ເຢເຣມີຢາ
16 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: 2 “ຫ້າມເຈົ້າເອົາເມຍແລະຫ້າມເຈົ້າເອົາລູກຊາຍແລະລູກສາວຢູ່ແຜ່ນດິນນີ້ 3 ຍ້ອນພະເຢໂຫວາບອກສິ່ງທີ່ຈະເກີດຂຶ້ນກັບລູກຊາຍແລະລູກສາວທີ່ເກີດຢູ່ນີ້ ແລະບອກສິ່ງທີ່ຈະເກີດຂຶ້ນກັບພໍ່ແມ່ທີ່ໃຫ້ເຂົາເຈົ້າເກີດມາໃນແຜ່ນດິນນີ້ວ່າ 4 ‘ເຂົາເຈົ້າຈະເປັນພະຍາດຮ້າຍແຮງຕາຍ+ ແຕ່ຈະບໍ່ມີໃຜໄວ້ທຸກຫຼືຝັງເຂົາເຈົ້າ. ສົບຂອງເຂົາເຈົ້າຈະເປັນຄືກັບຂີ້ສັດຢູ່ດິນ.+ ເຂົາເຈົ້າຈະຕາຍດ້ວຍດາບແລະຄວາມອຶດຢາກ.+ ສົບຂອງເຂົາເຈົ້າຈະເປັນອາຫານຂອງນົກຢູ່ເທິງທ້ອງຟ້າແລະສັດປ່າຢູ່ເທິງແຜ່ນດິນ.’
5 ພະເຢໂຫວາເວົ້າວ່າ
‘ຢ່າເຂົ້າໄປໃນເຮືອນທີ່ມີງານສົບ
ແລະຢ່າຮ້ອງໄຫ້ຫຼືສະແດງຄວາມເຫັນອົກເຫັນໃຈ.’+
ພະເຢໂຫວາບອກວ່າ ‘ຍ້ອນເຮົາໄດ້ເອົາສັນຕິສຸກ
ຄວາມຮັກທີ່ໝັ້ນຄົງ ແລະຄວາມເມດຕາຂອງເຮົາໄປຈາກຄົນເຫຼົ່ານີ້ແລ້ວ.+
6 ທັງຄົນລວຍທີ່ສຳຄັນແລະຄົນທຸກທີ່ບໍ່ສຳຄັນຈະຕາຍໃນແຜ່ນດິນນີ້.
ຈະບໍ່ມີໃຜຝັງເຂົາເຈົ້າ
ຈະບໍ່ມີໃຜໄວ້ທຸກໃຫ້ເຂົາເຈົ້າ
ແລະຈະບໍ່ມີໃຜປາດໂຕເອງຫຼືແຖຫົວເພື່ອເຂົາເຈົ້າ.*
7 ຈະບໍ່ມີໃຜເອົາອາຫານໃຫ້ຄົນທີ່ໄວ້ທຸກກິນ
ເພື່ອປອບໃຈເຂົາເຈົ້າຍ້ອນມີຄົນຕາຍ.
ຈະບໍ່ມີໃຜເອົາຈອກເຫຼົ້າແວງໃຫ້ເຂົາເຈົ້າກິນ
ເພື່ອປອບໃຈເຂົາເຈົ້າຍ້ອນພໍ່ແມ່ຂອງເຂົາເຈົ້າຕາຍ.
8 ຢ່າເຂົ້າໄປໃນເຮືອນທີ່ມີງານລ້ຽງ
ເພື່ອນັ່ງກິນນັ່ງດື່ມກັບເຂົາເຈົ້າ.’
9 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ໃນສະໄໝຂອງພວກເຈົ້າ ພວກເຈົ້າຈະເຫັນກັບຕາວ່າເຮົາຈະເຮັດໃຫ້ສຽງຂອງຄວາມຍິນດີແລະຄວາມສຸກ ສຽງຂອງເຈົ້າບ່າວແລະເຈົ້າສາວໃນແຜ່ນດິນນີ້ບໍ່ມີອີກຕໍ່ໄປ.’+
10 ເມື່ອເຈົ້າບອກເລື່ອງທັງໝົດນີ້ໃຫ້ຄົນເຫຼົ່ານີ້ຟັງ ເຂົາເຈົ້າກໍຈະຖາມເຈົ້າວ່າ ‘ເປັນຫຍັງພະເຢໂຫວາຈຶ່ງບອກວ່າຈະໃຫ້ພວກເຮົາເຈິຄວາມຈິບຫາຍຄັ້ງໃຫຍ່? ພວກເຮົາໄດ້ເຮັດຜິດຫຍັງຕໍ່ພະເຢໂຫວາພະເຈົ້າຂອງພວກເຮົາ?’+ 11 ເຈົ້າຕ້ອງຕອບເຂົາເຈົ້າວ່າ ‘ພະເຢໂຫວາບອກວ່າ “ຍ້ອນປູ່ຍ່າຕານາຍຂອງພວກເຈົ້າໄດ້ຖິ້ມເຮົາ.+ ເຂົາເຈົ້າໄປຕິດຕາມ ຮັບໃຊ້ ແລະກົ້ມກາບພະເຈົ້າອື່ນໆ.+ ເຂົາເຈົ້າປະຖິ້ມເຮົາແລະເຊົາເຮັດຕາມກົດໝາຍຂອງເຮົາ.+ 12 ແຕ່ພວກເຈົ້າພັດແຮ່ງເຮັດຊົ່ວຫຼາຍກວ່າປູ່ຍ່າຕານາຍຂອງພວກເຈົ້າອີກ.+ ພວກເຈົ້າທຸກຄົນເປັນຄົນຫົວແຂງແລະເຮັດຕາມໃຈຊົ່ວໆຂອງໂຕເອງແທນທີ່ຈະເຊື່ອຟັງເຮົາ.+ 13 ຍ້ອນແນວນີ້ ເຮົາຈະໂຍນພວກເຈົ້າອອກຈາກແຜ່ນດິນນີ້ໄປແຜ່ນດິນທີ່ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າບໍ່ຮູ້ຈັກ+ ແລະຢູ່ຫັ້ນພວກເຈົ້າຕ້ອງຮັບໃຊ້ພະເຈົ້າອື່ນໝົດມື້ໝົດຄືນ+ ຍ້ອນເຮົາຈະບໍ່ອີ່ຕົນພວກເຈົ້າແລ້ວ.”’
