ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເອລີຊາ​ເຮັດ​ໃຫ້​ນາອາມານ​ເຊົາ​ເປັນ​ຂີ້ທູດ (1-​19)

      • ເກຮາຊີ​ເປັນ​ຂີ້ທູດ​ຍ້ອນ​ເປັນ​ຄົນ​ໂລບ (20-​27)

2 ກະສັດ 5:1

ໄຂເງື່ອນ

  • *

    ຫຼື “ລອດ​ຈາກ”

  • *

    ຫຼື “ເປັນ​ພະຍາດ​ຢູ່​ຜິວ​ໜັງ”

2 ກະສັດ 5:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:16
  • +ມທ 8:2; 11:5; ລກ 4:27

2 ກະສັດ 5:4

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ນາອາມານ

2 ກະສັດ 5:5

ໄຂເງື່ອນ

  • *

    342 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    68,4 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

2 ກະສັດ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:39

2 ກະສັດ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:24; 19:16; 2ກສ 3:11, 12; 8:4

2 ກະສັດ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 9:6, 7
  • +ລລວ 14:7; ຈຊບ 19:4

2 ກະສັດ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 7:8

2 ກະສັດ 5:13

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພໍ່​ຂອງ​ຂ້ອຍ”

2 ກະສັດ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:10
  • +ໂຢບ 33:25; ລກ 4:27; 5:13

2 ກະສັດ 5:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄຳ​ອວຍພອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 17:15, 16
  • +ພສ 96:4, 5; ອຊຢ 43:10

2 ກະສັດ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:8

2 ກະສັດ 5:17

ໄຂເງື່ອນ

  • *

    ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

2 ກະສັດ 5:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:12; 8:4
  • +1ກສ 17:24
  • +2ກສ 5:1; ລກ 4:27

2 ກະສັດ 5:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.

  • *

    34,2 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:5

2 ກະສັດ 5:23

ໄຂເງື່ອນ

  • *

    68,4 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:16

2 ກະສັດ 5:24

ໄຂເງື່ອນ

  • *

    ສະຖານ​ທີ່​ແຫ່ງ​ໜຶ່ງ​ຢູ່​ຊາມາເຣຍ. ອາດ​ເປັນ​ໂນນ​ພູ​ຫຼື​ປ້ອມ.

2 ກະສັດ 5:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 5:8, 9

2 ກະສັດ 5:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:8; ລກ 12:15; ກຈກ 20:33; 1ຕມ 6:10

2 ກະສັດ 5:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂາວ​ຄື​ກັບ​ຫິມະ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:1
  • +ອພຍ 4:6; ຈຊບ 12:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 5:31ກສ 19:16
2ກສ. 5:3ມທ 8:2; 11:5; ລກ 4:27
2ກສ. 5:7ພບຍ 32:39
2ກສ. 5:81ກສ 17:24; 19:16; 2ກສ 3:11, 12; 8:4
2ກສ. 5:10ຢຮ 9:6, 7
2ກສ. 5:10ລລວ 14:7; ຈຊບ 19:4
2ກສ. 5:12ອຊຢ 7:8
2ກສ. 5:142ກສ 5:10
2ກສ. 5:14ໂຢບ 33:25; ລກ 4:27; 5:13
2ກສ. 5:15ລກ 17:15, 16
2ກສ. 5:15ພສ 96:4, 5; ອຊຢ 43:10
2ກສ. 5:16ມທ 10:8
2ກສ. 5:202ກສ 4:12; 8:4
2ກສ. 5:201ກສ 17:24
2ກສ. 5:202ກສ 5:1; ລກ 4:27
2ກສ. 5:222ກສ 5:5
2ກສ. 5:232ກສ 5:16
2ກສ. 5:25ກຈກ 5:8, 9
2ກສ. 5:26ມທ 10:8; ລກ 12:15; ກຈກ 20:33; 1ຕມ 6:10
2ກສ. 5:272ກສ 5:1
2ກສ. 5:27ອພຍ 4:6; ຈຊບ 12:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 5:1-27

