ເພງສັນລະເສີນ
150 ໃຫ້ສັນລະເສີນພະເຢໂຫວາ.*+
ໃຫ້ສັນລະເສີນພະເຈົ້າຢູ່ບ່ອນບໍລິສຸດຂອງເພິ່ນ.+
ໃຫ້ສັນລະເສີນເພິ່ນຢູ່ກ້ອງຟ້າທີ່ເປັນພະຍານເຖິງກຳລັງຂອງເພິ່ນ.+
2 ໃຫ້ສັນລະເສີນເພິ່ນຍ້ອນຜົນງານຈາກລິດເດດຂອງເພິ່ນ.
ໃຫ້ສັນລະເສີນເພິ່ນຍ້ອນຄວາມ+ຍິ່ງໃຫຍ່ທີ່ບໍ່ມີໃຜທຽບໄດ້ຂອງເພິ່ນ.+
3 ໃຫ້ສັນລະເສີນເພິ່ນດ້ວຍການເປົ່າແກ.+
ໃຫ້ສັນລະເສີນເພິ່ນດ້ວຍການດີດພິນແລະຫຼິ້ນເຄື່ອງດົນຕີທີ່ມີສາຍ.+
4 ໃຫ້ສັນລະເສີນເພິ່ນດ້ວຍການຕີກອງແທມບູຣິນ*+ແລະເຕັ້ນນຳກັນເປັນວົງ.
ໃຫ້ສັນລະເສີນເພິ່ນດ້ວຍການຫຼິ້ນເຄື່ອງດົນຕີທີ່ມີສາຍ+ແລະເປົ່າຂຸ່ຍ.+
5 ໃຫ້ສັນລະເສີນເພິ່ນດ້ວຍການຕີແສ່ງນ້ອຍ.
ໃຫ້ສັນລະເສີນເພິ່ນດ້ວຍການຕີແສ່ງໃຫຍ່.+
6 ໃຫ້ທຸກສິ່ງທີ່ມີລົມຫາຍໃຈສັນລະເສີນພະເຢໂຫວາ.*