ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1, 2)

      • ມີ​ຄຳ​ສັ່ງ​ໃຫ້​ແປງ​ວິຫານ (3-​7)

      • ເຫັນ​ປຶ້ມ​ກົດ​ໝາຍ (8-​13)

      • ຮຸນດາ​ພະຍາກອນ​ວ່າ​ຈະ​ມີ​ຄວາມ​ຈິບຫາຍ (14-​20)

2 ກະສັດ 22:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:2; ຢຣມ 1:2; ຊຟຢ 1:1
  • +2ຂຄ 34:1, 2
  • +ຢຊ 15:20, 39

2 ກະສັດ 22:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:5

2 ກະສັດ 22:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:8

2 ກະສັດ 22:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 6:13
  • +2ກສ 12:4, 5; 2ຂຄ 24:8
  • +2ກສ 12:9; 2ຂຄ 34:9

2 ກະສັດ 22:5

ໄຂເງື່ອນ

  • *

    ຫຼື “ແຕກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 12:11, 12; 2ຂຄ 34:10

2 ກະສັດ 22:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:11

2 ກະສັດ 22:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 12:15; 2ຂຄ 34:12

2 ກະສັດ 22:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:3
  • +ພບຍ 31:24-26
  • +2ຂຄ 34:14, 15

2 ກະສັດ 22:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:16-18

2 ກະສັດ 22:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:9

2 ກະສັດ 22:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:19-21; ຢອ 2:13

2 ກະສັດ 22:12

ໄຂເງື່ອນ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ອັບໂດນ​ໃນ 2ຂຄ 34:20

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ມີກາ​ໃນ 2ຂຄ 34:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:22; ຢຣມ 26:24

2 ກະສັດ 22:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:24; 29:27; 31:17

2 ກະສັດ 22:14

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ເຄື່ອງນຸ່ງ​ຂອງ​ກະສັດ​ຫຼື​ພວກ​ປະໂລຫິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:20; ຜຕສ 4:4; ນຮຢ 6:14; ລກ 2:36; ກຈກ 21:8, 9
  • +2ຂຄ 34:22-28

2 ກະສັດ 22:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:8

2 ກະສັດ 22:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:3; ພບຍ 32:17; ຜຕສ 2:12; ຢຣມ 2:11
  • +ອຊຢ 2:8
  • +ພບຍ 32:22; ອຊຢ 33:14; ຢຣມ 7:20; ອຊກ 20:48

2 ກະສັດ 22:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 21:29; ຢກບ 4:6
  • +2ກສ 22:11

2 ກະສັດ 22:20

ໄຂເງື່ອນ

  • *

    ເປັນ​ສຳນວນ​ບົດ​ກອນ​ທີ່​ໝາຍເຖິງ​ຕາຍ

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 22:11ກສ 13:2; ຢຣມ 1:2; ຊຟຢ 1:1
2ກສ. 22:12ຂຄ 34:1, 2
2ກສ. 22:1ຢຊ 15:20, 39
2ກສ. 22:21ກສ 15:5
2ກສ. 22:32ຂຄ 34:8
2ກສ. 22:41ຂຄ 6:13
2ກສ. 22:42ກສ 12:4, 5; 2ຂຄ 24:8
2ກສ. 22:42ກສ 12:9; 2ຂຄ 34:9
2ກສ. 22:52ກສ 12:11, 12; 2ຂຄ 34:10
2ກສ. 22:62ຂຄ 34:11
2ກສ. 22:72ກສ 12:15; 2ຂຄ 34:12
2ກສ. 22:82ກສ 22:3
2ກສ. 22:8ພບຍ 31:24-26
2ກສ. 22:82ຂຄ 34:14, 15
2ກສ. 22:92ຂຄ 34:16-18
2ກສ. 22:10ພບຍ 31:9
2ກສ. 22:112ຂຄ 34:19-21; ຢອ 2:13
2ກສ. 22:122ກສ 25:22; ຢຣມ 26:24
2ກສ. 22:13ພບຍ 4:24; 29:27; 31:17
2ກສ. 22:14ອພຍ 15:20; ຜຕສ 4:4; ນຮຢ 6:14; ລກ 2:36; ກຈກ 21:8, 9
2ກສ. 22:142ຂຄ 34:22-28
2ກສ. 22:162ກສ 22:8
2ກສ. 22:17ອພຍ 20:3; ພບຍ 32:17; ຜຕສ 2:12; ຢຣມ 2:11
2ກສ. 22:17ອຊຢ 2:8
2ກສ. 22:17ພບຍ 32:22; ອຊຢ 33:14; ຢຣມ 7:20; ອຊກ 20:48
2ກສ. 22:191ກສ 21:29; ຢກບ 4:6
2ກສ. 22:192ກສ 22:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 22:1-20

