ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຄຳ​ສັ່ງ​ກ່ຽວ​ກັບ​ເຄື່ອງ​ບູຊາ​ຕ່າງ​ໆ​ (1-21)

        • ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ (1-10)

        • ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ (11-21)

      • ຫ້າມ​ກິນ​ນ້ຳມັນ​ຫຼື​ເລືອດ (22-27)

      • ສ່ວນ​ແບ່ງ​ຂອງ​ປະໂລຫິດ (28-36)

      • ສະຫຼຸບ​ເລື່ອງ​ເຄື່ອງ​ບູຊາ​ທັງ​ໝົດ (37, 38)

ລະບຽບພວກເລວີ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:6; 6:6; 14:2, 12; 19:20, 21; ຈຊບ 6:12

ລະບຽບພວກເລວີ 7:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 9:22
  • +ລລວ 3:1, 2; 5:9

ລະບຽບພວກເລວີ 7:3

ໄຂເງື່ອນ

  • *

    ແກະ​ໃນ​ສະໄໝ​ນັ້ນ​ມີ​ຫາງ​ທີ່​ມີ​ນ້ຳມັນ​ຫຼາຍ ປົກກະຕິ​ແລ້ວ​ຈະ​ໜັກ​ບໍ່​ຕ່ຳ​ກວ່າ 5 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:13, 14; ລລວ 3:9, 17; 4:8, 9; 8:18, 20

ລະບຽບພວກເລວີ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:3, 4

ລະບຽບພວກເລວີ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:14-16

ລະບຽບພວກເລວີ 7:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:13; 6:14, 16; ຈຊບ 18:9
  • +ລລວ 2:3

ລະບຽບພວກເລວີ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:25, 26; 14:13

ລະບຽບພວກເລວີ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:14; ລລວ 1:6

ລະບຽບພວກເລວີ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:20, 21; 1ຂຄ 23:29
  • +ລລວ 2:3-7; ຈຊບ 18:9; 1ກຣ 9:13

ລະບຽບພວກເລວີ 7:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:21
  • +ລລວ 5:11; ຈຊບ 5:15

ລະບຽບພວກເລວີ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:1; 7:20; 22:21; 1ກຣ 10:16

ລະບຽບພວກເລວີ 7:12

ໄຂເງື່ອນ

  • *

    ເຂົ້າຈີ່​ຮູບ​ວົງມົນ​ທີ່​ມີ​ຮູ​ທາງ​ກາງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:29; 2ຂຄ 29:31

ລະບຽບພວກເລວີ 7:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຄື່ອງ​ບູຊາ​ແຕ່​ລະ​ຢ່າງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:25, 26; 10:14; ຈຊບ 18:8

ລະບຽບພວກເລວີ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:29, 30

ລະບຽບພວກເລວີ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:21
  • +ລລວ 22:23; ພບຍ 12:5, 6

ລະບຽບພວກເລວີ 7:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:5, 6

ລະບຽບພວກເລວີ 7:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:7, 8

ລະບຽບພວກເລວີ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 19:20

ລະບຽບພວກເລວີ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 12:2, 4
  • +ລລວ 11:21-24; ພບຍ 14:7
  • +ລລວ 11:10; ພບຍ 14:10

ລະບຽບພວກເລວີ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:16, 17; 4:8-10; 1ຊມ 2:16, 17

ລະບຽບພວກເລວີ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:31; ລລວ 17:15

ລະບຽບພວກເລວີ 7:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:4; ລລວ 3:17; 17:10; ພບຍ 12:16; 1ຊມ 14:33; ກຈກ 15:20, 29

ລະບຽບພວກເລວີ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 17:14

ລະບຽບພວກເລວີ 7:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:1

ລະບຽບພວກເລວີ 7:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:3
  • +ອພຍ 29:24; ລລວ 8:25-27; 9:21

ລະບຽບພວກເລວີ 7:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:3-5
  • +ລລວ 8:29

ລະບຽບພວກເລວີ 7:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:27, 28; ລລວ 10:14; ຈຊບ 6:20

