ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ຕອນ​ທີ່​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ (1-14)

      • ໄປ​ຮອດ​ເມືອງ​ເຢຣູຊາເລັມ (15-19)

      • ໂປໂລ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ພວກ​ຜູ້​ເບິ່ງແຍງ (20-26)

      • ຄວາມ​ວຸ່ນວາຍ​ໃນ​ວິຫານ; ໂປໂລ​ຖືກ​ຈັບ (27-36)

      • ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ​ກັບ​ປະຊາຊົນ (37-40)

ກິດຈະການ 21:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 173-174

ກິດຈະການ 21:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 173-174

ກິດຈະການ 21:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 173-175

ກິດຈະການ 21:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:10-12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 175

ກິດຈະການ 21:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 176

ກິດຈະການ 21:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 6:3, 5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 176-177

ກິດຈະການ 21:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເປັນ​ສາວ​ບໍລິສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28; ກຈກ 2:17; 1ກຣ 11:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 176-177

ກິດຈະການ 21:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 11:27, 28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 177

ກິດຈະການ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:22, 23; 21:33
  • +ກຈກ 9:15, 16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 177-178, 181

ກິດຈະການ 21:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 177-178

ກິດຈະການ 21:13

ໄຂເງື່ອນ

  • *

    ຫຼື “ເຮັດ​ໃຫ້​ຂ້ອຍ​ທໍ້ໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:24; 2ກຣ 4:10, 11; 2ຕມ 4:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 177-178

ກິດຈະການ 21:14

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 178

ກິດຈະການ 21:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 12:17; 15:13; ຄລຕ 1:19; 2:9; ຢກບ 1:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 112, 181

ກິດຈະການ 21:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 181-182

ກິດຈະການ 21:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 15:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 182-183

ກິດຈະການ 21:21

ໄຂເງື່ອນ

  • *

    ຫຼື “ທໍລະຍົດ”

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 2:28, 29; 1ກຣ 7:18-20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 182, 183-185

ກິດຈະການ 21:23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 184-185

ກິດຈະການ 21:24

ໄຂເງື່ອນ

  • *

    ໝາຍເຖິງ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ກັບ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2023, ໜ້າ 10

    ປະກາດຖີ່ຖ້ວນ ໜ້າ 184-185

    ຫໍສັງເກດການ (ສຶກສາ)

    10/2018, ໜ້າ 19

ກິດຈະການ 21:25

ໄຂເງື່ອນ

  • *

    ຫຼື “ຖືກ​ຂ້າ​ໂດຍ​ບໍ່​ເອົາ​ເລືອດ​ອອກ”

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:2; ອພຍ 34:15
  • +ປຖກ 9:4; ລລວ 3:17; 17:10; 1ຊມ 14:32, 33
  • +ລລວ 17:13; ພບຍ 12:23, 24
  • +ກຈກ 15:28, 29; 1ກຣ 6:9; ກລຊ 3:5; 1ທຊ 4:3; 1ປຕ 4:3

ກິດຈະການ 21:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:20

ກິດຈະການ 21:27

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ກິດຈະການ 21:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 24:5, 6

ກິດຈະການ 21:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:4; 2ຕມ 4:20

ກິດຈະການ 21:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2020, ໜ້າ 31

ກິດຈະການ 21:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:22, 23; 21:10, 11

ກິດຈະການ 21:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 3:4, 5
  • +ກຈກ 22:3

ກິດຈະການ 21:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 26:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 21:4ກຈກ 21:10-12
ກຈກ. 21:8ກຈກ 6:3, 5
ກຈກ. 21:9ຢອ 2:28; ກຈກ 2:17; 1ກຣ 11:5
ກຈກ. 21:10ກຈກ 11:27, 28
ກຈກ. 21:11ກຈກ 20:22, 23; 21:33
ກຈກ. 21:11ກຈກ 9:15, 16
ກຈກ. 21:13ກຈກ 20:24; 2ກຣ 4:10, 11; 2ຕມ 4:6
ກຈກ. 21:18ກຈກ 12:17; 15:13; ຄລຕ 1:19; 2:9; ຢກບ 1:1
ກຈກ. 21:20ກຈກ 15:1
ກຈກ. 21:21ຣມ 2:28, 29; 1ກຣ 7:18-20
ກຈກ. 21:241ກຣ 9:20
ກຈກ. 21:25ປຖກ 35:2; ອພຍ 34:15
ກຈກ. 21:25ປຖກ 9:4; ລລວ 3:17; 17:10; 1ຊມ 14:32, 33
ກຈກ. 21:25ລລວ 17:13; ພບຍ 12:23, 24
ກຈກ. 21:25ກຈກ 15:28, 29; 1ກຣ 6:9; ກລຊ 3:5; 1ທຊ 4:3; 1ປຕ 4:3
ກຈກ. 21:261ກຣ 9:20
ກຈກ. 21:28ກຈກ 24:5, 6
ກຈກ. 21:29ກຈກ 20:4; 2ຕມ 4:20
ກຈກ. 21:33ກຈກ 20:22, 23; 21:10, 11
ກຈກ. 21:39ຟລປ 3:4, 5
ກຈກ. 21:39ກຈກ 22:3
ກຈກ. 21:40ກຈກ 26:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 21:1-40

