນລູກຊາຍຂອງເບໂອ. ລາວປົກຄອງເມືອງດິນຮາບາໃນແຜ່ນດິນເອໂດມ. 33 ເມື່ອເບລາຕາຍ ໂຢບັບລູກຊາຍຂອງເຊຣາຈາກເມືອງໂບຊະຣາກໍຂຶ້ນເປັນກະສັດແທນ. 34 ເມື່ອໂຢບັບຕາຍ ຮູຊາມຈາກແຜ່ນດິນຂອງຄົນເຕມານກໍຂຶ້ນເປັນກະສັດແທນ. 35 ເມື່ອຮູຊາມຕາຍ ຮາດັດລູກຂອງເບດັດທີ່ເປັນຜູ້ເອົາຊະນະຄົນມີດີອານ+ໃນເຂດຂອງພວກໂມອາບໄດ້ຂຶ້ນເປັນກະສັດແທນຮູຊາມ. ລາວໄດ້ປົກຄອງເມືອງອາວິດ. 36 ເມື່ອຮາດັດຕາຍ ສຳລາຈາກມາຊະເຣກາກໍຂຶ້ນເປັນກະສັດແທນ. 37 ເມື່ອສຳລາຕາຍ ຊາອູນຈາກເມືອງເຣໂຮໂບດເຊິ່ງຢູ່ແຄມແມ່ນ້ຳກໍຂຶ້ນເປັນກະສັດແທນ. 38 ເມື່ອຊາອູນຕາຍ ບາອານຮານານລູກຊາຍຂອງອັກໂບກໍຂຶ້ນເປັນກະສັດແທນ. 39 ເມື່ອບາອານຮານານລູກຊາຍຂອງອັກໂບຕາຍ ຮາດາກໍຂຶ້ນເປັນກະສັດແທນ. ລາວປົກຄອງຢູ່ເມືອງປາອູ. ລາວມີເມຍຊື່ເມເຮຕາເບນເຊິ່ງເປັນລູກສາວຂອງມາດເຣັດແລະເປັນຫຼານສາວຂອງເມຊາຮາບ.
40 ຫົວໜ້າເຜົ່າຕ່າງໆຂອງລູກຫຼານເອຊາວມີລຳດັບລາຍຊື່ຕາມຄອບຄົວ ແລະຕາມເຂດດັ່ງຕໍ່ໄປນີ້: ຫົວໜ້າເຜົ່າຕິມນາ ຫົວໜ້າເຜົ່າອັນວາ ຫົວໜ້າເຜົ່າເຢເທັດ+ 41 ຫົວໜ້າເຜົ່າໂອໂຮລີບາມາ ຫົວໜ້າເຜົ່າເອລາ ຫົວໜ້າເຜົ່າປີໂນນ 42 ຫົວໜ້າເຜົ່າເກນັດ ຫົວໜ້າເຜົ່າເຕມານ ຫົວໜ້າເຜົ່າມິບຊາ 43 ຫົວໜ້າເຜົ່າມັກດີເອນ ແລະຫົວໜ້າເຜົ່າອີຣາມ. ຄົນເຫຼົ່ານີ້ເປັນຫົວໜ້າເຜົ່າຕ່າງໆໃນແຜ່ນດິນເອໂດມຕາມເຂດທີ່ເຂົາເຈົ້າປົກຄອງໃນແຜ່ນດິນນັ້ນ.+ ພວກເອໂດມເປັນລູກຫຼານຂອງເອຊາວ.+