ມີກາ
ເຂົາເຈົ້າເອົາໄມ້ຕີແກ້ມຜູ້ຕັດສິນຂອງອິດສະຣາເອນ.+
2 ສຳລັບເຈົ້າ ເບັດເລເຮັມເອຟຣາທາ+
ເຈົ້າເປັນເມືອງທີ່ນ້ອຍທີ່ສຸດໃນທ່າມກາງຫຼາຍພັນເມືອງ*ຂອງຢູດາ
ແຕ່ຈະມີຜູ້ປົກຄອງຄົນໜຶ່ງອອກມາຈາກເຈົ້າເພື່ອປົກຄອງອິດສະຣາເອນແທນເຮົາ.+
ລາວມີຊີວິດຢູ່ຕັ້ງແຕ່ດົນນານມາແລ້ວ.
3 ພະເຈົ້າຈະມອບປະຊາຊົນຂອງເພິ່ນໃຫ້ພວກສັດຕູ
ຈົນຮອດເວລາທີ່ຜູ້ຍິງ*ໄດ້ເກີດລູກແລ້ວ.
ພວກອ້າຍນ້ອງທີ່ຍັງເຫຼືອຢູ່ຂອງຜູ້ປົກຄອງຄົນນີ້ຈະກັບມາຫາຄົນອິດສະຣາເອນ.
4 ລາວຈະຢືນຂຶ້ນແລະເບິ່ງແຍງຝູງແກະໂດຍອາໄສກຳລັງທີ່ມາຈາກພະເຢໂຫວາ+
ແລະໂດຍອາໄສຊື່ທີ່ຍິ່ງໃຫຍ່ຂອງພະເຢໂຫວາພະເຈົ້າຂອງລາວ.
5 ລາວຈະເຮັດໃຫ້ເກີດຄວາມສະຫງົບສຸກ.+
ຖ້າພວກອັດຊີເຣຍມາໂຈມຕີແຜ່ນດິນຂອງພວກເຮົາແລະທຳລາຍປ້ອມຕ່າງໆຂອງພວກເຮົາ+
ພວກເຮົາຈະຕັ້ງຜູ້ລ້ຽງແກະເຈັດຄົນກັບພວກເຈົ້ານາຍ*ແປດຄົນເພື່ອຕໍ່ສູ້ກັບພວກນີ້.
ຜູ້ປົກຄອງຄົນນີ້ຈະຊ່ວຍພວກເຮົາໃຫ້ລອດຈາກພວກອັດຊີເຣຍ+
ຕອນທີ່ພວກອັດຊີເຣຍມາໂຈມຕີແຜ່ນດິນຂອງພວກເຮົາ.
7 ພວກລູກຫຼານຂອງຢາໂຄບທີ່ເຫຼືອຈະຢູ່ທ່າມກາງປະເທດຕ່າງໆ.
ເຂົາເຈົ້າຈະເປັນຄືກັບນ້ຳຄ້າງທີ່ມາຈາກພະເຢໂຫວາ
ແລະເປັນຄືກັບນ້ຳຝົນທີ່ຕົກໃສ່ພືດຜັກ
ໂດຍທີ່ບໍ່ຕ້ອງເພິ່ງມະນຸດ
ຫຼືລໍຖ້າໃຫ້ມະນຸດຫົດ.
8 ພວກລູກຫຼານຂອງຢາໂຄບທີ່ເຫຼືອຈະຢູ່ທ່າມກາງປະເທດຕ່າງໆ
ຢູ່ທ່າມກາງຊາດຕ່າງໆ.
ເຂົາເຈົ້າຈະເປັນຄືກັບໂຕສິງທີ່ຢູ່ທ່າມກາງສັດປ່າ
ເປັນຄືກັບສິງໂຕຜູ້ທີ່ຢູ່ທ່າມກາງຝູງແກະ.
ພວກມັນໂດດຄຸບເຫຍື່ອແລະຈີກເຫຍື່ອເປັນຕ່ອນໆ
ແລະບໍ່ມີໃຜຈະຊ່ວຍເຫຍື່ອນັ້ນໄດ້.
9 ພວກເຈົ້າຈະຊະນະພວກສັດຕູ
ແລະພວກສັດຕູທັງໝົດຈະຖືກທຳລາຍ.”
10 ພະເຢໂຫວາເວົ້າວ່າ:
“ໃນມື້ນັ້ນເຮົາຈະຂ້າມ້າແລະທຳລາຍລົດຮົບຂອງພວກເຈົ້າ.
11 ເຮົາຈະທຳລາຍເມືອງຕ່າງໆໃນແຜ່ນດິນຂອງພວກເຈົ້າ
ແລະທຳລາຍປ້ອມທັງໝົດຂອງພວກເຈົ້າ.
12 ເຮົາຈະເຮັດໃຫ້ພວກເຈົ້າເຊົາຫຼິ້ນຄາຖາອາຄົມ
ແລະຈະບໍ່ມີໃຜໃນພວກເຈົ້າຫຼິ້ນມົນ.+
13 ເຮົາຈະທຳລາຍຮູບບູຊາແລະເສົາບູຊາຕ່າງໆຂອງພວກເຈົ້າ
ແລະພວກເຈົ້າຈະບໍ່ໄດ້ຂາບໄຫວ້ສິ່ງທີ່ພວກເຈົ້າເຮັດອີກຕໍ່ໄປ.+
15 ເຮົາຈະລົງໂທດຊາດຕ່າງໆທີ່ບໍ່ເຊື່ອຟັງເຮົາ
ຍ້ອນເຮົາໃຈຮ້າຍຫຼາຍ.”