ເພງສັນລະເສີນ
ຫົວທີຫ້າ
(ເພງສັນລະເສີນ 107-150)
2 ໃຫ້ຄົນທີ່ພະເຢໂຫວາໄຖ່ຂອບໃຈເພິ່ນ
ຄືຄົນທີ່ເພິ່ນໄຖ່ຈາກມື*ຂອງພວກສັດຕູ+
3 ຄົນທີ່ເພິ່ນລວບລວມມາຈາກຊາດຕ່າງໆ+
ຈາກທິດຕາເວັນອອກແລະທິດຕາເວັນຕົກ
ຈາກທິດເໜືອແລະທິດໃຕ້.+
4 ເຂົາເຈົ້າຍ່າງໄປເລື້ອຍໆໃນບ່ອນກັນດານ.
ເຂົາເຈົ້າບໍ່ເຫັນທາງທີ່ຈະໄປເມືອງທີ່ເຂົາເຈົ້າຈະອາໄສຢູ່ໄດ້.
5 ເຂົາເຈົ້າຫິວເຂົ້າແລະຫິວນ້ຳ.
ເຂົາເຈົ້າເມື່ອຍຫຼາຍຈົນເປັນລົມ.
6 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍທຸກເທື່ອ+
ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.+
8 ໃຫ້ປະຊາຊົນຂອບໃຈພະເຢໂຫວາ+ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ
ແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.+
9 ເພິ່ນໃຫ້ຄົນທີ່ຫິວນ້ຳໄດ້ກິນນ້ຳ
ແລະໃຫ້ຄົນທີ່ຫິວເຂົ້າໄດ້ກິນອາຫານດີໆ.+
10 ບາງຄົນຢູ່ໃນຄວາມມືດທີ່ມືດທີ່ສຸດ.
ເຂົາເຈົ້າເປັນນັກໂທດທີ່ຖືກລ່າມໂສ້ແລະທົນທຸກຢູ່.
11 ເຂົາເຈົ້າບໍ່ເຊື່ອຟັງຄຳເວົ້າຂອງພະເຈົ້າ
ແລະບໍ່ນັບຖືຄຳແນະນຳຂອງພະເຈົ້າສູງສຸດ.+
12 ເພິ່ນເຮັດໃຫ້ເຂົາເຈົ້າເຈິຄວາມລຳບາກເພື່ອເຂົາເຈົ້າຈະຖ່ອມໃຈ.+
ເຂົາເຈົ້າລົ້ມລົງ*ແລະບໍ່ມີຜູ້ໃດຊ່ວຍເຂົາເຈົ້າເລີຍ.
13 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ
ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
14 ເພິ່ນພາເຂົາເຈົ້າອອກມາຈາກຄວາມມືດທີ່ມືດທີ່ສຸດ
ແລະຕັດໂສ້ທີ່ລ່າມເຂົາເຈົ້າໄວ້.+
15 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ+
ແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.
16 ເພິ່ນພັງປະຕູທອງແດງ
ແລະຕັດກອນປະຕູທີ່ເປັນເຫຼັກ.+
18 ເຂົາເຈົ້າບໍ່ຢາກກິນຫຍັງເລີຍ.
ເຂົາເຈົ້າເຂົ້າໄປໃກ້ປະຕູແຫ່ງຄວາມຕາຍ.
19 ຕອນທີ່ເຂົາເຈົ້າຍາກລຳບາກ ເຂົາເຈົ້າມັກຮ້ອງຂໍໃຫ້ພະເຢໂຫວາຊ່ວຍ
ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
20 ເພິ່ນສັ່ງໃຫ້ມີການປິ່ນປົວເຂົາເຈົ້າ+
ແລະຊ່ວຍເຂົາເຈົ້າເພື່ອທີ່ເຂົາເຈົ້າຈະບໍ່ຕ້ອງຕາຍ.
21 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ
ແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.
22 ໃຫ້ເຂົາເຈົ້າເອົາເຄື່ອງບູຊາສະແດງຄວາມຂອບໃຈມາໃຫ້ເພິ່ນ+
ແລະປະກາດສິ່ງທີ່ເພິ່ນເຮັດດ້ວຍຄວາມຍິນດີ.
23 ຄົນທີ່ຂີ່ເຮືອຢູ່ທະເລ
ແລະຄົນທີ່ເດີນທາງຄ້າຂາຍຢູ່ນ້ຳທີ່ກວ້າງໃຫຍ່+
24 ເຂົາເຈົ້າໄດ້ເຫັນສິ່ງທີ່ພະເຢໂຫວາເຮັດ
ແລະເຫັນສິ່ງທີ່ງາມໆທີ່ເພິ່ນສ້າງໃນທະເລ.+
25 ເມື່ອເພິ່ນສັ່ງ ລົມພາຍຸກໍເກີດຂຶ້ນ+
ແລະຄື້ນທະເລກໍສູງຂຶ້ນ.