ກິດຈະການຂອງອັກຄະສາວົກ

21 ເມື່ອ​ພວກ​ເຮົາ​ຈຳໃຈ​ລາ​ເຂົາເຈົ້າ​ແລ້ວ ພວກ​ເຮົາ​ກໍ​ຂີ່​ເຮືອ​ໄປ​ເກາະ​ໂກດ. ໃນ​ມື້​ຕໍ່​ມາ​ກໍ​ໄປ​ເກາະ​ໂຣໂດ ແລ້ວ​ກໍ​ໄປ​ຮອດ​ເມືອງ​ປາຕາຣາ. 2 ເມື່ອ​ເຫັນ​ເຮືອ​ລຳ​ໜຶ່ງ​ກຳລັງ​ໄປ​ຟອຍນີເກ ພວກ​ເຮົາກໍ​ຂຶ້ນ​ເຮືອ​ລຳ​ນັ້ນ. 3 ເມື່ອ​ເຫັນ​ເກາະ​ໄຊປຣັດ ພວກ​ເຮົາກໍ​ແລ່ນ​ເຮືອ​ຜ່ານ​ເກາະ​ໄປ​ໂດຍ​ໃຫ້​ເກາະ​ຢູ່​ເບື້ອງ​ຊ້າຍ​ມື​ແລະ​ມຸ່ງ​ໜ້າ​ໄປ​ແຂວງ​ຊີເຣຍ ແລ້ວ​ຈອດ​ຢູ່​ເມືອງ​ຕີເຣ​ຍ້ອນ​ເຮືອ​ຕ້ອງ​ເອົາ​ສິນ​ຄ້າ​ລົງ​ຢູ່​ຫັ້ນ. 4 ພວກ​ເຮົາ​ຊອກຫາ​ພວກ​ລູກສິດ​ຈົນ​ເຈິ​ແລ້ວ​ພັກຢູ່​ຫັ້ນ 7 ມື້. ເຂົາເຈົ້າ​ພະຍາຍາມ​ຫ້າມ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ​ຍ້ອນ​ສິ່ງ​ທີ່​ພະລັງ​ຂອງ​ພະເຈົ້າ​ບອກ​ໃຫ້​ເຂົາເຈົ້າ​ຮູ້.+ 5 ເມື່ອ​ຮອດ​ເວລາ​ທີ່​ພວກ​ເຮົາ​ຕ້ອງ​ເດີນທາງ​ຕໍ່ ເຂົາເຈົ້າ​ທຸກ​ຄົນ​ທັງ​ຜູ້​ຍິງ​ແລະ​ເດັກນ້ອຍ​ກໍ​ພາກັນ​ມາ​ສົ່ງ​ພວກ​ເຮົາຮອດ​ນອກ​ເມືອງ. ພວກ​ເຮົາ​ຄູ້ເຂົ່າ​ລົງ​ອະທິດຖານ​ຢູ່​ຫາດຊາຍ​ນຳ​ກັນ. 6 ເມື່ອ​ລາ​ກັນ​ແລ້ວ ພວກ​ເຮົາ​ກໍ​ຂຶ້ນ​ເຮືອ ສ່ວນ​ເຂົາເຈົ້າ​ກໍ​ເມືອ​ເຮືອນ.

