ໂຢບ
8 ບິນດັດ+ຄົນຊູອາ+ເວົ້າວ່າ:
2 “ເຈົ້າຈະເວົ້າແບບນີ້ອີກດົນບໍ?+
ຄຳເວົ້າຂອງເຈົ້າເປັນຄືກັບລົມແລະເວົ້າອອກໄປລ້າໆ!
3 ພະເຈົ້າຈະລຳອຽງບໍ?
ຜູ້ທີ່ມີລິດເດດສູງສຸດຈະເຮັດສິ່ງທີ່ບໍ່ຖືກຕ້ອງບໍ?
4 ຖ້າພວກລູກຂອງເຈົ້າເຮັດຜິດຕໍ່ເພິ່ນ
ເພິ່ນກໍຈະລົງໂທດເຂົາເຈົ້າ ຍ້ອນຄວາມຜິດຂອງເຂົາເຈົ້າ.
5 ແຕ່ຖ້າເຈົ້າເພິ່ງພະເຈົ້າ+
ແລະອ້ອນວອນຜູ້ມີລິດເດດສູງສຸດໃຫ້ເມດຕາເຈົ້າ
6 ຖ້າເຈົ້າສັດຊື່ແລະບໍລິສຸດແທ້ໆ+
ເພິ່ນກໍຈະສົນໃຈເຈົ້າ
ແລະຈະຊ່ວຍໃຫ້ເຈົ້າໄດ້ກັບໄປຢູ່ໃນບ່ອນທີ່ເຈົ້າສົມຄວນຢູ່.
7 ເຖິງວ່າເຈົ້າຈະເລີ່ມຈາກຈຸດທີ່ຕ່ຳຕ້ອຍ
ແຕ່ໃນອະນາຄົດເຈົ້າກໍຈະຈະເລີນຂຶ້ນ.+
8 ໃຫ້ຖາມປູ່ຍ່າຕານາຍຂອງພວກເຮົາເບິ່ງ
ແລະສົນໃຈສິ່ງທີ່ປູ່ຍ່າຕານາຍຂອງເຂົາເຈົ້າຮູ້+
9 ເພາະພວກເຮົາຫາກໍເກີດມື້ວານນີ້ ບໍ່ຮູ້ຫຍັງດອກ.
ຊີວິດຂອງພວກເຮົາກໍສັ້ນອີ່ຫຼີ.
10 ເຂົາເຈົ້າຈະສອນເຈົ້າ
ແລະຈະບອກສິ່ງທີ່ເຂົາເຈົ້າຮູ້ໃຫ້ເຈົ້າຟັງ.
11 ຕົ້ນພາໄພຣັດ*ຈະໃຫຍ່ຂຶ້ນໃນບ່ອນທີ່ບໍ່ແມ່ນບຶງໄດ້ບໍ?
ຕົ້ນອໍ້ຈະໃຫຍ່ຂຶ້ນໃນບ່ອນທີ່ບໍ່ມີນ້ຳໄດ້ບໍ?
12 ຕັ້ງແຕ່ພວກມັນຍັງເປັນຕົ້ນອ່ອນໆແລະຍັງບໍ່ຖືກຫຼົກໄປ
ພວກມັນກໍຈະຫ່ຽວໄປກ່ອນຕົ້ນໄມ້ອື່ນໆຊ້ຳ.
13 ທຸກຄົນທີ່ລືມພະເຈົ້າກໍຈະໄດ້ຮັບຜົນແບບນີ້ແຫຼະ
ເພາະຄົນທີ່ທໍລະຍົດພະເຈົ້າຈະບໍ່ສົມຫວັງ.
14 ລາວໝັ້ນໃຈໃນສິ່ງທີ່ບໍ່ມີປະໂຫຍດ
ແລະສິ່ງທີ່ລາວໄວ້ໃຈກໍບາງຄືກັບໃຍແມງມຸມ.
15 ລາວຈະອີງເຮືອນ ແຕ່ມັນຈະພັງລົງ.
ລາວຈະຈັບເຮືອນນັ້ນໄວ້ ແຕ່ຈັ່ງໃດມັນກໍຈະພັງຢູ່ດີ.
16 ລາວຈະເປັນຄືກັບຜັກທີ່ຖືກຫົດນ້ຳຢູ່ກາງແດດ
ແລະລາວຈະແຕກໜໍ່ແຜ່ອອກໄປຈົນເຕັມສວນ.+
17 ຮາກຂອງລາວຈະແຜ່ໄປຕາມກ້ອນຫີນ.
ລາວຊອກຫາບ່ອນຢູ່ຕາມຫີນເຫຼົ່ານັ້ນ.
18 ແຕ່ເມື່ອລາວຖືກຫຼົກອອກຈາກບ່ອນທີ່ລາວຢູ່
ບ່ອນນັ້ນກໍຈະບໍ່ຍອມຮັບລາວ ແລະເວົ້າວ່າ ‘ຂ້ອຍບໍ່ເຄີຍເຫັນເຈົ້າຈັກເທື່ອ.’+
19 ລາວກໍຈະສາບສູນໄປແບບນັ້ນແຫຼະ+
ແລ້ວຕົ້ນໄມ້ອື່ນໆກໍຈະປົ່ງຂຶ້ນຢູ່ບ່ອນຂອງລາວ.
20 ພະເຈົ້າຈະບໍ່ປະຖິ້ມຄົນທີ່ສັດຊື່ຕໍ່ເພິ່ນແນ່ນອນ
ແຕ່ເພິ່ນຈະບໍ່ສະໜັບສະໜູນຄົນຊົ່ວ.
21 ເພິ່ນຈະເຮັດໃຫ້ເຈົ້າໄດ້ຫົວດັງໆ
ແລະໄດ້ຮ້ອງດ້ວຍຄວາມຍິນດີອີກ.
22 ຄົນທີ່ກຽດຊັງເຈົ້າຈະຕ້ອງອາຍ
ແລະເຕັ້ນຂອງຄົນຊົ່ວຈະບໍ່ມີອີກຕໍ່ໄປ.”