ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສຸພາສິດ 30
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມສຸພາສິດ

      • ຄຳເວົ້າ​ຂອງ​ອາກູ (1-33)

        • ຢ່າ​ໃຫ້​ລູກ​ທຸກ​ຫຼື​ລວຍ (8)

        • ສິ່ງ​ທີ່​ບໍ່​ເຄີຍ​ຮູ້ຈັກ​ອີ່ມ (15, 16)

        • ສິ່ງ​ທີ່​ບໍ່​ຖິ້ມ​ຮ່ອງ​ຮອຍ​ໄວ້ (18, 19)

        • ຜູ້ຍິງ​ຫຼິ້ນ​ຊູ້ (20)

        • ສັດ​ທີ່​ສະຫຼາດ​ຫຼາຍ (24)

ສຸພາສິດ 30:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 42:3

ສຸພາສິດ 30:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຍົກ​ຂຶ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 3:13
  • +ອຊຢ 40:12
  • +ໂຢບ 38:4

ສຸພາສິດ 30:5

ໄຂເງື່ອນ

  • *

    ຫຼື “ຖືກ​ຫຼອມ​ໃນ​ເຕົາ​ໄຟ​ແລ້ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 12:6
  • +ປຖກ 15:1; 2ຊມ 22:31; ພສ 84:11

ສຸພາສິດ 30:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:2; ພນມ 22:18

ສຸພາສິດ 30:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 12:22
  • +ມທ 6:11; 1ຕມ 6:8

ສຸພາສິດ 30:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:10-12

ສຸພາສິດ 30:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 6:24

ສຸພາສິດ 30:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ລຸ້ນ​ໜຶ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:9; ສພສ 19:26; ມຣກ 7:10, 11

ສຸພາສິດ 30:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂີ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 36:1, 2; ອຊຢ 65:5; 1ຢຮ 1:8

ສຸພາສິດ 30:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 101:5; ສພສ 6:16, 17

ສຸພາສິດ 30:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 14:4; ສພສ 22:16; ອຊຢ 32:7

ສຸພາສິດ 30:16

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 27:20

ສຸພາສິດ 30:17

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 23:22
  • +ລລວ 20:9; ພບຍ 21:18, 21; ສພສ 20:20

ສຸພາສິດ 30:18

ໄຂເງື່ອນ

  • *

    ຫຼື “ທີ່​ເປັນ​ຕາ​ງຶດ​ຫຼາຍ​ສຳລັບ​ຂ້ອຍ”

ສຸພາສິດ 30:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 7:10, 11

ສຸພາສິດ 30:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 19:10; ປຍຈ 10:7; ອຊຢ 3:4

ສຸພາສິດ 30:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:5

ສຸພາສິດ 30:24

ໄຂເງື່ອນ

  • *

    ຫຼື “ສະຫຼາດ​ຕາມ​ສັນຊາດຕະຍານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 35:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 173-175

    ທາງໄປສູ່ຄວາມສຸກ ໜ້າ 21

ສຸພາສິດ 30:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 6:6-8

ສຸພາສິດ 30:26

ໄຂເງື່ອນ

  • *

    ຮູບ​ຮ່າງ​ຄ້າຍຄື​ໂຕ​ໜູ ແຕ່​ມີ​ຂະໜາດ​ໃຫຍ່​ຫຼາຍ​ແລະ​ບໍ່​ມີ​ຫາງ ອາໄສ​ຢູ່​ຕາມ​ຫີນ​ຜາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:5
  • +ພສ 104:18

ສຸພາສິດ 30:27

ໄຂເງື່ອນ

  • *

    ຫຼື “ແຕ່​ພວກ​ມັນ​ກໍ​ແບ່ງ​ເປັນ​ກຸ່ມ​ໆ​ແລະ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:14; ຢອ 1:4
  • +ຢອ 2:7

ສຸພາສິດ 30:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:29, 30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຕື່ນເຖີດ!