7 ຈາກ​ເມືອງ​ຕີເຣ ພວກ​ເຮົາ​ຂີ່​ເຮືອ​ມາ​ຮອດ​ເມືອງ​ປະໂຕເລມາຍ. ເມື່ອ​ທັກທາຍ​ພີ່ນ້ອງ​ແລ້ວ ພວກ​ເຮົາ​ກໍ​ພັກ​ຢູ່​ນຳ​ເຂົາເຈົ້າ 1 ມື້. 8 ມື້​ຕໍ່​ມາ ພວກ​ເຮົາ​ເດີນທາງ​ມາ​ຮອດ​ເມືອງ​ກາຍຊາເຣຍ ແລ້ວ​ເຂົ້າ​ໄປ​ພັກ​ຢູ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວ​ດີ. ລາວ​ເປັນ 1 ໃນ 7 ຄົນ​ທີ່​ຖືກ​ເລືອກ​ກ່ອນ​ໜ້າ​ນີ້.+ 9 ຟີລິບ​ມີ​ລູກ​ສາວ 4 ຄົນ​ທີ່​ຍັງ​ເປັນ​ໂສດ*​ແລະ​ເປັນ​ຜູ້​ພະຍາກອນ.+ 10 ຫຼັງ​ຈາກ​ທີ່​ພວກ​ເຮົາ​ຢູ່​ຫັ້ນ​ຫຼາຍ​ມື້ ຜູ້ພະຍາກອນ​ຊື່​ອາຄະໂບ+​ກໍ​ມາ​ຈາກ​ແຂວງ​ຢູດາຍ. 11 ລາວ​ມາ​ຫາ​ພວກ​ເຮົາ ເອົາ​ຜ້າ​ມັດ​ແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ໂຕເອງ​ແລ້ວ​ເວົ້າ​ວ່າ: “ພະລັງ​ບໍລິສຸດ​ບອກ​ວ່າ ‘ເຈົ້າ​ຂອງ​ຜ້າ​ມັດ​ແອວ​ຜືນ​ນີ້​ຈະ​ຖືກ​ຄົນ​ຢິວ​ໃນ​ເມືອງ​ເຢຣູຊາເລັມ​ມັດ​ໄວ້​ແບບ​ນີ້.+ ແລ້ວ​ເຂົາເຈົ້າ​ຈະ​ມອບ​ຜູ້​ນັ້ນ​ໃຫ້​ຄົນ​ຕ່າງຊາດ.’”+ 12 ເມື່ອ​ໄດ້​ຍິນ​ແບບ​ນັ້ນ ພວກ​ເຮົາ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ອ້ອນວອນ​ໂປໂລ​ບໍ່​ໃຫ້​ໄປ​ເມືອງ​ເຢຣູຊາເລັມ. 13 ໂປໂລ​ເວົ້າ​ວ່າ: “ເປັນຫຍັງ​ພວກ​ເຈົ້າ​ຈຶ່ງ​ຮ້ອງໄຫ້​ແລະ​ພະຍາຍາມ​ເຮັດ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຕັ້ງໃຈ.* ຂ້ອຍ​ພ້ອມ​ຈະ​ຖືກ​ມັດ ແລະ​ພ້ອມ​ຈະ​ຕາຍຢູ່​ເມືອງເຢຣູຊາເລັມ​ເພື່ອ​ຊື່​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.”+ 14 ເມື່ອ​ໂປໂລ​ບໍ່​ຍອມ​ປ່ຽນ​ໃຈ ພວກ​ເຮົາ​ກໍ​ເຊົາ​ອ້ອນວອນ​ລາວ ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ*​ຕ້ອງການ.”

15 ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ກໍ​ກຽມ​ໂຕ​ແລະ​ເດີນທາງ​ໄປ​ເມືອງ​ເຢຣູຊາເລັມ. 16 ລູກສິດ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ກໍ​ໄປ​ກັບ​ພວກ​ເຮົາ​ເພື່ອ​ຈະ​ພາ​ພວກ​ເຮົາ​ໄປ​ຫາ​ຄົນ​ຊື່​ມະນາໂຊນ​ທີ່​ຈະ​ໃຫ້​ພວກ​ເຮົາ​ພັກ​ຢູ່​ເຮືອນ​ຂອງ​ລາວ. ລາວ​ເປັນ​ຄົນ​ຢູ່​ເກາະ​ໄຊປຣັດ​ແລະ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ລູກສິດ​ກຸ່ມ​ທຳອິດ. 17 ເມື່ອ​ພວກ​ເຮົາ​ມາ​ຮອດ​ເມືອງ​ເຢຣູຊາເລັມ ພວກ​ພີ່ນ້ອງ​ກໍ​ມາ​ຕ້ອນຮັບ​ພວກ​ເຮົາ​ດ້ວຍ​ຄວາມ​ດີໃຈ. 18 ມື້​ຕໍ່​ມາ ໂປໂລ​ກັບ​ພວກ​ເຮົາ​ໄດ້​ໄປ​ຫາ​ຢາໂກໂບ+ ແລະ​ຜູ້​ເບິ່ງແຍງ​ທຸກ​ຄົນ​ກໍ​ຢູ່​ຫັ້ນ. 19 ໂປໂລ​ທັກທາຍ​ເຂົາເຈົ້າ ແລ້ວ​ເລົ່າ​ຢ່າງ​ລະອຽດ​ວ່າ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຄົນ​ຕ່າງຊາດ​ຕອນ​ທີ່​ລາວ​ໄປ​ປະກາດ.