ລະບຽບພວກເລວີ 7:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:3

ລະບຽບພວກເລວີ 7:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 10:14

ລະບຽບພວກເລວີ 7:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:1; 29:4, 7; 40:13

ລະບຽບພວກເລວີ 7:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:15; ລລວ 8:12

ລະບຽບພວກເລວີ 7:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:9
  • +ລລວ 2:1; 6:14
  • +ລລວ 6:25
  • +ລລວ 5:6; 7:1
  • +ອພຍ 29:1; ລລວ 6:20
  • +ລລວ 3:1

ລະບຽບພວກເລວີ 7:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:27
  • +ລລວ 1:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 7:1ລລວ 5:6; 6:6; 14:2, 12; 19:20, 21; ຈຊບ 6:12
ລລວ. 7:2ຮຣ 9:22
ລລວ. 7:2ລລວ 3:1, 2; 5:9
ລລວ. 7:3ອພຍ 29:13, 14; ລລວ 3:9, 17; 4:8, 9; 8:18, 20
ລລວ. 7:4ລລວ 3:3, 4
ລລວ. 7:5ລລວ 3:14-16
ລລວ. 7:6ລລວ 5:13; 6:14, 16; ຈຊບ 18:9
ລລວ. 7:6ລລວ 2:3
ລລວ. 7:7ລລວ 6:25, 26; 14:13
ລລວ. 7:8ອພຍ 29:14; ລລວ 1:6
ລລວ. 7:9ລລວ 6:20, 21; 1ຂຄ 23:29
ລລວ. 7:9ລລວ 2:3-7; ຈຊບ 18:9; 1ກຣ 9:13
ລລວ. 7:10ລລວ 14:21
ລລວ. 7:10ລລວ 5:11; ຈຊບ 5:15
ລລວ. 7:11ລລວ 3:1; 7:20; 22:21; 1ກຣ 10:16
ລລວ. 7:12ລລວ 22:29; 2ຂຄ 29:31
ລລວ. 7:14ລລວ 6:25, 26; 10:14; ຈຊບ 18:8
ລລວ. 7:15ລລວ 22:29, 30
ລລວ. 7:16ລລວ 22:21
ລລວ. 7:16ລລວ 22:23; ພບຍ 12:5, 6
ລລວ. 7:17ລລວ 19:5, 6
ລລວ. 7:18ລລວ 19:7, 8
ລລວ. 7:20ຈຊບ 19:20
ລລວ. 7:21ລລວ 12:2, 4
ລລວ. 7:21ລລວ 11:21-24; ພບຍ 14:7
ລລວ. 7:21ລລວ 11:10; ພບຍ 14:10
ລລວ. 7:23ລລວ 3:16, 17; 4:8-10; 1ຊມ 2:16, 17
ລລວ. 7:24ອພຍ 22:31; ລລວ 17:15
ລລວ. 7:26ປຖກ 9:4; ລລວ 3:17; 17:10; ພບຍ 12:16; 1ຊມ 14:33; ກຈກ 15:20, 29
ລລວ. 7:27ລລວ 17:14
ລລວ. 7:29ລລວ 3:1
ລລວ. 7:30ລລວ 3:3
ລລວ. 7:30ອພຍ 29:24; ລລວ 8:25-27; 9:21
ລລວ. 7:31ລລວ 3:3-5
ລລວ. 7:31ລລວ 8:29
ລລວ. 7:32ອພຍ 29:27, 28; ລລວ 10:14; ຈຊບ 6:20
ລລວ. 7:33ພບຍ 18:3
ລລວ. 7:34ລລວ 10:14
ລລວ. 7:35ອພຍ 28:1; 29:4, 7; 40:13
ລລວ. 7:36ອພຍ 40:15; ລລວ 8:12
ລລວ. 7:37ລລວ 6:9
ລລວ. 7:37ລລວ 2:1; 6:14
ລລວ. 7:37ລລວ 6:25
ລລວ. 7:37ລລວ 5:6; 7:1
ລລວ. 7:37ອພຍ 29:1; ລລວ 6:20
ລລວ. 7:37ລລວ 3:1
ລລວ. 7:38ອພຍ 34:27
ລລວ. 7:38ລລວ 1:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 7:1-38

