ຊາມູເອນສະບັບທີສອງ
7 ເມື່ອກະສັດດາວິດຍ້າຍມາຢູ່ໃນວັງຂອງໂຕເອງແລ້ວ+ ແລະພະເຢໂຫວາບໍ່ໄດ້ໃຫ້ພວກສັດຕູທີ່ຢູ່ອ້ອມແອ້ມມາໂຈມຕີລາວແລ້ວ 2 ກະສັດດາວິດເວົ້າກັບຜູ້ພະຍາກອນນາທານ+ວ່າ: “ຕອນນີ້ຂ້ອຍຢູ່ໃນວັງທີ່ສ້າງດ້ວຍໄມ້ຊີດ້າ*+ ແຕ່ຫີບສັນຍາຂອງພະເຈົ້າທ່ຽງແທ້ຍັງຢູ່ໃນເຕັ້ນທີ່ເຮັດຈາກຜ້າ.”+ 3 ນາທານຕອບກະສັດດາວິດວ່າ: “ໃຫ້ທ່ານເຮັດຕາມທີ່ທ່ານຢາກເຮັດ ເພາະພະເຢໂຫວາຢູ່ກັບທ່ານ.”+
4 ໃນຄືນນັ້ນພະເຢໂຫວາເວົ້າກັບນາທານວ່າ: 5 “ໃຫ້ເຈົ້າໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ‘ພະເຢໂຫວາເວົ້າແບບນີ້ “ເຈົ້າຢາກສ້າງບ່ອນຢູ່ໃຫ້ເຮົາບໍ?+ 6 ຕັ້ງແຕ່ມື້ທີ່ເຮົາພາພວກອິດສະຣາເອນອອກມາຈາກເອຢິບ+ ເຮົາຢູ່ໃນເຕັ້ນທີ່ຖືກຍ້າຍໄປຍ້າຍມາຕະຫຼອດແລະບໍ່ເຄີຍຢູ່ໃນບ່ອນທີ່ຖືກສ້າງແບບຖາວອນ.+ 7 ຕະຫຼອດເວລາທີ່ເຮົາຢູ່ກັບພວກອິດສະຣາເອນ ເຮົາບໍ່ເຄີຍຖາມພວກຜູ້ນຳທີ່ເຮົາແຕ່ງຕັ້ງໃຫ້ເບິ່ງແຍງປະຊາຊົນຂອງເຮົາຈັກເທື່ອວ່າ ‘ເປັນຫຍັງຈຶ່ງບໍ່ສ້າງບ່ອນຢູ່ທີ່ເປັນໄມ້ຊີດ້າໃຫ້ເຮົາ?’”’ 8 ໃຫ້ເຈົ້າບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບເວົ້າຈັ່ງຊີ້ “ກ່ອນໜ້ານີ້ເຈົ້າເປັນຄົນລ້ຽງແກະຢູ່ທົ່ງຫຍ້າ+ ແຕ່ເຮົາໃຫ້ເຈົ້າມາເປັນຜູ້ນຳພວກອິດສະຣາເອນປະຊາຊົນຂອງເຮົາ.+ 9 ບໍ່ວ່າເຈົ້າຈະໄປໃສ ເຮົາກໍຈະຢູ່ນຳເຈົ້າ.+ ເຮົາຈະທຳລາຍສັດຕູຂອງເຈົ້າທັງໝົດ+ແລະຈະເຮັດໃຫ້ເຈົ້າມີຊື່ສຽງໄປທົ່ວໂລກ.+ 10 ເຮົາຈະເລືອກບ່ອນໜຶ່ງໃຫ້ພວກອິດສະຣາເອນປະຊາຊົນຂອງເຮົາ. ເຂົາເຈົ້າຈະຢູ່ຫັ້ນໂດຍບໍ່ມີໃຜລົບກວນແລະຈະບໍ່ຖືກພວກຄົນຊົ່ວຂົ່ມເຫງຄືສະໄໝແຕ່ກີ້.+ 11 ຕອນທີ່ເຮົາໃຫ້ພວກຜູ້ຕັດສິນ+ປົກຄອງພວກອິດສະຣາເອນປະຊາຊົນຂອງເຮົາ ເຮົາຈະບໍ່ໃຫ້ມີສັດຕູມາໂຈມຕີເຈົ້າເລີຍ.+