ກະສັດ​ສະບັບ​ທີ​ສອງ

22 ໂຢສີຢາ​+ເປັນ​ກະສັດ​ຕອນ​ອາຍຸ 8 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 31 ປີ.+ ແມ່​ຂອງ​ລາວ​ຊື່​ເຢດີດາ ເປັນ​ລູກສາວ​ຂອງ​ອາດາຢາ​ຄົນ​ເມືອງ​ໂບຊະກາດ.+ 2 ໂຢສີຢາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຖືກຕ້ອງ​ແລະ​ໃຊ້​ຊີວິດ​ຄື​ກັບ​ດາວິດ​ປູ່ຍ່າຕານາຍ​ຂອງ​ລາວ​ທຸກ​ຢ່າງ.+ ລາວ​ຢູ່​ໃນ​ແນວ​ທາງ​ທີ່​ຖືກຕ້ອງ​ສະເໝີ.

3 ໃນ​ປີ​ທີ 18 ທີ່​ກະສັດ​ໂຢສີຢາ​ປົກຄອງ ໂຢສີຢາ​ໄດ້​ໃຫ້​ຊາຟານ​ເລຂາ​ຂອງ​ລາວ​ທີ່​ເປັນ​ລູກ​ຂອງ​ອາຊາລີຢາ​ແລະ​ເປັນ​ຫຼານ​ຂອງ​ເມຊຸນລຳ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ.+ ໂຢສີຢາ​ສັ່ງ​ຊາຟານ​ວ່າ: 4 “ໄປ​ຫາ​ປະໂລຫິດ​ໃຫຍ່​ຮິນກີຢາ+ ໃຫ້​ລາວ​ລວບລວມ​ເງິນ​ທັງ​ໝົດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ທີ່​ຄົນ​ຍາມ​ປະຕູ​ໄດ້​ມາ​ຈາກ​ປະຊາຊົນ+ 5 ແລະ​ເອົາ​ເງິນ​ນັ້ນ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ. ເຂົາ​ເຈົ້າ​ຈະ​ເອົາ​ເງິນ​ໄປ​ຈ່າຍ​ໃຫ້​ພວກ​ຊ່າງ​ທີ່​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ບ່ອນ​ທີ່​ເພ.*+ 6 ພວກ​ຊ່າງ​ໄມ້ ຊ່າງ​ກໍ່ ແລະ​ຊ່າງ​ກໍ່​ຫີນ​ຈະ​ເອົາ​ເງິນ​ນັ້ນ​ໄປ​ຊື້​ຫີນ​ທີ່​ຕັດ​ເປັນ​ກ້ອນ​ແລ້ວ​ກັບ​ຊື້​ໄມ້​ເພື່ອ​ເອົາ​ໄປ​ແປງ​ວິຫານ.+ 7 ແຕ່​ເງິນ​ທີ່​ເອົາ​ໃຫ້​ເຂົາ​ເຈົ້າ​ບໍ່​ຕ້ອງ​ຈົດ​ວ່າ​ໄດ້​ເອົາ​ໄປ​ໃຊ້​ຈ່າຍ​ຫຍັງ​ແດ່ ເພາະ​ວ່າ​ເຂົາ​ເຈົ້າ​ເຊື່ອໃຈ​ໄດ້.”+