ລະບຽບພວກເລວີ

7 “‘ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ເປັນ​ແນວ​ນີ້.+ ເຄື່ອງ​ບູຊາ​ນີ້​ເປັນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​. 2 ເຂົາ​ເຈົ້າ​ຕ້ອງ​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ ຢູ່​ບ່ອນ​ດຽວ​ກັນ​ກັບ​ບ່ອນ​ທີ່​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ແລະ​ເອົາ​ເລືອດ+ໄປ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ.+ 3 ປະໂລຫິດ​ຕ້ອງເອົາ​ນ້ຳມັນ+ຂອງ​ສັດທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ອອກ​ໃຫ້​ໝົດ​ຄື: ຫາງ​ທີ່​ມີ​ນ້ຳມັນ* ນ້ຳມັນ​ທີ່​ປົກ​ໄສ້ 4 ແລະ​ໝາກ​ໄຂ່​ຫຼັງ 2 ໜ່ວຍ​ກັບ​ນ້ຳມັນ​ທີ່​ຕິດ​ໝາກ​ໄຂ່​ຫຼັງ​ທີ່​ຢູ່​ໃກ້​ໆ​ແອວ. ລາວ​ຕ້ອງ​ລອກ​ນ້ຳມັນ​ທີ່​ຕິດ​ຢູ່​ຕັບ​ອອກ​ໄປ​ຈົນ​ຮອດ​ໝາກ​ໄຂ່​ຫຼັງ.+ 5 ປະໂລຫິດ​ຈະເອົາ​ນ້ຳມັນ​ເຫຼົ່າ​ນີ້​ທີ່​ລອກ​ອອກ​ມາ​ແລ້ວໄປ​ເຜົາ​ເທິງ​ແທ່ນ​ບູຊາ ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ.+ ນີ້​ແມ່ນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ. 6 ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ປະໂລຫິດ​ຈະ​ກິນຊີ້ນ​ສັດ​ນັ້ນ​ໄດ້.+ ເຂົາ​ເຈົ້າ​ຕ້ອງ​ກິນ​ຢູ່​ບ່ອນ​ບໍລິສຸດ. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​.+ 7 ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ກໍ​ຄື​ກັບ​ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ບາບ. ປະໂລຫິດ​ຜູ້​ທີ່​ເຮັດ​ໜ້າ​ທີ່​ໄຖ່​ຄວາມ​ຜິດ​ຈະ​ໄດ້ຊີ້ນ​ທີ່​ເປັນ​ເຄື່ອງ​ບູຊາ​ນັ້ນ.+

8 ປະໂລຫິດ​ຜູ້​ທີ່​ເຮັດ​ໜ້າ​ທີ່​ເຜົາ​ເຄື່ອງ​ບູຊາ​ເຜົາ​ຈະ​ໄດ້​ໜັງ+​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ເຜົາ​ນັ້ນ​ນຳ.

9 ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ບໍ່​ວ່າ​ຈະ​ເປັນ​ເຂົ້າຈີ່​ທີ່​ເຮັດ​ຢູ່​ເຕົາ​ຫຼື​ຢູ່​ໝໍ້+ ກໍ​ຈະ​ເປັນ​ຂອງ​ປະໂລຫິດ+​ຜູ້​ທີ່ເຮັດ​ໜ້າ​ທີ່​ນັ້ນ. 10 ແຕ່​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ຍັງ​ເປັນ​ແປ້ງ ບໍ່​ວ່າ​ຈະ​ປະສົມ​ນ້ຳມັນ+​ຫຼືບໍ່​ໄດ້​ປະສົມ+ ທັງ​ໝົດ​ຈະ​ເປັນ​ຂອງ​ພວກ​ລູກ​ຊາຍ​ອາໂຣນ. ແຕ່​ລະ​ຄົນ​ຈະ​ໄດ້​ສ່ວນ​ແບ່ງ​ເທົ່າ​ໆ​ກັນ.

