ອົບພະຍົບ
12 ພະເຢໂຫວາເວົ້າກັບໂມເຊແລະອາໂຣນຢູ່ແຜ່ນດິນເອຢິບວ່າ: 2 “ໃຫ້ພວກເຈົ້ານັບເດືອນນີ້ເປັນເດືອນທຳອິດຂອງປີ.*+ 3 ໃຫ້ເຈົ້າໄປບອກພວກອິດສະຣາເອນທຸກຄົນວ່າ ‘ໃນວັນທີ 10 ຂອງເດືອນນີ້ ໃຫ້ແຕ່ລະຄອບຄົວໄປຊອກແກະ+ມາຄອບຄົວລະໂຕ. 4 ແຕ່ຖ້າຄອບຄົວໃດມີຄົນບໍ່ຫຼາຍ ໃຫ້ເຂົາເຈົ້າ*ໄປເອີ້ນເພື່ອນບ້ານທີ່ຢູ່ໃກ້ທີ່ສຸດມາເພື່ອຊິກິນແກະໂຕນັ້ນນຳກັນ. ໃຫ້ກະເບິ່ງວ່າແຕ່ລະຄົນຊິກິນຫຼາຍສ່ຳໃດ. 5 ແກະໂຕທີ່ເອົາມານັ້ນຕ້ອງເປັນແກະໂຕຜູ້ທີ່ຕຸ້ຍພີດີງາມ+ອາຍຸ 1 ປີ. ພວກເຈົ້າຊິເລືອກເອົາແກະນ້ອຍຫຼືແບ້ນ້ອຍກໍໄດ້. 6 ໃຫ້ພວກເຈົ້າລ້ຽງມັນໄວ້ຈົນຮອດວັນທີ 14 ຂອງເດືອນນີ້+ ແລະທຸກຄອບຄົວຂອງພວກອິດສະຣາເອນຕ້ອງຂ້າແກະຫຼືແບ້ໂຕນັ້ນຕອນໃກ້ຊິຄ່ຳ.*+ 7 ໃຫ້ເຂົາເຈົ້າເອົາເລືອດມາສ່ວນໜຶ່ງ ແລ້ວຊິດໃສ່ເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງຂອງວົງກົບປະຕູເຮືອນທີ່ເຂົາເຈົ້າກິນແກະນຳກັນ.+
8 ເຂົາເຈົ້າຕ້ອງກິນຊີ້ນແກະໃນຄືນນັ້ນເລີຍ.+ ເຂົາເຈົ້າຕ້ອງເອົາຊີ້ນນັ້ນໄປປີ້ງ ແລະກິນກັບເຂົ້າຈີ່ບໍ່ມີເຊື້ອ+ແລະຜັກທີ່ມີລົດຂົມ.+ 9 ບໍ່ໃຫ້ກິນຊີ້ນນັ້ນດິບໆຫຼືເອົາໄປຕົ້ມ ແຕ່ໃຫ້ເອົາຊີ້ນນັ້ນໄປປີ້ງ ທັງສ່ວນຫົວ ຂາ* ແລະເຄື່ອງໃນທັງໝົດ. 10 ຢ່າໃຫ້ຊີ້ນເຫຼືອຈົນຮອດຕອນເຊົ້າ. ຖ້າຍັງເຫຼືອໃຫ້ເອົາໄປຈູດໄຟຈົນໝົດ.+ 11 ຕອນທີ່ພວກເຈົ້າກິນກໍໃຫ້ເຮັດແບບນີ້. ໃຫ້ເອົາຜ້າມັດແອວໄວ້* ໃສ່ເກີບ ແລະຖືໄມ້ຄ້ອນເທົ້າໄວ້ພ້ອມ ແລ້ວໃຫ້ຟ້າວກິນ. ມື້ນີ້ແມ່ນວັນປັດສະຄາຂອງພະເຢໂຫວາ. 12 ໃນຄືນນັ້ນເຮົາຊິມາແຜ່ນດິນເອຢິບແລະຂ້າລູກຊາຍຜູ້ທຳອິດຂອງຄົນເອຢິບທຸກຄົນ ລວມທັງລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ+ ແລະເຮົາຈະລົງໂທດພະເຈົ້າຕ່າງໆທີ່ຄົນເອຢິບນະມັດສະການ.+ ເຮົາແມ່ນເຢໂຫວາ. 13 ເລືອດທີ່ຊິດໄວ້ຢູ່ວົງກົບປະຕູເຮືອນທີ່ເຈົ້າຢູ່ຈະເປັນເຄື່ອງໝາຍ. ຖ້າເຮົາເຫັນເລືອດນັ້ນ ເຮົາຈະກາຍເຮືອນນັ້ນໄປ ແລະພວກເຈົ້າຊິບໍ່ຕ້ອງເຈິໄພພິບັດນີ້ຄືກັບພວກເອຢິບ.+
14 ມື້ນັ້ນຊິເປັນມື້ສຳຄັນທີ່ພວກເຈົ້າຕ້ອງຄິດເຖິງຢູ່ສະເໝີ ແລະພວກເຈົ້າຕ້ອງສະຫຼອງເທດສະການນີ້ເພື່ອໃຫ້ກຽດພະເຢໂຫວາ ແລະສອນພວກລູກຫຼານໃຫ້ເຮັດແບບນີ້ຄືກັນ. ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປ. 15 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້.+ ໃນມື້ທຳອິດ ໃຫ້ພວກເຈົ້າເອົາແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວອອກໄປຈາກເຮືອນ ຍ້ອນວ່າໃນລະຫວ່າງມື້ທຳອິດຫາມື້ທີ 7 ຖ້າມີຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ ຜູ້ນັ້ນຈະຕ້ອງຕາຍ.* 16 ໃນມື້ທຳອິດ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ ແລະໃນມື້ທີ 7 ກໍໃຫ້ເຮັດຄືກັນ. ໃນໄລຍະ 7 ມື້ນີ້ ຫ້າມພວກເຈົ້າເຮັດວຽກ+ ມີແຕ່ແຕ່ງກິນໃຫ້ຄອບຄົວໂຕເອງໄດ້.
