ເອຊາຢາ
16 ໃຫ້ພວກໂມອາບສົ່ງແກະໂຕຜູ້ໄປໃຫ້ຜູ້ປົກຄອງແຜ່ນດິນ.*
ໃຫ້ສົ່ງຈາກເສລາຜ່ານບ່ອນກັນດານ
ໄປພູຂອງເມືອງຊີໂອນ.
2 ພວກໂມອາບຈະມາຢູ່ບ່ອນນ້ຳຕື້ນໆຂອງຮ່ອມພູອາໂນນ.+
ເຂົາເຈົ້າຈະເປັນຄືກັບນົກທີ່ຖືກໄລ່ອອກຈາກຮັງ.+
3 “ໃຫ້ຄຳແນະນຳໂລດແລະເຮັດຕາມທີ່ຕັດສິນໃຈໄວ້.
ໃຫ້ຊອກຮົ່ມທີ່ມືດໆຄືກັບຕອນກາງຄືນເພື່ອປົກປ້ອງໂຕເອງຈາກແດດໃນຕອນທ່ຽງ.
ໃຫ້ເຊື່ອງຜູ້ທີ່ຖືກໄລ່ໜີແລະຢ່າຫັກຫຼັງຜູ້ທີ່ໜີມາ.
4 ຂໍໃຫ້ຜູ້ທີ່ຖືກໄລ່ໜີຢູ່ນຳເຈົ້າ.
ໃຫ້ເຈົ້າເປັນບ່ອນລີ້ຂອງເຂົາເຈົ້າຍ້ອນເຂົາເຈົ້າຈະຖືກຂ້າ.+
ຄົນທີ່ກົດຂີ່ຄົນອື່ນຈະເຈິຈຸດຈົບ.
ການທຳລາຍຈະບໍ່ມີອີກຕໍ່ໄປ
ແລະຄົນທີ່ຢຽບຄົນອື່ນຈົນແປຈະດັບສູນໄປຈາກໂລກນີ້.
5 ຈາກນັ້ນ ພະເຈົ້າຈະຕັ້ງການປົກຄອງໜຶ່ງຂຶ້ນ ແລະໃຫ້ກະສັດອົງໜຶ່ງທີ່ເປັນລູກຫຼານຂອງດາວິດນັ່ງເທິງບັນລັງ.
ລາວຈະປົກຄອງດ້ວຍຄວາມຮັກທີ່ໝັ້ນຄົງແລະປົກຄອງຢ່າງສັດຊື່.+
ລາວຈະຕັດສິນຢ່າງຍຸຕິທຳແລະຈະເຮັດສິ່ງທີ່ຖືກຕ້ອງທັນທີ.”+
6 ພວກເຮົາໄດ້ຍິນວ່າໂມອາບຍິ່ງຫຼາຍ.+
ໂມອາບຍິ່ງຈອງຫອງແລະໂຫດຮ້າຍຫຼາຍ.+
ເລື່ອງທີ່ໂມອາບຂີ້ໂມ້ຈະບໍ່ເກີດຂຶ້ນ.
7 ພວກໂມອາບຈະຮ້ອງໄຫ້ຍ້ອນຄວາມຈິບຫາຍຂອງໂຕເອງ.
ເຂົາເຈົ້າທຸກຄົນຈະຮ້ອງໄຫ້.+
ຜູ້ທີ່ຖືກຕີຈະຄິດຮອດເຂົ້າໜົມທີ່ເຮັດຈາກໝາກລະແຊັງແຫ້ງຢູ່ກີເຣຮາເຣເສັດ.+
8 ສວນໝາກລະແຊັງຢູ່ເຮັດຊະໂບນ+ຈະຫ່ຽວ
ແລະເຄືອໝາກລະແຊັງຢູ່ສິບມາກໍຈະຫ່ຽວຄືກັນ.+
ພວກຜູ້ປົກຄອງຂອງຊາດຕ່າງໆໄດ້ຢຽບງ່າທີ່ມີໝາກລະແຊັງຈົນມຸ່ນ.
ງ່ານີ້ແຜ່ໄປໄກຈົນຮອດຢາເຊ+
ແລະແຜ່ເຂົ້າໄປໃນບ່ອນກັນດານ.
ງ່າຂອງມັນແຕກອອກແລະໄປໄກຈົນຮອດທະເລ.
9 ຍ້ອນແນວນີ້ ຂ້ອຍຈະຮ້ອງໄຫ້ເສຍໃຈໃຫ້ຕົ້ນໝາກລະແຊັງຂອງເມືອງສິບມາຄືກັບທີ່ຮ້ອງໄຫ້ເສຍໃຈໃຫ້ຕົ້ນໝາກລະແຊັງຂອງເມືອງຢາເຊ.
ຂ້ອຍຈະເຮັດໃຫ້ເມືອງເຮັດຊະໂບນແລະເມືອງເອເລອາເລປຽກດ້ວຍນ້ຳຕາຂ້ອຍ+
ຍ້ອນບໍ່ມີສຽງຮ້ອງມ່ວນຊື່ນອີກຕໍ່ໄປຕອນທີ່ຄົນກ່ຽວເຂົ້າແລະເກັບໝາກໄມ້ໃນຍາມຮ້ອນ.*
10 ສວນໝາກໄມ້ບໍ່ມີຄວາມມ່ວນຊື່ນແລ້ວ
ແລະສວນໝາກລະແຊັງກໍບໍ່ມີສຽງຮ້ອງແລະສຽງເພງທີ່ມ່ວນໆອີກແລ້ວ.+
ບໍ່ມີໃຜຢຽບໝາກລະແຊັງຢູ່ໃນອ່າງຢຽບໝາກລະແຊັງອີກຕໍ່ໄປ
ຍ້ອນຂ້ອຍໄດ້ເຮັດໃຫ້ສຽງຮ້ອງນັ້ນມິດໄປ.+
11 ຂ້ອຍໃຈສັ່ນຍ້ອນໂສກເສົ້າເລື່ອງໂມອາບ+
ຄືກັບສາຍພິນທີ່ສັ່ນ
ແລະຂ້ອຍໂສກເສົ້າຫຼາຍຍ້ອນເມືອງກີເຣຮາເຣເສັດ.+
12 ເຖິງວ່າໂມອາບຈະພະຍາຍາມແທ້ເອົາແທ້ວ່າເພື່ອຂຶ້ນໄປນະມັດສະການຢູ່ບ່ອນນະມັດສະການ ແລະຂຶ້ນໄປອະທິດຖານຢູ່ວິຫານຂອງເຂົາເຈົ້າ ແຕ່ກໍຈະບໍ່ມີປະໂຫຍດຫຍັງ.+
13 ພະເຢໂຫວາເຄີຍເວົ້າແບບນີ້ກ່ຽວກັບໂມອາບ. 14 ແຕ່ຕອນນີ້ພະເຢໂຫວາເວົ້າວ່າ: “ພາຍໃນ 3 ປີ* ໂມອາບຈະເສຍກຽດແລະສັບສົນວຸ່ນວາຍຫຼາຍ. ຄົນທີ່ຍັງເຫຼືອຢູ່ຈະມີໜ້ອຍແລະບໍ່ມີຄວາມສຳຄັນຫຍັງ.”+