ເອຊາຢາ
51 “ພວກເຈົ້າທີ່ພະຍາຍາມເຮັດສິ່ງທີ່ຖືກຕ້ອງ ໃຫ້ຟັງເຮົາເດີ້.
ພວກເຈົ້າຜູ້ທີ່ຊອກຫາພະເຢໂຫວາ
ໃຫ້ຄິດເຖິງຫີນທີ່ພວກເຈົ້າຖືກຕັດອອກມາ
ແລະຄິດເຖິງຂຸມທີ່ພວກເຈົ້າຖືກຂຸດຂຶ້ນມາ.
2 ໃຫ້ຄິດເຖິງອັບຣາຮາມທີ່ເປັນພໍ່ພວກເຈົ້າ
ແລະຄິດເຖິງຊາຣາ+ທີ່ໄດ້ເກີດພວກເຈົ້າ.
ຕອນທີ່ເຮົາເອີ້ນອັບຣາຮາມ ມີແຕ່ລາວຜູ້ດຽວເທົ່ານັ້ນ+
ແຕ່ເຮົາໄດ້ອວຍພອນໃຫ້ລາວມີລູກຫຼານຫຼາຍຄົນ.+
3 ພະເຢໂຫວາຈະປອບໂຍນຊີໂອນ.+
ເພິ່ນຈະຟື້ນຟູ*ຊາກຫັກພັງຂອງເມືອງນີ້.+
ເພິ່ນຈະເຮັດໃຫ້ບ່ອນກັນດານຂອງເມືອງນີ້ເປັນຄືກັບສວນເອເດັນ+
ແລະເຮັດໃຫ້ບ່ອນທີ່ແຫ້ງແລ້ງຂອງເມືອງນີ້ເປັນຄືກັບສວນຂອງພະເຢໂຫວາ.+
ເມືອງນີ້ຈະມີຄວາມເບີກບານມ່ວນຊື່ນ
ມີສຽງຂອບໃຈແລະສຽງເພງທີ່ມ່ວນໆ.+
4 ປະຊາຊົນຂອງເຮົາ ໃຫ້ຕັ້ງໃຈຟັງເຮົາ.
ຊາດຂອງເຮົາ ໃຫ້ຟັງເຮົາດີໆເດີ້.+
ເຮົາຈະອອກກົດໝາຍໃຫ້ເຈົ້າ+
ແລະຈະເຮັດໃຫ້ມີຄວາມຍຸຕິທຳທີ່ເປັນຄືກັບແສງສະຫວ່າງໃຫ້ຊາດຕ່າງໆ.+
5 ຄວາມຍຸຕິທຳຂອງເຮົາໃກ້ຈະເກີດຂຶ້ນແລ້ວ+
ຄົນທີ່ຢູ່ຕາມເກາະຕ່າງໆຈະຫວັງເພິ່ງເຮົາ+
ແລະເຂົາເຈົ້າຈະລໍຖ້າເບິ່ງລິດເດດຂອງເຮົາ.
6 ໃຫ້ເຈົ້າເງີຍໜ້າຂຶ້ນເບິ່ງຟ້າ
ແລະກົ້ມໜ້າລົງເບິ່ງດິນ.
ຍ້ອນທ້ອງຟ້າຈະຫາຍໄປຄືກັບຄວັນ
ແຜ່ນດິນຈະເປັນຄືກັບເຄື່ອງນຸ່ງທີ່ໂດກແລ້ວ
ແລະຄົນທີ່ຢູ່ຫັ້ນຈະຕາຍຄືກັບໂຕຮີ້ນ.
ບໍ່ຕ້ອງຢ້ານຍ້ອນມີຄົນມາເຍາະເຍີ້ຍພວກເຈົ້າ
ແລະບໍ່ຕ້ອງຢ້ານຍ້ອນມີຄົນມາດູຖູກພວກເຈົ້າ.
8 ໂຕແມງຈະກິນເຂົາເຈົ້າຄືກັບກິນເຄື່ອງນຸ່ງ.