ກະສັດ​ສະບັບ​ທີ​ສອງ

5 ນາອາມານ​ເປັນ​ຫົວ​ໜ້າ​ກອງ​ທັບ​ຂອງ​ກະສັດ​ຊີເຣຍ. ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ນາອາມານ​ໃຫ້​ຊະນະ*ສົງຄາມ ກະສັດ​ຊີເຣຍ​ຈຶ່ງ​ຮັກ​ລາວ​ຫຼາຍ ແລ້ວ​ລາວ​ກໍ​ກາຍ​ເປັນ​ຄົນ​ສຳຄັນ. ນາອາມານ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ ແຕ່​ລາວ​ເປັນ​ຂີ້ທູດ.* 2 ມີ​ເທື່ອ​ໜຶ່ງຕອນ​ທີ່ກອງ​ທັບ​ຊີເຣຍ​ໄປ​ຕໍ່ສູ້​ຢູ່​ອິດສະຣາເອນ ເຂົາ​ເຈົ້າ​ໄດ້​ຈັບ​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ຫັ້ນ​ມາ. ແລ້ວ​ລາວ​ໄດ້​ມາ​ເປັນ​ຄົນ​ຮັບ​ໃຊ້​ຂອງ​ເມຍ​ນາອາມານ. 3 ເດັກ​ນ້ອຍ​ຄົນ​ນີ້​ເວົ້າ​ກັບ​ເມຍ​ຂອງ​ນາອາມານ​ວ່າ: “ຖ້າ​ທ່ານ​ນາອາມານ​ໄປ​ຫາ​ຜູ້ພະຍາກອນ​+ຢູ່​ເມືອງ​ຊາມາເຣຍ ຜູ້ພະຍາກອນ​ຈະ​ປິ່ນປົວ​ລາວ​ໃຫ້​ເຊົາ​ເປັນ​ຂີ້ທູດ​ໄດ້​ແທ້​ໆ​.”+ 4 ລາວ*ຈຶ່ງ​ໄປ​ເລົ່າ​ໃຫ້​ກະສັດ​ຟັງ​ໃນ​ສິ່ງ​ທີ່​ເດັກ​ນ້ອຍ​ຜູ້​ຍິງ​ຄົນ​ອິດສະຣາເອນ​ເວົ້າ.

5 ກະສັດ​ຊີເຣຍ​ຈຶ່ງ​ບອກ​ນາອາມານ​ວ່າ: “ໃຫ້​ເຈົ້າ​ໄປ​ຕອນ​ນີ້​ເລີຍ ແລະ​ຂ້ອຍ​ຈະ​ສົ່ງ​ຈົດ​ໝາຍ​ໄປ​ຫາ​ກະສັດ​ອິດສະຣາເອນ.” ນາອາມານ​ກໍ​ໄປ. ລາວ​ເອົາ​ເງິນ​ໜັກ 10 ຕະລັນ* ຄຳ​ໜັກ 6.000 ເຊເກນ* ແລະ​ເຄື່ອງນຸ່ງ 10 ຊຸດ​ໄປ​ນຳ. 6 ລາວ​ເອົາ​ຈົດ​ໝາຍ​ໃຫ້​ກະສັດ​ອິດສະຣາເອນ. ໃນ​ຈົດ​ໝາຍ​ນັ້ນ​ຂຽນ​ວ່າ: “ຂ້ອຍ​ສົ່ງ​ນາອາມານ​ຄົນ​ຮັບ​ໃຊ້​ຂອງ​ຂ້ອຍ​ມາ​ພ້ອມ​ກັບ​ຈົດ​ໝາຍ​ນີ້. ຂໍ​ໃຫ້​ເຈົ້າ​ປົວ​ລາວ​ໃຫ້​ເຊົາ​ເປັນ​ຂີ້ທູດ​ແດ່.” 7 ເມື່ອ​ກະສັດ​ອິດສະຣາເອນ​ອ່ານ​ຈົດ​ໝາຍ​ແລ້ວ ລາວ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລ້ວ​ເວົ້າ​ວ່າ: “ຂ້ອຍ​ແມ່ນ​ພະເຈົ້າ​ຫວະ​ທີ່​ຈະ​ເຮັດ​ໃຫ້​ຄົນ​ມີ​ຊີວິດ​ຢູ່​ຕໍ່​ຫຼື​ຕາຍ​ໄດ້?+ ລາວ​ສົ່ງ​ຜູ້​ຊາຍ​ຄົນ​ນີ້​ມາ​ຫາ​ຂ້ອຍ ແລະ​ບອກ​ຂ້ອຍ​ປົວ​ຜູ້ຊາຍ​ຄົນ​ນີ້​ໃຫ້​ເຊົາ​ເປັນ​ຂີ້ທູດ! ພວກ​ເຈົ້າ​ເບິ່ງ​ແມ້ ລາວ​ກຳລັງ​ຫາ​ເລື່ອງ​ຜິດ​ກັບ​ຂ້ອຍ​ໄດ໋​ນິ.”