20 ເມື່ອ​ໄດ້​ຍິນ​ເລື່ອງ​ນັ້ນ ເຂົາເຈົ້າ​ກໍ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ ແລ້ວ​ເວົ້າ​ກັບ​ໂປໂລ​ວ່າ: “ໂປໂລ ພີ່ນ້ອງ​ຂອງ​ພວກ​ເຮົາ. ເຈົ້າ​ກໍ​ຮູ້​ວ່າ​ມີ​ຄົນ​ຢິວ​ຫຼາຍ​ພັນ​ຄົນ​ເຂົ້າ​ມາ​ເຊື່ອ ແລະ​ເຂົາເຈົ້າ​ທຸກ​ຄົນ​ກະຕືລືລົ້ນ​ໃນ​ການ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ.+ 21 ແຕ່​ເຂົາເຈົ້າ​ໄດ້​ຍິນ​ຂ່າວ​ລື​ວ່າ​ເຈົ້າ​ສອນ​ຄົນ​ຢິວ​ທີ່​ຢູ່​ໃນ​ດິນແດນ​ຂອງ​ຄົນ​ຕ່າງຊາດ​ໃຫ້​ຖິ້ມ*​ກົດໝາຍ​ຂອງ​ໂມເຊ ແລະ​ຫ້າມ​ເຂົາເຈົ້າ​ບໍ່​ໃຫ້​ເຮັດ​ສິນຕັດ*​ໃຫ້​ລູກ ແລະ​ບໍ່​ໃຫ້​ເຮັດ​ຕາມ​ທຳນຽມ​ທີ່​ເຄີຍ​ຍຶດ​ຖື​ມາ.+ 22 ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ​ດີ? ເຂົາເຈົ້າ​ຄື​ຊິ​ຮູ້​ແລ້ວ​ວ່າ​ເຈົ້າ​ມາ​ຮອດ​ນີ້. 23 ໃຫ້​ເຮັດ​ແບບ​ນີ້ ພວກ​ເຮົາ​ມີ​ຜູ້​ຊາຍ 4 ຄົນ​ທີ່​ປະຕິຍານ​ໂຕ​ໄວ້​ແລ້ວ. 24 ໃຫ້​ເຈົ້າ​ພາ 4 ຄົນ​ນີ້​ໄປ​ນຳ ແລະ​ໃຫ້​ເຈົ້າ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ຄື​ກັບ 4 ຄົນ​ນີ້. ໃຫ້​ເຈົ້າ​ອອກ​ຄ່າ​ໃຊ້​ຈ່າຍ​ທັງໝົດ​ໃຫ້​ເຂົາເຈົ້າ​ເພື່ອ​ເຂົາເຈົ້າ​ຊິ​ໄດ້​ແຖ​ຫົວ.* ທຸກ​ຄົນ​ຈະ​ໄດ້​ຮູ້​ວ່າ​ຂ່າວ​ລື​ກ່ຽວກັບ​ເຈົ້າ​ນັ້ນ​ບໍ່​ເປັນ​ຄວາມຈິງ ແຕ່​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ສະເໝີ.+ 25 ສ່ວນ​ລູກສິດ​ທີ່​ເປັນ​ຄົນ​ຕ່າງຊາດ ພວກ​ເຮົາ​ໄດ້​ສົ່ງ​ຈົດໝາຍ​ແຈ້ງ​ຄຳ​ຕັດສິນ​ໃຫ້​ເຂົາເຈົ້າ​ແລ້ວ​ວ່າ ໃຫ້​ງົດ​ເວັ້ນ​ຈາກ​ການ​ກິນ​ເຄື່ອງ​ບູຊາ​ທີ່​ເອົາ​ໃຫ້​ຮູບ​ບູຊາ+ ຈາກ​ເລືອດ+ ຈາກ​ການ​ກິນ​ສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ*+ ແລະ​ຈາກ​ການ​ເຮັດ​ຜິດສິນລະທຳ​ທາງ​ເພດ.”*+

