ກະສັດສະບັບທີໜຶ່ງ
12 ເຣໂຮໂບອາມໄປເມືອງເຊເຄັມ+ ຍ້ອນພວກອິດສະຣາເອນພາກັນໄປຫັ້ນເພື່ອແຕ່ງຕັ້ງລາວໃຫ້ເປັນກະສັດ+ 2 ແລະເຢໂຣໂບອາມລູກຊາຍຂອງເນບັດກໍຮູ້ເລື່ອງນີ້. (ຕອນນັ້ນລາວຍັງຢູ່ເອຢິບຍ້ອນໜີກະສັດໂຊໂລໂມນ.)+ 3 ຕໍ່ມາ ພວກອິດສະຣາເອນໄດ້ໃຫ້ຄົນໄປເອີ້ນເຢໂຣໂບອາມມາ ແລ້ວເຢໂຣໂບອາມກັບພວກອິດສະຣາເອນກໍໄປຫາເຣໂຮໂບອາມແລະເວົ້າກັບລາວວ່າ: 4 “ພໍ່ຂອງທ່ານໄດ້ເຮັດໃຫ້ຊີວິດຂອງພວກເຮົາລຳບາກຫຼາຍແທ້ໆ.+ ແຕ່ຖ້າທ່ານບໍ່ຮຽກຮ້ອງຈາກພວກເຮົາຫຼາຍສ່ຳກັບພໍ່ຂອງທ່ານແລະບໍ່ເຮັດໃຫ້ຊີວິດຂອງພວກເຮົາລຳບາກຄືແຕ່ກີ້ ພວກເຮົາກໍຈະຮັບໃຊ້ທ່ານ.”
5 ເຣໂຮໂບອາມບອກເຂົາເຈົ້າວ່າ: “ກັບເມືອກ່ອນ ອີກ 3 ມື້ຈຶ່ງມາຫາຂ້ອຍໃໝ່.” ແລ້ວປະຊາຊົນກໍພາກັນເມືອ.+ 6 ຈາກນັ້ນ ກະສັດເຣໂຮໂບອາມຈຶ່ງໄປປຶກສາພວກຜູ້ເຖົ້າ*ທີ່ເຄີຍຮັບໃຊ້ໂຊໂລໂມນພໍ່ຂອງລາວ. ລາວຖາມວ່າ: “ພວກເຈົ້າຈະແນະນຳຂ້ອຍໃຫ້ຕອບປະຊາຊົນແນວໃດ?” 7 ເຂົາເຈົ້າບອກວ່າ: “ຖ້າມື້ນີ້ທ່ານຍອມຮັບໃຊ້ປະຊາຊົນ ຍອມເຮັດຕາມສິ່ງທີ່ເຂົາເຈົ້າຂໍ ແລະເວົ້າກັບເຂົາເຈົ້າດີໆ ເຂົາເຈົ້າກໍຈະຮັບໃຊ້ທ່ານຕະຫຼອດໄປ.”
8 ແຕ່ລາວບໍ່ໄດ້ເຮັດຕາມທີ່ພວກຜູ້ເຖົ້າແນະນຳ ລາວໄປປຶກສາພວກຄົນໜຸ່ມທີ່ໃຫຍ່ມານຳກັນ ແລະຕອນນີ້ເຮັດວຽກໃຫ້ລາວ.+ 9 ລາວຖາມເຂົາເຈົ້າວ່າ: “ພວກເຈົ້າຈະແນະນຳຂ້ອຍໃຫ້ຕອບປະຊາຊົນແນວໃດ ເພາະຕອນນີ້ເຂົາເຈົ້າມາເວົ້າກັບຂ້ອຍວ່າ ‘ຂໍທ່ານຢ່າເຮັດໃຫ້ຊີວິດຂອງພວກເຮົາລຳບາກຄືກັບທີ່ພໍ່ຂອງທ່ານເຄີຍເຮັດ’?” 10 ພວກຄົນໜຸ່ມທີ່ໃຫຍ່ມານຳກັນບອກລາວວ່າ: “ພວກປະຊາຊົນທີ່ມາເວົ້າກັບທ່ານວ່າ ‘ພໍ່ຂອງທ່ານໄດ້ເຮັດໃຫ້ຊີວິດຂອງພວກເຮົາລຳບາກຫຼາຍແທ້ໆ ແຕ່ຂໍທ່ານຢ່າເຮັດໃຫ້ຊີວິດຂອງພວກເຮົາລຳບາກແບບນັ້ນ’ ທ່ານຕ້ອງຕອບເຂົາເຈົ້າແບບນີ້ ‘ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າທີ່ພໍ່ຂ້ອຍເຄີຍເຮັດ.* 11 ພໍ່ຂ້ອຍໄດ້ເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍ ແຕ່ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າເກົ່າອີກ. ພໍ່ຂ້ອຍເອົາແສ້ທຳມະດາຟາດພວກເຈົ້າ ແຕ່ຂ້ອຍຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ.’”