8 ຕໍ່ມາ ປະໂລຫິດ​ໃຫຍ່​ຮິນກີຢາ​ໄດ້​ບອກ​ຊາຟານ​ທີ່​ເປັນ​ເລຂາ​ວ່າ:+ “ຂ້ອຍ​ເຫັນ​ປຶ້ມ​ກົດ​ໝາຍ​+ນີ້​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.” ຮິນກີຢາ​ຈຶ່ງ​ເອົາ​ປຶ້ມ​ກົດ​ໝາຍ​ນັ້ນ​ໃຫ້​ຊາຟານ ແລ້ວ​ຊາຟານ​ກໍ​ອ່ານ.+ 9 ຈາກ​ນັ້ນ ຊາຟານ​ທີ່​ເປັນ​ເລຂາ​ກໍ​ໄປ​ຫາ​ກະສັດ​ແລະ​ບອກ​ວ່າ: “ພວກ​ຄົນ​ຮັບ​ໃຊ້​ຂອງ​ທ່ານ​ໄດ້​ຖອກ​ເງິນ​ອອກ​ຈາກ​ກ່ອງ​ທີ່​ຢູ່ວິຫານ ແລະ​ເອົາ​ໄປ​ໃຫ້​ພວກ​ທີ່​ຮັບຜິດຊອບ​ເບິ່ງ​ແຍງ​ວຽກ​ແປງ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ.”+ 10 ຊາຟານ​ທີ່​ເປັນ​ເລຂາ​ຍັງ​ບອກ​ກະສັດ​ອີກ​ວ່າ: “ປະໂລຫິດ​ຮິນກີຢາ​ໄດ້​ເອົາ​ປຶ້ມ​ນີ້+ໃຫ້​ຂ້ອຍ.” ແລ້ວ​ຊາຟານ​ກໍ​ອ່ານ​ໃຫ້​ກະສັດ​ຟັງ.

11 ເມື່ອ​ກະສັດ​ໄດ້​ຟັງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​ນັ້ນ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ.+ 12 ຈາກ​ນັ້ນ ກະສັດ​ໄດ້​ສັ່ງ​ປະໂລຫິດ​ຮິນກີຢາ ອາຮີກາມ​+ລູກ​ຊາຍ​ຂອງ​ຊາຟານ ອັກໂບ*ລູກ​ຊາຍ​ຂອງ​ມີກາຢາ* ຊາຟານ​ທີ່​ເປັນ​ເລຂາ ແລະ​ອາສາຢາ​ທີ່​ເປັນ​ຄົນ​ຮັບ​ໃຊ້​ຂອງ​ກະສັດ​ວ່າ: 13 “ໃຫ້​ພວກ​ເຈົ້າ​ໄປ​ຖາມ​ພະ​ເຢໂຫວາ​ແທນ​ຂ້ອຍ ແທນ​ປະຊາຊົນ ແລະ​ແທນ​ພວກ​ຢູດາ​ທຸກ​ຄົນ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້. ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ​ຫຼາຍ+ ຍ້ອນ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ບໍ່​ເຊື່ອ​ຟັງ​ແລະ​ບໍ່​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້.”

