ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ອາທາລີຢາ​ຍຶດ​ເອົາ​ການ​ປົກຄອງ (1-​3)

      • ລັກ​ແຕ່ງຕັ້ງ​ເຢໂຮອາດ​ໃຫ້​ເປັນ​ກະສັດ (4-​12)

      • ອາທາລີຢາ​ຖືກ​ຂ້າ (13-​16)

      • ເຢໂຮຢາດາ​ຈັດ​ລະບຽບ​ຄືນ​ໃໝ່ (17-​21)

2 ກະສັດ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:26; 11:20; 2ຂຄ 21:5, 6; 24:7
  • +2ກສ 9:27
  • +2ຂຄ 21:4; 22:10-12

2 ກະສັດ 11:2

ໄຂເງື່ອນ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮຊາເບອາ​ໃນ 2ຂຄ 22:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 12:1

2 ກະສັດ 11:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ຄາຣີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:27
  • +2ຂຄ 23:1-3

2 ກະສັດ 11:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:1; 2ຂຄ 23:4-7

2 ກະສັດ 11:6

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ວັງ”

2 ກະສັດ 11:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:4
  • +2ຂຄ 23:8-11

2 ກະສັດ 11:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:27
  • +1ກສ 8:22; 2ຂຄ 4:1

2 ກະສັດ 11:12

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເອົາ​ມ້ວນ​ໜັງສື​ກົດໝາຍ​ຂອງ​ພະເຈົ້າ​ວາງ​ໄວ້​ເທິງ​ຫົວ​ຂອງ​ກະສັດ​ເພື່ອ​ເຕືອນ​ລາວ​ໃຫ້​ເຮັດ​ຕາມ​ກົດໝາຍ​ນັ້ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:2
  • +ອພຍ 25:21; 31:18
  • +1ກສ 1:39, 40

2 ກະສັດ 11:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 23:12-15

2 ກະສັດ 11:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:3
  • +2ຂຄ 5:12

2 ກະສັດ 11:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:4; 2ຂຄ 23:9

2 ກະສັດ 11:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:1

2 ກະສັດ 11:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:25; 2ຊມ 5:3
  • +2ຂຄ 23:16, 17

2 ກະສັດ 11:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:3
  • +ພບຍ 7:25
  • +ພບຍ 13:5
  • +2ຂຄ 23:18-21

2 ກະສັດ 11:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:4, 15
  • +1ກສ 14:27
  • +2ຊມ 7:8, 16

2 ກະສັດ 11:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:2
  • +2ຂຄ 24:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 11:12ກສ 8:26; 11:20; 2ຂຄ 21:5, 6; 24:7
2ກສ. 11:12ກສ 9:27
2ກສ. 11:12ຂຄ 21:4; 22:10-12
2ກສ. 11:22ກສ 12:1
2ກສ. 11:41ກສ 14:27
2ກສ. 11:42ຂຄ 23:1-3
2ກສ. 11:51ກສ 7:1; 2ຂຄ 23:4-7
2ກສ. 11:92ກສ 11:4
2ກສ. 11:92ຂຄ 23:8-11
2ກສ. 11:111ກສ 14:27
2ກສ. 11:111ກສ 8:22; 2ຂຄ 4:1
2ກສ. 11:122ກສ 11:2
2ກສ. 11:12ອພຍ 25:21; 31:18
2ກສ. 11:121ກສ 1:39, 40
2ກສ. 11:132ຂຄ 23:12-15
2ກສ. 11:142ກສ 23:3
2ກສ. 11:142ຂຄ 5:12
2ກສ. 11:152ກສ 11:4; 2ຂຄ 23:9
2ກສ. 11:161ກສ 7:1
2ກສ. 11:171ຊມ 10:25; 2ຊມ 5:3
2ກສ. 11:172ຂຄ 23:16, 17
2ກສ. 11:18ພບຍ 12:3
2ກສ. 11:18ພບຍ 7:25
2ກສ. 11:18ພບຍ 13:5
2ກສ. 11:182ຂຄ 23:18-21
2ກສ. 11:192ກສ 11:4, 15
2ກສ. 11:191ກສ 14:27
2ກສ. 11:192ຊມ 7:8, 16
2ກສ. 11:212ກສ 11:2
2ກສ. 11:212ຂຄ 24:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 11:1-21

