ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ຢ່າ​ປ່ອຍ​ໃຫ້​ໂອກາດ​ຫຼຸດ​ໄປ (1-8)

        • ໂຍນ​ເຂົ້າຈີ່​ລົງ​ໄປ​ໃນ​ນ້ຳ (1)

        • ຫວ່ານ​ແນວ​ປູກ​ຕັ້ງແຕ່​ເຊົ້າ​ຮອດ​ແລງ (6)

      • ຄົນໜຸ່ມ​ຕ້ອງ​ຮັບຜິດຊອບ​ກັບ​ສິ່ງ​ທີ່​ໂຕເອງ​ເຮັດ (9, 10)

ປັນຍາຈານ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 22:9
  • +ພບຍ 15:10, 11; ສພສ 19:17; ລກ 14:13, 14; ຮຣ 6:10

ປັນຍາຈານ 11:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:21; ລກ 6:38; 2ກຣ 9:7; 1ຕມ 6:18

ປັນຍາຈານ 11:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 20:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຕື່ນເຖີດ!

    2/2014

ປັນຍາຈານ 11:5

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ນຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 139:15
  • +ໂຢບ 26:14; ພສ 40:5; ປຍຈ 8:17; ຣມ 11:33

ປັນຍາຈານ 11:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 9:10; 2ກຣ 9:6; ກລຊ 3:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2018, ໜ້າ 8

ປັນຍາຈານ 11:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 5:18; 8:15
  • +ປຍຈ 12:1

ປັນຍາຈານ 11:9

ໄຂເງື່ອນ

  • *

    ຫຼື “ຈະ​ຕັດສິນ​ເຈົ້າ​ຍ້ອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 3:17; 12:14; ຣມ 2:6

ປັນຍາຈານ 11:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 25:7; 2ຕມ 2:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2023, ໜ້າ 21

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 11:1ສພສ 22:9
ປຍຈ. 11:1ພບຍ 15:10, 11; ສພສ 19:17; ລກ 14:13, 14; ຮຣ 6:10
ປຍຈ. 11:2ພສ 37:21; ລກ 6:38; 2ກຣ 9:7; 1ຕມ 6:18
ປຍຈ. 11:4ສພສ 20:4
ປຍຈ. 11:5ພສ 139:15
ປຍຈ. 11:5ໂຢບ 26:14; ພສ 40:5; ປຍຈ 8:17; ຣມ 11:33
ປຍຈ. 11:6ປຍຈ 9:10; 2ກຣ 9:6; ກລຊ 3:23
ປຍຈ. 11:8ປຍຈ 5:18; 8:15
ປຍຈ. 11:8ປຍຈ 12:1
ປຍຈ. 11:9ປຍຈ 3:17; 12:14; ຣມ 2:6
ປຍຈ. 11:10ພສ 25:7; 2ຕມ 2:22
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 11:1-10

ປັນຍາຈານ

11 ໃຫ້​ໂຍນ​ເຂົ້າຈີ່​ຂອງ​ເຈົ້າ​ລົງ​ໄປ​ໃນ​ນ້ຳ+​ແລະ​ຫຼາຍ​ມື້​ຕໍ່​ມາ​ເຈົ້າ​ຈະ​ເຈິ​ມັນ​ອີກ.+ 2 ໃຫ້​ແບ່ງ​ສ່ວນ​ໜຶ່ງ​ຂອງ​ສິ່ງ​ທີ່​ເຈົ້າ​ມີ​ໃຫ້ 7 ຫຼື 8 ຄົນ+ ຍ້ອນ​ເຈົ້າ​ບໍ່​ຮູ້​ວ່າ​ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ເທິງ​ໂລກ​ຕອນ​ໃດ.

3 ຖ້າ​ຂີ້ເຝື້ອ​ອູ້ມ​ນ້ຳ​ໄວ້​ເຕັມ ຝົນ​ກໍ​ຈະ​ຕົກ​ເທິງ​ໂລກ ແລະ​ຖ້າ​ຕົ້ນໄມ້​ລົ້ມ​ລົງ​ໄປ​ທາງ​ທິດໃຕ້​ຫຼື​ທາງ​ທິດເໜືອ ມັນ​ກໍ​ຈະ​ນອນ​ຢູ່​ບ່ອນ​ນັ້ນ​ແຫຼະ.

