ໂຢບ
34 ແລ້ວເອລີຮູເວົ້າຕໍ່ໄປວ່າ:
2 “ທຸກຄົນທີ່ມີປັນຍາ ຂໍໃຫ້ຟັງຂ້ອຍເດີ້.
ຜູ້ທີ່ມີຄວາມຮູ້ຫຼາຍ ຂໍໃຫ້ຟັງຂ້ອຍເວົ້າ.
3 ຫູມີໄວ້ຟັງໃຫ້ດີໆເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ
ຄືກັບລີ້ນທີ່ມີໄວ້ຊີມອາຫານ.
4 ໃຫ້ເຮົາມາຫາເຫດຜົນນຳກັນວ່າອັນໃດຖືກ
ແລະໃຫ້ມາຕັດສິນວ່າອັນໃດດີ.
6 ຂ້ອຍຈະເວົ້າຕົວະເຮັດຫຍັງວ່າຂ້ອຍຖືກຕັດສິນແບບບໍ່ຍຸຕິທຳ
ທັງໆທີ່ຂ້ອຍບໍ່ໄດ້ເຮັດຜິດ ແຕ່ບາດແຜຂ້ອຍກໍບໍ່ເຊົາຈັກເທື່ອ.’+
7 ຜູ້ໃດຈະເປັນຄືໂຢບ
ທີ່ຮັບເອົາການເຍາະເຍີ້ຍໄດ້ງ່າຍໆຄືກັບກິນນ້ຳ.
8 ລາວມັກເປັນໝູ່ກັບຄົນທີ່ມັກເຮັດຜິດ
ແລະມັກຢູ່ກັບຄົນທີ່ເຮັດຊົ່ວ.+
9 ລາວເວົ້າວ່າ ‘ເຖິງວ່າມະນຸດພະຍາຍາມເຮັດໃຫ້ພະເຈົ້າພໍໃຈ
ແຕ່ລາວກໍຈະບໍ່ໄດ້ປະໂຫຍດຫຍັງດອກ.’+
10 ພວກເຈົ້າທີ່ເປັນຄົນຮູ້ຈັກຄິດ ຂໍໃຫ້ຟັງຂ້ອຍເດີ້.
ເປັນໄປບໍ່ໄດ້ທີ່ພະເຈົ້າທ່ຽງແທ້ຈະເຮັດຊົ່ວ+
ແລະບໍ່ມີທາງທີ່ຜູ້ມີລິດເດດສູງສຸດຈະເຮັດຜິດ.+
11 ເພິ່ນຈະໃຫ້ລາງວັນກັບທຸກຄົນຕາມສິ່ງທີ່ເຂົາເຈົ້າເຮັດ+
ແລະຈະໃຫ້ທຸກຄົນໄດ້ຮັບຜົນຈາກການກະທຳຂອງໂຕເອງ.
13 ໃຜໃຫ້ເພິ່ນເບິ່ງແຍງແຜ່ນດິນ
ແລະໃຜແຕ່ງຕັ້ງເພິ່ນໃຫ້ເບິ່ງແຍງໂລກ?
14 ຖ້າເພິ່ນເຝົ້າເບິ່ງການກະທຳຂອງມະນຸດ
ຖ້າເພິ່ນເອົາຊີວິດແລະລົມຫາຍໃຈຂອງເຂົາເຈົ້າຄືນ+
15 ມະນຸດກໍຈະຕາຍໝົດ
ແລະທຸກຄົນກໍຈະກັບໄປເປັນດິນ.+
16 ຖ້າເຈົ້າມີຄວາມເຂົ້າໃຈ ຂໍໃຫ້ເອົາໃຈໃສ່ໃນເລື່ອງນີ້
ແລະຕັ້ງໃຈຟັງສິ່ງທີ່ຂ້ອຍເວົ້າ.
17 ເຈົ້າຄິດແທ້ໆບໍວ່າ ພະເຈົ້າຊັງຄວາມຍຸຕິທຳ
ຫຼືວ່າເຈົ້າກຳລັງກ່າວຫາເພິ່ນແບບຜິດໆ?
18 ເຈົ້າຈະເວົ້າກັບກະສັດບໍວ່າ ‘ທ່ານບໍ່ມີຫຍັງດີເລີຍ’
ຫຼືຈະເວົ້າກັບພວກເຈົ້ານາຍບໍວ່າ ‘ພວກເຈົ້າມັນຊົ່ວ’?+
19 ພະເຈົ້າບໍ່ໄດ້ເຂົ້າຂ້າງພວກເຈົ້ານາຍ
ແລະເພິ່ນບໍ່ໄດ້ເຫັນວ່າຄົນລວຍດີກວ່າຄົນທຸກ*+
ເພາະທຸກຄົນເປັນຜົນງານຂອງເພິ່ນ.+
20 ທຸກຄົນມີໂອກາດຕາຍແບບກະທັນຫັນ+ໃນຕອນກາງຄືນ.+
ເຂົາເຈົ້າຈະຊັກດີ້ນ ແລ້ວກໍຕາຍໄປ.