ໂຕອ່ອນຂອງແມງໄມ້ຈະກິນເຂົາເຈົ້າຄືກັບກິນຜ້າຂົນແກະ.+
ແຕ່ຄວາມຍຸຕິທຳຂອງເຮົາຈະບໍ່ມີມື້ໝົດ
ແລະການຊ່ວຍໃຫ້ລອດຈາກເຮົາຈະມີຢູ່ຕະຫຼອດໄປ.”+
9 ຂໍໃຫ້ພະເຢໂຫວາຍົກແຂນຂຶ້ນ.+
ຂໍໃຫ້ເພິ່ນຍົກແຂນຂຶ້ນເພື່ອສະແດງເຖິງກຳລັງຂອງເພິ່ນ.
ຂໍໃຫ້ເພິ່ນຍົກແຂນຂຶ້ນຄືກັບທີ່ເພິ່ນເຄີຍເຮັດແຕ່ກີ້.
10 ພະອົງນິຕົ໋ວທີ່ເຮັດໃຫ້ທະເລແລະນ້ຳທີ່ເລິກໆແຫ້ງ.+
ພະອົງນິຕົ໋ວເຮັດໃຫ້ທະເລທີ່ເລິກໆກາຍເປັນຫົນທາງໃຫ້ຜູ້ທີ່ພະອົງໄຖ່ຄືນມາຍ່າງຂ້າມໄປໄດ້.+
11 ຜູ້ທີ່ພະເຢໂຫວາໄຖ່ແລ້ວຈະກັບຄືນມາ.+
ເຂົາເຈົ້າຈະເບີກບານມ່ວນຊື່ນ
ຈະບໍ່ອຸກໃຈ ແລະບໍ່ໂສກເສົ້າອີກຕໍ່ໄປ.+
12 “ເຮົານິແຫຼະເປັນຜູ້ປອບໂຍນເຈົ້າ.+
ບໍ່ຕ້ອງຢ້ານມະນຸດທີ່ຕາຍໄດ້+
ແລະບໍ່ຕ້ອງຢ້ານມະນຸດທີ່ເປັນຄືກັບຫຍ້າຂຽວໆທີ່ຢູ່ບຶດດຽວແລ້ວກໍຫ່ຽວ.
13 ເປັນຫຍັງເຈົ້າຈຶ່ງລືມພະເຢໂຫວາຜູ້ທີ່ສ້າງເຈົ້າ+
ຜູ້ທີ່ພືທ້ອງຟ້າອອກ+ແລະວາງຮາກຖານຂອງໂລກ?
ເປັນຫຍັງເຈົ້າມີແຕ່ຢ້ານຜູ້ທີ່ກົດຂີ່ທີ່ໃຈຮ້າຍໃສ່ເຈົ້າ
ຄືກັບວ່າລາວຈະທຳລາຍເຈົ້າໄດ້?
ຊອກເບິ່ງແມ້ ຜູ້ທີ່ກົດຂີ່ເຈົ້າໄປໃສແລ້ວ?
14 ອີກບໍ່ດົນ ຜູ້ທີ່ຖືກລ່າມໂສ້ໄວ້ຈະຖືກປ່ອຍ.+
ລາວຈະບໍ່ຕາຍແລະຈະບໍ່ໄດ້ລົງໄປໃນບ່ອນຝັງສົບ.
ລາວຈະບໍ່ອຶດບໍ່ຢາກ.
15 ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.
ເຮົາເປັນຜູ້ທີ່ເຮັດໃຫ້ທະເລປັ່ນປ່ວນແລະເຮັດໃຫ້ມີຄື້ນແຮງໆ.+
ເຢໂຫວາຜູ້ບັນຊາການກອງທັບແມ່ນຊື່ຂອງເຮົາ.+
16 ເຮົາຈະໃຫ້ເຈົ້າປະກາດຄຳເວົ້າຂອງເຮົາ.
