ຂ່າວດີທີ່ຂຽນໂດຍມັດທາຍ
2 ພະເຢຊູເກີດຢູ່ເມືອງເບັດເລເຮັມ+ໃນແຂວງຢູດາຍຕອນທີ່ເຮໂຣດ*+ເປັນກະສັດ. ຕໍ່ມາ ພວກທີ່ທຳນາຍໂດຍເບິ່ງດວງດາວທີ່ຢູ່ທາງທິດຕາເວັນອອກໄດ້ມາເມືອງເຢຣູຊາເລັມ. 2 ເຂົາເຈົ້າຖາມວ່າ: “ຮູ້ບໍວ່າເດັກນ້ອຍທີ່ຈະເປັນກະສັດຂອງຄົນຢິວຢູ່ໃສ?+ ພວກເຮົາເຫັນດາວຂອງລາວຕອນທີ່ຢູ່ທາງທິດຕາເວັນອອກ ພວກເຮົາຈຶ່ງມາເພື່ອຕ້ອນຮັບລາວ.”* 3 ເມື່ອໄດ້ຍິນຂ່າວ ເຮໂຣດແລະຄົນໃນເມືອງເຢຣູຊາເລັມທຸກຄົນກໍວຸ່ນວາຍໃຈຫຼາຍ. 4 ເຮໂຣດຈຶ່ງເອີ້ນພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາມາປະຊຸມກັນ ແລ້ວຖາມວ່າພະຄລິດ*ຈະມາເກີດຢູ່ໃສ. 5 ເຂົາເຈົ້າຕອບວ່າ: “ໃນເມືອງເບັດເລເຮັມ+ແຂວງຢູດາຍ ຍ້ອນຜູ້ພະຍາກອນຂຽນໄວ້ວ່າ 6 ‘ສຳລັບເຈົ້າ ເບັດເລເຮັມໃນແຜ່ນດິນຢູດາ ພວກຜູ້ປົກຄອງຢູດາບໍ່ຄວນຄິດວ່າເມືອງນີ້ເປັນເມືອງນ້ອຍໆທີ່ບໍ່ສຳຄັນ ຍ້ອນຈະມີຜູ້ປົກຄອງຄົນໜຶ່ງມາຈາກເມືອງນີ້ ແລະລາວຈະນຳໜ້າອິດສະຣາເອນປະຊາຊົນຂອງເຮົາ.’”+
7 ເຮໂຣດຈຶ່ງເອີ້ນພວກທີ່ທຳນາຍໂດຍເບິ່ງດວງດາວໃຫ້ມາຫາແບບລັບໆແລະຖາມຈົນຮູ້ວ່າເຂົາເຈົ້າເຫັນດາວດວງນັ້ນເທື່ອທຳອິດຕອນໃດ. 8 ແລ້ວເຮໂຣດກໍບອກພວກທີ່ທຳນາຍໂດຍເບິ່ງດວງດາວໃຫ້ໄປເມືອງເບັດເລເຮັມພ້ອມທັງສັ່ງວ່າ: “ໃຫ້ໄປຊອກຫາເດັກນ້ອຍຄົນນັ້ນ. ເມື່ອເຫັນແລ້ວໃຫ້ກັບມາບອກ ຂ້ອຍຈະໄປຕ້ອນຮັບລາວຄືກັນ.” 9 ເມື່ອພວກທີ່ທຳນາຍໂດຍເບິ່ງດວງດາວໄດ້ຍິນກະສັດເວົ້າແບບນັ້ນກໍພາກັນໄປ ແລະດາວທີ່ເຂົາເຈົ້າເຫັນຕອນຢູ່ທາງທິດຕາເວັນອອກ+ໄດ້ນຳທາງເຂົາເຈົ້າໄປ ແລ້ວກໍຢຸດຢູ່ເຮືອນທີ່ເດັກນ້ອຍນັ້ນຢູ່. 10 ເຂົາເຈົ້າເຫັນແບບນັ້ນກໍດີໃຈຫຼາຍ. 11 ເມື່ອເຂົ້າໄປໃນເຮືອນກໍເຫັນເດັກນ້ອຍກັບມາຣິອາແມ່ຂອງລາວ ເຂົາເຈົ້າຈຶ່ງໝູບລົງສະແດງຄວາມນັບຖືເດັກນ້ອຍຄົນນັ້ນ ແລ້ວກໍເອົາຄຳ ກຳຍານ* ແລະມົດຍອບ*ໃຫ້ລາວເປັນຂອງຂວັນ. 12 ຫຼັງຈາກນັ້ນ ພະເຈົ້າເຕືອນພວກທີ່ທຳນາຍໂດຍເບິ່ງດວງດາວໂດຍທາງຄວາມຝັນ+ວ່າບໍ່ໃຫ້ກັບໄປຫາເຮໂຣດ ເຂົາເຈົ້າຈຶ່ງກັບເມືອບ້ານໂດຍໃຊ້ທາງອື່ນ.