12 ເມື່ອຮອດມື້ທີ 3 ເຢໂຣໂບອາມແລະປະຊາຊົນກໍມາຫາກະສັດເຣໂຮໂບອາມຕາມທີ່ລາວບອກວ່າ: “ອີກ 3 ມື້ຈຶ່ງກັບມາຫາຂ້ອຍໃໝ່.”+ 13 ແຕ່ກະສັດເວົ້າເປັນຕາຊັງໃສ່ປະຊາຊົນ. ລາວບໍ່ໄດ້ເຮັດຕາມຄຳແນະນຳຂອງພວກຜູ້ເຖົ້າ. 14 ກະສັດເຮັດຕາມຄຳແນະນຳຂອງພວກຄົນໜຸ່ມແລະບອກປະຊາຊົນວ່າ: “ພໍ່ຂ້ອຍໄດ້ເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍ ແຕ່ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າເກົ່າ. ພໍ່ຂ້ອຍເອົາແສ້ທຳມະດາຟາດພວກເຈົ້າ ແຕ່ຂ້ອຍຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ.” 15 ກະສັດເຣໂຮໂບອາມບໍ່ໄດ້ເຮັດຕາມສິ່ງທີ່ປະຊາຊົນຂໍ ຍ້ອນພະເຢໂຫວາເຮັດໃຫ້ເປັນແບບນີ້.+ ເລື່ອງນີ້ເປັນໄປຕາມທີ່ພະເຢໂຫວາໃຊ້ຜູ້ພະຍາກອນອາຮີຢາ+ຄົນຊີໂລໄປບອກເຢໂຣໂບອາມລູກຊາຍຂອງເນບັດ.
16 ເມື່ອພວກອິດສະຣາເອນເຫັນວ່າກະສັດບໍ່ໄດ້ເຮັດຕາມສິ່ງທີ່ເຂົາເຈົ້າຂໍ ເຂົາເຈົ້າຈຶ່ງບອກກະສັດວ່າ: “ພວກເຮົາຈະບໍ່ຕິດຕາມດາວິດແລ້ວ ຍ້ອນພວກເຮົາບໍ່ໄດ້ຮັບປະໂຫຍດຫຍັງ. ໃຫ້ພວກລູກຫຼານຂອງເຢຊີຢູ່ກັນເອງສະ! ພວກອິດສະຣາເອນເອີ້ຍ ໃຫ້ພວກເຈົ້າກັບໄປນະມັດສະການພະເຈົ້າຂອງພວກເຈົ້າສະ! ພວກລູກຫຼານຂອງດາວິດເອີ້ຍ ຕັ້ງແຕ່ນີ້ໄປເບິ່ງແຍງໂຕເອງເດີ້!” ແລ້ວພວກອິດສະຣາເອນກໍກັບເມືອເຮືອນ*ຂອງໃຜຂອງລາວ.+ 17 ແຕ່ເຣໂຮໂບອາມກໍຍັງປົກຄອງພວກອິດສະຣາເອນທີ່ຢູ່ເມືອງຕ່າງໆຂອງຢູດາຕໍ່ໄປ.+
18 ມີມື້ໜຶ່ງ ກະສັດເຣໂຮໂບອາມໄດ້ສົ່ງອາໂດຣາມ*+ທີ່ເປັນຫົວໜ້າພວກກຳມະກອນໄປເບິ່ງແຍງຄົນເຮັດວຽກ ແຕ່ພວກອິດສະຣາເອນດຶກກ້ອນຫີນໃສ່ລາວຈົນຕາຍ ສ່ວນກະສັດເຣໂຮໂບອາມກໍຂຶ້ນລົດມ້າຂອງໂຕເອງແລ້ວໜີກັບໄປເມືອງເຢຣູຊາເລັມໄດ້.+ 19 ພວກອິດສະຣາເອນໄດ້ຕໍ່ຕ້ານ+ລູກຫຼານຂອງດາວິດຈົນຮອດທຸກມື້ນີ້.