8 ເມື່ອ​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ຍິນ​ວ່າ​ກະສັດ​ອິດສະຣາເອນ​ຈີກ​ເສື້ອ​ໂຕເອງ ລາວ​ກໍ​ຟ້າວ​ສົ່ງ​ຄົນ​ໄປ​ບອກ​ກະສັດ​ວ່າ: “ທ່ານ​ຈະ​ຈີກ​ເສື້ອ​ຂອງ​ໂຕເອງ​ເຮັດ​ຫຍັງ? ສົ່ງ​ຜູ້​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ອຍ ລາວ​ຊິ​ໄດ້​ຮູ້​ວ່າ​ຢູ່​ອິດສະຣາເອນ​ມີ​ຜູ້ພະຍາກອນ.”+ 9 ນາອາມານ​ກັບ​ພວກທະຫານ​ມ້າແລະ​ລົດ​ຮົບ​ກໍ​ມາ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງ​ເອລີຊາ. 10 ແຕ່​ເອລີຊາ​ໃຫ້​ຄົນ​ໄປ​ບອກ​ລາວວ່າ: “ໄປ​ຈຸ່ມ​ໂຕ​ຢູ່​ແມ່​ນ້ຳ​ຈໍແດນ+ 7 ເທື່ອ+ ແລ້ວ​ເຈົ້າ​ຈະເຊົາ​ເປັນ​ຂີ້ທູດແລະ​ຜິວ​ໜັງ​ຂອງ​ເຈົ້າ​ກໍ​ຈະ​ກັບ​ມາ​ດີ​ຄື​ເກົ່າ.” 11 ນາອາມານ​ໃຈ​ຮ້າຍ​ຫຼາຍ ແລະ​ກ່ອນ​ຈະ​ອອກ​ໄປ​ລາວ​ເວົ້າ​ວ່າ: “ຂ້ອຍ​ຄິດ​ວ່າ ‘ລາວ​ຈະ​ອອກ​ມາ​ຫາ​ຂ້ອຍ ແລ້ວ​ຢືນ​ຢູ່​ນີ້​ເອີ້ນ​ຊື່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ​ແລະ​ແກວ່ງ​ມື​ໄປ​ມາເທິງ​ບາດ​ເພື່ອ​ປົວ​ຂີ້ທູດ​ໃຫ້​ຂ້ອຍ.’ 12 ແມ່​ນ້ຳ​ອາບານາ​ກັບ​ແມ່​ນ້ຳ​ຟາປາ​ໃນ​ເມືອງ​ດາມາເຊ+ດີ​ກວ່າ​ແມ່​ນ້ຳ​ທັງ​ໝົດ​ໃນ​ອິດສະຣາເອນ ຂ້ອຍ​ໄປ​ຈຸ່ມ​ໂຕ​ຢູ່​ຫັ້ນ​ກໍ​ເຊົາ​ໄດ້​ຄື​ກັນ.” ແລ້ວ​ລາວ​ກໍ​ກັບ​ເມືອ​ດ້ວຍ​ຄວາມ​ໃຈ​ຮ້າຍ.

13 ຄົນ​ຮັບ​ໃຊ້​ຂອງ​ນາອາມານ​ຈຶ່ງ​ໄປ​ເວົ້າ​ກັບ​ລາວ​ວ່າ: “ນາຍ*ເອີ້ຍ ຖ້າ​ຜູ້ພະຍາກອນ​ບອກ​ທ່ານ​ໃຫ້​ເຮັດສິ່ງ​ທີ່​ຍາກ​ໆ​ ທ່ານ​ກໍ​ຈະ​ເຮັດ​ແມ່ນ​ບໍ? ລາວ​ມີ​ແຕ່​ບອກ​ທ່ານ​ວ່າ ‘ໃຫ້​ໄປ​ຈຸ່ມ​ໂຕ​ຢູ່​ໃນ​ນ້ຳ ແລ້ວ​ກໍ​ຈະເຊົາ’ ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ເຮັດ?” 14 ນາອາມານ​ຈຶ່ງ​ໄປ​ຈຸ່ມ​ໂຕ​ຢູ່​ແມ່​ນ້ຳ​ຈໍແດນ 7 ເທື່ອ​ຕາມ​ທີ່​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ບອກ.+ ແລ້ວ​ລາວ​ກໍເຊົາເປັນ​ຂີ້ທູດ​ແລະ​ຜິວ​ໜັງ​ຂອງ​ລາວ​ກໍ​ເປັນ​ຄື​ກັບ​ຜິວ​ໜັງ​ຂອງ​ເດັກ​ນ້ອຍ.+

