ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 30
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄຳ​ສັນຍາ​ວ່າ​ຈະ​ໃຫ້​ກັບ​ມາ​ເປັນ​ຄື​ເກົ່າ​ແລະ​ຈະ​ຖືກ​ປິ່ນປົວ (1-24)

ເຢເຣມີຢາ 30:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ອຊກ 39:25
  • +ອຊຣ 2:1; ຢຣມ 29:14; 32:44; ອຊກ 20:42; ອມ 9:14

ເຢເຣມີຢາ 30:6

ໄຂເງື່ອນ

  • *

    ຫຼື “ແອວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:31; ມກ 4:9

ເຢເຣມີຢາ 30:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:11; ຊຟຢ 1:14

ເຢເຣມີຢາ 30:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 34:23; 37:24; ຮຊອ 3:5

ເຢເຣມີຢາ 30:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:13
  • +ອຊຢ 49:25; ຢຣມ 3:18
  • +ຢຣມ 33:16; ອຊກ 34:25; ຮຊອ 2:18; ມກ 4:4

ເຢເຣມີຢາ 30:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:29; 51:24
  • +ລລວ 26:44; ນຮຢ 9:31; ສສ 3:22; ອມ 9:8
  • +ອພຍ 34:6, 7; ຢຣມ 46:27, 28

ເຢເຣມີຢາ 30:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:15, 16; ອຊຢ 6:10; ຢຣມ 8:21, 22

ເຢເຣມີຢາ 30:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 1:2, 19
  • +ສສ 2:5
  • +ຢຣມ 5:6

ເຢເຣມີຢາ 30:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:14

ເຢເຣມີຢາ 30:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 41:11; ຢຣມ 25:12
  • +ຢຣມ 51:29, 56; ມກ 5:9
  • +ຊຄຢ 2:8, 9

ເຢເຣມີຢາ 30:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 102:13; ຢຣມ 33:6, 7
  • +ສສ 2:15

ເຢເຣມີຢາ 30:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 85:1; ຢຣມ 24:6; 29:10
  • +ມກ 4:8

ເຢເຣມີຢາ 30:19

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ໄດ້​ຮັບ​ກຽດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:12; ນຮຢ 8:17; ອຊຢ 35:10
  • +ພບຍ 30:5; ອຊຢ 27:6; ຊຄຢ 10:8
  • +ອຊຢ 60:22; ມກ 4:7

ເຢເຣມີຢາ 30:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:26
  • +ອຊຢ 49:26; ຢຣມ 50:18

ເຢເຣມີຢາ 30:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 2:23
  • +ຢຣມ 31:1; ອຊກ 11:20; 36:28

ເຢເຣມີຢາ 30:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:32

ເຢເຣມີຢາ 30:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:28
  • +ຢຣມ 23:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 30:3ພບຍ 30:3; ອຊກ 39:25
ຢຣມ. 30:3ອຊຣ 2:1; ຢຣມ 29:14; 32:44; ອຊກ 20:42; ອມ 9:14
ຢຣມ. 30:6ຢຣມ 4:31; ມກ 4:9
ຢຣມ. 30:7ຢອ 2:11; ຊຟຢ 1:14
ຢຣມ. 30:9ອຊກ 34:23; 37:24; ຮຊອ 3:5
ຢຣມ. 30:10ອຊຢ 41:13
ຢຣມ. 30:10ອຊຢ 49:25; ຢຣມ 3:18
ຢຣມ. 30:10ຢຣມ 33:16; ອຊກ 34:25; ຮຊອ 2:18; ມກ 4:4
ຢຣມ. 30:11ຢຣມ 50:29; 51:24
ຢຣມ. 30:11ລລວ 26:44; ນຮຢ 9:31; ສສ 3:22; ອມ 9:8
ຢຣມ. 30:11ອພຍ 34:6, 7; ຢຣມ 46:27, 28
ຢຣມ. 30:122ຂຄ 36:15, 16; ອຊຢ 6:10; ຢຣມ 8:21, 22
ຢຣມ. 30:14ສສ 1:2, 19
ຢຣມ. 30:14ສສ 2:5
ຢຣມ. 30:14ຢຣມ 5:6
ຢຣມ. 30:152ຂຄ 36:14
ຢຣມ. 30:16ອຊຢ 41:11; ຢຣມ 25:12
ຢຣມ. 30:16ຢຣມ 51:29, 56; ມກ 5:9
ຢຣມ. 30:16ຊຄຢ 2:8, 9
ຢຣມ. 30:17ພສ 102:13; ຢຣມ 33:6, 7
ຢຣມ. 30:17ສສ 2:15
ຢຣມ. 30:18ພສ 85:1; ຢຣມ 24:6; 29:10
ຢຣມ. 30:18ມກ 4:8
ຢຣມ. 30:19ອຊຣ 3:12; ນຮຢ 8:17; ອຊຢ 35:10
ຢຣມ. 30:19ພບຍ 30:5; ອຊຢ 27:6; ຊຄຢ 10:8
ຢຣມ. 30:19ອຊຢ 60:22; ມກ 4:7
ຢຣມ. 30:20ອຊຢ 1:26
ຢຣມ. 30:20ອຊຢ 49:26; ຢຣມ 50:18
ຢຣມ. 30:22ຮຊອ 2:23
ຢຣມ. 30:22ຢຣມ 31:1; ອຊກ 11:20; 36:28
ຢຣມ. 30:23ຢຣມ 25:32
ຢຣມ. 30:24ຢຣມ 4:28
ຢຣມ. 30:24ຢຣມ 23:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 30:1-24