11 ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ເປັນ​ແນວ​ນີ້. 12 ຖ້າ​ລາວ​ຈະ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ເພື່ອ​ສະແດງ​ຄວາມ​ຂອບໃຈ+ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ​ມາ​ພ້ອມ​ກັບ​ເຂົ້າຈີ່​ຕໍ່​ໄປ​ນີ້​ຄື: ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ນວດ​ໃສ່​ນ້ຳມັນ​ເຮັດ​ເປັນ​ຮູບວົງ​ມົນ* ເຂົ້າຈີ່​ບໍ່​ມີ​ເຊື້ອ​ແຜ່ນ​ບາງ​ໆ​ທີ່​ທາ​ນ້ຳມັນ ແລະ​ເຂົ້າຈີ່​ຮູບ​ວົງ​ມົນ​ທີ່​ເຮັດ​ຈາກ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ​ແລະແຊ່​ໃນ​ນ້ຳມັນ. 13 ນອກ​ຈາກ​ນັ້ນ ລາວ​ຍັງ​ຕ້ອງ​ເອົາ​ເຂົ້າຈີ່​ທີ່​ມີ​ເຊື້ອ​ຮູບ​ວົງມົນ​ມາ​ໃຫ້ພ້ອມ​ກັບ​ເຄື່ອງ​ບູຊາສ້າງ​ຄວາມ​ສະຫງົບ​ສຸກ​ຂອງ​ລາວ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ. 14 ລາວ​ຕ້ອງ​ເອົາເຂົ້າຈີ່​ແຕ່​ລະ​ຢ່າງ*ມາແນວ​ລະ 1 ອັນ ເພື່ອ​ເປັນ​ສ່ວນ​ແບ່ງ​ສັກສິດ​ໃຫ້​ພະ​ເຢໂຫວາ. ສ່ວນ​ແບ່ງ​ນັ້ນ​ຈະ​ເປັນ​ຂອງ​ປະໂລຫິດ​ຜູ້​ທີ່​ຊິດ​ເລືອດ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ.+ 15 ຊີ້ນ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ເຊິ່ງ​ກໍ​ຄື​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ​ຈະ​ຕ້ອງ​ກິນ​ໃນ​ມື້​ນັ້ນ​ເລີຍ. ບໍ່​ໃຫ້​ເອົາ​ໄວ້​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ.+

16 ຖ້າ​ລາວ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາຍ້ອນ​ລາວ​ໄດ້​ສາບານ​ໄວ້+ ຫຼື​ເອົາ​ມາ​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ ກໍ​ຕ້ອງ​ກິນ​ຊີ້ນ​ໃນ​ມື້​ທີ່​ໃຫ້​ເຄື່ອງ​ບູຊາ​ນັ້ນ​ເລີຍ. ສ່ວນ​ທີ່​ເຫຼືອ​ຈະ​ເອົາ​ໄວ້​ກິນ​ໃນ​ມື້​ຕໍ່​ໄປ​ໄດ້. 17 ແຕ່​ຖ້າ​ຊີ້ນ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຫຼືອ​ຈົນ​ຮອດ​ມື້​ທີ 3 ກໍ​ຕ້ອງ​ເອົາ​ໄປ​ເຜົາ​ຖິ້ມ.+ 18 ຖ້າ​ມີ​ຄົນ​ໄປ​ກິນ​ຊີ້ນ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ທີ່​ເຫຼືອ​ຈົນ​ຮອດ​ມື້​ທີ 3 ພະເຈົ້າ​ຈະ​ບໍ່​ພໍ​ໃຈຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ນັ້ນ​ມາ​ໃຫ້. ເຄື່ອງ​ບູຊາ​ນັ້ນ​ຈະໃຊ້​ບໍ່​ໄດ້​ເລີຍ. ການ​ເຮັດ​ແນວ​ນັ້ນ​ເປັນ​ສິ່ງ​ທີ່​ໜ້າ​ລັງກຽດ ແລະ​ຄົນ​ທີ່​ກິນ​ຊີ້ນ​ນັ້ນ​ຈະ​ຕ້ອງ​ຖືກ​ລົງໂທດ.+ 19 ຊີ້ນ​ສັດ​ທີ່​ໄປ​ຖືກ​ສິ່ງ​ຂອງ​ທີ່​ບໍ່​ສະອາດ​ຈະ​ກິນ​ບໍ່​ໄດ້ ຕ້ອງ​ເອົາ​ຊີ້ນ​ນັ້ນ​ໄປ​ເຜົາ​ຖິ້ມ. ສ່ວນ​ຊີ້ນ​ທີ່​ສະອາດ ທຸກ​ຄົນ​ທີ່​ສະອາດ​ກໍ​ກິນ​ໄດ້.