26 ມື້​ຕໍ່​ມາ ໂປໂລ​ກໍ​ພາ 4 ຄົນ​ນັ້ນ​ໄປ​ນຳ​ແລະ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ພ້ອມ​ກັບ​ເຂົາເຈົ້າ.+ ເຂົາເຈົ້າ​ເຂົ້າ​ໄປ​ໃນ​ວິຫານ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ພິທີກຳ​ຈະ​ຄົບ​ກຳນົດ​ຕອນ​ໃດ ແລະ​ເມື່ອ​ຮອດ​ມື້​ນັ້ນ​ແຕ່​ລະ​ຄົນ​ຈະ​ໄດ້​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້.

27 ເມື່ອ​ໃກ້​ຈະ​ຄົບ 7 ມື້ ພວກ​ຢິວ​ທີ່​ມາ​ຈາກ​ແຂວງ​ອາຊີ*​ເຫັນ​ໂປໂລ​ຢູ່​ວິຫານ ເຂົາເຈົ້າ​ຈຶ່ງ​ຍົວະ​ຄົນ​ໃຫ້​ມາ​ລວມ​ກັນ​ແລ້ວ​ໄປ​ຈັບ​ໂປໂລ. 28 ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ວ່າ: “ພວກ​ເຮົາ​ຄົນ​ອິດສະຣາເອນ​ມາ​ຊ່ວຍ​ກັນ​ແມ້! ຜູ້​ນີ້​ແຫຼະ​ທີ່​ສອນ​ຄົນ​ຢູ່​ທຸກ​ບ່ອນ​ໃຫ້​ດູຖູກ​ຄົນ​ໃນ​ຊາດ​ເຮົາ ກົດໝາຍ​ຂອງ​ເຮົາ ແລະ​ສະຖານ​ທີ່​ນີ້. ລາວ​ຍັງ​ພາ​ຄົນ​ກຣີກ​ເຂົ້າ​ມາ​ໃນ​ວິຫານ ແລະ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ນີ້​ເສື່ອມ​ເສຍ.”+ 29 ເຂົາເຈົ້າ​ເວົ້າ​ແບບ​ນີ້​ຍ້ອນ​ເຫັນ​ໂທຟີໂມ+​ທີ່​ເປັນ​ຄົນ​ເມືອງ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ນັ້ນ. ເຂົາເຈົ້າ​ຈຶ່ງ​ຄິດ​ວ່າ​ໂປໂລ​ພາ​ລາວ​ເຂົ້າ​ໄປ​ໃນ​ວິຫານ. 30 ແລ້ວ​ກໍ​ເກີດ​ຄວາມ​ວຸ່ນວາຍ​ໄປ​ທົ່ວ​ເມືອງ. ມີ​ຄົນ​ແລ່ນ​ຫຸ້ມ​ເຂົ້າ​ໄປ​ຈັບ​ໂປໂລ​ແລ້ວ​ລາກ​ລາວ​ອອກ​ໄປ​ນອກ​ວິຫານ​ແລະ​ອັດ​ປະຕູ​ທັນທີ. 31 ຕອນ​ທີ່​ຄົນ​ພະຍາຍາມ​ຈະ​ຂ້າ​ໂປໂລ ມີ​ຄົນ​ສົ່ງ​ຂ່າວ​ໄປ​ຫາ​ນາຍພັນ​ວ່າ​ມີ​ຄວາມ​ວຸ່ນວາຍ​ທົ່ວ​ເມືອງ​ເຢຣູຊາເລັມ. 32 ນາຍພັນ​ຈຶ່ງ​ພາ​ທະຫານ​ກັບ​ພວກ​ນາຍ​ຮ້ອຍ​ແລ່ນ​ໄປ​ຫາ​ພວກ​ນັ້ນ​ທັນທີ. ເມື່ອ​ເຫັນ​ນາຍພັນ​ກັບ​ກອງ​ທະຫານ ເຂົາເຈົ້າ​ກໍ​ເຊົາ​ຕີ​ໂປໂລ.

