ເພງສັນລະເສີນ
ເພງຂອງດາວິດ. ເພງສັນລະເສີນ.
101 ລູກຈະຮ້ອງເພງກ່ຽວກັບຄວາມຮັກທີ່ໝັ້ນຄົງແລະຄວາມຍຸຕິທຳ.
ພະເຢໂຫວາເອີ້ຍ ລູກຈະຮ້ອງເພງ*ສັນລະເສີນພະອົງ.
2 ລູກຈະເຮັດສິ່ງຕ່າງໆດ້ວຍຄວາມຮອບຄອບແລະດ້ວຍຄວາມສັດຊື່.*
ຕອນໃດພະອົງຈະມາຫາລູກ?
ເມື່ອລູກຢູ່ເຮືອນຂອງລູກ ລູກຈະເຮັດສິ່ງທີ່ຖືກຕ້ອງ.+
3 ລູກຈະບໍ່ເບິ່ງສິ່ງທີ່ບໍ່ມີປະໂຫຍດ.*
4 ລູກຈະບໍ່ຢູ່ໃກ້ກັບຄົນທີ່ມີໃຈຄົດໂກງ.
ລູກຈະບໍ່ຍອມຮັບ*ສິ່ງຊົ່ວ.
ຜູ້ໃດທີ່ມີຕາຈອງຫອງແລະມີໃຈຍິ່ງ
ລູກຈະບໍ່ທົນ.
6 ລູກຈະຖືວ່າຄົນທີ່ສັດຊື່ມີຄ່າ.
ເຂົາເຈົ້າຈະໄດ້ຢູ່ນຳລູກ.
ຄົນທີ່ໃຊ້ຊີວິດແບບບໍ່ມີບ່ອນຕິ*ຈະໄດ້ຮັບໃຊ້ລູກ.
7 ຄົນຫຼອກລວງຈະບໍ່ໄດ້ຢູ່ເຮືອນຂອງລູກ
ແລະຄົນຂີ້ຕົວະຈະບໍ່ໄດ້ຢືນຢູ່ຕໍ່ໜ້າ*ລູກ.