20 ຖ້າ​ຄົນ​ທີ່​ບໍ່​ສະອາດ​ກິນ​ຊີ້ນ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ເຊິ່ງ​ເປັນ​ຂອງ​ພະ​ເຢໂຫວາ ລາວ​ຈະ​ຕ້ອງ​ຕາຍ.+ 21 ຖ້າ​ຜູ້​ໃດ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ທີ່​ບໍ່​ສະອາດ ບໍ່​ວ່າ​ຈະ​ເປັນຄົນ​ທີ່​ບໍ່​ສະອາດ+ ສັດ​ທີ່​ບໍ່​ສະອາດ+ ຫຼື​ສິ່ງ​ອື່ນ​ໆ​ທີ່​ບໍ່​ສະອາດ​ແລະ​ເປັນ​ຕາ​ໜ້າ​ລັງກຽດ+ ແລ້ວ​ລາວ​ໄປ​ກິນ​ຊີ້ນ​ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ ເຊິ່ງ​ເປັນ​ຂອງ​ພະ​ເຢໂຫວາ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.’”

22 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 23 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຫ້າມ​ພວກ​ເຈົ້າ​ກິນ​ນ້ຳມັນ+​ຂອງ​ງົວ​ໂຕ​ຜູ້ ນ້ຳມັນ​ຂອງ​ແກະ​ໂຕ​ຜູ້ ຫຼື​ນ້ຳມັນ​ຂອງ​ແບ້. 24 ແຕ່​ນ້ຳມັນ​ຂອງ​ສັດ​ທີ່​ຕາຍ​ເອງ ແລະ​ນ້ຳມັນ​ຂອງ​ສັດ​ທີ່ຖືກ​ສັດ​ໂຕ​ອື່ນ​ຂ້າຈະ​ເອົາ​ມາ​ໃຊ້​ເຮັດ​ແນວ​ອື່ນ​ໄດ້ ແຕ່​ຫ້າມ​ກິນ​ເດັດຂາດ.+ 25 ຜູ້​ໃດ​ກິນ​ນ້ຳມັນ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.

26 ບໍ່​ວ່າ​ພວກ​ເຈົ້າ​ຈະ​ຢູ່​ໃສ​ກໍ​ຕາມ ຫ້າມ​ກິນ​ເລືອດ+​ທຸກ​ຢ່າງ ຊິ​ເປັນ​ເລືອດ​ນົກ ຫຼື​ເລືອດ​ສັດ​ກໍ​ບໍ່​ໄດ້. 27 ຜູ້​ໃດ​ກິນ​ເລືອດ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.’”+

28 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 29 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຜູ້​ໃດ​ທີ່​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້​ພະ​ເຢໂຫວາ ຜູ້​ນັ້ນ​ຈະ​ຕ້ອງ​ເອົາ​ສ່ວນ​ໜຶ່ງ​ຂອງ​ເຄື່ອງ​ບູຊາ​ນັ້ນ​ໃຫ້​ພະ​ເຢໂຫວາ.+ 30 ລາວ​ຕ້ອງ​ເອົາ​ນ້ຳມັນ+​ກັບ​ຊີ້ນ​ສ່ວນ​ເອິກ​ໄປ​ໃຫ້​ປະໂລຫິດ​ເຜົາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ແລ້ວຜູ້​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້ຈະ​ເອົາ​ນ້ຳມັນ​ກັບ​ຊີ້ນ​ສ່ວນ​ເອິກ​ນັ້ນ​ຊູ​ໄປ​ຊູມາ​ເພື່ອ​ເປັນເຄື່ອງ​ບູຊາຊູ​ໄປ​ມາ+ຕໍ່​ໜ້າ​ພະ​ເຢໂຫວາ. 31 ປະໂລຫິດ​ຈະ​ເອົາ​ນ້ຳມັນ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ+ ແຕ່​ຊີ້ນ​ສ່ວນ​ເອິກ​ຈະ​ເປັນ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ.+

