ໂຢບ
5 “ໃຫ້ເຈົ້າຂໍຄວາມຊ່ວຍເຫຼືອເບິ່ງດຸ ຈະມີຜູ້ໃດຕອບເຈົ້າບໍ?
ເຈົ້າຈະໄປຂໍທູດສະຫວັນອົງໃດໃຫ້ມາຊ່ວຍ?
2 ຄົນໂງ່ທີ່ເກັບຄວາມຄຽດແຄ້ນໄວ້ກໍຈະຕາຍຍ້ອນຄວາມຄຽດແຄ້ນນັ້ນ.
ຄົນທີ່ເຊື່ອຄົນງ່າຍກໍຈະຕາຍຍ້ອນຄວາມອິດສາ.
3 ຂ້ອຍເຄີຍເຫັນຄົນໂງ່ປະສົບຄວາມສຳເລັດຫຼາຍຢ່າງ
ແຕ່ຢູ່ດີໆເຮືອນຂອງລາວກໍຖືກສາບແຊ່ງ.
4 ພວກລູກຂອງລາວບໍ່ໄດ້ຢູ່ຢ່າງປອດໄພ.
ເຂົາເຈົ້າຖືກເອົາປຽບຢູ່ທີ່ປະຕູເມືອງ+ແລະບໍ່ມີຜູ້ໃດຊ່ວຍເຂົາເຈົ້າໄດ້.
5 ຄົນທີ່ຫິວກໍມາກິນສິ່ງທີ່ເຂົາເຈົ້າເກັບກ່ຽວ
ແລະກິນແມ່ນແຕ່ສິ່ງທີ່ຂຶ້ນຢູ່ກາງຕົ້ນໜາມ.
ຊັບສົມບັດຂອງຄົນໂງ່ກັບພວກລູກຂອງລາວກໍຖືກຍຶດໄປ.
6 ອັນຕະລາຍບໍ່ໄດ້ປົ່ງຂຶ້ນມາຈາກດິນໄດ້ເອງ
ແລະບັນຫາກໍບໍ່ໄດ້ງອກຂຶ້ນມາຈາກພື້ນດິນ.
7 ຄົນເກີດມາກໍຕ້ອງເຈິບັນຫາຢູ່ແລ້ວ
ຄືກັບໝັດໄຟທີ່ຈັ່ງໃດກໍຕ້ອງຟົ້ງອອກຈາກໄຟ.
8 ຖ້າຂ້ອຍເປັນເຈົ້າ ຂ້ອຍຈະຂໍໃຫ້ພະເຈົ້າຊ່ວຍ
ແລະຂ້ອຍຈະຂໍໃຫ້ເພິ່ນຕັດສິນຄະດີຂອງຂ້ອຍ.
9 ເພິ່ນເປັນຜູ້ທີ່ເຮັດສິ່ງທີ່ຍິ່ງໃຫຍ່ແລະສິ່ງທີ່ເກີນຄວາມເຂົ້າໃຈ.
ເພິ່ນເຮັດສິ່ງທີ່ເປັນຕາໜ້າງຶດງໍ້ຈົນນັບບໍ່ຖ້ວນ.
10 ເພິ່ນໃຫ້ຝົນຕົກລົງໃສ່ດິນ
ແລະສົ່ງນ້ຳມາຫົດໄຮ່ຫົດສວນ.
11 ເພິ່ນຍົກຄົນຕ່ຳຕ້ອຍໃຫ້ສູງຂຶ້ນ
ແລະຊ່ວຍຄົນທີ່ໝົດກຳລັງໃຈໃຫ້ລອດ.
12 ເພິ່ນຂັດຂວາງແຜນການຂອງຄົນທີ່ມີເລ່ລ່ຽມ
ວຽກງານຂອງເຂົາເຈົ້າຈຶ່ງບໍ່ສຳເລັດ.
13 ເພິ່ນຈັບຄົນສະຫຼາດດ້ວຍເລ່ລ່ຽມຂອງເຂົາເຈົ້າເອງ+
ແຜນການຂອງເຂົາເຈົ້າຈຶ່ງບໍ່ສຳເລັດ.
