ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 20
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ສັນຍະລັກ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ​ແລະ​ເອທິໂອເປຍ (1-​6)

ເອຊາຢາ 20:1

ໄຂເງື່ອນ

  • *

    ຫຼື “ຕາຕານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:2, 3
  • +ອມ 1:8

ເອຊາຢາ 20:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:1

ເອຊາຢາ 20:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 8:18
  • +ອຊຢ 19:1
  • +ອຊຢ 18:1

ເອຊາຢາ 20:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 19:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 20:1ຢຊ 13:2, 3
ອຊຢ. 20:1ອມ 1:8
ອຊຢ. 20:2ອຊຢ 1:1
ອຊຢ. 20:3ອຊຢ 8:18
ອຊຢ. 20:3ອຊຢ 19:1
ອຊຢ. 20:3ອຊຢ 18:1
ອຊຢ. 20:4ອຊຢ 19:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 20:1-6

ເອຊາຢາ

20 ໃນ​ປີ​ທີ່​ສາໂກນ​ກະສັດ​ຂອງ​ອັດຊີເຣຍ​ສົ່ງ​ຫົວໜ້າ​ກອງ​ທັບ​ສູງ​ສຸດ*​ໄປ​ໂຈມຕີ​ເມືອງ​ອາຊະໂດດ+​ແລະ​ຍຶດ​ເອົາ​ເມືອງ​ນັ້ນ+ 2 ພະ​ເຢໂຫວາ​ໄດ້​ບອກ​ເອຊາຢາ+​ລູກ​ຊາຍ​ຂອງ​ອາມອດ​ວ່າ: “ໃຫ້​ເຈົ້າ​ແກ້​ຜ້າເນື້ອຫຍາບ​ທີ່​ໃສ່​ອອກ​ແລະ​ໃຫ້​ປົດ​ເກີບ​ພ້ອມ.” ເອຊາຢາ​ກໍ​ເຮັດ​ຕາມ. ລາວ​ນຸ່ງ​ແຕ່​ເສື້ອ​ໂຕ​ທາງ​ໃນ​ແລະ​ຍ່າງ​ປະ​ຕີນ​ເປົ່າ.

3 ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ເອຊາຢາ​ຜູ້​ຮັບໃຊ້​ຂອງ​ເຮົາ​ນຸ່ງ​ແຕ່​ເສື້ອ​ໂຕ​ທາງ​ໃນ​ແລະ​ຍ່າງ​ປະ​ຕີນ​ເປົ່າ 3 ປີ ເພື່ອ​ເປັນ​ສັນຍະລັກ+​ແລະເປັນ​ສິ່ງ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ+​ແລະ​ເອທິໂອເປຍ.+ 4 ກະສັດ​ອັດຊີເຣຍ​ຈະ​ເອົາ​ພວກ​ເອຢິບ​ກັບ​ພວກ​ເອທິໂອເປຍ​ທີ່​ລາວ​ຈັບ​ໄດ້​ນັ້ນ​ໄປ​ເປັນ​ຊະເລີຍ+ ເຊິ່ງ​ລວມ​ທັງ​ເດັກນ້ອຍ​ແລະ​ຜູ້​ເຖົ້າ. ລາວ​ຈະ​ໃຫ້​ເຂົາເຈົ້າ​ໃສ່​ເສື້ອ​ໂຕ​ທາງ​ໃນ​ທີ່​ຕັດ​ຮອດ​ແອວ​ໃຫ້​ເຫັນ​ກົ້ນ​ແລະ​ຍ່າງ​ປະ​ຕີນ​ເປົ່າ. ລາວ​ຈະ​ເຮັດ​ໃຫ້​ເອຢິບ​ອັບອາຍ. 5 ຜູ້​ທີ່​ເພິ່ງ​ເອທິໂອເປຍ​ແລະ​ຍົກຍ້ອງ​ຄວາມ​ງາມ​ຂອງ​ເອຢິບ​ຈະ​ຢ້ານ​ຫຼາຍ​ແລະ​ຈະ​ຕ້ອງ​ອັບອາຍ. 6 ໃນ​ຕອນ​ນັ້ນ ຜູ້​ທີ່​ອາໄສ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ​ຈະ​ເວົ້າ​ວ່າ ‘ເບິ່ງ​ສິ່ງ​ທີ່​ກະສັດ​ອັດຊີເຣຍ​ເຮັດ​ກັບ 2 ປະເທດ​ນີ້​ແມ້. ພວກ​ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຊ່ວຍ​ແລະ​ປົກປ້ອງ ແຕ່​ເຂົາເຈົ້າ​ພັດ​ເຈິ​ແນວ​ນີ້​ຊ້ຳ! ແລ້ວ​ພວກ​ເຮົາ​ຊິ​ລອດ​ໄດ້​ຈັ່ງ​ໃດ?’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