    9/2006

ສຸພາສິດ 30:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 23:24; ອຊຢ 31:4

ສຸພາສິດ 30:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 26:12
  • +ສພສ 27:2

ສຸພາສິດ 30:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 26:21

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ສພສ. 30:2ໂຢບ 42:3
ສພສ. 30:4ຢຮ 3:13
ສພສ. 30:4ອຊຢ 40:12
ສພສ. 30:4ໂຢບ 38:4
ສພສ. 30:5ພສ 12:6
ສພສ. 30:5ປຖກ 15:1; 2ຊມ 22:31; ພສ 84:11
ສພສ. 30:6ພບຍ 4:2; ພນມ 22:18
ສພສ. 30:8ສພສ 12:22
ສພສ. 30:8ມທ 6:11; 1ຕມ 6:8
ສພສ. 30:9ພບຍ 6:10-12
ສພສ. 30:10ດນອ 6:24
ສພສ. 30:11ລລວ 20:9; ສພສ 19:26; ມຣກ 7:10, 11
ສພສ. 30:12ພສ 36:1, 2; ອຊຢ 65:5; 1ຢຮ 1:8
ສພສ. 30:13ພສ 101:5; ສພສ 6:16, 17
ສພສ. 30:14ພສ 14:4; ສພສ 22:16; ອຊຢ 32:7
ສພສ. 30:16ສພສ 27:20
ສພສ. 30:17ສພສ 23:22
ສພສ. 30:17ລລວ 20:9; ພບຍ 21:18, 21; ສພສ 20:20
ສພສ. 30:20ສພສ 7:10, 11
ສພສ. 30:22ສພສ 19:10; ປຍຈ 10:7; ອຊຢ 3:4
ສພສ. 30:23ປຖກ 16:5
ສພສ. 30:24ໂຢບ 35:11
ສພສ. 30:25ສພສ 6:6-8
ສພສ. 30:26ລລວ 11:5
ສພສ. 30:26ພສ 104:18
ສພສ. 30:27ອພຍ 10:14; ຢອ 1:4
ສພສ. 30:27ຢອ 2:7
ສພສ. 30:28ລລວ 11:29, 30
ສພສ. 30:30ຈຊບ 23:24; ອຊຢ 31:4
ສພສ. 30:32ສພສ 26:12
ສພສ. 30:32ສພສ 27:2
ສພສ. 30:33ສພສ 26:21
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
ສຸພາສິດ 30:1-33

ສຸພາສິດ

30 ນີ້​ແມ່ນ​ຂ່າວສານ​ທີ່​ສຳຄັນ​ທີ່​ຂຽນ​ໂດຍ​ອາກູ​ລູກ​ຊາຍ​ຂອງ​ຢາເກ. ລາວ​ເວົ້າ​ຄຳ​ເຫຼົ່ານີ້​ກັບ​ອີທິເອນ​ແລະ​ອູການ.

 2 ຂ້ອຍ​ບໍ່​ຮູ້​ຫຼາຍ​ເທົ່າ​ຄົນອື່ນ.+

ຂ້ອຍ​ເປັນ​ຄົນ​ທີ່​ບໍ່​ມີ​ຄວາມ​ເຂົ້າໃຈ​ແບບ​ທີ່​ມະນຸດ​ຄວນ​ມີ.

 3 ຂ້ອຍ​ຍັງ​ບໍ່​ໄດ້​ຮຽນ​ກ່ຽວກັບ​ສະຕິປັນຍາ

ແລະ​ຂ້ອຍ​ບໍ່​ມີ​ຄວາມຮູ້​ຂອງ​ພະເຈົ້າ​ອົງ​ບໍລິສຸດ.

 4 ໃຜ​ເປັນ​ຜູ້​ທີ່​ຂຶ້ນ​ໄປ​ແລະ​ລົງ​ມາ​ຈາກ​ສະຫວັນ?+

ໃຜ​ເປັນ​ຜູ້​ທີ່​ລວບລວມ​ລົມ​ໄວ້​ໃນ​ຝາ​ມື​ທັງ​ສອງ​ເບື້ອງ?

ໃຜ​ເປັນ​ຜູ້​ທີ່​ເອົາ​ເຄື່ອງນຸ່ງ​ຫຸ້ມ​ນ້ຳ​ໄວ້?+

ໃຜ​ເປັນ​ຜູ້​ກຳນົດ*​ເສັ້ນ​ຂອບຟ້າ​ທັງໝົດ​ໄວ້?+

ຊື່​ຂອງ​ເພິ່ນ​ແລະ​ຊື່​ລູກ​ຊາຍ​ຂອງ​ເພິ່ນ​ແມ່ນ​ຫຍັງ? ຖ້າ​ເຈົ້າ​ຮູ້​ບອກ​ຂ້ອຍ​ໄດ້​ບໍ?