ພະເຢໂຫວາຍັງໄດ້ບອກເຈົ້າອີກວ່າພະເຢໂຫວາຈະໃຫ້ລູກຫຼານຂອງເຈົ້າເປັນກະສັດ.*+ 12 ເມື່ອເຈົ້າຕາຍ+ແລະໄປຢູ່ກັບປູ່ຍ່າຕານາຍຂອງເຈົ້າ ເຮົາຈະໃຫ້ລູກຫຼານຂອງເຈົ້າເຊິ່ງກໍຄືລູກຊາຍຄົນໜຶ່ງຂອງເຈົ້າ*ເປັນກະສັດຕໍ່ຈາກເຈົ້າ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວໝັ້ນຄົງ.+ 13 ລາວຈະເປັນຜູ້ສ້າງບ່ອນຢູ່ເພື່ອໃຫ້ຊື່ຂອງເຮົາໄດ້ຮັບການສັນລະເສີນ+ ແລະເຮົາຈະເຮັດໃຫ້ການປົກຄອງຂອງລາວຕັ້ງໝັ້ນຄົງຢູ່ຕະຫຼອດໄປ.+ 14 ເຮົາຈະເປັນພໍ່ຂອງລາວແລະລາວຈະເປັນລູກຂອງເຮົາ.+ ເມື່ອລາວເຮັດຜິດ ເຮົາຈະສັ່ງສອນລາວແລະເອົາໄມ້ແສ້ຕີລາວຄືກັບພໍ່ທີ່ເປັນມະນຸດເຮັດ.+ 15 ຕອນທີ່ເຮົາປົດຊາອູນເພື່ອໃຫ້ເຈົ້າໄດ້ເປັນກະສັດ ເຮົາເອົາຄວາມຮັກທີ່ໝັ້ນຄົງຂອງເຮົາໄປຈາກລາວ+ ແຕ່ເຮົາຈະບໍ່ເຮັດແບບນີ້ກັບລູກຊາຍຂອງເຈົ້າ. 16 ລູກຫຼານຂອງເຈົ້າຈະປົກຄອງຕະຫຼອດໄປ ແລະບັນລັງຂອງເຈົ້າຈະຕັ້ງຢູ່ຕະຫຼອດໄປ.”’”+
17 ທຸກເລື່ອງທີ່ພະເຈົ້າບອກຜ່ານທາງນິມິດ ນາທານໄດ້ເລົ່າໃຫ້ດາວິດຟັງທັງໝົດ.+
18 ເມື່ອໄດ້ຍິນແບບນັ້ນ ກະສັດດາວິດກໍນັ່ງລົງແລະອະທິດຖານຫາພະເຢໂຫວາວ່າ: “ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ລູກບໍ່ມີຄວາມສຳຄັນຫຍັງເລີຍແລະຄອບຄົວຂອງລູກກໍບໍ່ສົມຄວນໄດ້ຮັບກຽດຈາກພະອົງຫຼາຍປານນີ້.+ 19 ແຕ່ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ພະອົງຍັງບອກໃຫ້ລູກຮູ້ເລື່ອງລູກຫຼານຂອງລູກໃນອະນາຄົດທີ່ຢູ່ໄກແສນໄກ. ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ສິ່ງທີ່ພະອົງເວົ້ານີ້ຈະບໍ່ມີມະນຸດຄົນໃດປ່ຽນແປງໄດ້ເລີຍ. 20 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ພະອົງຮູ້ຈັກລູກດີທຸກຢ່າງ. ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງບໍ່ຮູ້ຊິເວົ້າຫຍັງຕື່ມອີກ.+ 21 ພະອົງເຮັດສິ່ງທີ່ຍິ່ງໃຫຍ່ທັງໝົດນີ້ແລະເປີດເຜີຍໃຫ້ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງໄດ້ຮູ້ຈັກ ຍ້ອນວ່ານີ້ເປັນສິ່ງທີ່ພະອົງຕ້ອງການແລະເປັນສິ່ງທີ່ພະອົງໄດ້ສັນຍາໄວ້.