ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງລູກຫຼານໂກຣາ.+ ເພງສັນລະເສີນ.
85 ພະເຢໂຫວາເອີ້ຍ ພະອົງໄດ້ສະແດງຄວາມເມດຕາຕໍ່ແຜ່ນດິນຂອງພະອົງ.+
ພະອົງໄດ້ພາລູກຫຼານຂອງຢາໂຄບທີ່ຖືກຈັບໄປເປັນຊະເລີຍກັບຄືນມາ.+
3 ພະອົງອົດຄວາມໃຈຮ້າຍຂອງໂຕເອງໄວ້.
ພະອົງບໍ່ໄດ້ປ່ອຍຄວາມໃຈຮ້າຍແຮງອອກມາ.+
4 ພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາເອີ້ຍ ຂໍພະອົງຍອມຮັບພວກເຮົາອີກເທື່ອໜຶ່ງ.*
ຂໍພະອົງຢ່າບໍ່ພໍໃຈໃຫ້ພວກເຮົາອີກເລີຍ.+
5 ພະອົງຈະໃຈຮ້າຍໃຫ້ພວກເຮົາຕະຫຼອດໄປບໍ?+
ພະອົງຈະໃຈຮ້າຍໃຫ້ພວກເຮົາໄປຕະຫຼອດທຸກຍຸກທຸກສະໄໝເລີຍບໍ?
6 ພະອົງຈະບໍ່ຊ່ວຍໃຫ້ພວກເຮົາມີຊີວິດຕໍ່ໄປບໍ?
ຖ້າພະອົງຊ່ວຍ ພວກເຮົາທີ່ເປັນປະຊາຊົນຂອງພະອົງກໍຈະໄດ້ຍິນດີຍ້ອນພະອົງ.+
7 ພະເຢໂຫວາເອີ້ຍ ຂໍພະອົງສະແດງຄວາມຮັກທີ່ໝັ້ນຄົງຕໍ່ພວກເຮົາ+
ແລະຂໍພະອົງຊ່ວຍພວກເຮົາໃຫ້ລອດ.
8 ຂ້ອຍຈະຟັງສິ່ງທີ່ພະເຢໂຫວາພະເຈົ້າທ່ຽງແທ້ເວົ້າ
ຍ້ອນເພິ່ນຈະເວົ້າເລື່ອງຄວາມສະຫງົບສຸກໃຫ້ປະຊາຊົນ+ທີ່ສັດຊື່ຂອງເພິ່ນຟັງ.
ແຕ່ຂໍຢ່າໃຫ້ເຂົາເຈົ້າໝັ້ນໃຈໂຕເອງຫຼາຍໂພດຄືກັບແຕ່ກີ້.+
9 ເພິ່ນພ້ອມຈະຊ່ວຍຄົນທີ່ຢ້ານຢຳເພິ່ນໃຫ້ລອດ+
ເພື່ອເພິ່ນຈະໄດ້ຮັບກຽດຢູ່ແຜ່ນດິນຂອງພວກເຮົາ.
10 ຄວາມຮັກທີ່ໝັ້ນຄົງກັບຄວາມສັດຊື່ຈະມາເຈິກັນ.
ຄວາມຖືກຕ້ອງກັບຄວາມສະຫງົບສຸກຈະໄປນຳກັນ.+
11 ຄວາມສັດຊື່ຈະປົ່ງຂຶ້ນມາຈາກແຜ່ນດິນ
ແລະຄວາມຍຸຕິທຳຈະເບິ່ງລົງມາຈາກຟ້າ.+
13 ຄວາມຍຸຕິທຳຈະຍ່າງອອກໜ້າເພິ່ນ+
ແລະຈະກຽມທາງໄວ້ໃຫ້ເພິ່ນ.