 5 ຄຳເວົ້າ​ທັງໝົດ​ຂອງ​ພະເຈົ້າ​ເປັນ​ຄຳເວົ້າ​ທີ່​ບໍລິສຸດ.*+

ເພິ່ນ​ເປັນ​ໂລ້​ສຳລັບ​ຄົນ​ທີ່​ໄປ​ລີ້ໄພ​ຢູ່​ນຳ​ເພິ່ນ.+

 6 ຢ່າ​ຕື່ມ​ຫຍັງ​ເຂົ້າ​ໄປ​ໃນ​ຄຳເວົ້າ​ຂອງ​ພະເຈົ້າ+

ຄັນບໍ່ຊັ້ນ ເພິ່ນ​ຈະ​ຕຳໜິ​ເຈົ້າ

ແລະ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ຂີ້ຕົວະ.

 7 ພະເຈົ້າ​ເອີ້ຍ ລູກ​ຂໍ 2 ຢ່າງ.

ຂໍ​ພະອົງ​ໃຫ້​ລູກ​ກ່ອນ​ທີ່​ລູກ​ຈະ​ຕາຍ.

 8 ຂໍ​ພະອົງ​ຊ່ວຍ​ລູກ​ໃຫ້​ຫຼີກລ່ຽງ​ຄວາມ​ບໍ່​ສັດຊື່​ແລະ​ການ​ເວົ້າ​ຕົວະ.+

ລູກ​ບໍ່​ຢາກ​ເປັນ​ຄົນ​ທຸກ​ແລະ​ກໍ​ບໍ່​ຢາກ​ເປັນ​ຄົນ​ລວຍ.

ລູກ​ຂໍ​ແຕ່​ມີ​ອາຫານ​ພໍກິນ​ເທົ່ານັ້ນ.+

 9 ຖ້າ​ລູກ​ມີ​ທຸກ​ສິ່ງ​ທີ່​ລູກ​ຢາກ​ໄດ້ ລູກ​ອາດຈະ​ບໍ່​ສັດຊື່​ຕໍ່​ພະອົງ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ແມ່ນ​ໃຜ?”+

ແລະ​ຖ້າ​ລູກ​ເປັນ​ຄົນ​ທຸກ ລູກ​ກໍ​ຈະ​ໄປ​ລັກ​ເຄື່ອງ​ຄົນອື່ນ​ແລະ​ເຮັດ​ໃຫ້​ຊື່​ຂອງ​ພະອົງ​ບໍ່​ໄດ້​ຮັບ​ຄວາມ​ນັບຖື.

10 ຢ່າ​ໃສ່ຮ້າຍ​ຄົນ​ຮັບໃຊ້​ໃຫ້​ເຈົ້ານາຍ​ຟັງ

ຄັນບໍ່ຊັ້ນ ລາວ​ຈະ​ສາບແຊ່ງ​ເຈົ້າ​ແລະ​ເຈົ້າ​ຈະ​ມີ​ຄວາມ​ຜິດ.+

11 ມີ​ຄົນ​ກຸ່ມ​ໜຶ່ງ*​ທີ່​ສາບແຊ່ງ​ພໍ່​ຂອງ​ໂຕເອງ

ແລະ​ບໍ່​ໃຫ້​ກຽດ​ແມ່​ຂອງ​ໂຕເອງ.+

12 ມີ​ຄົນ​ກຸ່ມ​ໜຶ່ງ​ທີ່​ຄິດ​ວ່າ​ໂຕເອງ​ເປັນ​ຄົນ​ສະອາດ+

ແຕ່​ແທ້​ໆ​ແລ້ວ​ຍັງ​ບໍ່​ໄດ້​ຖືກ​ລ້າງ​ໃຫ້​ສະອາດ​ຈາກ​ແນວເປື້ອນ*​ຂອງ​ໂຕເອງ.