ກະສັດ​ສະບັບ​ທີ​ສອງ

11 ເມື່ອ​ອາທາລີຢາ+ແມ່​ຂອງ​ອາຮາຊີຢາ​ເຫັນ​ວ່າ​ລູກ​ຊາຍ​ຂອງ​ໂຕເອງ​ຕາຍ​ແລ້ວ+ ລາວ​ກໍ​ຂ້າ​ທຸກ​ຄົນ​ທີ່​ມີ​ສິດ​ຈະ​ເປັນ​ກະສັດ.+ 2 ແຕ່​ເຢໂຮຊາບາ*​ລູກສາວ​ຂອງ​ກະສັດ​ເຢໂຮຣາມ​ທີ່​ເປັນ​ເອື້ອຍ​ຂອງ​ອາຮາຊີຢາ​ໄດ້​ລັກ​ເອົາ​ເຢໂຮອາດ​+ລູກ​ຊາຍ​ຂອງ​ອາຮາຊີຢາ​ອອກ​ມາ​ຈາກ​ພວກ​ລູກ​ຊາຍ​ຂອງ​ກະສັດ​ທີ່​ຈະ​ຕ້ອງ​ຖືກ​ຂ້າ. ລາວ​ໄດ້​ເອົາ​ເຢໂຮອາດ​ກັບ​ເອື້ອຍ​ລ້ຽງ​ໄປ​ເຊື່ອງ​ຢູ່ຫ້ອງ​ນອນ. ເຂົາ​ເຈົ້າ​ເຊື່ອງ​ເຢໂຮອາດ​ໄວ້​ບໍ່​ໃຫ້​ອາທາລີຢາ​ຮູ້. ດັ່ງນັ້ນ ລາວ​ຈຶ່ງ​ບໍ່​ຖືກ​ຂ້າ. 3 ໃນ​ໄລຍະ 6 ປີ​ທີ່​ອາທາລີຢາ​ປົກຄອງ ເຂົາ​ເຈົ້າ​ເຊື່ອງ​ເຢໂຮອາດ​ໄວ້​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.

4 ໃນ​ປີ​ທີ 7 ປະໂລຫິດ​ເຢໂຮຢາດາ​ໄດ້​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ຂອງ​ທະຫານ​ປ້ອງກັນ​ຄອບຄົວ​ກະສັດ* ແລະ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ຂອງ​ທະຫານ​ປ້ອງກັນ​ວັງ​+ມາ​ຫາ​ລາວ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ເຢໂຮຢາດາ​ໄດ້​ເຮັດ​ສັນຍາ​ກັບ​ເຂົາ​ເຈົ້າ​ແລະ​ໃຫ້​ເຂົາ​ເຈົ້າ​ສາບານ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ. ແລ້ວ​ລາວ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ​ອອກ​ມາ​ຫາ​ເຂົາ​ເຈົ້າ.+ 5 ລາວ​ສັ່ງ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້. ສຳລັບ​ກຸ່ມ​ທີ່​ຕ້ອງ​ເຮັດ​ວຽກ​ໃນ​ວັນຊະບາໂຕ​ນີ້ ໃຫ້​ແບ່ງ​ອອກ​ເປັນ 3 ກຸ່ມ​ນ້ອຍ. ກຸ່ມ​ທີ 1 ໃຫ້​ຍາມ​ວັງ​ຂອງ​ກະສັດ​ດີ​ໆ​+ 6 ກຸ່ມ​ທີ 2 ໃຫ້​ຍາມ​ປະຕູ​ທີ່​ຊື່​ວ່າ​ປະຕູ​ຮາກ​ຖານ ແລະ​ກຸ່ມ​ທີ 3 ໃຫ້​ຍາມ​ຢູ່​ປະຕູ​ທີ່​ຢູ່​ທາງ​ຫຼັງ​ຂອງ​ພວກ​ທະຫານ​ປ້ອງກັນ​ວັງ. ໃຫ້​ພວກ​ເຈົ້າ​ປ່ຽນ​ກັນ​ຍາມວິຫານ.* 7 ສ່ວນ​ອີກ 2 ກຸ່ມທີ່​ບໍ່​ໄດ້​ຍາມ​ໃນ​ວັນຊະບາໂຕ​ນີ້​ຕ້ອງ​ຍາມ​ວິຫານ​ຂອງ​ພະ​ເຢໂຫວາ​ດີ​ໆ​ເພື່ອ​ປ້ອງກັນ​ກະສັດ. 8 ພວກ​ເຈົ້າ​ຕ້ອງ​ອ້ອມ​ກະສັດ​ໄວ້ທຸກ​ດ້ານ. ແຕ່​ລະ​ຄົນ​ຕ້ອງ​ຖື​ອາວຸດ​ໄວ້. ຖ້າ​ມີ​ໃຜ​ພະຍາຍາມ​ບຸກ​ພວກ​ທະຫານ​ເຂົ້າ​ມາ​ກໍ​ໃຫ້​ຂ້າ​ໂລດ. ໃຫ້​ພວກ​ເຈົ້າ​ຢູ່​ກັບ​ກະສັດ​ຕະຫຼອດ​ບໍ່​ວ່າ​ລາວ​ຈະ​ໄປ​ໃສ.”