ແມ່ນແຕ່ຄົນທີ່ມີອຳນາດກໍຕາຍໄດ້ ແຕ່ບໍ່ແມ່ນຍ້ອນມະນຸດຂ້າ.+
21 ພະເຈົ້າແນມເບິ່ງວ່າມະນຸດເຮັດຫຍັງຢູ່+
ແລະເພິ່ນເຝົ້າເບິ່ງເຂົາເຈົ້າທຸກບາດກ້າວ.
23 ພະເຈົ້າບໍ່ໄດ້ກຳນົດໄວ້ລ່ວງໜ້າວ່າ
ແຕ່ລະຄົນຈະຕ້ອງຖືກຕັດສິນມື້ໃດ.
24 ເພິ່ນທຳລາຍຜູ້ມີອຳນາດໂດຍບໍ່ຈຳເປັນຕ້ອງສືບສວນ
ແລະເອົາຄົນອື່ນມາແທນລາວ+
25 ເພາະເພິ່ນຮູ້ວ່າເຂົາເຈົ້າກຳລັງເຮັດຫຍັງຢູ່.+
ເພິ່ນຍຶດອຳນາດຂອງເຂົາເຈົ້າໃນຕອນກາງຄືນແລະຢຽບເຂົາເຈົ້າຈົນມຸ່ນ.+
26 ເພິ່ນຈັດການເຂົາເຈົ້າ ຍ້ອນຄວາມຊົ່ວຂອງເຂົາເຈົ້າ.
ເພິ່ນທຳລາຍເຂົາເຈົ້າຕໍ່ໜ້າທຸກຄົນ+
27 ຍ້ອນເຂົາເຈົ້າປິ່ນໜ້າໜີຈາກເພິ່ນ+
ແລະບໍ່ສົນໃຈເຮັດຕາມຄຳສັ່ງຂອງເພິ່ນ.+
28 ເຂົາເຈົ້າເຮັດໃຫ້ຄົນທຸກຕ້ອງຮ້ອງຂໍໃຫ້ເພິ່ນຊ່ວຍ
ແລະເພິ່ນກໍໄດ້ຍິນສຽງຮ້ອງຂໍຂອງຄົນທີ່ບໍ່ມີຜູ້ໃດຊ່ວຍ.+
29 ຖ້າພະເຈົ້າມິດໆຢູ່ ຜູ້ໃດຈະເວົ້າຫຍັງໃຫ້ເພິ່ນໄດ້?
ຖ້າເພິ່ນບໍ່ຢາກໃຫ້ເຫັນໜ້າ ຜູ້ໃດຈະເຫັນໄດ້?
ຄັນເພິ່ນບໍ່ຢາກໃຫ້ເຫັນ ບໍ່ວ່າຈະເປັນຄົນໆໜຶ່ງຫຼືຊາດໜຶ່ງ ມັນກໍບໍ່ຕ່າງກັນ.
30 ເພິ່ນບໍ່ຍອມໃຫ້ຄົນທີ່ບໍ່ນັບຖື*ພະເຈົ້າເປັນຜູ້ປົກຄອງ+
ແລະໄປດັກຈັບປະຊາຊົນ.
31 ເຈົ້າກຳລັງເວົ້າກັບພະເຈົ້າວ່າ
‘ຂ້ອຍຖືກລົງໂທດທັງໆທີ່ຂ້ອຍບໍ່ໄດ້ເຮັດຫຍັງຜິດ.+
32 ຖ້າຂ້ອຍໄດ້ເຮັດຫຍັງຜິດໂດຍບໍ່ຮູ້ໂຕ ບອກຂ້ອຍແດ່ໄດ້ບໍ?
ຄັນຂ້ອຍໄດ້ເຮັດຜິດ ຂ້ອຍຈະບໍ່ເຮັດອີກ.’
33 ເມື່ອເຈົ້າບໍ່ຍອມຮັບການຕັດສິນຂອງເພິ່ນ ເຈົ້າຄິດວ່າເຈົ້າຈະໄດ້ຮັບຄ່າຊົດໄຊ້ຕາມທີ່ຄິດໄວ້ບໍ?
ເຈົ້າຕ້ອງຕັດສິນໃຈເອງ ບໍ່ແມ່ນຂ້ອຍ.
ເຈົ້າກໍຮູ້ດີຢູ່ແລ້ວ ໃຫ້ເຈົ້າເວົ້າມາໂລດ.
34 ຄົນທີ່ມີຄວາມເຂົ້າໃຈ
ແລະຄົນທີ່ມີສະຕິປັນຍາເຊິ່ງຟັງຂ້ອຍຢູ່ຈະເວົ້າກັບຂ້ອຍວ່າ
35 ‘ໂຢບມັກເວົ້າທັງໆທີ່ບໍ່ຮູ້ເລື່ອງທັງໝົດ.+
ຄຳເວົ້າຂອງລາວເຮັດໃຫ້ຮູ້ວ່າລາວບໍ່ເຂົ້າໃຈຫຍັງເລີຍ.’
36 ໃຫ້ໂຢບຖືກທົດສອບ*ຈົນເຖິງທີ່ສຸດ
ຍ້ອນລາວຕອບຄືກັບຄົນຊົ່ວ.