14 ປະໂລຫິດ​ຮິນກີຢາ ອາຮີກາມ ອັກໂບ ຊາຟານ ແລະ​ອາສາຢາ​ຈຶ່ງ​ໄປ​ຫາ​ຜູ້ພະຍາກອນ​ຍິງ+ທີ່​ຊື່ຮຸນດາ. ຮຸນດາ​ເປັນ​ເມຍ​ຂອງ​ຊາລຶມ​ທີ່ເປັນ​ຄົນ​ເບິ່ງ​ແຍງເຄື່ອງນຸ່ງ.* ຊາລຶມ​ເປັນ​ລູກ​ຊາຍ​ຂອງ​ຕິກວາ​ແລະ​ເປັນ​ຫຼານ​ຂອງ​ຮາຮັດ. ຮຸນດາ​ຢູ່​ເຂດເມືອງ​ໃໝ່ຂອງ​ເຢຣູຊາເລັມ ເຂົາ​ເຈົ້າ​ຈຶ່ງ​ໄປ​ຫາ​ລາວ​ຢູ່​ຫັ້ນ.+ 15 ຮຸນດາ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ຈັ່ງ​ຊີ້ ‘ໄປ​ບອກ​ຜູ້​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຫາ​ຂ້ອຍ​ວ່າ 16 “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ປະເທດ​ນີ້​ເຈິ​ຄວາມ​ຈິບຫາຍ​ແລະ​ຈະລົງໂທດປະຊາຊົນ. ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ກະສັດ​ຢູດາ​ອ່ານຈະ​ເກີດ​ຂຶ້ນ​ແທ້.+ 17 ເຂົາ​ເຈົ້າ​ໄດ້​ປະຖິ້ມ​ເຮົາ ໄປ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ+ ແລະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ເຮົາ​ໃຈ​ຮ້າຍ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ລົງ​ໂທດ​ປະເທດ​ນີ້​ແລະ​ບໍ່​ມີ​ຫຍັງ​ຈະ​ເຮັດ​ໃຫ້​ເຮົາ​ເຊົາ​ໃຈ​ຮ້າຍ​ໄດ້.’”+ 18 ສຳລັບ​ກະສັດ​ຢູດາ​ທີ່​ສົ່ງ​ພວກ​ເຈົ້າ​ມາ​ຖາມ​ພະ​ເຢໂຫວາ ໃຫ້​ໄປ​ບອກ​ລາວ​ວ່າ: “ພະ​ເຢໂຫວາພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ຍິນ​ນັ້ນ​ວ່າ 19 ‘ເຮົາ​ຈະ​ສາບ​ແຊ່ງ​ປະເທດ​ນີ້​ກັບ​ປະຊາຊົນ​ທີ່​ຢູ່​ນີ້ ແລະ​ຄົນ​ອື່ນ​ຈະ​ພາກັນ​ຢ້ານ​ເຂົາ​ເຈົ້າ. ແຕ່​ເມື່ອ​ເຈົ້າ​ຮູ້​ເລື່ອງ​ນີ້ ເຈົ້າ​ຕັ້ງ​ໃຈ​ຟັງ ຮູ້ສຶກ​ເສຍໃຈ​ແລະ​ຖ່ອມ​ໂຕ+ຕໍ່​ໜ້າ​ພະ​ເຢໂຫວາ ໄດ້​ຈີກ​ເສື້ອ​ຂອງ​ໂຕເອງ+ ແລະ​ຮ້ອງ​ໄຫ້​ຕໍ່​ໜ້າ​ເຮົາ. ດັ່ງນັ້ນ ພະ​ເຢໂຫວາ​ບອກ​ວ່າ ເຮົາ​ໄດ້​ຍິນຄຳ​ອະທິດຖານ​ຂອງ​ເຈົ້າແລ້ວ. 20 ເຮົາ​ຈະ​ໃຫ້​ເຈົ້າ​ໄດ້​ຢູ່​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ*ແລະ​ຖືກຝັງຢ່າງ​ສະຫງົບ​ສຸກ. ເຈົ້າ​ຈະ​ບໍ່​ເຫັນ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ກັບ​ປະເທດ​ນີ້.’”’” ເຂົາ​ເຈົ້າ​ຈຶ່ງ​ໄປບອກ​ກະສັດຕາມ​ນັ້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