32 ພວກ​ເຈົ້າ​ຕ້ອງ​ເອົາຂາ​ຫຼັງ​ເບື້ອງ​ຂວາຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ໃຫ້​ເປັນ​ສ່ວນ​ແບ່ງ​ສັກສິດ​ສຳລັບ​ປະໂລຫິດ. 33 ລູກ​ຊາຍ​ຂອງ​ອາໂຣນ ຜູ້​ທີ່​ເປັນ​ຄົນ​ເອົາເລືອດ​ແລະ​ນ້ຳມັນຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໃຫ້​ພະເຈົ້າ ຈະ​ໄດ້​ຂາ​ຫຼັງ​ເບື້ອງ​ຂວາ​ເປັນ​ສ່ວນ​ແບ່ງ.+ 34 ເມື່ອ​ຄົນ​ອິດສະຣາເອນ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້​ເຮົາ ເຮົາ​ຈະ​ຮັບ​ເອົາ​ຊີ້ນ​ສ່ວນ​ເອິກ​ຂອງ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ກັບຂາ​ຫຼັງ​ເບື້ອງ​ຂວາທີ່​ເປັນ​ສ່ວນ​ແບ່ງ​ສັກສິດ. ແລ້ວ​ເຮົາ​ຈະ​ເອົາ​ສ່ວນ​ເຫຼົ່າ​ນີ້​ໃຫ້​ປະໂລຫິດ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ນີ້​ແມ່ນ​ກົດໝາຍ​ທີ່​ພວກ​ອິດສະຣາເອນ​ຈະ​ຕ້ອງ​ເຮັດ​ຕາມ​ຕໍ່​ໆ​ໄປ.+

35 ສ່ວນ​ແບ່ງ​ນີ້​ມາ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ທີ່​ຕ້ອງ​ແບ່ງ​ໄວ້​ຕ່າງ​ຫາກ​ໃຫ້​ພວກ​ປະໂລຫິດ ເຊິ່ງ​ກໍ​ຄື​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ໃນ​ມື້​ທີ່​ເຂົາ​ເຈົ້າ​ຖືກແຕ່ງຕັ້ງ​ໃຫ້​ເປັນ​ປະໂລຫິດຂອງ​ພະ​ເຢໂຫວາ.+ 36 ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ອິດສະຣາເອນ​ເອົາ​ສ່ວນ​ແບ່ງ​ນີ້​ໃຫ້ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ໃນ​ມື້​ທີ່​ເຂົາ​ເຈົ້າ​ຖືກ​ແຕ່ງຕັ້ງ.+ ນີ້​ແມ່ນ​ຄຳ​ສັ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ.’”

37 ສິ່ງ​ທີ່​ເວົ້າ​ມາ​ແມ່ນ​ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ເຜົາ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເຄື່ອງ​ບູຊາ​ໄຖ່​ບາບ+ ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ+ ເຄື່ອງ​ບູຊາ​ແຕ່ງຕັ້ງ+ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ 38 ຕາມ​ທີ່​ພະ​ເຢໂຫວາ​ບອກ​ໂມເຊ​ຢູ່​ພູ​ຊີນາຍ+ ໃນ​ມື້​ທີ່​ພະ​ເຢໂຫວາ​ສັ່ງ​ພວກ​ອິດສະຣາເອນ​ໃຫ້​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ເພິ່ນ​ຢູ່​ບ່ອນ​ກັນດານ​ຊີນາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