20 ເມື່ອພວກອິດສະຣາເອນໄດ້ຍິນວ່າເຢໂຣໂບອາມກັບມາແລ້ວ ເຂົາເຈົ້າກໍມາລວມກັນ. ຈາກນັ້ນກໍໃຫ້ຄົນໄປເອີ້ນລາວມາ ແລ້ວແຕ່ງຕັ້ງລາວໃຫ້ເປັນກະສັດປົກຄອງອິດສະຣາເອນ.+ ມີແຕ່ຕະກູນຢູດາເທົ່ານັ້ນທີ່ຍັງສັດຊື່ຕໍ່ລູກຫຼານຂອງດາວິດ.+
21 ເມື່ອເຣໂຮໂບອາມໄປຮອດເມືອງເຢຣູຊາເລັມ ລາວກໍຟ້າວລວບລວມທະຫານທີ່ເກັ່ງໆ 180.000 ຄົນຈາກຕະກູນຢູດາແລະຕະກູນເບັນຢາມິນໄປຕໍ່ສູ້ກັບພວກອິດສະຣາເອນເພື່ອຍຶດເອົາການປົກຄອງທັງໝົດຂອງລາວກັບຄືນມາ.+ 22 ພະເຈົ້າທ່ຽງແທ້ຈຶ່ງບອກເຊມາຢາ+ທີ່ເປັນຜູ້ພະຍາກອນ*ຂອງເພິ່ນວ່າ: 23 “ໃຫ້ໄປບອກເຣໂຮໂບອາມລູກຊາຍຂອງໂຊໂລໂມນທີ່ເປັນກະສັດຢູດາ ທຸກຄົນໃນຕະກູນຢູດາກັບຕະກູນເບັນຢາມິນ ແລະຄົນອື່ນໆທີ່ຢູ່ຫັ້ນວ່າ 24 ‘ພະເຢໂຫວາບອກວ່າ “ຢ່າໄປຕໍ່ສູ້ກັບພວກອິດສະຣາເອນພີ່ນ້ອງຂອງພວກເຈົ້າ. ໃຫ້ພວກເຈົ້າກັບເມືອເຮືອນສະ ຍ້ອນເຮົາເປັນຜູ້ທີ່ເຮັດໃຫ້ເລື່ອງທັງໝົດນີ້ເກີດຂຶ້ນ.”’”+ ເຂົາເຈົ້າເຊື່ອຟັງພະເຢໂຫວາແລະເມືອເຮືອນຕາມທີ່ພະເຢໂຫວາບອກ.
