ຂ່າວດີທີ່ຂຽນໂດຍມາຣະໂກ
11 ພະເຢຊູກັບພວກລູກສິດເດີນທາງໃກ້ຈະຮອດເມືອງເຢຣູຊາເລັມ ເມື່ອມາຮອດບ້ານເບັດຟາເຄແລະບ້ານເບັດທານີ+ທີ່ຢູ່ພູໝາກກອກ ພະເຢຊູກໍໃຫ້ລູກສິດ 2 ຄົນເດີນທາງໄປກ່ອນ.+ 2 ເພິ່ນສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນບ້ານທີ່ຢູ່ທາງໜ້ານີ້ ແລະທັນທີທີ່ເຂົ້າໄປພວກເຈົ້າກໍຈະເຫັນລານ້ອຍໂຕໜຶ່ງຖືກລ່າມໄວ້ ເປັນລາທີ່ບໍ່ມີໃຜເຄີຍຂີ່. ໃຫ້ແກ້ເຊືອກມັນແລ້ວຈູງມານີ້. 3 ຖ້າມີຄົນຖາມວ່າ ‘ພວກເຈົ້າແກ້ມັນເຮັດຫຍັງ?’ ໃຫ້ຕອບວ່າ ‘ຜູ້ເປັນນາຍຕ້ອງການໃຊ້ມັນ ຖ້າແລ້ວໆກໍຈະເອົາມາສົ່ງໂລດ.’” 4 ລູກສິດ 2 ຄົນນັ້ນກໍໄປແລະເຫັນລານ້ອຍຖືກລ່າມໄວ້ໜ້າປະຕູເຮືອນທີ່ຢູ່ແຄມທາງ ເຂົາເຈົ້າຈຶ່ງແກ້ເຊືອກອອກ.+ 5 ແຕ່ບາງຄົນທີ່ຢືນຢູ່ຫັ້ນໄດ້ຖາມວ່າ: “ແກ້ເຊືອກມັນເຮັດຫຍັງ?” 6 ພວກລູກສິດກໍຕອບຕາມທີ່ພະເຢຊູສັ່ງໄວ້ ເຂົາເຈົ້າຈຶ່ງຍອມໃຫ້ເອົາລານ້ອຍໄປ.
7 ລູກສິດ 2 ຄົນນັ້ນກໍຈູງລານ້ອຍ+ມາໃຫ້ພະເຢຊູ ແລະເອົາເສື້ອຄຸມຂອງເຂົາເຈົ້າປູເທິງຫຼັງມັນ ແລ້ວໃຫ້ເພິ່ນຂຶ້ນນັ່ງ.+ 8 ຫຼາຍຄົນເອົາເສື້ອຄຸມຂອງເຂົາເຈົ້າມາປູຕາມທາງ ແລະບາງຄົນກໍຕັດເອົາໃບປາມຢູ່ທົ່ງນາມາປູ.+ 9 ຜູ້ທີ່ຍ່າງອອກໜ້າແລະຜູ້ທີ່ຍ່າງນຳຫຼັງກໍຮ້ອງວ່າ: “ຂໍໃຫ້ທ່ານໝັ້ນຍືນ!+ ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!+ 10 ຂໍໃຫ້ພະເຈົ້າອວຍພອນການປົກຄອງທີ່ກຳລັງຈະມາ ເຊິ່ງເປັນການປົກຄອງຂອງດາວິດພໍ່ຂອງເຮົາ!+ ຂໍໃຫ້ພະເຈົ້າທີ່ຢູ່ໃນສະຫວັນເຮັດໃຫ້ທ່ານໝັ້ນຍືນ!” 11 ພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມແລະໄປວິຫານ. ເພິ່ນເລາະເບິ່ງຈົນທົ່ວ. ເມື່ອຄ່ຳແລ້ວເພິ່ນຈຶ່ງກັບໄປບ້ານເບັດທານີກັບອັກຄະສາວົກ* 12 ຄົນ.+
12 ມື້ຕໍ່ມາ ຕອນທີ່ພະເຢຊູກັບພວກລູກສິດອອກຈາກບ້ານເບັດທານີ ເພິ່ນຮູ້ສຶກຫິວເຂົ້າ.+ 13 ພະເຢຊູເຫັນຕົ້ນໝາກເດື່ອທີ່ມີໃບຕົ້ນໜຶ່ງຢູ່ໄກໆ ເພິ່ນຈຶ່ງເຂົ້າໄປເບິ່ງວ່າມີໝາກຫຼືບໍ່ ແຕ່ເມື່ອໄປຮອດກໍບໍ່ເຫັນມີໝາກ ມີແຕ່ໃບ ຍ້ອນຕອນນັ້ນຍັງບໍ່ທັນຮອດຍາມໝາກເດື່ອ. 14 ພະເຢຊູຈຶ່ງເວົ້າກັບຕົ້ນໝາກເດື່ອນັ້ນວ່າ: “ຢ່າໃຫ້ຜູ້ໃດໄດ້ກິນໝາກຂອງເຈົ້າອີກເລີຍ.”+ ພວກລູກສິດກໍໄດ້ຍິນຄຳເວົ້ານີ້.