14 ພະເຢໂຫວາບອກວ່າ ‘ແຕ່ຈະມີມື້ໜຶ່ງທີ່ເຂົາເຈົ້າຈະບໍ່ເວົ້າວ່າ “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາພວກອິດສະຣາເອນອອກມາຈາກແຜ່ນດິນເອຢິບ!”+ 15 ແຕ່ຈະເວົ້າວ່າ “ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ ຜູ້ທີ່ພາພວກອິດສະຣາເອນອອກມາຈາກແຜ່ນດິນທາງເໜືອແລະແຜ່ນດິນທັງໝົດທີ່ເພິ່ນເຮັດໃຫ້ເຂົາເຈົ້າກະຈັດກະຈາຍໄປຢູ່!” ແລະເມື່ອຮອດຕອນນັ້ນ ເຮົາຈະພາເຂົາເຈົ້າກັບມາແຜ່ນດິນຂອງເຂົາເຈົ້າ ເຊິ່ງເຮົາໄດ້ຍົກໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າ.’+
16 ພະເຢໂຫວາເວົ້າວ່າ ‘ເຮົາກຳລັງເອີ້ນພວກຄົນຫາປາມານີ້.
ພວກນັ້ນຈະຈັບເຂົາເຈົ້າຄືກັບຈັບປາ.
ຫຼັງຈາກນັ້ນ ເຮົາກໍຈະເອີ້ນພວກນາຍພານມາ.
ພວກນັ້ນຈະລ່າເຂົາເຈົ້າຢູ່ເທິງພູທຸກໜ່ວຍ ຢູ່ຕາມໂນນພູທຸກບ່ອນ
ແລະຢູ່ຕາມຫຼືບຫີນທຸກຫຼືບ.
17 ເຮົາເຫັນທຸກສິ່ງທຸກຢ່າງທີ່ເຂົາເຈົ້າເຮັດ.*
ເຂົາເຈົ້າເຊື່ອງສິ່ງທີ່ເຂົາເຈົ້າເຮັດຈາກເຮົາບໍ່ໄດ້
ແລະເຊື່ອງຄວາມຜິດຂອງເຂົາເຈົ້າຈາກເຮົາກໍບໍ່ໄດ້.
18 ເຮົາຈະຕອບແທນເຂົາເຈົ້າໃຫ້ສົມກັບຄວາມຜິດຄວາມບາບທີ່ເຂົາເຈົ້າໄດ້ເຮັດ+
ຍ້ອນເຂົາເຈົ້າໄດ້ເຮັດໃຫ້ແຜ່ນດິນຂອງເຮົາບໍ່ສະອາດດ້ວຍຮູບບູຊາທີ່ບໍ່ມີຊີວິດ*ແລະເປັນຕາຂີ້ດຽດ
ແລະເຮັດໃຫ້ມໍລະດົກຂອງເຮົາມີແຕ່ສິ່ງທີ່ເປັນຕາຊັງ.’”+
19 ພະເຢໂຫວາຜູ້ເປັນກຳລັງ ເປັນປ້ອມທີ່ແຂງແຮງຂອງລູກ
ແລະເປັນບ່ອນທີ່ລູກໜີເຂົ້າໄປລີ້ໄດ້ຕອນທີ່ລູກລຳບາກ+
ຊາດຕ່າງໆຈາກສຸດຂອບໂລກຈະມາຫາພະອົງ
ແລະເຂົາເຈົ້າຈະເວົ້າວ່າ: “ປູ່ຍ່າຕານາຍຂອງພວກເຮົາໄດ້ເຮັດຕາມທຳນຽມຂອງການນະມັດສະການພະເຈົ້າປອມ*
ເຊິ່ງເປັນສິ່ງທີ່ບໍ່ມີຄ່າແລະບໍ່ມີປະໂຫຍດຫຍັງ.”+
20 ມະນຸດຈະສ້າງພະເຈົ້າຂຶ້ນມາເອງໄດ້ບໍ?
ສິ່ງທີ່ເຂົາເຈົ້າສ້າງບໍ່ແມ່ນພະເຈົ້າແທ້ໆ.+
21 “ດັ່ງນັ້ນ ເຮົາຈະເຮັດໃຫ້ເຂົາເຈົ້າຮູ້
ໃນຕອນນັ້ນ ເຮົາຈະເຮັດໃຫ້ເຂົາເຈົ້າເຫັນອຳນາດແລະລິດເດດຂອງເຮົາ
ແລະເຂົາເຈົ້າຈະໄດ້ຮູ້ວ່າຊື່ຂອງເຮົາແມ່ນເຢໂຫວາ.”