ເຮົາຈະເອົາມືຂອງເຮົາປົກປ້ອງເຈົ້າ+
ເພື່ອຈະວາງທ້ອງຟ້າໃຫ້ຢູ່ໃນບ່ອນຂອງມັນ ເພື່ອຈະວາງຮາກຖານຂອງໂລກ+
ແລະເພື່ອຈະເວົ້າກັບຊີໂອນວ່າ ‘ເຈົ້າເປັນປະຊາຊົນຂອງເຮົາ.’+
17 ເຢຣູຊາເລັມເອີ້ຍ ຕື່ນແມ້! ລຸກແມ້!+
ເຈົ້າໄດ້ກິນຈາກຈອກທີ່ຢູ່ໃນມືຂອງພະເຢໂຫວາທີ່ມີຄວາມໃຈຮ້າຍຂອງເພິ່ນ.
ເຈົ້າກິນຈາກຈອກນັ້ນ.
ເຈົ້າກິນຈົນໝົດຈາກຈອກທີ່ເຮັດໃຫ້ເຊຊ້າຍເຊຂວາ.+
18 ພວກລູກທີ່ເຈົ້າເກີດອອກມາ ບໍ່ມີຈັກຄົນນຳທາງເຈົ້າ
ແລະພວກລູກທີ່ເຈົ້າລ້ຽງກໍບໍ່ມີຈັກຄົນທີ່ຈັບມືເຈົ້າໄວ້.
19 ສອງສິ່ງນີ້ຈະເກີດຂຶ້ນກັບເຈົ້າ.
ເຈົ້າຈະຈິບຫາຍແລະຖືກທຳລາຍ. ເຈົ້າຈະອຶດຢາກແລະຖືກຂ້າດ້ວຍດາບ.+
ໃຜຈະອີ່ຕົນເຈົ້າ?
ໃຜຈະປອບໂຍນເຈົ້າ?+
20 ພວກລູກຂອງເຈົ້າເປັນລົມ.+
ເຂົາເຈົ້ານອນຢູ່ຕາມແຈຫົນທາງ
ຄືກັບສັດປ່າທີ່ຕິດກັບດັກຕານ່າງ.
ເຂົາເຈົ້າໄດ້ຮູ້ລົດຊາດຂອງຄວາມໃຈຮ້າຍຂອງພະເຢໂຫວາແລະການສັ່ງສອນຈາກພະເຈົ້າແລ້ວ.”
21 ຂໍໃຫ້ຟັງເດີ້
ເຈົ້າທີ່ເປັນຄືກັບຜູ້ຍິງທີ່ທຸກຍາກລຳບາກແລະເມົາເຫຼົ້າ ແຕ່ບໍ່ໄດ້ເມົາເຫຼົ້າແວງ.
22 ພະເຢໂຫວາພະເຈົ້າຂອງເຈົ້າຜູ້ປົກປ້ອງປະຊາຊົນຂອງເພິ່ນເວົ້າວ່າ:
“ເຮົາຈະເອົາຈອກທີ່ເຮັດໃຫ້ເຈົ້າຍ່າງເຊຊ້າຍເຊຂວາມາຈາກມືເຈົ້າ.+
ຈອກນີ້ມີຄວາມໃຈຮ້າຍຂອງເຮົາ.
ເຈົ້າຈະບໍ່ໄດ້ກິນຈາກຈອກນີ້ອີກ.+
23 ເຮົາຈະເອົາຈອກນີ້ໄປໃສ່ໃນມືຂອງຜູ້ທີ່ເຮັດໃຫ້ເຈົ້າເຈິຄວາມທຸກລຳບາກ+
ຜູ້ທີ່ເວົ້າກັບເຈົ້າວ່າ ‘ນອນລົງເພື່ອພວກເຮົາຈະຍ່າງຢຽບເຈົ້າໄປ.’
ເຈົ້າຈຶ່ງຍອມໃຫ້ຫຼັງຂອງໂຕເອງເປັນຄືກັບພື້ນດິນ
ເປັນຄືກັບຫົນທາງໃຫ້ເຂົາເຈົ້າຍ່າງ.”