17 ພວກເຈົ້າຕ້ອງສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ຍ້ອນວ່າມື້ນັ້ນເຮົາຊິພາພວກເຈົ້າທັງໝົດ*ອອກຈາກແຜ່ນດິນເອຢິບ. ພວກເຈົ້າກັບລູກຫຼານຕ້ອງສະຫຼອງເທດສະການນີ້ຕະຫຼອດໄປ. ນີ້ແມ່ນກົດໝາຍທີ່ເຮົາໃຫ້ໄວ້ກັບພວກເຈົ້າ. 18 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອໃນເດືອນທີ 1 ຕັ້ງແຕ່ຕອນຄ່ຳຂອງວັນທີ 14 ໄປຈົນຮອດຕອນຄ່ຳຂອງວັນທີ 21.+ 19 ຕະຫຼອດໄລຍະ 7 ມື້ນັ້ນ ຫ້າມເອົາແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວໄວ້ໃນເຮືອນ. ຍ້ອນວ່າຖ້າຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ ບໍ່ວ່າຈະເປັນຄົນຕ່າງຊາດຫຼືຄົນອິດສະຣາເອນ+ ຜູ້ນັ້ນຈະຕ້ອງຕາຍ.+ 20 ຫ້າມຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ. ທຸກຄົນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ.’”
21 ໂມເຊກໍເອີ້ນພວກຜູ້ນຳຂອງຄົນອິດສະຣາເອນ+ມາລວມກັນທັນທີ ແລະບອກເຂົາເຈົ້າວ່າ: “ໃຫ້ແຕ່ລະຄອບຄົວໄປເລືອກລູກສັດ*ມາໂຕໜຶ່ງ ແລະຂ້າມັນເພື່ອໃຊ້ເປັນເຄື່ອງບູຊາສຳລັບເທດສະການປັດສະຄາ. 22 ໃຫ້ພວກເຈົ້າເອົາຕົ້ນຫູສົບຈຸ່ມໃນຖ້ວຍເລືອດ ແລ້ວຊິດເລືອດນັ້ນໃສ່ວົງກົບປະຕູເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງ ແລະຢ່າໃຫ້ໃຜອອກຈາກເຮືອນຈົນກວ່າຊິຮອດຕອນເຊົ້າ. 23 ເມື່ອພະເຢໂຫວາມາລົງໂທດຄົນເອຢິບ ແລະເຫັນເລືອດຢູ່ວົງກົບປະຕູເຮືອນຂອງພວກເຈົ້າທັງເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງ ພະເຢໂຫວາກໍຊິກາຍໜ້າປະຕູເຮືອນຂອງພວກເຈົ້າໄປ. ພວກເຈົ້າຊິບໍ່ຕ້ອງເຈິໄພພິບັດນີ້ແລະລູກຊາຍຜູ້ທຳອິດຂອງພວກເຈົ້າກໍຊິບໍ່ຕາຍ.+
24 ນີ້ແມ່ນກົດໝາຍທີ່ພວກເຈົ້າແລະລູກຫຼານຈະຕ້ອງເຮັດຕາມຕະຫຼອດໄປ.+ 25 ຕອນທີ່ພວກເຈົ້າເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາວ່າຈະໃຫ້ພວກເຈົ້າ ພວກເຈົ້າກໍຕ້ອງເຮັດແບບນີ້ຕໍ່ໆໄປ.+ 26 ຖ້າພວກລູກຊາຍຂອງເຈົ້າຖາມວ່າ ‘ເປັນຫຍັງພວກເຮົາຕ້ອງເຮັດແບບນີ້?’+ 27 ພວກເຈົ້າຕ້ອງບອກລູກວ່າ ‘ເພາະວ່ານີ້ແມ່ນເຄື່ອງບູຊາໃຫ້ພະເຢໂຫວາສຳລັບວັນປັດສະຄາ. ຕອນທີ່ເພິ່ນໃຊ້ໄພພິບັດລົງໂທດຄົນເອຢິບ ເພິ່ນກາຍເຮືອນຂອງພວກເຮົາໄປແລະບໍ່ໄດ້ລົງໂທດພວກເຮົາ.’”