9 ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ກໍ​ເຮັດ​ຕາມ​ທີ່​ປະໂລຫິດ​ເຢໂຮຢາດາ​ສັ່ງ. ເຂົາ​ເຈົ້າ​ໄດ້​ພາ​ຄົນ​ຂອງ​ໂຕເອງ​ທັງ​ຜູ້​ທີ່​ຍາມ​ແລະ​ຜູ້​ທີ່​ບໍ່​ໄດ້​ຍາມ​ໃນ​ວັນ​ຊະບາໂຕ​ນັ້ນ​ມາ​ຫາ​ປະໂລຫິດ​ເຢໂຮຢາດາ.+ 10 ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ເອົາ​ຫອກ​ກັບ​ໂລ້​ມົນ​ຫຼາຍ​ອັນ​ຂອງ​ກະສັດ​ດາວິດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ມາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ. 11 ທະຫານ​ປ້ອງກັນ​ວັງ+ຖືອາວຸດ​ແລະ​ຢືນອ້ອມ​ກະສັດ​ໄວ້ຕັ້ງ​ແຕ່​ເບື້ອງ​ຂວາ​ຈົນ​ຮອດ​ເບື້ອງ​ຊ້າຍ​ຂອງ​ວິຫານ. ບາງຄົນ​ຢືນ​ຢູ່​ທາງ​ຂ້າງ​ແທ່ນ​ບູຊາ+ ແລະ​ບາງຄົນ​ຢືນ​ຢູ່​ທາງຂ້າງວິຫານ. 12 ຈາກ​ນັ້ນ ເຢໂຮຢາດາ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ+​ອອກ​ມາ ເອົາ​ມົງກຸດ​ສຸບ​ໃສ່​ຫົວ​ລາວ ແລ້ວ​ເອົາ​ມ້ວນ​ໜັງສື​ກົດ​ໝາຍ​ຂອງ​ພະເຈົ້າ+​ໃຫ້​ລາວ.* ເຂົາ​ເຈົ້າ​ເອົາ​ນ້ຳມັນ​ເທ​ໃສ່​ຫົວ​ລາວ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ. ແລ້ວ​ທຸກ​ຄົນ​ກໍ​ພາກັນ​ຕົບ​ມື​ແລະ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ!”+