ເຢເຣມີຢາ

30 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ວ່າ: 2 “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ໃຫ້​ຂຽນ​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ​ໃສ່​ໃນ​ປຶ້ມ. 3 ພະ​ເຢໂຫວາ​ບອກ​ວ່າ “ອີກ​ຈັກ​ໜ້ອຍ ເຮົາ​ຈະ​ລວບລວມ​ປະຊາຊົນ​ຂອງ​ເຮົາ​ຄື ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ+​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ແຜ່ນດິນ​ທີ່​ເຮົາ​ໄດ້​ຍົກ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນດິນ​ນັ້ນ​ອີກ​ເທື່ອ​ໜຶ່ງ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.’”

4 ຕໍ່​ໄປ​ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ.

 5 ພະ​ເຢໂຫວາ​ເວົ້າ​ວ່າ:

“ມີ​ສຽງ​ຮ້ອງ​ດ້ວຍ​ຄວາມ​ຕົກໃຈ

ມີ​ຄວາມ​ຢ້ານ​ແລະ​ບໍ່​ມີ​ຄວາມ​ສະຫງົບສຸກ​ເລີຍ.

 6 ລອງ​ຖາມ​ເບິ່ງ​ແມ້​ວ່າ​ຜູ້​ຊາຍ​ຈະ​ເກີດ​ລູກ​ໄດ້​ບໍ່?

ເປັນ​ຫຍັງ​ເຮົາ​ຈຶ່ງ​ເຫັນ​ຜູ້​ຊາຍ​ທີ່​ແຂງແຮງ​ທຸກ​ຄົນ​ເອົາ​ມື​ຈັບ​ທ້ອງ*

ຄື​ກັບ​ຜູ້​ຍິງ​ທີ່​ກຳລັງ​ຈະ​ເກີດ​ລູກ?+

ເປັນ​ຫຍັງ​ທຸກ​ຄົນ​ຈຶ່ງ​ໜ້າ​ຈືດ?

 7 ຍ້ອນ​ມື້​ນັ້ນ​ຈະ​ເປັນ​ມື້​ທີ່​ເປັນ​ຕາ​ຢ້ານ​ຫຼາຍ+

ບໍ່​ມີ​ຫຍັງ​ຈະ​ທຽບ​ມື້​ນັ້ນ​ໄດ້.

ມັນ​ຈະ​ເປັນ​ເວລາ​ທີ່​ຍາກ​ລຳບາກ​ຂອງ​ຢາໂຄບ

ແຕ່​ເຮົາ​ຈະ​ຊ່ວຍ​ລາວ​ໃຫ້​ລອດ.”