26 ຄື້ນໄດ້ຊັດເຂົາເຈົ້າຂຶ້ນໄປບັກສູງໆ
ແລ້ວເຂົາເຈົ້າກໍຕົກລົງມາກາງທະເລອີກເທື່ອໜຶ່ງ.
ເຂົາເຈົ້າຢ້ານຫຼາຍຍ້ອນເຂົາເຈົ້າກຳລັງຈະຈິບຫາຍ.
27 ເຂົາເຈົ້າເຊໄປເຊມາຄືກັບຄົນເມົາເຫຼົ້າ
ແລະຄວາມສາມາດຂອງເຂົາເຈົ້າກໍຊ່ວຍຫຍັງບໍ່ໄດ້ເລີຍ.+
28 ແລ້ວເຂົາເຈົ້າກໍຮ້ອງຂໍໃຫ້ພະເຢໂຫວາຊ່ວຍຍ້ອນເຂົາເຈົ້າຍາກລຳບາກ+
ແລະເພິ່ນກໍຊ່ວຍເຂົາເຈົ້າຈາກຄວາມທຸກຍາກເຫຼົ່ານັ້ນ.
29 ເພິ່ນເຮັດໃຫ້ລົມພາຍຸສະຫງົບລົງ
ແລະຄື້ນທະເລກໍເຊົາປັ່ນປ່ວນ.+
30 ເມື່ອທຸກຢ່າງສະຫງົບລົງ ຄົນທີ່ຢູ່ໃນເຮືອກໍດີໃຈຫຼາຍ
ແລະເພິ່ນໄດ້ພາເຂົາເຈົ້າໄປທ່າເຮືອທີ່ເຂົາເຈົ້າຢາກໄປ.
31 ໃຫ້ປະຊາຊົນຂອບໃຈພະເຢໂຫວາ ຍ້ອນເພິ່ນມີຄວາມຮັກທີ່ໝັ້ນຄົງ
ແລະຍ້ອນເພິ່ນເຮັດສິ່ງດີຕ່າງໆເພື່ອມະນຸດ.+
32 ໃຫ້ເຂົາເຈົ້າຍົກຍ້ອງເພິ່ນໃນກຸ່ມປະຊາຊົນ+
ແລະໃຫ້ເຂົາເຈົ້າສັນລະເສີນເພິ່ນຕໍ່ໜ້າພວກຜູ້ນຳ.
33 ເພິ່ນປ່ຽນແມ່ນ້ຳໃຫ້ເປັນທະເລຊາຍ
ປ່ຽນນ້ຳອອກບໍ່ໃຫ້ເປັນບ່ອນທີ່ແຫ້ງແລ້ງ+
34 ແລະປ່ຽນດິນທີ່ອຸດົມສົມບູນໃຫ້ເປັນດິນເຄັມ+
ຍ້ອນຄວາມຊົ່ວຂອງຄົນທີ່ຢູ່ຫັ້ນ.
35 ເພິ່ນປ່ຽນທະເລຊາຍໃຫ້ເປັນໜອງນ້ຳທີ່ມີຕົ້ນໄມ້
ແລະປ່ຽນບ່ອນແຫ້ງແລ້ງໃຫ້ມີນ້ຳອອກບໍ່.+
38 ເພິ່ນອວຍພອນເຂົາເຈົ້າໃຫ້ມີຄົນຫຼາຍຂຶ້ນ
ແລະເຮັດໃຫ້ຝູງສັດຂອງເຂົາເຈົ້າຫຼາຍຂຶ້ນຄືກັນ.+
39 ແຕ່ເຂົາເຈົ້າພັດມີຄົນໜ້ອຍຄືເກົ່າແລະຕ້ອງອັບອາຍຂາຍໜ້າ
ຍ້ອນເຂົາເຈົ້າຖືກຂົ່ມເຫງ ເຈິຄວາມຈິບຫາຍ ແລະຄວາມໂສກເສົ້າ.
40 ເພິ່ນເຮັດໃຫ້ພວກຜູ້ປົກຄອງອັບອາຍ
ແລະເຮັດໃຫ້ເຂົາເຈົ້າຍ້າຍບ່ອນຢູ່ໄປເລື້ອຍໆໃນບ່ອນທີ່ບໍ່ມີຫຍັງ.+