ໂຢບ
32 ແລ້ວໝູ່ທັງສາມຄົນຂອງໂຢບກໍບໍ່ໄດ້ພະຍາຍາມຫາເຫດຜົນຫຍັງກັບໂຢບອີກ. ຍ້ອນໂຢບໝັ້ນໃຈວ່າໂຕເອງເຮັດສິ່ງທີ່ຖືກຕ້ອງ.*+ 2 ແຕ່ເອລີຮູລູກຊາຍຂອງບາຣາເກນຄົນບູເຊ+ຈາກຈຸ້ມເຈື້ອຂອງຣາມໄດ້ໃຈຮ້າຍແຮງ. ລາວໃຈຮ້າຍໃຫ້ໂຢບ ຍ້ອນໂຢບພະຍາຍາມພິສູດວ່າໂຕເອງເປັນຝ່າຍຖືກ ບໍ່ແມ່ນພະເຈົ້າ.+ 3 ລາວຍັງໃຈຮ້າຍແຮງໃຫ້ໝູ່ 3 ຄົນຂອງໂຢບນຳ ຍ້ອນເຂົາເຈົ້າຫາຄຳຕອບທີ່ເໝາະສົມບໍ່ໄດ້ ແຕ່ພັດບອກວ່າພະເຈົ້າເຮັດຜິດ.+ 4 ເອລີຮູລໍຖ້າໃຫ້ໂຢບເວົ້າຈົນຈົບ ຍ້ອນລາວອາຍຸນ້ອຍກວ່າໝູ່.+ 5 ເມື່ອເອລີຮູເຫັນວ່າທັງສາມຄົນນັ້ນບໍ່ມີຫຍັງເວົ້າແລ້ວ ລາວກໍໃຈຮ້າຍຂຶ້ນ. 6 ແລ້ວເອລີຮູລູກຊາຍຂອງບາຣາເກນຄົນບູເຊກໍເວົ້າຂຶ້ນວ່າ:
“ຂ້ອຍເປັນຄົນໜຸ່ມນ້ອຍ
ແຕ່ພວກເຈົ້າເປັນຜູ້ໃຫຍ່.+
ຂ້ອຍເກງໃຈ ຂ້ອຍກໍເລີຍບໍ່ເວົ້າຫຍັງ.+
ຂ້ອຍບໍ່ກ້າບອກພວກເຈົ້າໃນສິ່ງທີ່ຂ້ອຍຮູ້.
7 ຂ້ອຍຄິດວ່າ ‘ຄວນໃຫ້ຄົນທີ່ມີອາຍຸຫຼາຍກວ່າເປັນຄົນເວົ້າ
ແລະໃຫ້ຄົນທີ່ຢູ່ມາຫຼາຍປີສອນເລື່ອງສະຕິປັນຍາ.’
8 ແຕ່ມະນຸດຈະມີຄວາມເຂົ້າໃຈໄດ້
ກໍຍ້ອນພະລັງຈາກພະເຈົ້າແລະລົມຫາຍໃຈຂອງຜູ້ມີລິດເດດສູງສຸດ.+
9 ບໍ່ແມ່ນວ່າຄົນທີ່ມີອາຍຸຫຼາຍແລ້ວຈະເປັນຄົນທີ່ສະຫຼາດໂລດ
ແລະບໍ່ແມ່ນວ່າເຖົ້າແລ້ວກໍຈະມີຄວາມເຂົ້າໃຈທີ່ຖືກຕ້ອງ.+
10 ຍ້ອນແນວນີ້ ຂ້ອຍຈຶ່ງເວົ້າວ່າ ‘ຂໍໃຫ້ຟັງຂ້ອຍແດ່.
ຂ້ອຍຈະເວົ້າໃຫ້ພວກເຈົ້າຟັງໃນສິ່ງທີ່ຂ້ອຍຮູ້.’
11 ຂ້ອຍລໍຖ້າໃຫ້ພວກເຈົ້າເວົ້າຈົນຈົບ.+
ຂ້ອຍຟັງຢູ່ມິດໆຕອນທີ່ພວກເຈົ້າຫາເຫດຜົນ
ແລະຄິດວ່າຈະເວົ້າຫຍັງ.+
12 ຂ້ອຍຕັ້ງໃຈຟັງພວກເຈົ້າ
ແຕ່ກໍບໍ່ມີຜູ້ໃດພິສູດວ່າໂຢບເຮັດຜິດ
ແລະບໍ່ມີຜູ້ໃດຫາເຫດຜົນທີ່ຖືກຕ້ອງໄດ້.
13 ສະນັ້ນ ພວກເຈົ້າຢ່າເວົ້າເດີ້ວ່າ ‘ພວກເຮົາສະຫຼາດ.
ພະເຈົ້າຫັ້ນແຫຼະເປັນຜູ້ພິສູດວ່າໂຢບເຮັດຜິດ ບໍ່ແມ່ນມະນຸດ.’
14 ໂຢບບໍ່ໄດ້ເວົ້າກັບຂ້ອຍ
ສະນັ້ນ ຂ້ອຍຈະບໍ່ຕອບລາວດ້ວຍເຫດຜົນຂອງພວກເຈົ້າ.
15 ຄົນເຫຼົ່ານີ້*ປາກບໍ່ອອກ ເຂົາເຈົ້າຕອບບໍ່ໄດ້
ແລະບໍ່ມີຫຍັງທີ່ຈະເວົ້າແລ້ວ.
16 ຂ້ອຍລໍຖ້າຟັງ ແຕ່ເຂົາເຈົ້າກໍບໍ່ເວົ້າຫຍັງ.
ເຂົາເຈົ້າມີແຕ່ຢືນຢູ່ຊື່ໆແລະບໍ່ຕອບຫຍັງ.
17 ຄັນຊັ້ນ ຂ້ອຍຈະເປັນຄົນເວົ້າ
ແລະຈະບອກສິ່ງທີ່ຂ້ອຍຮູ້.
18 ຂ້ອຍມີຫຼາຍແນວຈະເວົ້າ
ແລະພະລັງຂອງພະເຈົ້າເຮັດໃຫ້ຂ້ອຍຕ້ອງເວົ້າ.
19 ຂ້ອຍອັດອັ້ນໃຈຫຼາຍ
ຄືກັບຖົງໜັງໃໝ່ທີ່ໃສ່ເຫຼົ້າແວງຈົນເຕັມແລະໃກ້ຈະແຕກແລ້ວ.+
20 ຂໍໃຫ້ຂ້ອຍໄດ້ເວົ້າ ຂ້ອຍຈຶ່ງຈະສະບາຍໃຈຂຶ້ນ!
ຂ້ອຍຈະເປັນຜູ້ເວົ້າແລະຂ້ອຍຈະເປັນຜູ້ຕອບເອງ.