ເອຊາຢາ
24 ຖ້າເບິ່ງເດີ້ ພະເຢໂຫວາຈະກຳຈັດທຸກຄົນອອກຈາກແຜ່ນດິນນີ້*ແລະເຮັດໃຫ້ມັນຮ້າງເປົ່າ.+
ເພິ່ນຈະຂວ້ຳແຜ່ນດິນນີ້*+ແລະເຮັດໃຫ້ຄົນທີ່ອາໄສຢູ່ກະຈັດກະຈາຍໄປ.+
2 ທຸກຄົນຈະເຈິແບບດຽວກັນໝົດ
ທັງປະຊາຊົນແລະປະໂລຫິດ
ຄົນໃຊ້ແລະເຈົ້ານາຍ
ສາວໃຊ້ແລະເຈົ້ານາຍຜູ້ຍິງ
ຜູ້ຊື້ແລະຜູ້ຂາຍ
ຜູ້ໃຫ້ຢືມແລະຜູ້ຂໍຢືມ
ເຈົ້າໜີ້ແລະລູກໜີ້.+
4 ແຜ່ນດິນກໍໂສກເສົ້າ*+ແລະຖືກທຳລາຍ.
ແຜ່ນດິນທີ່ເຄີຍອຸດົມສົມບູນກໍຈະແຫ້ງແລ້ງໄປເລື້ອຍໆແລະຮ້າງເປົ່າ.
ຄົນທີ່ມີຖານະດີກໍຈະຕົກຕ່ຳ.
5 ແຜ່ນດິນນີ້ເປື້ອນຍ້ອນຄົນທີ່ອາໄສຢູ່ຫັ້ນ.+
ເຂົາເຈົ້າຫຼີກລ່ຽງບໍ່ເຮັດຕາມກົດໝາຍ+
ປ່ຽນແປງຄຳສັ່ງ+
6 ຍ້ອນແນວນີ້ ແຜ່ນດິນຈຶ່ງຖືກສາບແຊ່ງ+
ແລະຄົນທີ່ອາໄສຢູ່ຫັ້ນກໍມີຄວາມຜິດ.
ເຂົາເຈົ້າຈຶ່ງມີຈຳນວນໜ້ອຍລົງ
ແລະເຫຼືອບໍ່ເທົ່າໃດຄົນ.+
8 ສຽງມ່ວນໆຂອງກອງແທມບູຣິນ*ກໍງຽບ
ສຽງຟົດນັນຂອງຄົນທີ່ມັກມ່ວນກໍມິດ
ແລະສຽງດີດພິນທີ່ມ່ວນໆກໍບໍ່ມີອີກແລ້ວ.+
9 ເຂົາເຈົ້າກິນເຫຼົ້າແວງ ແຕ່ບໍ່ມີຄົນຮ້ອງເພງໃຫ້ຟັງ
ແລະເຫຼົ້າກໍຂົມສຳລັບຄົນທີ່ມັກກິນເຫຼົ້າ.
10 ເມືອງທີ່ຮ້າງກໍເປ່ເພ+
ແລະເຮືອນທຸກຫຼັງກໍຖືກປິດປະຕູໄວ້ເພື່ອບໍ່ໃຫ້ໃຜເຂົ້າໄປ.
11 ຈະມີຄົນຮ້ອງຢາກກິນເຫຼົ້າແວງຕາມຫົນທາງ
ແຕ່ຄວາມມ່ວນຊື່ນທຸກຢ່າງໄດ້ຈົບແລ້ວ
ແລະບໍ່ມີຄວາມສຸກອີກຕໍ່ໄປ.+
12 ເມືອງນັ້ນເຫຼືອແຕ່ຊາກຫັກພັງ
ແລະປະຕູເມືອງກໍຖືກທຳລາຍຈົນບໍ່ເຫຼືອຫຍັງ.+
13 ແຕ່ປະຊາຊົນຂອງເຮົາທີ່ຢູ່ໃນແຜ່ນດິນທ່າມກາງຄົນຈາກຊາດຕ່າງໆ
ຈະເປັນຄືກັບໝາກກອກທີ່ເຫຼືອຢູ່ເທິງຕົ້ນ+
ແລະເປັນຄືກັບໝາກລະແຊັງທີ່ເຫຼືອຢູ່ເຄືອຫຼັງຈາກທີ່ຫວິດລະດູເກັບກ່ຽວແລ້ວ.+
14 ເຂົາເຈົ້າຈະຮ້ອງສຽງດັງ
ແລະຮ້ອງດ້ວຍຄວາມດີໃຈ.