14 ເຖິງຈະເປັນຕອນກາງເວັນ ເຂົາເຈົ້າກໍຢູ່ໃນຄວາມມືດ
ແລະຕອນທີ່ແດດກ້າ ເຂົາເຈົ້າກໍງົມໆທາວໆຄືກັບຄົນທີ່ຊອກຫາເຄື່ອງຂອງຢູ່ໃນຄວາມມືດ.
15 ເພິ່ນປົກປ້ອງຜູ້ຄົນຈາກລີ້ນຂອງຄົນທີ່ກົດຂີ່ທີ່ເປັນຄືກັບດາບ
ເພິ່ນປົກປ້ອງຄົນທຸກຈາກມືທີ່ແຂງແຮງ
16 ເພື່ອເຮັດໃຫ້ຄົນທີ່ຕ່ຳຕ້ອຍມີຄວາມຫວັງ
ແລະໃຫ້ຄົນທີ່ເຮັດສິ່ງບໍ່ຖືກຕ້ອງເວົ້າຫຍັງບໍ່ໄດ້.
17 ຄົນທີ່ຖືກພະເຈົ້າສັ່ງສອນກໍມີຄວາມສຸກ
ຄັນຊັ້ນ ຢ່າປະຕິເສດການສັ່ງສອນຈາກຜູ້ມີລິດເດດສູງສຸດເລີຍ.
18 ເຖິງວ່າເພິ່ນເຮັດໃຫ້ເຈັບ ແຕ່ເພິ່ນກໍພັນບາດໃຫ້
ແລະເຖິງວ່າເພິ່ນເຮັດໃຫ້ຫັກ ແຕ່ເພິ່ນກໍປິ່ນປົວດ້ວຍມືຂອງເພິ່ນ.
19 ເພິ່ນຈະປົກປ້ອງເຈົ້າຈາກອັນຕະລາຍເທື່ອແລ້ວເທື່ອອີກ
ເຖິງວ່າເຈົ້າຈະເຈິອັນຕະລາຍຫົກຫຼືເຈັດເທື່ອກໍຕາມ.
20 ເພິ່ນຈະຊ່ວຍເຈົ້າໃຫ້ລອດໃນຍາມທີ່ອຶດຢາກ
ແລະຈະຊ່ວຍເຈົ້າໃຫ້ລອດຈາກຄົມດາບໃນຍາມສົງຄາມ.
21 ເພິ່ນຈະປົກປ້ອງເຈົ້າຈາກຄວາມເຈັບປວດທີ່ເກີດຈາກຄຳເວົ້າທີ່ບໍ່ດີ+
ແລະເມື່ອມີໄພພິບັດ ເຈົ້າກໍຈະບໍ່ຢ້ານ.
22 ເຈົ້າຈະຫົວຂວັນໃສ່ການທຳລາຍແລະຄວາມອຶດຢາກ
ແລະເຈົ້າຈະບໍ່ຢ້ານສັດປ່າ.
23 ກ້ອນຫີນຢູ່ທົ່ງນາຈະບໍ່ສ້າງບັນຫາໃຫ້ເຈົ້າ*
ແລະສັດຕ່າງໆຢູ່ທົ່ງນາຈະຢູ່ກັບເຈົ້າຢ່າງສະຫງົບສຸກ.
24 ເຕັ້ນຂອງເຈົ້າຈະປອດໄພ*
ແລະເມື່ອເຈົ້າໄປກວດເບິ່ງທົ່ງຫຍ້າຂອງເຈົ້າກໍຈະບໍ່ມີສັດໂຕໃດເສຍໄປຈາກຝູງ.
25 ເຈົ້າຈະມີຄວາມສຸກທີ່ມີລູກຫຼາຍຄົນ
ແລະລູກຫຼານຂອງເຈົ້າຈະມີຫຼາຍຄືກັບພືດຜັກຢູ່ເທິງໂລກ.
26 ຕອນທີ່ເຈົ້າຕາຍ ເຈົ້າຈະຍັງແຂງແຮງຢູ່
ຄືກັບຟ່ອນເຂົ້າທີ່ຖືກກ່ຽວໃນຍາມກ່ຽວເຂົ້າ.
27 ພວກເຮົາໄດ້ກວດເບິ່ງເລື່ອງນີ້ລະອຽດແລ້ວແລະມັນກໍເປັນແນວນີ້ແທ້.
ໃຫ້ເຈົ້າຟັງແລະຍອມຮັບສະ.”