ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ.
11 ຂ້ອຍໝັ້ນໃຈວ່າພະເຢໂຫວາຈະປົກປ້ອງຂ້ອຍ.+
ແຕ່ເປັນຫຍັງພວກເຈົ້າເວົ້າກັບຂ້ອຍວ່າ:
“ໃຫ້ບິນໜີໄປຢູ່ພູຂອງເຈົ້າຄືກັບທີ່ນົກບິນໜີ!
2 ເບິ່ງຄົນຊົ່ວກຽມທະນູແມ້!
ເຂົາເຈົ້າຫ້າງທະນູ
ເພື່ອຈະຍິງໃສ່ຄົນທີ່ມີໃຈສັດຊື່ຈາກບ່ອນມືດ.
3 ຖ້າຮາກຖານຂອງຄວາມຍຸຕິທຳຖືກທຳລາຍ
ຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະເຮັດແນວໃດ?”
4 ພະເຢໂຫວາຢູ່ໃນວິຫານທີ່ບໍລິສຸດຂອງເພິ່ນ.+
ບັນລັງຂອງພະເຢໂຫວາກໍຢູ່ເທິງສະຫວັນ.+
ຕາຂອງເພິ່ນເຫັນທຸກສິ່ງແລະເພິ່ນກວດເບິ່ງມະນຸດທຸກຄົນ.+
7 ພະເຢໂຫວາຍຸຕິທຳ+ ແລະເພິ່ນມັກການເຮັດສິ່ງທີ່ຖືກຕ້ອງ.+