ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ. ເພງສັນລະເສີນ.
139 ພະເຢໂຫວາເອີ້ຍ ພະອົງໄດ້ກວດເບິ່ງລູກຢ່າງລະອຽດແລະພະອົງກໍຮູ້ຈັກລູກ.+
2 ລູກນັ່ງຕອນໃດແລະລູກຢືນຕອນໃດພະອົງກໍຮູ້.+
ຂະໜາດຢູ່ໄກໆ ພະອົງກໍຍັງຮູ້ຈັກຄວາມຄິດຂອງລູກ.+
3 ຕອນທີ່ລູກເດີນທາງແລະຕອນທີ່ລູກນອນລົງ ພະອົງກໍສັງເກດເບິ່ງ*ລູກ.
ພະອົງຮູ້ທຸກຢ່າງທີ່ລູກເຮັດ.+
4 ພະເຢໂຫວາເອີ້ຍ ລູກຍັງບໍ່ທັນໄດ້ເວົ້າຫຍັງຊ້ຳ
ພະອົງກໍຮູ້ຈັກໝົດແລ້ວ.+
5 ພະອົງຢູ່ອ້ອມລູກເພື່ອປົກປ້ອງລູກ.
ແລະມືຂອງພະອົງກໍຈັບລູກໄວ້.
6 ພະອົງຮູ້ຈັກລູກດີຫຼາຍ
ແລະລູກກໍບໍ່ເຂົ້າໃຈວ່າພະອົງເຮັດແນວນັ້ນໄດ້ຈັ່ງໃດ.*+
7 ລູກຈະໄປລີ້ຢູ່ໃສຈຶ່ງຈະພົ້ນຈາກພະລັງຂອງພະອົງ
ແລະລູກຈະແລ່ນໜີໄປຢູ່ໃສພະອົງຈຶ່ງຈະບໍ່ເຫັນລູກ?+
8 ຖ້າລູກຂຶ້ນໄປສະຫວັນ ພະອົງກໍຢູ່ຫັ້ນ.
ຖ້າລູກໄປນອນຢູ່ໃນຂຸມຝັງສົບ* ພະອົງກໍຢູ່ຫັ້ນຄືກັນ.+
9 ຖ້າລູກບິນໜີໄປໄວໆຄືກັບທີ່ຟ້າແຈ້ງໄວໆ
ແລະຖ້າລູກໄປຢູ່ທະເລທີ່ໄກທີ່ສຸດ
10 ມືຂອງພະອົງກໍຈະພາລູກໄປ
ແລະພະອົງກໍຈະຊ່ວຍລູກດ້ວຍມືຂວາຂອງພະອົງ.+
11 ຖ້າລູກເວົ້າວ່າ: “ຄັນຂ້ອຍຢູ່ໃນບ່ອນມືດ ກໍຈະບໍ່ມີໃຜເຫັນຂ້ອຍດອກ.”
ແຕ່ພະອົງຈະເຫັນລູກຄືກັບວ່າລູກຢືນຢູ່ໃນບ່ອນແຈ້ງ.
12 ສຳລັບພະອົງ ຄວາມມືດບໍ່ໄດ້ມືດເລີຍ
ຕອນກາງຄືນກໍແຈ້ງຄືກັບຕອນກາງເວັນ+
ແລະຄວາມມືດກໍບໍ່ໄດ້ຕ່າງຫຍັງກັບຄວາມສະຫວ່າງ.+
14 ລູກສັນລະເສີນພະອົງຍ້ອນລູກຖືກສ້າງໃນວິທີທີ່ເປັນຕາງຶດແທ້ໆ.+
ຜົນງານຂອງພະອົງບໍ່ມີຫຍັງທຽບໄດ້.+
ລູກຮູ້ເລື່ອງນີ້ດີ.
15 ພະອົງເຫັນກະດູກທັງໝົດຂອງລູກ
ຕອນທີ່ລູກຖືກສ້າງໃນບ່ອນທີ່ບໍ່ມີຜູ້ໃດເຫັນ
16 ພະອົງເຫັນລູກຕັ້ງແຕ່ລູກຍັງເປັນໂຕອ່ອນ.
ທຸກສ່ວນຂອງລູກຖືກຈົດໄວ້ໃນປຶ້ມຂອງພະອົງ.
ພະອົງຈົດເວລາທີ່ພວກມັນຈະຖືກສ້າງ
ກ່ອນທີ່ພວກມັນຈະເກີດຂຶ້ນຊ້ຳ.
17 ຄວາມຄິດຂອງພະອົງມີຄ່າຫຼາຍສຳລັບລູກ.+
ພະເຈົ້າເອີ້ຍ ພະອົງມີຄວາມຮູ້ຫຼາຍແທ້ໆ.+
18 ຖ້າລູກພະຍາຍາມນັບພວກມັນ ພວກມັນກໍມີຫຼາຍກວ່າເມັດດິນຊາຍອີກ.+
ເມື່ອລູກຕື່ນຂຶ້ນ ລູກກໍຄືຊິຍັງຕ້ອງນັບຢູ່.*+
19 ພະເຈົ້າເອີ້ຍ ຂໍພະອົງຂ້າຄົນຊົ່ວ.+
ຄົນຮຸນແຮງຈະໄດ້ບໍ່ຢູ່ໃກ້ລູກອີກຕໍ່ໄປ.
20 ເຂົາເຈົ້າເປັນຄົນທີ່ຄິດຊົ່ວແລະເວົ້າໃຫ້ພະອົງ*
ແລະເປັນສັດຕູຂອງພະອົງທີ່ໃຊ້ຊື່ຂອງພະອົງໃນທາງທີ່ຜິດ.+
22 ລູກຊັງເຂົາເຈົ້າແຮງ.+
ລູກຖືວ່າເຂົາເຈົ້າກໍເປັນສັດຕູຂອງລູກຄືກັນ.
23 ພະເຈົ້າເອີ້ຍ ຂໍພະອົງກວດເບິ່ງຫົວໃຈຂອງລູກແລະເບິ່ງວ່າລູກເປັນຄົນແນວໃດແທ້ໆ.+
ຂໍພະອົງກວດເບິ່ງລູກແລະເບິ່ງວ່າລູກມີຄວາມອຸກໃຈຫຍັງແດ່.+