15 ພະເຢຊູກັບພວກລູກສິດເຂົ້າໄປໃນເມືອງເຢຣູຊາເລັມອີກ. ເພິ່ນເຂົ້າໄປໃນວິຫານ ແລ້ວໄລ່ຄົນທີ່ກຳລັງຊື້ຂາຍກັນຢູ່ຫັ້ນໃຫ້ອອກໄປ. ເພິ່ນຂວ້ຳໂຕະຂອງຄົນແລກປ່ຽນເງິນແລະຂວ້ຳຕັ່ງຂອງຄົນທີ່ຂາຍນົກເຂົາ.+ 16 ພະເຢຊູບໍ່ຍອມໃຫ້ຄົນແບກຫຍັງຍ່າງຜ່ານວິຫານເລີຍ. 17 ພະເຢຊູສອນເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ‘ວິຫານຂອງເຮົາຈະຖືກເອີ້ນວ່າວິຫານສຳລັບການອະທິດຖານຂອງຄົນທຸກຊາດ’+ ແຕ່ພວກເຈົ້າພັດເຮັດໃຫ້ເປັນຖ້ຳໂຈນ.”+ 18 ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາໄດ້ຍິນທີ່ພະເຢຊູເວົ້າ ເຂົາເຈົ້າຈຶ່ງຫາທາງຈະຂ້າເພິ່ນ.+ ແຕ່ເຂົາເຈົ້າຢ້ານເພິ່ນຍ້ອນປະຊາຊົນປະທັບໃຈການສອນຂອງເພິ່ນ.+
19 ເມື່ອຄ່ຳແລ້ວ ພະເຢຊູກັບພວກລູກສິດກໍອອກໄປຈາກເມືອງ. 20 ຕອນເຊົ້າໆຂອງມື້ຕໍ່ມາ ເຂົາເຈົ້າຍ່າງກາຍຕົ້ນໝາກເດື່ອຕົ້ນເກົ່າແລະເຫັນວ່າມັນຫ່ຽວຕາຍຕັ້ງແຕ່ກົກຮອດປາຍ.+ 21 ເປໂຕຄິດພໍ້ຄຳເວົ້າຂອງພະເຢຊູ ລາວຈຶ່ງເວົ້າວ່າ: “ເບິ່ງແມ້ອາຈານ! ຕົ້ນໝາກເດື່ອທີ່ທ່ານສາບແຊ່ງນັ້ນມັນຫ່ຽວຕາຍແລ້ວ.”+ 22 ພະເຢຊູບອກພວກລູກສິດວ່າ: “ຂໍໃຫ້ເຊື່ອໃນພະເຈົ້າ. 23 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດເຊື່ອໂດຍບໍ່ສົງໄສເລີຍ ແລະສັ່ງພູໜ່ວຍນີ້ວ່າ ‘ລອຍຂຶ້ນແລະໄປຕົກໃນທະເລພຸ້ນ’ ມັນກໍຈະເປັນໄປຕາມນັ້ນ.+ 24 ດັ່ງນັ້ນ ຂ້ອຍຈຶ່ງບອກພວກເຈົ້າວ່າ ຖ້າພວກເຈົ້າອະທິດຖານຂໍຫຍັງ ກໍໃຫ້ເຊື່ອໂລດວ່າຈະໄດ້ຮັບແນ່ນອນ ແລະພວກເຈົ້າຈະໄດ້ຮັບແທ້ໆ.+ 25 ເມື່ອອະທິດຖານ ພວກເຈົ້າຕ້ອງຍົກໂທດໃຫ້ຄົນທີ່ເຮັດໃຫ້ພວກເຈົ້າຄຽດ ແລ້ວພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນກໍຈະຍົກໂທດໃຫ້ພວກເຈົ້າຄືກັນເມື່ອພວກເຈົ້າເຮັດຜິດ.”+ 26*——
27 ພະເຢຊູກັບພວກລູກສິດມາເມືອງເຢຣູຊາເລັມອີກ. ຕອນທີ່ເພິ່ນຍ່າງຢູ່ໃນວິຫານ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກໍເຂົ້າມາຫາເພິ່ນ. 28 ເຂົາເຈົ້າຖາມເພິ່ນວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ໃຜໃຫ້ສິດເຈົ້າ?”+ 29 ພະເຢຊູເວົ້າກັບເຂົາເຈົ້າວ່າ: “ຂ້ອຍຈະຖາມພວກເຈົ້າເລື່ອງໜຶ່ງ. ຕອບຂ້ອຍກ່ອນ ແລ້ວຂ້ອຍຈຶ່ງຈະບອກພວກເຈົ້າວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້. 30 ຕອບຂ້ອຍມາດຸວ່າ ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາ+ຈາກຜູ້ໃດ ຈາກພະເຈົ້າ*ຫຼືຈາກມະນຸດ?”+ 31 ເຂົາເຈົ້າຈຶ່ງລົມກັນວ່າ “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’ 32 ແຕ່ພວກເຮົາບໍ່ກ້າຕອບດອກວ່າ ‘ຈາກມະນຸດ.’” ເຂົາເຈົ້າເວົ້າແບບນັ້ນເພາະຢ້ານປະຊາຊົນຈະໃຈຮ້າຍ ຍ້ອນປະຊາຊົນຖືວ່າໂຢຮັນເປັນຜູ້ພະຍາກອນແທ້ໆ.+ 33 ເຂົາເຈົ້າຈຶ່ງຕອບວ່າ: “ບໍ່ຮູ້ເດະ.” ພະເຢຊູຈຶ່ງຕອບວ່າ: “ຄັນຊັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້.”