13 ເມື່ອ​ອາທາລີຢາ​ໄດ້​ຍິນ​ສຽງ​ຄົນ​ແລ່ນ​ແລະ​ຮ້ອງ ລາວ​ຈຶ່ງ​ຟ້າວ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ 14 ອາທາລີຢາ​ເຫັນ​ກະສັດ​ຢືນ​ຢູ່​ຂ້າງ​ເສົາ​ຕາມ​ທຳນຽມ​ຂອງ​ພວກ​ກະສັດ.+ ພວກ​ຫົວ​ໜ້າ​ກອງ​ຮ້ອຍ​ກັບ​ຄົນ​ເປົ່າ​ແກ+ກໍ​ຢູ່​ນຳ​ກະສັດ ແລະ​ປະຊາຊົນ​ທຸກ​ຄົນ​ກໍ​ດີ​ໃຈ​ແລະ​ຄົນ​ທີ່​ເປົ່າ​ແກ​ກໍ​ເປົ່າ​ແກ. ອາທາລີຢາ​ຈຶ່ງ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ຮ້ອງ​ວ່າ: “ພວກ​ກະບົດ! ພວກ​ກະບົດ!” 15 ແຕ່​ປະໂລຫິດ​ເຢໂຮຢາດາ​ສັ່ງ​ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ທີ່​ເບິ່ງ​ແຍງ​ພວກ​ທະຫານ​ວ່າ: “ຈັບ​ລາວ​ອອກ​ໄປ​ນອກ. ຖ້າ​ໃຜ​ນຳ​ລາວ​ໄປ​ກໍ​ໃຫ້​ຂ້າ​ຜູ້​ນັ້ນ​ຖິ້ມ!” ປະໂລຫິດ​ໄດ້​ສັ່ງ​ໄວ້​ວ່າ: “ຢ່າ​ຂ້າ​ລາວ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” 16 ເຂົາ​ເຈົ້າ​ຈຶ່ງ​ຈັບ​ອາທາລີຢາ​ແລະ​ພາ​ລາວ​ໄປ​ບ່ອນ​ທີ່​ມ້າ​ເຂົ້າ​ອອກ​ຢູ່ເດີ່ນໃນ​ວັງ​ຂອງ​ກະສັດ+ ແລ້ວ​ກໍ​ຂ້າ​ລາວ​ຢູ່​ຫັ້ນ.

17 ຈາກ​ນັ້ນ ເຢໂຮຢາດາ​ໄດ້​ໃຫ້​ກະສັດ​ແລະ​ປະຊາຊົນ​ສັນຍາ​ກັບ​ພະ​ເຢໂຫວາ+​ວ່າ ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ໄປ ແລະ​ລາວ​ຍັງ​ໃຫ້​ກະສັດ​ກັບ​ປະຊາຊົນ​ສັນຍາ​ຕໍ່​ກັນ.+ 18 ຫຼັງ​ຈາກ​ນັ້ນ ປະຊາຊົນ​ທັງ​ໝົດ​ກໍ​ໄປ​ວິຫານ​ຂອງ​ພະ​ບາອານ. ເຂົາ​ເຈົ້າ​ທຸບ​ແທ່ນ​ບູຊາ​ຕ່າງ​ໆ​ຂອງ​ພະ​ບາອານ+ ທຸບ​ຮູບ​ປັ້ນ​ທັງ​ໝົດ​ຂອງ​ພະ​ບາອານ​ຈົນ​ມຸ່ນ+ ແລະ​ຂ້າ​ມັດຕານ​ທີ່​ເປັນ​ປະໂລຫິດ​ຂອງ​ພະ​ບາອານ+ຕໍ່​ໜ້າ​ແທ່ນ​ບູຊາ​ເຫຼົ່າ​ນັ້ນ.

ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ແຕ່ງຕັ້ງ​ບາງຄົນ​ໃຫ້​ເບິ່ງ​ແຍງ​ວິຫານ​ຂອງ​ພະ​ເຢໂຫວາ.+ 19 ເຢໂຮຢາດາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ ພວກ​ທະຫານ​ປ້ອງກັນ​ຄອບຄົວ​ກະສັດ ພວກ​ທະຫານ​ປ້ອງກັນ​ວັງ+ ແລະ​ປະຊາຊົນ​ທັງ​ໝົດ​ພາ​ກະສັດ​ອອກ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ໄປ​ວັງ​ຂອງ​ກະສັດ​ໂດຍ​ເຂົ້າ​ໄປ​ທາງ​ປະຕູ​ຂອງ​ທະຫານ​ປ້ອງກັນ​ວັງ. ຈາກ​ນັ້ນ ກະສັດ​ໄດ້​ນັ່ງ​ຢູ່​ເທິງ​ບັນລັງ.+ 20 ປະຊາຊົນ​ທຸກ​ຄົນ​ມີ​ຄວາມ​ສຸກ​ແລະ​ບ້ານ​ເມືອງ​ກໍ​ສະຫງົບ​ສຸກ ຍ້ອນ​ວ່າ​ອາທາລີຢາ​ຖືກ​ຂ້າ​ແລ້ວ​ຢູ່​ວັງ​ຂອງ​ກະສັດ.

21 ເຢໂຮອາດ+ເປັນ​ກະສັດ​ຕອນ​ອາຍຸ 7 ປີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