13 ເມື່ອເຂົາເຈົ້າໄປແລ້ວ ທູດສະຫວັນຂອງພະເຢໂຫວາ*ກໍມາເຂົ້າຝັນໂຢເຊັບ+ແລະບອກວ່າ: “ລຸກແມ້ ພາລູກກັບເມຍໜີໄປເອຢິບແລະຢູ່ຫັ້ນຈົນກວ່າເຮົາຈະບອກໃຫ້ກັບມາ ຍ້ອນເຮໂຣດກຳລັງຈະມາຂ້າລູກເຈົ້າ.” 14 ໂຢເຊັບຈຶ່ງຕື່ນ ແລ້ວພາລູກກັບເມຍໜີໄປເອຢິບໃນຄືນນັ້ນເລີຍ. 15 ເຂົາເຈົ້າຢູ່ຫັ້ນຈົນເຮໂຣດຕາຍ ເຊິ່ງເປັນໄປຕາມທີ່ພະເຢໂຫວາ*ບອກໄວ້ຜ່ານທາງຜູ້ພະຍາກອນຂອງເພິ່ນທີ່ວ່າ: “ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ.”+
16 ເມື່ອເຮໂຣດຮູ້ວ່າພວກທີ່ທຳນາຍໂດຍເບິ່ງດວງດາວຕົວະລາວ ລາວກໍໃຈຮ້າຍຫຼາຍຈຶ່ງສົ່ງຄົນໄປເບັດເລເຮັມແລະແຖວທີ່ຢູ່ໃກ້ຄຽງເພື່ອຂ້າເດັກນ້ອຍຜູ້ຊາຍທຸກຄົນທີ່ອາຍຸຕັ້ງແຕ່ 2 ປີລົງມາ. ເຮໂຣດຄິດໄລ່ອາຍຸຂອງເດັກນ້ອຍຈາກການຖາມພວກທີ່ທຳນາຍໂດຍເບິ່ງດວງດາວ.+ 17 ເລື່ອງນີ້ເກີດຂຶ້ນແທ້ຕາມທີ່ພະເຈົ້າໄດ້ບອກໄວ້ຜ່ານທາງຜູ້ພະຍາກອນເຢເຣມີຢາທີ່ວ່າ: 18 “ມີສຽງຮ້ອງໄຫ້ໂສກເສົ້າຢູ່ເມືອງຣາມາ ຣາເຄນກຳລັງຮ້ອງໄຫ້ຍ້ອນພວກລູກຂອງລາວ.+ ບໍ່ມີຫຍັງປອບໃຈລາວໄດ້ເລີຍ ຍ້ອນພວກລູກຂອງລາວຕາຍໝົດແລ້ວ.”+
19 ເມື່ອເຮໂຣດຕາຍແລ້ວ ທູດສະຫວັນຂອງພະເຢໂຫວາ*ໄດ້ມາເຂົ້າຝັນ+ໂຢເຊັບຕອນທີ່ຢູ່ໃນເອຢິບ 20 ແລະບອກວ່າ: “ລຸກແມ້ ໃຫ້ພາລູກກັບເມຍກັບໄປອິດສະຣາເອນ ຍ້ອນຄົນທີ່ຢາກຂ້າລູກເຈົ້າຕາຍແລ້ວ.” 21 ໂຢເຊັບຈຶ່ງຕື່ນແລະພາລູກກັບເມຍກັບໄປອິດສະຣາເອນ. 22 ແຕ່ເມື່ອໄດ້ຍິນວ່າອາກເຄລາອັດເປັນກະສັດປົກຄອງແຂວງຢູດາຍແທນເຮໂຣດພໍ່ຂອງລາວ ໂຢເຊັບກໍບໍ່ກ້າກັບໄປຫັ້ນ. ພະເຈົ້າຍັງເຕືອນໂຢເຊັບໃນຄວາມຝັນ+ວ່າບໍ່ໃຫ້ກັບໄປບ່ອນນັ້ນ ລາວຈຶ່ງໄປແຂວງຄາລີເລ+ 23 ແລະອາໄສຢູ່ໃນເມືອງນາຊາເຣັດ.+ ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງພວກຜູ້ພະຍາກອນທີ່ວ່າ: “ເພິ່ນຈະຖືກເອີ້ນວ່າຄົນນາຊາເຣັດ.”*+