8 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ: “ໃນ​ມື້​ນັ້ນ ເຮົາ​ຈະ​ຫັກ​ແອກ​ອອກ​ຈາກ​ຄໍ​ຂອງ​ປະຊາຊົນ​ຂອງ​ເຮົາ​ແລະ​ຈະ​ດຶງ​ເຊືອກ​ທີ່​ມັດ​ເຂົາ​ເຈົ້າ​ໄວ້​ໃຫ້​ຂາດ​ອອກ​ເປັນ​ສອງ​ເສັ້ນ ແລະ​ຈະ​ບໍ່​ມີ​ຄົນ​ຕ່າງ​ຊາດ​ຄົນ​ໃດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ທາດ​ໄດ້​ອີກ. 9 ເຂົາ​ເຈົ້າ​ຈະ​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ແລະ​ຮັບ​ໃຊ້​ດາວິດ​ກະສັດ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ເຮົາ​ຈະ​ແຕ່ງຕັ້ງ​ໃຫ້​ເຂົາ​ເຈົ້າ.”+

10 ພະ​ເຢໂຫວາ​ບອກ​ວ່າ: “ຢາໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້.

ອິດສະຣາເອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ+

ຍ້ອນ​ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​

ແລະ​ຈະ​ຊ່ວຍ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈາກ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

ຢາໂຄບ​ຈະ​ກັບ​ມາ​ແບບ​ສະບາຍ​ໃຈ​ແລະ​ບໍ່​ກັງວົນ​ຫຍັງ

ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ໄດ້.”+

11 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຢູ່​ນຳ​ພວກ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.

ເຮົາ​ຈະ​ທຳລາຍ​ທຸກ​ຊາດ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່​ນັ້ນ+

ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກ​ເຈົ້າ.+

ເຮົາ​ຈະ​ສັ່ງ​ສອນ​ພວກ​ເຈົ້າ​ຕາມ​ຄວາມ​ເໝາະ​ສົມ

ແຕ່​ເຮົາ​ຈະ​ບໍ່​ປ່ອຍ​ພວກ​ເຈົ້າ​ໄປ​ໂດຍ​ທີ່​ບໍ່​ໄດ້​ລົງໂທດ.”+

12 ພະ​ເຢໂຫວາ​ເວົ້າ​ວ່າ:

“ບໍ່​ມີ​ວິທີ​ປິ່ນປົວ​ບາດ​ແຜ​ຂອງ​ພວກ​ເຈົ້າ.+

ບໍ່​ວ່າ​ຈະ​ປົວ​ຈັ່ງ​ໃດ​ກໍ​ບໍ່​ເຊົາ.

13 ບໍ່​ມີ​ໃຜ​ສູ້​ຄະດີ​ເພື່ອ​ພວກ​ເຈົ້າ.

ບໍ່​ມີ​ວິທີ​ປິ່ນປົວ​ບາດ​ເປື່ອຍ​ຂອງ​ພວກ​ເຈົ້າ.

ມັນ​ປົວ​ບໍ່​ໄດ້​ແລ້ວ.

14 ຊູ້​ຮັກ​ຂອງ​ພວກ​ເຈົ້າ​ລືມ​ພວກ​ເຈົ້າ​ໄປ​ໝົດ​ແລ້ວ.+

ເຂົາ​ເຈົ້າ​ບໍ່​ຊອກ​ຫາ​ພວກ​ເຈົ້າ​ອີກ​ແລ້ວ.

ເຮົາ​ຟາດ​ພວກ​ເຈົ້າ​ຄື​ກັບ​ທີ່​ສັດຕູ​ຟາດ+

ແລະ​ຄື​ກັບ​ທີ່​ຄົນ​ໂຫດ​ຫ້ຽມ​ລົງໂທດ​ພວກ​ເຈົ້າ

ຍ້ອນ​ຄວາມ​ຜິດ​ຮ້າຍ​ແຮງ​ຫຼາຍ​ຢ່າງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ.+

15 ພວກ​ເຈົ້າ​ຊິ​ຮ້ອງ​ສຽງ​ດັງ​ຍ້ອນ​ບາດ​ແຜ​ຂອງ​ພວກ​ເຈົ້າ​ເຮັດ​ຫຍັງ?

ຈັ່ງ​ໃດ​ພວກ​ເຈົ້າ​ກໍ​ບໍ່​ເຊົາ​ເຈັບ​ດອກ!

ຍ້ອນ​ຄວາມ​ຜິດ​ຮ້າຍ​ແຮງ​ຫຼາຍ​ຢ່າງ​ທີ່​ພວກ​ເຈົ້າ​ໄດ້​ເຮັດ+

ເຮົາ​ຈຶ່ງ​ເຮັດ​ແບບ​ນີ້​ກັບ​ພວກ​ເຈົ້າ.