ເຂົາເຈົ້າຈະປະກາດເຖິງຄວາມຍິ່ງໃຫຍ່ຂອງພະເຢໂຫວາຈາກທະເລ.*+
15 ເຂົາເຈົ້າຈະສັນລະເສີນພະເຢໂຫວາຢູ່ທາງທິດຕາເວັນອອກ*+
ແລະເຂົາເຈົ້າຈະສັນລະເສີນຊື່ຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນຢູ່ຕາມເກາະຕ່າງໆໃນທະເລ.+
16 ພວກເຮົາໄດ້ຍິນສຽງເພງດັງມາຈາກສຸດຂອບໂລກວ່າ:
“ໃຫ້ຍົກຍ້ອງພະເຈົ້າຜູ້ທີ່ເຮັດສິ່ງທີ່ຖືກຕ້ອງສະເໝີ.”+
ແຕ່ຂ້ອຍບອກວ່າ: “ຂ້ອຍເມື່ອຍແລ້ວ ຂ້ອຍບໍ່ມີແຮງແລ້ວຍ້ອນວ່າໂສກເສົ້າຫຼາຍ.
ຂ້ອຍຕ້ອງຈິບຫາຍແທ້ໆ.
ຄົນຊົ່ວເຮັດແຕ່ແນວຊົ່ວໆ ແລະເຂົາເຈົ້າກໍບໍ່ເຊົາເຮັດຊົ່ວ.”+
17 ຄວາມຢ້ານ ບ້ວງແຮ້ວ ແລະກັບດັກກຳລັງຖ້າພວກເຈົ້າທີ່ອາໄສຢູ່ແຜ່ນດິນນີ້.+
18 ຜູ້ທີ່ໜີມາຈາກສຽງຮ້ອງທີ່ເປັນຕາຢ້ານຈະຕົກລົງໄປໃນບ້ວງແຮ້ວ
ແລະຜູ້ທີ່ຂຶ້ນມາຈາກບ້ວງແຮ້ວໄດ້ກໍຈະຖືກກັບດັກ.+
ປະຕູນ້ຳທີ່ຢູ່ເທິງຟ້າຈະເປີດອອກ
ແລະແຜ່ນດິນຈະສັ່ນສະເທືອນ.
20 ແຜ່ນດິນເຊໄປເຊມາຄືຄົນເມົາເຫຼົ້າ
ແລະໄກວໄປໄກວມາຄືຕູບທີ່ຖືກລົມພັດ.
ແຜ່ນດິນນີ້ຮູ້ສຶກໜັກໃຈຍ້ອນວ່າເຮັດຜິດ.+
ມັນຈະລົ້ມລົງແລະລຸກຂຶ້ນບໍ່ໄດ້ອີກ.
21 ໃນຕອນນັ້ນ ພະເຢໂຫວາຈະຕັດສິນກອງທັບທີ່ຢູ່ໃນສະຫວັນ
ແລະພວກກະສັດທີ່ຢູ່ໃນໂລກ.
22 ເຂົາເຈົ້າຈະຖືກຈັບໄວ້ນຳກັນ
ຄືກັບພວກນັກໂທດທີ່ຖືກຂັງໄວ້ຢູ່ໃນຂຸມໃຫຍ່.
ເຂົາເຈົ້າຈະຖືກຂັງຢູ່ໃນຄຸກໃຕ້ດິນ
ແລະຫຼາຍມື້ຕໍ່ມາເຂົາເຈົ້າຈະຖືກລົງໂທດ.