13 ມີ​ຄົນ​ກຸ່ມ​ໜຶ່ງ​ເປັນ​ຄົນ​ຍິ່ງ

ແລະ​ຈອງຫອງ​ຫຼາຍ.+

14 ມີ​ຄົນ​ກຸ່ມ​ໜຶ່ງ​ມີ​ແຂ້ວ​ຄືກັບ​ດາບ

ແລະ​ມີ​ຄາງກະໄຕ​ຄື​ກັບ​ມີດ​ທີ່​ໃຊ້​ຂ້າ​ສັດ.

ເຂົາເຈົ້າ​ກັດ​ກິນ​ຄົນ​ຕ່ຳຕ້ອຍ

ແລະ​ກັດ​ກິນ​ຄົນ​ທຸກ​ທີ່​ຢູ່​ໃນ​ໂລກ​ນີ້.+

15 ປີງ​ມີ​ລູກ​ໂຕ​ແມ່ 2 ໂຕ​ທີ່​ຮ້ອງ​ວ່າ: “ຂໍອີກແດ່! ຂໍອີກແດ່!”

ມີ 3 ສິ່ງ​ທີ່​ບໍ່​ເຄີຍ​ຮູ້ຈັກ​ອີ່ມ

ແລະ​ມີ 4 ສິ່ງ​ທີ່​ບໍ່​ເຄີຍ​ເວົ້າ​ວ່າ: “ພໍແລ້ວ!”

16 ນັ້ນ​ກໍ​ຄື: ຂຸມ​ຝັງສົບ*+ ຜູ້ຍິງ​ທີ່​ເປັນ​ໝັນ

ແຜ່ນດິນ​ທີ່​ຂາດແຄນ​ນ້ຳ ແລະ​ໄຟ.

ສິ່ງ​ເຫຼົ່ານີ້​ບໍ່​ເຄີຍ​ເວົ້າ​ວ່າ: “ພໍແລ້ວ!”

17 ຄົນ​ທີ່​ເຍາະເຍີ້ຍ​ພໍ່​ແລະ​ບໍ່​ເຊື່ອຟັງ​ແມ່+

ຈະ​ຖືກ​ໂຕກາ​ຢູ່​ຮ່ອມພູ*​ຈິກ​ໜ່ວຍ​ຕາ​ອອກ​ມາ

ແລະ​ນົກ​ອິນຊີ​ນ້ອຍ​ຈະ​ມາ​ສັບ​ກິນ​ໜ່ວຍ​ຕາ​ນັ້ນ.+

18 ມີ 3 ສິ່ງ​ທີ່​ຂ້ອຍ​ເຂົ້າໃຈ​ບໍ່​ໄດ້*

ແລະ​ມີ 4 ສິ່ງ​ທີ່​ຂ້ອຍ​ບໍ່​ເຂົ້າໃຈ

19 ນັ້ນ​ກໍ​ຄື: ນົກ​ອິນຊີ​ທີ່​ບິນ​ຢູ່​ເທິງ​ຟ້າ

ງູ​ທີ່​ເລືອ​ຢູ່​ເທິງ​ກ້ອນຫີນ

ເຮືອ​ທີ່​ແລ່ນ​ຢູ່​ໃນ​ທະເລ

ແລະ​ການ​ກະທຳ​ຂອງ​ຜູ້ຊາຍ​ໃນ​ຍາມ​ທີ່​ລາວ​ຢູ່​ກັບ​ຜູ້ຍິງ.

20 ຜູ້ຍິງ​ທີ່​ຫຼິ້ນຊູ້​ມັກ​ເຮັດ​ແນວນີ້:

ເມື່ອ​ລາວ​ກິນ​ແລ້ວ​ໆ​ ລາວ​ກໍ​ເຊັດ​ປາກ

ແລະ​ເວົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.”+

21 ມີ 3 ສິ່ງ​ທີ່​ເຮັດ​ໃຫ້​ໂລກ​ສັ່ນ

ແລະ​ມີ 4 ສິ່ງ​ທີ່​ຄົນ​ທົນ​ບໍ່​ໄດ້

22 ນັ້ນ​ກໍ​ຄື: ເມື່ອ​ທາດ​ປົກຄອງ​ເປັນ​ກະສັດ+

ເມື່ອ​ຄົນ​ໂງ່​ໂລບມາກ​ແລະ​ກິນ​ຫຼາຍ​ໂພດ

23 ເມື່ອ​ຜູ້ຍິງ​ທີ່​ເປັນຕາຊັງ​ໄດ້​ຜົວ

ແລະ​ເມື່ອ​ສາວໃຊ້​ຂຶ້ນ​ມາ​ແທນທີ່​ເຈົ້ານາຍ​ຜູ້ຍິງ​ຂອງ​ລາວ.+

24 ມີ​ສິ່ງ​ທີ່​ມີ​ຊີວິດ 4 ຊະນິດ​ທີ່​ເປັນ​ສັດ​ໂຕ​ນ້ອຍ​ໆ​

ແຕ່​ພວກ​ມັນ​ສະຫຼາດ​ຫຼາຍ.*+

25 ໂຕມົດ​ເປັນ​ສັດ​ທີ່​ບໍ່​ແຂງແຮງ

ແຕ່​ພວກ​ມັນ​ກໍ​ສະສົມ​ອາຫານ​ໄວ້​ໃນ​ລະດູ​ຮ້ອນ.+

26 ໂຕ​ຣັອກແບດເຈີ້*+​ບໍ່​ມີ​ເຫື່ອ​ແຮງ​ຫຼາຍ

ແຕ່​ພວກ​ມັນ​ກໍ​ສ້າງ​ເຮືອນ​ໄວ້​ໃນ​ຫຼືບ​ຫີນ.+

27 ໂຕ​ຕັກກະແຕນ+​ບໍ່​ມີ​ກະສັດ​ປົກຄອງ

ແຕ່​ພວກ​ມັນ​ກໍ​ອອກ​ໄປ​ຢ່າງ​ເປັນ​ລະບົບ​ລະບຽບ.*+

28 ໂຕ​ກັບໂກ້+​ຍ່າງ​ຢູ່​ເທິງ​ຝາ​ໄດ້​ໂດຍ​ບໍ່​ຕົກ​ລົງ​ມາ

ແລະ​ມັນ​ກໍ​ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ.

29 ມີ 3 ສິ່ງ​ທີ່​ຍ່າງ​ໄປ​ແບບ​ໜ້າ​ປະທັບໃຈ

ແລະ​ມີ 4 ສິ່ງ​ທີ່​ຍ່າງ​ແບບ​ສະຫງ່າ​ງາມ

30 ນັ້ນ​ກໍ​ຄື: ໂຕ​ສິງ​ເຊິ່ງ​ເປັນ​ສັດ​ປ່າ​ທີ່​ແຂງແຮງ​ທີ່ສຸດ.

ມັນ​ບໍ່​ຍອມ​ຖອຍ​ຈາກ​ຜູ້​ໃດ​ເລີຍ.+

31 ໝາ​ລ່າ​ສັດ ແບ້​ໂຕຜູ້

ແລະ​ກະສັດ​ທີ່​ມີ​ກອງ​ທະຫານ​ຂອງ​ລາວ​ຢູ່ນຳ.

32 ຖ້າ​ເຈົ້າ​ຊົມເຊີຍ​ໂຕເອງ​ແບບ​ໂງ່​ໆ​+

ຫຼື​ຖ້າ​ເຈົ້າ​ຄິດ​ຈະ​ຍົກຍ້ອງ​ໂຕເອງ

ກໍ​ໃຫ້​ເຈົ້າ​ເອົາ​ມື​ອັດ​ປາກ​ໂຕເອງ​ໄວ້.+

33 ຄືກັບ​ທີ່​ການ​ຕີ​ນ້ຳນົມ​ແຮງ​ໆ​ເຮັດ​ໃຫ້​ໄດ້​ເນີຍ

ແລະ​ຄືກັບ​ທີ່​ການ​ບີບ​ດັງ​ເຮັດ​ໃຫ້​ເລືອດ​ໄຫຼ​ອອກ​ມາ

ການຍົວະ​ໃຫ້​ໃຈຮ້າຍ​ກໍ​ເຮັດ​ໃຫ້​ຜິດ​ຖຽງກັນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