ໂຢບ
13 “ຂ້ອຍເຄີຍເຫັນເລື່ອງແນວນີ້ມາໝົດແລ້ວ.
ຂ້ອຍເຄີຍໄດ້ຍິນແລະເຂົ້າໃຈດີ.
2 ສິ່ງທີ່ພວກເຈົ້າຮູ້ ຂ້ອຍກໍຮູ້.
ຂ້ອຍບໍ່ໄດ້ຮູ້ໜ້ອຍໄປກວ່າພວກເຈົ້າດອກ.
3 ທີ່ຈິງ ຂ້ອຍຢາກເວົ້າກັບພະເຈົ້າຜູ້ມີລິດເດດສູງສຸດດ້ວຍໂຕຂ້ອຍເອງ.
ຂ້ອຍຢາກຈະພິສູດໃຫ້ເພິ່ນເຫັນວ່າຂ້ອຍບໍ່ໄດ້ເຮັດຜິດ.+
4 ແຕ່ພວກເຈົ້າເວົ້າຕົວະແລະໃສ່ຮ້າຍຂ້ອຍ.
ພວກເຈົ້າເປັນຄືກັບໝໍທີ່ປົວໃຜບໍ່ໄດ້.+
5 ຖ້າພວກເຈົ້າມິດໆຢູ່
ກໍຍັງຊິເບິ່ງຄືວ່າສະຫຼາດກວ່າ.+
6 ຂໍໃຫ້ພວກເຈົ້າຟັງຂ້ອຍອະທິບາຍ
ແລະຕັ້ງໃຈຟັງເຫດຜົນຂອງຂ້ອຍ.
7 ເປັນຫຍັງພວກເຈົ້າລຳອຽງເຂົ້າຂ້າງພະເຈົ້າ?
ເປັນຫຍັງພວກເຈົ້າເວົ້າຕົວະເພື່ອຊ່ວຍເພິ່ນ?
8 ເປັນຫຍັງພວກເຈົ້າເຂົ້າຂ້າງເພິ່ນ?
ເປັນຫຍັງພວກເຈົ້າຢູ່ຝ່າຍພະເຈົ້າທ່ຽງແທ້?
9 ຖ້າເພິ່ນມາກວດເບິ່ງພວກເຈົ້າ ພວກເຈົ້າຈະລອດບໍ?+
ພວກເຈົ້າຈະຫຼອກເພິ່ນຄືກັບທີ່ຫຼອກມະນຸດໄດ້ບໍ?
10 ຖ້າພວກເຈົ້າທຳທ່າເຂົ້າຂ້າງພະເຈົ້າໂດຍເວົ້າຕົວະກ່ຽວກັບຂ້ອຍ+
ເພິ່ນຈະລົງໂທດພວກເຈົ້າແທ້.
11 ຄວາມຍິ່ງໃຫຍ່ຂອງເພິ່ນບໍ່ໄດ້ເຮັດໃຫ້ພວກເຈົ້າຢ້ານແດ່ບໍ?
ພວກເຈົ້າບໍ່ຢ້ານເພິ່ນເລີຍບໍ?
12 ຄຳສຸພາສິດຂອງພວກເຈົ້າບໍ່ມີຄ່າແລະເປັນຄືກັບຂີ້ເທົ່າ.
ການຫາເຫດຜົນຂອງພວກເຈົ້າບໍ່ມີປະໂຫຍດ ແລະເປັນຄືກັບໂລ້ທີ່ເຮັດຈາກດິນເຜົາ.
13 ເຊົາເວົ້າສະ ໃຫ້ຂ້ອຍເປັນຄົນເວົ້າ.
ຂ້ອຍຈະເປັນແນວໃດກະຢ່າ!
14 ຂ້ອຍພ້ອມຈະເຈິອັນຕະລາຍທຸກຢ່າງ.*
ຂ້ອຍຈະຮັບຜິດຊອບຊີວິດຂອງຂ້ອຍເອງ.
15 ເຖິງວ່າເພິ່ນຈະຂ້າຂ້ອຍ ຂ້ອຍກໍຈະບໍ່ໜີ.+
ຂ້ອຍພ້ອມຈະພິສູດໃຫ້ເພິ່ນເຫັນວ່າ ຂ້ອຍບໍ່ແມ່ນຄົນຜິດ.
17 ຟັງຂ້ອຍດີໆເດີ້
ໃຫ້ຕັ້ງໃຈຟັງສິ່ງທີ່ຂ້ອຍຈະເວົ້າ.
18 ຂ້ອຍກຽມໂຕຈະຂຶ້ນສານແລ້ວ.
ຂ້ອຍຮູ້ວ່າຂ້ອຍເປັນຝ່າຍຖືກ.
19 ມີໃຜຈະໂຕ້ຖຽງກັບຂ້ອຍບໍ?
ຖ້າໃຫ້ຂ້ອຍມິດຢູ່ຊື່ໆ ຂ້ອຍຄືຊິຕາຍແທ້!*
20 ພະເຈົ້າເອີ້ຍ ລູກຂໍພຽງແຕ່ສອງຢ່າງ*
ແລະລູກຈະບໍ່ໜີໜ້າໄປຈາກພະອົງ.
22 ຖ້າພະອົງເອີ້ນ ລູກກໍຈະຕອບ
ຫຼືຄັນບໍ່ຊັ້ນ ໃຫ້ລູກເວົ້າແລະຂໍພະອົງຕອບລູກ.
23 ລູກເຮັດຫຍັງຜິດ?
ຂໍພະອົງບອກລູກແດ່.
25 ລູກເປັນພຽງແຕ່ໃບໄມ້ທີ່ຖືກລົມພັດຊື່ໆແລະເປັນພຽງແຕ່ເຟືອງແຫ້ງໆ.
ເປັນຫຍັງພະອົງເຮັດໃຫ້ລູກຢ້ານແລະໄລ່ນຳຫຼັງລູກ?
26 ພະອົງຈອບແຕ່ຈົດຂໍ້ກ່າວຫາທີ່ພະອົງຕັ້ງໄວ້ໃຫ້ລູກ
ແລະລົງໂທດລູກຍ້ອນຄວາມຜິດທີ່ລູກເຮັດຕັ້ງແຕ່ຕອນຍັງໜຸ່ມ.
27 ພະອົງເອົາຕີນລູກໃສ່ຂື່ຄາ*ໄວ້
ບໍ່ວ່າລູກຈະໄປໃສ ພະອົງກໍຈັບຕາເບິ່ງ
ແລະຕິດຕາມເບິ່ງລູກທຸກໆກ້າວ.
28 ມະນຸດ*ຈຶ່ງເນົ່າເປື່ອຍໄປ
ຄືກັບເຄື່ອງນຸ່ງທີ່ຖືກໂຕແມງກິນ.”