15 ຫຼັງ​ຈາກ​ນັ້ນ ນາອາມານ​ກັບ​ພວກ​ທະຫານ​ຈຶ່ງ​ກັບ​ມາ​ຫາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້.+ ລາວ​ຢືນ​ຢູ່​ຕໍ່​ໜ້າ​ເອລີຊາ​ແລະ​ເວົ້າ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ ບໍ່​ມີ​ບ່ອນ​ໃດ​ໃນ​ໂລກ​ນີ້​ມີ​ພະເຈົ້າ ນອກ​ຈາກ​ຢູ່​ອິດສະຣາເອນ.+ ຂໍ​ໃຫ້​ທ່ານ​ຮັບ​ເອົາ​ຂອງຂວັນ*ຈາກ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ.” 16 ແຕ່​ເອລີຊາ​ບອກ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະ​ເປັນ​ຜູ້​ທີ່​ຂ້ອຍ​ຮັບ​ໃຊ້​ວ່າ ຂ້ອຍ​ຈະ​ບໍ່​ເອົາ​ຂອງຂວັນ​ຈາກ​ເຈົ້າ.”+ ນາອາມານ​ຂໍ​ແທ້​ຂໍ​ວ່າ​ໃຫ້​ເອລີຊາ​ຮັບ​ເອົາ​ຂອງຂວັນ ແຕ່​ເອລີຊາ​ກໍ​ບໍ່​ຍອມ​ເອົາ. 17 ໃນ​ທີ່​ສຸດ ນາອາມານ​ກໍ​ເວົ້າ​ວ່າ: “ຖ້າ​ທ່ານ​ບໍ່​ຍອມ​ເອົາ​ຂອງຂວັນ​ເຫຼົ່ານີ້ ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຢາກ​ຂໍ​ດິນ​ຈາກ​ອິດສະຣາເອນ​ໃສ່​ຫຼັງ​ລໍ* 2 ໂຕ​ເມືອ​ນຳ ເພາະ​ຂ້ອຍ​ຈະ​ບໍ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ອື່ນ​ອີກ​ແລ້ວ​ນອກ​ຈາກ​ພະ​ເຢໂຫວາ. 18 ແຕ່​ຂໍ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເລື່ອງ​ໜຶ່ງ. ຕອນ​ທີ່ກະສັດຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ຣິມໂມນ​ເພື່ອ​ໝູບ​ລົງ​ນະມັດສະການ​ຢູ່​ຫັ້ນ ຂ້ອຍ​ຕ້ອງ​ໄດ້​ໂຈມ​ລາວ​ໄວ້​ເຊິ່ງ​ເຮັດ​ໃຫ້​ຂ້ອຍ​ຕ້ອງ​ກົ້ມ​ລົງ​ໃນ​ວິຫານ​ຂອງ​ພະ​ຣິມໂມນ​ຄື​ກັນ. ຕອນ​ທີ່​ຂ້ອຍ​ກົ້ມ​ລົງ​ໃນ​ວິຫານ​ນັ້ນ ຂໍ​ພະ​ເຢໂຫວາ​ຍົກ​ໂທດ​ໃຫ້​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ແດ່.” 19 ເອລີຊາ​ກໍ​ບອກ​ລາວ​ວ່າ: “ເມືອ​ໂລດ. ບໍ່​ຕ້ອງ​ອຸກໃຈ.” ຫຼັງ​ຈາກ​ນາອາມານ​ເດີນ​ທາງ​ໄປ​ໄດ້​ໜ້ອຍ​ໜຶ່ງ 20 ເກຮາຊີ​+ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ທີ່​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+​ຄິດ​ໃນ​ໃຈ​ວ່າ: ‘ເຈົ້າ​ນາຍ​ຂອງ​ຂ້ອຍ​ໃຫ້​ນາອາມານ​+ຄົນ​ຊີເຣຍ​ກັບ​ເມືອໂດຍ​ທີ່​ບໍ່​ເອົາ​ຂອງຂວັນ​ຫຍັງ​ຈາກ​ລາວ​ເລີຍ. ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ນຳ​ລາວ​ໄປ​ແລະ​ເອົາ​ຂອງຂວັນ​ບາງ​ຢ່າງ​ຈາກ​ລາວ.’ 21 ເກຮາຊີ​ກໍ​ແລ່ນ​ນຳ​ຫຼັງ​ນາອາມານ​ໄປ. ເມື່ອ​ນາອາມານ​ເຫັນ​ວ່າ​ມີ​ຄົນ​ແລ່ນ​ນຳ​ມາ ລາວ​ກໍ​ລົງ​ຈາກ​ລົດ​ມ້າ​ແລະ​ຖາມ​ວ່າ: “ມີ​ຫຍັງ​ບໍ?” 22 ເກຮາຊີ​ຕອບ​ວ່າ: “ບໍ່​ມີ​ຫຍັງ​ດອກ. ມີ​ແຕ່​ເຈົ້າ​ນາຍ​ຂອງ​ຂ້ອຍ​ໃຫ້​ມາ​ບອກ​ວ່າ ‘ມີ​ຊາຍ​ໜຸ່ມ 2 ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ*ຫາ​ກໍ​ມາ​ຈາກ​ແຖວ​ພູ​ໃນ​ເຂດ​ເອຟຣາຢິມ​ຈຶ່ງ​ຢາກ​ຂໍ​ເງິນ 1 ຕະລັນ*​ກັບ​ເຄື່ອງນຸ່ງ 2 ຊຸດ​ໄປ​ໃຫ້​ເຂົາ​ເຈົ້າ.’”+ 23 ນາອາມານ​ບອກ​ວ່າ: “ໄດ້. ເອົາ​ໄປ 2 ຕະລັນ*ໂລດ.” ນາອາມານ​ຂໍ​ແທ້​ຂໍ​ວ່າ+ໃຫ້​ເກຮາຊີ​ເອົາ​ເງິນ​ໜັກ 2 ຕະລັນ. ແລ້ວ​ລາວ​ກໍ​ເອົາ​ເງິນ​ນັ້ນ​ກັບ​ເຄື່ອງນຸ່ງ 2 ຊຸດ​ໃສ່​ຖົງ 2 ໜ່ວຍ​ໃຫ້​ເກຮາຊີ. ແລ້ວ​ໃຫ້​ຄົນ​ຮັບ​ໃຊ້ 2 ຄົນ​ຂົນ​ເຄື່ອງ​ອອກ​ໜ້າ​ເກຮາຊີ.