ແລ້ວພວກອິດສະຣາເອນ*ກໍໝູບໜ້າລົງດິນ. 28 ພວກອິດສະຣາເອນເຮັດຕາມທີ່ພະເຢໂຫວາໄດ້ສັ່ງໂມເຊກັບອາໂຣນ.+ ເຂົາເຈົ້າເຮັດຕາມໝົດທຸກຢ່າງ.
29 ເມື່ອຮອດຕອນທ່ຽງຄືນ ພະເຢໂຫວາກໍຂ້າລູກຊາຍຜູ້ທຳອິດທຸກຄົນໃນແຜ່ນດິນເອຢິບ.+ ຕັ້ງແຕ່ລູກຊາຍຜູ້ທຳອິດຂອງຟາໂຣ*ທີ່ນັ່ງເທິງບັນລັງໄປຈົນຮອດລູກຊາຍຜູ້ທຳອິດຂອງນັກໂທດທີ່ຢູ່ໃນຄຸກ* ລວມທັງລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ.+ 30 ຟາໂຣກັບຄົນຮັບໃຊ້ທຸກຄົນຂອງລາວແລະຄົນເອຢິບທຸກຄົນກໍຕື່ນຂຶ້ນມາໃນຄືນນັ້ນ. ເຂົາເຈົ້າພາກັນຮ້ອງໄຫ້ເສຍໃຈຫຼາຍ ເພາະທຸກເຮືອນມີຄົນຕາຍ.+ 31 ຟາໂຣຟ້າວເອີ້ນໂມເຊກັບອາໂຣນມາຫາ+ແລະເວົ້າວ່າ: “ໄປ! ພວກເຈົ້າທັງສອງຄົນແລະພວກອິດສະຣາເອນທັງໝົດ ອອກໄປຈາກແຜ່ນດິນຂອງຂ້ອຍ. ໄປນະມັດສະການພະເຢໂຫວາຕາມທີ່ພວກເຈົ້າຢາກເຮັດ.+ 32 ເອົາຝູງແກະແລະຝູງງົວຂອງພວກເຈົ້າໄປນຳຕາມທີ່ພວກເຈົ້າໄດ້ຂໍ.+ ແຕ່ພວກເຈົ້າຕ້ອງຂໍໃຫ້ພະເຈົ້າອວຍພອນຂ້ອຍນຳ.”
33 ພວກເອຢິບຟ້າວໃຫ້ພວກອິດສະຣາເອນອອກໄປຈາກແຜ່ນດິນໄວໆ.+ ພວກເອຢິບເວົ້າວ່າ: “ຖ້າພວກເຈົ້າບໍ່ໄປ ພວກເຮົາຊິຕາຍກັນໝົດ!”+ 34 ພວກອິດສະຣາເອນກໍເອົາຜ້າມາຫໍ່ແປ້ງເຂົ້າຈີ່ບໍ່ມີເຊື້ອແລະຊາມນວດເຂົ້າຈີ່ແລ້ວພາດໃສ່ບ່າອອກໄປ. 35 ພວກອິດສະຣາເອນໄດ້ເຮັດຕາມທີ່ໂມເຊບອກ. ເຂົາເຈົ້າໄດ້ໄປຂໍເຄື່ອງເງິນເຄື່ອງຄຳແລະເຄື່ອງນຸ່ງຈາກຄົນເອຢິບ.+ 36 ພະເຢໂຫວາກໍເຮັດໃຫ້ຄົນເອຢິບໃຈດີຕໍ່ເຂົາເຈົ້າ. ເຂົາເຈົ້າຂໍຫຍັງຄົນເອຢິບກໍໃຫ້ໝົດເລີຍ. ເຂົາເຈົ້າຈຶ່ງໄດ້ເຄື່ອງຂອງຈາກຄົນເອຢິບມາຫຼາຍອີ່ຫຼີ.+