+ 22 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ຍ້ອນແນວນີ້ພະອົງຈຶ່ງຍິ່ງໃຫຍ່ແທ້ໆ.+ ບໍ່ມີໃຜຄືກັບພະອົງ+ແລະບໍ່ມີພະເຈົ້າອື່ນນອກຈາກພະອົງ.+ ທຸກສິ່ງທີ່ພວກເຮົາໄດ້ຍິນຢືນຢັນເຖິງເລື່ອງນີ້. 23 ມີຊາດໃດໃນໂລກນີ້ທີ່ຄືກັບພວກອິດສະຣາເອນປະຊາຊົນຂອງພະອົງບໍ?+ ພະອົງໄຖ່ເຂົາເຈົ້າໃຫ້ມາເປັນປະຊາຊົນຂອງພະອົງ.+ ພະອົງສ້າງຊື່ສຽງໃຫ້ໂຕເອງ+ໂດຍການເຮັດສິ່ງທີ່ເປັນຕາງຶດແລະອັດສະຈັນ.+ ພະອົງໄລ່ຊາດຕ່າງໆແລະພະເຈົ້າຂອງເຂົາເຈົ້າອອກໄປເພື່ອປະຊາຊົນທີ່ພະອົງໄຖ່ອອກຈາກເອຢິບຈະຢູ່ຫັ້ນແທນ. 24 ພະເຢໂຫວາ ພະອົງເຮັດໃຫ້ພວກອິດສະຣາເອນເປັນປະຊາຊົນຂອງພະອົງຕະຫຼອດໄປ+ ແລະພະອົງກໍເປັນພະເຈົ້າຂອງເຂົາເຈົ້າ.+
25 ພະເຢໂຫວາພະເຈົ້າ ຂໍໃຫ້ຄຳສັນຍາທີ່ພະອົງເຮັດກັບລູກແລະຄອບຄົວຂອງລູກເປັນຈິງຕະຫຼອດໄປ ແລະຂໍພະອົງເຮັດຕາມທີ່ສັນຍາໄວ້ທຸກຢ່າງ.+ 26 ຂໍໃຫ້ຊື່ຂອງພະອົງໄດ້ຮັບການຍ້ອງຍໍຕະຫຼອດໄປ+ເພື່ອທຸກຄົນຈະເວົ້າວ່າ ‘ພະເຢໂຫວາຜູ້ບັນຊາການກອງທັບເປັນພະເຈົ້າຂອງອິດສະຣາເອນ’ ແລະຂໍໃຫ້ການປົກຄອງຂອງລູກຫຼານຂອງລູກໝັ້ນຄົງຕໍ່ໆໄປ.+ 27 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນ ພະອົງບອກລູກທີ່ເປັນຜູ້ຮັບໃຊ້ຂອງພະອົງແລ້ວວ່າ ‘ເຮົາຈະໃຫ້ລູກຫຼານຂອງເຈົ້າເປັນກະສັດ.’+ ຍ້ອນແນວນີ້ ລູກທີ່ເປັນຜູ້ຮັບໃຊ້ຂອງພະອົງຈຶ່ງກ້າອະທິດຖານຫາພະອົງແບບນີ້. 28 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ພະອົງເປັນພະເຈົ້າທ່ຽງແທ້. ຄຳເວົ້າຂອງພະອົງເປັນຄວາມຈິງ+ ແລະພະອົງໄດ້ສັນຍາວ່າຈະໃຫ້ສິ່ງດີໆເຫຼົ່ານີ້ກັບລູກທີ່ເປັນຜູ້ຮັບໃຊ້ຂອງພະອົງ. 29 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດ ຖ້າພະອົງເຫັນວ່າດີກໍຂໍໃຫ້ພະອົງອວຍພອນລູກຫຼານຂອງລູກຕໍ່ໆໄປ+ ແລະຂໍໃຫ້ລູກຫຼານຂອງລູກປົກຄອງຕໍ່ໜ້າພະອົງຕະຫຼອດໄປຕາມທີ່ພະອົງໄດ້ສັນຍາໄວ້ແລ້ວ ແລະຂໍໃຫ້ພະອົງອວຍພອນລູກຫຼານຂອງລູກຕະຫຼອດໄປ.”+