24 ເມື່ອ​ມາ​ຮອດ​ໂອເຟນ* ເກຮາຊີ​ກໍ​ເອົາ​ເຄື່ອງ​ເຫຼົ່າ​ນັ້ນ​ຈາກ​ຄົນ​ຮັບ​ໃຊ້​ຂອງ​ນາອາມານ​ໄປ​ໄວ້​ໃນ​ເຮືອນ​ຂອງ​ລາວ ແລະ​ບອກ​ເຂົາ​ເຈົ້າ​ໃຫ້​ກັບ​ເມືອ. ເມື່ອ​ເຂົາ​ເຈົ້າ​ກັບ​ໄປ​ແລ້ວ 25 ເກຮາຊີ​ກໍ​ໄປ​ຫາ​ເຈົ້າ​ນາຍ​ຂອງ​ລາວ. ເອລີຊາ​ຖາມ​ລາວ​ວ່າ: “ເກຮາຊີ ເຈົ້າ​ໄປ​ໃສ​ມາ?” ລາວ​ຕອບ​ວ່າ: “ຜູ້​ຮັບ​ໃຊ້​ຂອງ​ທ່ານ​ບໍ່​ໄດ້​ໄປ​ໃສ.”+ 26 ເອລີຊາ​ບອກ​ລາວ​ວ່າ: “ເຈົ້າ​ຄິດ​ວ່າ​ຂ້ອຍ​ບໍ່​ຮູ້​ບໍ​ວ່າ​ເຈົ້າ​ນຳ​ຜູ້​ນັ້ນ​ໄປ ແລະ​ລາວ​ກໍ​ລົງ​ຈາກ​ລົດ​ມ້າ​ມາ​ຫາ​ເຈົ້າ? ເຈົ້າ​ຄິດ​ວ່າ​ນີ້​ເປັນ​ເວລາ​ທີ່​ຈະ​ຮັບ​ເງິນ ເຄື່ອງນຸ່ງ ສວນ​ໝາກກອກ ສວນ​ໝາກ​ລະແຊັງ ແກະ ງົວ ຫຼື​ຄົນ​ຮັບ​ໃຊ້​ຊາຍ​ຍິງ​ບໍ?+ 27 ຍ້ອນ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ເປັນ​ຂີ້ທູດ​ຕະຫຼອດໄປ​ຄື​ກັບ​ທີ່​ນາອາມານ​ເຄີຍ​ເປັນ.”+ ທັນທີ​ທີ່​ເກຮາຊີ​ອອກ​ໄປ​ຈາກ​ເອລີຊາ ລາວ​ກໍ​ເປັນ​ຂີ້ທູດຂາວ​ດ່າງ.*+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