ໂຢບ
3 ຫຼັງຈາກນັ້ນ ໂຢບກໍເລີ່ມເວົ້າແລະສາບແຊ່ງມື້ທີ່ໂຕເອງເກີດ.*+ 2 ລາວເວົ້າວ່າ:
3 “ຂໍໃຫ້ມື້ທີ່ຂ້ອຍເກີດຈິບຫາຍໄປ.+
ຂໍໃຫ້ຄືນທີ່ມີຄົນບອກວ່າ ‘ເດັກນ້ອຍເກີດແລ້ວ’ ຈິບຫາຍໄປຄືກັນ.
4 ຂໍໃຫ້ມື້ນັ້ນມີແຕ່ຄວາມມືດ.
ຂໍໃຫ້ພະເຈົ້າທີ່ຢູ່ເທິງຟ້າບໍ່ສົນໃຈມື້ນັ້ນ.
ຂໍໃຫ້ມື້ນັ້ນບໍ່ມີແສງສະຫວ່າງເລີຍ.
5 ຂໍໃຫ້ກາງເວັນຂອງມື້ນັ້ນມີແຕ່ຄວາມມືດ*ປົກຄຸມ.
ຂໍໃຫ້ຟ້າມືດຄຶ້ມໝົດມື້.
ຂໍໃຫ້ຄວາມມືດທີ່ເປັນຕາຢ້ານບັງແສງຂອງມື້ນັ້ນໄວ້.
6 ຂໍໃຫ້ຄືນນັ້ນເປັນຄືນທີ່ມືດທຶບ.+
ຂໍໃຫ້ຄືນນັ້ນເປັນຄືນທີ່ບໍ່ມີຄວາມສຸກເລີຍ.
ຂໍໃຫ້ຄືນນັ້ນບໍ່ຖືກນັບເຂົ້າໃນເດືອນໃດເລີຍ.
7 ຂໍຢ່າໃຫ້ຜູ້ໃດເກີດມາໃນຄືນນັ້ນ.
ຂໍຢ່າໃຫ້ມີສຽງໂຫ່ຮ້ອງດີໃຈໃນຄືນນັ້ນ.
9 ໃນຄືນນັ້ນ ຂໍໃຫ້ດາວຕ່າງໆຕອນໃກ້ຊິແຈ້ງບໍ່ສ່ອງແສງ.
ຂໍຢ່າໃຫ້ຄືນນັ້ນໄດ້ເຈິແສງສະຫວ່າງ
ແລະຂໍຢ່າໃຫ້ຄືນນັ້ນໄດ້ເຫັນແສງຕາເວັນໃນຕອນເຊົ້າ.
10 ແມ່ເກີດຂ້ອຍໃນຄືນນັ້ນ+
ແລະຂ້ອຍກໍຕ້ອງມາເຈິກັບບັນຫາ.
11 ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ເກີດ?
ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ຕອນທີ່ອອກມາຈາກທ້ອງແມ່?+
12 ເປັນຫຍັງຈຶ່ງມີຕັກໃຫ້ຂ້ອຍໝູນ
ແລະມີນົມໃຫ້ຂ້ອຍດູດ?
13 ຄັນຂ້ອຍຕາຍຕັ້ງແຕ່ຕອນນັ້ນ
ຂ້ອຍຄືຊິໄດ້ມີຄວາມສະຫງົບສຸກ+ ແລະໄດ້ນອນພັກຜ່ອນຢູ່+
14 ກັບພວກກະສັດຕ່າງໆຂອງໂລກນີ້ແລະພວກທີ່ປຶກສາຂອງເຂົາເຈົ້າ
ທີ່ໄດ້ສ້າງບ່ອນຝັງສົບຂອງໂຕເອງເຊິ່ງໄດ້ເປ່ເພໄປແລ້ວ*
15 ກັບພວກເຈົ້າຊາຍທີ່ມີຄຳຫຼາຍໆ
ແລະມີເງິນເຕັມເຮືອນ.
16 ເປັນຫຍັງຂ້ອຍຄືບໍ່ຕາຍໄປຕັ້ງແຕ່ຍັງເປັນກ້ອນເລືອດ?
ເປັນຫຍັງຂ້ອຍຄືບໍ່ຕາຍຕັ້ງແຕ່ຢູ່ໃນທ້ອງແມ່?
17 ໃນບ່ອນຝັງສົບ ພວກຄົນຊົ່ວກໍບໍ່ຄຽດແຄ້ນແລ້ວ.
ຄົນທີ່ບໍ່ມີເຫື່ອບໍ່ມີແຮງກໍໄດ້ພັກຜ່ອນ.+
18 ຢູ່ບ່ອນນັ້ນ ພວກນັກໂທດກໍຢູ່ນຳກັນໄດ້ແບບສະບາຍໆ.
ເຂົາເຈົ້າບໍ່ໄດ້ຍິນສຽງຂອງຜູ້ທີ່ບັງຄັບໃຫ້ເຮັດວຽກ.
19 ຢູ່ບ່ອນນັ້ນ ທັງຄົນລວຍແລະຄົນທຸກບໍ່ມີຫຍັງຕ່າງກັນ+
ແລະທາດກໍເປັນອິດສະຫຼະຈາກນາຍຂອງໂຕເອງ.
20 ເປັນຫຍັງພະເຈົ້າໃຫ້ຄົນທີ່ທຸກກາຍທຸກໃຈເຫັນແສງສະຫວ່າງ
ແລະໃຫ້ຄົນທີ່ລຳບາກມີຊີວິດຢູ່?+
21 ເປັນຫຍັງຄົນທີ່ຢາກຕາຍຈຶ່ງບໍ່ໄດ້ຕາຍ?+
ເຂົາເຈົ້າຢາກຕາຍຫຼາຍກວ່າຢາກໄດ້ຊັບສົມບັດທີ່ເຊື່ອງໄວ້ຊ້ຳ
22 ແລະເມື່ອເຂົາເຈົ້າຕາຍ
ກໍສົມໃຈເຂົາເຈົ້າແທ້.
23 ເປັນຫຍັງເພິ່ນເຮັດໃຫ້ຄົນທີ່ຫຼົງທາງ
ແລະບໍ່ມີທາງອອກເຫັນແສງສະຫວ່າງ?+
24 ຂ້ອຍບໍ່ຢາກເຂົ້າບໍ່ຢາກນ້ຳ ມີແຕ່ຖອນຫາຍໃຈຢ່າງດຽວ+
ແລະຂ້ອຍຮ້ອງຄາງສຽງດັງ+ບໍ່ຢຸດບໍ່ເຊົາປານນ້ຳທັ່ງອອກມາ.
25 ສິ່ງທີ່ຂ້ອຍຢ້ານກໍເກີດຂຶ້ນກັບຂ້ອຍແລ້ວ
ແລະໄດ້ຕົກມາທັບຂ້ອຍແລ້ວ.
26 ຂ້ອຍບໍ່ມີຄວາມສະຫງົບສຸກ ບໍ່ສະບາຍໃຈ ແລະບໍ່ໄດ້ຫຼັບບໍ່ໄດ້ນອນ.
ຊີວິດຂ້ອຍມີແຕ່ບັນຫາເຂົ້າມາເລື້ອຍໆ.”