37 ຈາກນັ້ນ ພວກອິດສະຣາເອນກໍເດີນທາງຈາກຣາເມເສດ+ໄປສຸກໂກດ.+ ມີຜູ້ຊາຍປະມານ 600.000 ຄົນ ບໍ່ໄດ້ນັບເດັກນ້ອຍ.+ 38 ມີຄົນຕ່າງຊາດກຸ່ມໃຫຍ່*+ອອກໄປນຳເຂົາເຈົ້າ. ເຂົາເຈົ້າເອົາແກະ ແບ້ ແລະງົວຈຳນວນຫຼາຍໄປນຳ. 39 ເຂົາເຈົ້າເອົາແປ້ງທີ່ເອົາມາຈາກເອຢິບມາເຮັດເປັນເຂົ້າຈີ່ບໍ່ມີເຊື້ອແຜ່ນມົນໆ. ເຂົ້າຈີ່ນັ້ນບໍ່ມີເຊື້ອ ຍ້ອນເຂົາເຈົ້າຟ້າວອອກຈາກເອຢິບແລະບໍ່ມີເວລາກຽມຫຍັງເລີຍ.+
40 ພວກອິດສະຣາເອນອາໄສຢູ່ໃນເອຢິບ+ 430 ປີ.+ 41 ຄົນຂອງພະເຢໂຫວາທັງໝົດອອກມາຈາກແຜ່ນດິນເອຢິບ ໃນມື້ສຸດທ້າຍຂອງປີທີ 430. 42 ຄືນນັ້ນເປັນຄືນທີ່ເຂົາເຈົ້າຈະຈັດການສະຫຼອງເພື່ອໃຫ້ກຽດພະເຢໂຫວາ ຍ້ອນພະເຢໂຫວາໄດ້ຊ່ວຍເຂົາເຈົ້າອອກຈາກແຜ່ນດິນເອຢິບ. ລູກຫຼານຂອງເຂົາເຈົ້າກໍຕ້ອງເຮັດແບບນີ້ຄືກັນ.+
43 ແລ້ວພະເຢໂຫວາກໍບອກໂມເຊກັບອາໂຣນວ່າ: “ນີ້ແມ່ນກົດໝາຍຂອງວັນປັດສະຄາ. ຄົນຕ່າງຊາດຫ້າມກິນອາຫານທີ່ໃຊ້ໃນການສະຫຼອງນັ້ນ.+ 44 ແຕ່ຖ້າຜູ້ໃດມີທາດທີ່ເປັນຄົນຕ່າງຊາດກໍໃຫ້ທາດຜູ້ນັ້ນຮັບສິນຕັດ*ກ່ອນ+ ແລ້ວລາວຈະກິນອາຫານນັ້ນໄດ້. 45 ຄົນອົບພະຍົບກັບຄົນຮັບຈ້າງກໍກິນອາຫານນັ້ນບໍ່ໄດ້ຄືກັນ. 46 ພວກເຈົ້າຕ້ອງກິນອາຫານນັ້ນຢູ່ໃນເຮືອນ. ຫ້າມເອົາຊີ້ນນັ້ນອອກໄປທາງນອກ ແລະຫ້າມຫັກກະດູກຂອງສັດນັ້ນ.+ 47 ຄົນອິດສະຣາເອນທຸກຄົນຕ້ອງເຂົ້າຮ່ວມການສະຫຼອງນີ້. 48 ຖ້າຄົນຕ່າງຊາດທີ່ຢູ່ນຳພວກເຈົ້າຢາກສະຫຼອງປັດສະຄາເພື່ອໃຫ້ກຽດພະເຢໂຫວາ ຜູ້ຊາຍທຸກຄົນໃນເຮືອນຂອງລາວຈະຕ້ອງຮັບສິນຕັດກ່ອນ ແລ້ວລາວກໍຈະເຂົ້າຮ່ວມການສະຫຼອງໄດ້ແລະຊິຖືວ່າລາວເປັນຄືກັບຄົນອິດສະຣາເອນຄົນໜຶ່ງ. ແຕ່ຄົນທີ່ບໍ່ໄດ້ຮັບສິນຕັດຈະກິນອາຫານສຳລັບວັນປັດສະຄາບໍ່ໄດ້.+ 49 ກົດໝາຍນີ້ໃຊ້ກັບພວກເຈົ້າທຸກຄົນ ລວມທັງຄົນຕ່າງຊາດທີ່ຢູ່ນຳພວກເຈົ້າ.”+
50 ພວກອິດສະຣາເອນກໍໄດ້ເຮັດຕາມທີ່ພະເຢໂຫວາສັ່ງໂມເຊກັບອາໂຣນ. ເຂົາເຈົ້າເຮັດຕາມໝົດທຸກຢ່າງ. 51 ໃນມື້ນັ້ນ ພະເຢໂຫວາພາຄົນອິດສະຣາເອນທຸກຄົນ*ອອກຈາກແຜ່ນດິນເອຢິບ.