33 ນາຍພັນ​ເຂົ້າ​ໄປ​ຈັບ​ໂປໂລ​ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້ 2 ເສັ້ນ​ລ່າມ​ລາວ​ໄວ້+ ແລະ​ຖາມ​ພວກ​ຢິວ​ວ່າ​ໂປໂລ​ແມ່ນ​ໃຜ​ແລະ​ເຮັດ​ຜິດ​ຫຍັງ? 34 ຄົນ​ພາກັນ​ຮ້ອງ​ສຽງ​ດັງ ບາງ​ພວກ​ຮ້ອງ​ແນວ​ໜຶ່ງ​ແລະ​ບາງ​ພວກ​ກໍ​ຮ້ອງ​ອີກ​ແນວ​ໜຶ່ງ. ນາຍພັນ​ບໍ່​ຮູ້​ວ່າ​ແມ່ນ​ເລື່ອງ​ຫຍັງ​ແທ້​ໆ​ຍ້ອນ​ວຸ່ນວາຍ​ຫຼາຍ. ລາວ​ຈຶ່ງ​ສັ່ງ​ໃຫ້​ພາ​ໂປໂລ​ໄປ​ຄ້າຍ​ທະຫານ. 35 ແຕ່​ເມື່ອ​ໂປໂລ​ໄປ​ຮອດ​ຂັ້ນໄດ​ທີ່​ຈະ​ຂຶ້ນ​ໄປ​ຄ້າຍ​ທະຫານ ພວກ​ນັ້ນ​ກໍ​ບ້າ​ແຮງ​ຈົນ​ພວກ​ທະຫານ​ຕ້ອງ​ຫິ້ວ​ໂປໂລ​ຂຶ້ນ​ໄປ 36 ຍ້ອນ​ວ່າ​ມີ​ຫຼາຍ​ຄົນ​ຍັງ​ນຳ​ໄປ​ແລະ​ຮ້ອງ​ສຽງ​ດັງ​ວ່າ: “ຂ້າ​ມັນ​ສະ!”

37 ຕອນ​ທີ່​ທະຫານ​ກຳລັງ​ຈະ​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ ໂປໂລ​ກໍ​ເວົ້າ​ກັບ​ນາຍພັນ​ວ່າ: “ຂ້ອຍ​ຂໍ​ເວົ້າ​ບາງ​ຢ່າງ​ກັບ​ທ່ານ​ໄດ້​ບໍ?” ລາວ​ເວົ້າ​ວ່າ: “ເຈົ້າ​ເວົ້າ​ພາສາ​ກຣີກ​ໄດ້​ບໍ? 38 ເຈົ້າ​ບໍ່​ແມ່ນ​ຄົນ​ເອຢິບ​ທີ່​ບໍ່​ດົນ​ມາ​ນີ້​ໄດ້​ກໍ່​ກະບົດ​ແລະ​ພາ​ນັກ​ລອບ​ສັງຫານ 4.000 ຄົນ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ແມ່ນ​ບໍ?” 39 ໂປໂລ​ຕອບ​ວ່າ: “ທີ່​ຈິງ ຂ້ອຍ​ເປັນ​ຄົນ​ຢິວ+​ຈາກ​ເມືອງ​ຕາໂຊ+​ໃນ​ແຂວງ​ກີລີເກຍ. ຂ້ອຍ​ເປັນ​ພົນລະເມືອງ​ຂອງ​ເມືອງ​ໜຶ່ງ​ທີ່​ສຳຄັນ. ຂໍ​ໃຫ້​ຂ້ອຍ​ເວົ້າ​ກັບ​ປະຊາຊົນ​ແດ່​ໄດ້​ບໍ?” 40 ເມື່ອ​ໄດ້​ຮັບ​ອະນຸຍາດ​ແລ້ວ ໂປໂລ​ກໍ​ໄປ​ຢືນ​ຢູ່​ຂັ້ນໄດ​ແລະ​ຍົກ​ມື​ຂຶ້ນ​ບອກ​ໃຫ້​ປະຊາຊົນ​ມິດ. ເມື່ອ​ທຸກ​ຄົນ​ມິດ​ແລ້ວ ໂປໂລ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ເປັນ​ພາສາ​ເຮັບເຣີ+​ວ່າ:

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