ໂຢບ
30 “ຕອນນີ້ ຄົນທີ່ອາຍຸນ້ອຍກວ່າຂ້ອຍ
ພາກັນຫົວຂວັນໃສ່ຂ້ອຍ+
ທັງໆທີ່ພໍ່ຂອງເຂົາເຈົ້າ
ຂ້ອຍກໍບໍ່ເຄີຍໃຫ້ໄປເບິ່ງແຍງໝາເຝົ້າແກະຂອງຂ້ອຍຊ້ຳ.
2 ພວກຄົນໜຸ່ມພວກນັ້ນບໍ່ໄດ້ໃຊ້ເຫື່ອແຮງຊ່ວຍຂ້ອຍ.
ເຂົາເຈົ້າບໍ່ມີກຳລັງແລ້ວ.
3 ເຂົາເຈົ້າບໍ່ມີເຫື່ອບໍ່ມີແຮງຍ້ອນອຶດຢາກ.
ເຂົາເຈົ້າແຫ້ນດິນທີ່ແຫ້ງໆ
ຢູ່ບ່ອນທີ່ຖືກປ່ອຍປະໃຫ້ຮ້າງມາດົນແລ້ວ.
4 ເຂົາເຈົ້າເກັບໃບໄມ້ທີ່ເຄັມໆຈາກຟຸ່ມໄມ້
ແລະເອົາຮາກໄມ້ທີ່ຂົມໆມາກິນ.
5 ເຂົາເຈົ້າຖືກຂັບໄລ່ອອກມາຈາກຊຸມຊົນ+
ແລະຖືກຄົນຮ້ອງໃສ່ຄືກັບເຂົາເຈົ້າເປັນຂີ້ລັກ.
6 ເຂົາເຈົ້າຕ້ອງໄປອາໄສຢູ່ຕາມຮ່ອມພູ*
ຕາມໂຜ້ງດິນແລະຕາມໂກນຫີນ.
7 ເຂົາເຈົ້າຮ້ອງອອກມາຈາກຟຸ່ມໄມ້
ແລະໄປແຫຍ້ກັນຢູ່ໃນປ່າຫຍ້າ.
8 ຍ້ອນເຂົາເຈົ້າເປັນລູກຂອງຄົນໂງ່ຈ້າແລະເປັນຄົນຊັ້ນຕ່ຳ
ເຂົາເຈົ້າຈຶ່ງຖືກໄລ່ໜີໄປຈາກແຜ່ນດິນ.
11 ຍ້ອນພະເຈົ້າເຮັດໃຫ້ຂ້ອຍບໍ່ມີທາງສູ້ແລະຕົກຕ່ຳ
ເຂົາເຈົ້າຈຶ່ງເຮັດກັບຂ້ອຍແບບບໍ່ອີ່ຕົນຂ້ອຍເລີຍ.
12 ເຂົາເຈົ້າຫຸ້ມມາໃສ່ຂ້ອຍທາງເບື້ອງຂວາ.
ເຂົາເຈົ້າບັງຄັບໃຫ້ຂ້ອຍແລ່ນໜີ
ແລ້ວກໍເອົາແນວມາຂວາງທາງຂ້ອຍໄວ້ເພື່ອທຳຮ້າຍຂ້ອຍ.
14 ເຂົາເຈົ້າເຂົ້າມາຫາຂ້ອຍຄືກັບເຂົ້າມາທາງກຳແພງທີ່ຖືກເຈາະເປັນປ່ອງບັກໃຫຍ່.
ເຂົາເຈົ້າມາໂຈມຕີຂ້ອຍຕອນທີ່ຂ້ອຍໝົດແຮງຢູ່.
15 ຂ້ອຍຢ້ານຫຼາຍ.
ສັກສີຂອງຂ້ອຍຫາຍໄປຄືກັບລົມ
ຄວາມຫວັງຂອງຂ້ອຍທີ່ຈະລອດຫາຍໄປຄືກັບຂີ້ເຝື້ອ.
18 ມັນເປັນຄືກັບວ່າເຄື່ອງນຸ່ງ*ຂອງຂ້ອຍຖືກບິດແຮງໆ*
ແລະເປັນຄືກັບຄໍເສື້ອທີ່ຮັດຄໍຂ້ອຍຈົນຫາຍໃຈບໍ່ອອກ.
19 ພະເຈົ້າຖິ້ມຂ້ອຍລົງຂີ້ຕົມ.
ຂ້ອຍເປັນຄືກັບຂີ້ດິນແລະຂີ້ເທົ່າ.
20 ພະເຈົ້າເອີ້ຍ ລູກຮ້ອງຂໍໃຫ້ພະອົງຊ່ວຍ ແຕ່ພະອົງກໍບໍ່ຕອບລູກ.+
ລູກລຸກຂຶ້ນອ້ອນວອນພະອົງ ແຕ່ພະອົງກໍເບິ່ງຊື່ໆ.
21 ພະອົງຫັນມາໂຈມຕີລູກແບບບໍ່ອີ່ຕົນລູກເລີຍ.+
ພະອົງທຳຮ້າຍລູກເຕັມແຮງຂອງພະອົງ.
22 ຄືກັບພະອົງໃຊ້ລົມຫອບລູກໄປ
ແລະໃຫ້ລູກຖືກພາຍຸພັດໄປພັດມາ.
23 ລູກຮູ້ວ່າພະອົງຈະເຮັດໃຫ້ລູກຕາຍ
ແລະໃຫ້ລູກໄປໃນບ່ອນທີ່ສຸດທ້າຍແລ້ວທຸກຄົນກໍຕ້ອງໄປ.
24 ເມື່ອຄົນທີ່ຈົນຕາແຈຮ້ອງຂໍຄວາມຊ່ວຍເຫຼືອຕອນທີ່ລຳບາກ
ຈະບໍ່ມີໃຜຕີລາວດອກ.+
25 ຕອນທີ່ຄົນອື່ນມີບັນຫາໜັກ ລູກກໍຮ້ອງໄຫ້ນຳຕົ໋ວ.
ຕອນທີ່ເຫັນຄົນທຸກ ລູກກໍທຸກໃຈນຳບໍ່ແມ່ນບໍ?+
26 ລູກຢາກເຈິແຕ່ເລື່ອງດີໆ ແຕ່ເລື່ອງບໍ່ດີພັດເຂົ້າມາ.
ລູກຢາກເຫັນແສງສະຫວ່າງ ແຕ່ພັດເຫັນແຕ່ຄວາມມືດ.
27 ລູກອຸກໃຈບໍ່ເຊົາ
ແລະເຈິຄວາມທຸກຕະຫຼອດ.
28 ລູກຍ່າງດ້ວຍຄວາມໂສກເສົ້າ+ແລະໝົດຫວັງ.*
ຕອນທີ່ຄົນຢູ່ນຳກັນຫຼາຍໆ ລູກກໍຮ້ອງຂໍໃຫ້ຄົນຊ່ວຍ.
29 ຄືກັບລູກກາຍເປັນອ້າຍນ້ອງກັບໝາໄນ
ແລະເປັນໝູ່ກັບນົກກະຈອກເທດ.+
31 ພິນທີ່ລູກດີດມີແຕ່ເພງເສົ້າໆ
ແລະຂຸ່ຍທີ່ລູກເປົ່າກໍມີແຕ່ເພງໂສກເສົ້າ.”