16 ຄົນ​ທີ່​ທຳລາຍ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ+

ສັດຕູ​ທັງໝົດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

ຄົນ​ທີ່​ຍາດ​ເອົາ​ເຄື່ອງ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ຄົນ​ອື່ນ​ຍາດ

ແລະ​ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ປຸ້ນ​ພວກ​ເຈົ້າ​ຖືກ​ປຸ້ນ​ຄື​ກັນ.”+

17 ພະ​ເຢໂຫວາ​ບອກ​ວ່າ: “ແຕ່​ເຮົາ​ຈະ​ປົວ​ບາດ​ໃຫ້​ພວກ​ເຈົ້າ​ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ແຂງແຮງ​ຄື​ເກົ່າ+

ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຍອມຮັບ​ພວກ​ເຈົ້າ​ແລະ​ເອີ້ນ​ພວກ​ເຈົ້າ​ວ່າ

‘ຊີໂອນ​ທີ່​ບໍ່​ມີ​ໃຜ​ຊອກ​ຫາ.’”+

18 ພະ​ເຢໂຫວາ​ເວົ້າ​ວ່າ:

“ເຮົາ​ຈະ​ລວບ​ລວມ​ລູກ​ຫຼານ​ຂອງ​ຢາໂຄບ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ+

ແລະ​ເຮົາ​ຈະ​ອີ່ຕົນ​ເຂົາ​ເຈົ້າ.

ເມືອງ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ອີກ​ຢູ່​ບ່ອນ​ເກົ່າ+

ແລະ​ປ້ອມ​ສູງ​ໆ​ກໍ​ຈະ​ຖືກ​ສ້າງ​ຢູ່​ບ່ອນ​ທີ່​ເໝາະ​ສົມ.

19 ຈະ​ມີ​ສຽງ​ຮ້ອງ​ເພງ​ຂອບໃຈ​ແລະ​ສຽງ​ຫົວ​ມ່ວນ​ຊື່ນ​ຂອງ​ເຂົາ​ເຈົ້າ.+

ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເພີ່ມ​ຂຶ້ນ​ແລະ​ບໍ່​ຫຼຸດ​ລົງ.+

ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຈຳນວນ​ຫຼາຍ​ຂຶ້ນ.*

ຈຳນວນ​ຄົນ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ໜ້ອຍ​ເລີຍ.+

20 ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຫຼາຍ​ຄື​ກັບ​ແຕ່​ກີ້.

ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຊາດ​ທີ່​ແຂງແຮງ​ຕໍ່​ໜ້າ​ເຮົາ.+

ເຮົາ​ຈະ​ຈັດການ​ກັບ​ທຸກ​ຄົນ​ທີ່​ກົດຂີ່​ຂົ່ມເຫງ​ເຂົາ​ເຈົ້າ.+

21 ຄົນ​ໜຶ່ງ​ຈາກ​ເຂົາ​ເຈົ້າ​ຈະ​ກາຍ​ເປັນ​ຄົນ​ຍິ່ງໃຫຍ່.

ຄົນ​ໜຶ່ງ​ຈາກ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ປົກຄອງ.

ເຮົາ​ຈະ​ອະນຸຍາດ​ໃຫ້​ລາວ​ມາ​ຢູ່​ໃກ້​ເຮົາ.

ຄັນ​ບໍ່​ຊັ້ນ ໃຜ​ຈະ​ກ້າ​ມາ​ຢູ່​ໃກ້​ເຮົາ?” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

22 “ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ+​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.”+

23 ຄວາມ​ໃຈ​ຮ້າຍ​ຂອງ​ພະ​ເຢໂຫວາ​ຈະ​ພັດ​ມາ​ຄື​ກັບ​ລົມ​ພາຍຸ.+

ມັນ​ຈະ​ເປັນ​ລົມ​ພາຍຸ​ໝູນ​ທີ່​ພັດ​ໃສ່​ຫົວ​ຂອງ​ຄົນ​ຊົ່ວ.

24 ພະ​ເຢໂຫວາ​ຈະ​ບໍ່​ເຊົາ​ໃຈ​ຮ້າຍ​ແຮງ

ຈົນ​ກວ່າ​ເພິ່ນ​ຈະ​ໄດ້​ເຮັດ​ຕາມ​ທີ່​ໄດ້​ຕັ້ງໃຈ​ໄວ້.+

ໃນ​ສະໄໝ​ສຸດທ້າຍ ພວກ​ເຈົ້າ​ຈະ​ເຂົ້າ​ໃຈ​ເລື່ອງ​ນີ້.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