4 ຄົນ​ທີ່​ມົວ​ແຕ່​ເບິ່ງ​ລົມ​ກໍ​ຈະ​ບໍ່​ຫວ່ານ​ແນວ​ປູກ ແລະ​ຄົນ​ທີ່​ມົວ​ແຕ່​ເບິ່ງ​ຂີ້ເຝື້ອ​ກໍ​ຈະ​ບໍ່​ໄດ້​ເກັບ​ກ່ຽວ.+

5 ຄື​ກັບ​ທີ່​ເຈົ້າ​ບໍ່​ຮູ້​ວ່າ​ພະລັງ​ຊີວິດ*​ເຮັດ​ໃຫ້​ກະດູກ​ຂອງ​ແອ​ນ້ອຍ​ໃຫຍ່​ຢູ່​ໃນ​ທ້ອງ​ຂອງ​ຜູ້​ຍິງ​ຖື​ພາ​ໄດ້​ແນວ​ໃດ+ ເຈົ້າ​ກໍ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ. ເພິ່ນ​ເປັນ​ຜູ້​ທີ່​ເຮັດ​ໄດ້​ທຸກ​ສິ່ງ​ທຸກ​ຢ່າງ.+

6 ໃຫ້​ເຈົ້າ​ຫວ່ານ​ແນວ​ປູກ​ໃນ​ຕອນ​ເຊົ້າ​ແລະ​ຢ່າ​ໃຫ້​ມື​ຂອງ​ເຈົ້າ​ຢຸດ​ພັກ​ຈົນ​ກວ່າ​ຈະ​ຮອດ​ຕອນ​ແລງ+ ຍ້ອນ​ເຈົ້າ​ບໍ່​ຮູ້​ວ່າ​ບ່ອນ​ໃດ​ຊິ​ເກີດ​ຜົນ ຈະ​ບ່ອນ​ນີ້​ຫຼື​ບ່ອນ​ນັ້ນ ຫຼື​ຈະ​ເກີດ​ຜົນ​ທັງ​ສອງ​ບ່ອນ.

7 ແສງ​ສະຫວ່າງ​ເຮັດ​ໃຫ້​ສະບາຍ​ໃຈ​ແລະ​ການ​ໄດ້​ເຫັນ​ດວງ​ຕາເວັນ​ກໍ​ເປັນ​ສິ່ງ​ທີ່​ດີ. 8 ຖ້າ​ມະນຸດ​ຈະ​ມີ​ອາຍຸ​ຍືນ​ກໍ​ຂໍ​ໃຫ້​ລາວ​ມີ​ຄວາມ​ສຸກ​ທຸກ​ໆ​ມື້.+ ແຕ່​ລາວ​ຄວນ​ຈື່​ໄວ້​ວ່າ​ຊີວິດ​ກໍ​ອາດຈະ​ມີ​ຊ່ວງ​ເວລາ​ທີ່​ຍາກ​ລຳບາກ​ຫຼາຍ​ຄື​ກັນ. ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກໍ​ບໍ່​ມີ​ປະໂຫຍດ.+

9 ຄົນ​ໜຸ່ມ​ເອີ້ຍ ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຕອນ​ທີ່​ເຈົ້າ​ຍັງ​ໜຸ່ມ​ແລະ​ໃຫ້​ຫົວໃຈ​ຂອງ​ເຈົ້າ​ຍິນດີ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ຄົນ​ໜຸ່ມ. ຖ້າ​ໃຈ​ຂອງ​ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ໃຫ້​ເຈົ້າ​ເຮັດ​ໂລດ ແລະ​ຖ້າ​ເຈົ້າ​ຢາກ​ໄດ້​ຫຍັງ​ກໍ​ໃຫ້​ເຈົ້າ​ພະຍາຍາມ​ເອົາ​ໂລດ ແຕ່​ໃຫ້​ເຈົ້າ​ຮູ້​ໄວ້​ວ່າ​ພະເຈົ້າ​ທ່ຽງແທ້​ຈະ​ໃຫ້​ເຈົ້າ​ຮັບ​ຜິດ​ຊອບ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.*+ 10 ຄັນຊັ້ນ ໃຫ້​ເຈົ້າ​ກຳຈັດ​ທຸກ​ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ຈາກ​ໃຈ​ຂອງ​ເຈົ້າ​ແລະ​ໃຫ້​ກຳຈັດ​ສິ່ງ​ທີ່​ເປັນ​ອັນຕະລາຍ​ຈາກ​ຮ່າງກາຍ​ຂອງ​ເຈົ້າ ຍ້ອນ​ຄວາມ​ເປັນ​ໜຸ່ມ​ແລະ​ຊ່ວງ​ເວລາ​ທີ່​ເຈົ້າ​ມີ​ເຫື່ອ​ແຮງ​ຫຼາຍ​ຈະ​ຢູ່​ກັບ​ເຈົ້າ​ບໍ່​ດົນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