25 ຫຼັງຈາກນັ້ນ ເຢໂຣໂບອາມໄດ້ເຮັດໃຫ້ເມືອງເຊເຄັມ+ຢູ່ແຖວພູໃນເຂດເອຟຣາຢິມເຂັ້ມແຂງຂຶ້ນແລະລາວກໍຢູ່ຫັ້ນ. ຈາກນັ້ນ ລາວກໍໄປເຮັດໃຫ້ເມືອງເປນູເອນ+ເຂັ້ມແຂງຂຶ້ນ. 26 ເຢໂຣໂບອາມຄິດໃນໃຈວ່າ: “ໃນທີ່ສຸດແຜ່ນດິນທັງໝົດນີ້ອາດຈະກັບໄປເປັນຂອງລູກຫຼານຂອງດາວິດ.+ 27 ຖ້າປະຊາຊົນຍັງໄປເຜົາເຄື່ອງບູຊາຢູ່ວິຫານຂອງພະເຢໂຫວາໃນເມືອງເຢຣູຊາເລັມ+ ໃຈຂອງເຂົາເຈົ້າກໍຈະກັບໄປຫາເຣໂຮໂບອາມກະສັດຂອງຢູດາ ຈາກນັ້ນເຂົາເຈົ້າກໍຈະມາຂ້າຂ້ອຍ ແລ້ວກັບໄປຫາເຣໂຮໂບອາມກະສັດຂອງຢູດາ.” 28 ຫຼັງຈາກລົມກັບພວກທີ່ປຶກສາແລ້ວ ເຢໂຣໂບອາມໄດ້ເອົາຄຳມາຫຼໍ່ເປັນຮູບງົວນ້ອຍ 2 ໂຕ+ ແລ້ວບອກປະຊາຊົນວ່າ: “ມັນຍາກໂພດສຳລັບພວກເຈົ້າທີ່ຈະເດີນທາງໄປເມືອງເຢຣູຊາເລັມ. ພວກອິດສະຣາເອນເອີ້ຍ ນີ້ແມ່ນພະເຈົ້າຂອງພວກເຈົ້າຜູ້ທີ່ພາພວກເຈົ້າອອກມາຈາກເອຢິບ.”+ 29 ແລ້ວລາວກໍເອົາຮູບງົວນ້ອຍໂຕໜຶ່ງໄວ້ຢູ່ເບເທນ+ ແລະອີກໂຕໜຶ່ງໄວ້ຢູ່ເມືອງດານ.+ 30 ພວກອິດສະຣາເອນໄດ້ເຮັດຜິດ+ ແລະເຂົາເຈົ້າກໍເດີນທາງໄປຮອດເມືອງດານເພື່ອນະມັດສະການຮູບງົວນ້ອຍທີ່ຢູ່ຫັ້ນ.
31 ເຢໂຣໂບອາມສ້າງວິຫານໃຫ້ພະເຈົ້າຕ່າງໆຢູ່ບ່ອນນະມັດສະການຫຼາຍບ່ອນ ແລະແຕ່ງຕັ້ງຄົນທີ່ບໍ່ໄດ້ຢູ່ໃນຕະກູນເລວີໃຫ້ເປັນປະໂລຫິດ.+ 32 ລາວຍັງໄດ້ຕັ້ງເທດສະການໜຶ່ງຂຶ້ນໃນວັນທີ 15 ເດືອນທີ 8. ເທດສະການນີ້ຄືກັບເທດສະການທີ່ຢູ່ຢູດາ.+ ລາວເຜົາເຄື່ອງບູຊາເທິງແທ່ນບູຊາໃຫ້ຮູບງົວນ້ອຍ 2 ໂຕນັ້ນຢູ່ເບເທນ+ ແລະຢູ່ຫັ້ນລາວໄດ້ແຕ່ງຕັ້ງພວກປະໂລຫິດໃຫ້ເຮັດວຽກຢູ່ບ່ອນນະມັດສະການຕ່າງໆທີ່ລາວສ້າງ. 33 ເຢໂຣໂບອາມໄດ້ເລີ່ມເຜົາເຄື່ອງບູຊາເທິງແທ່ນບູຊາທີ່ລາວສ້າງຢູ່ເບເທນໃນວັນທີ 15 ເດືອນທີ 8 ເຊິ່ງເປັນເດືອນທີ່ລາວເລືອກເອງ. ລາວຕັ້ງເທດສະການນີ້ສຳລັບພວກອິດສະຣາເອນ ແລະລາວໄປແທ່ນບູຊາເພື່ອເຜົາເຄື່ອງບູຊາແລະໃຫ້ຄວັນລອຍຂຶ້ນໄປ.