ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ໂປໂລ​ຢາກ​ໃຫ້​ພີ່ນ້ອງ​ດີໃຈ (1-4)

      • ຄົນ​ທີ່​ເຮັດ​ຜິດ​ໄດ້​ຮັບ​ການ​ຍົກໂທດ​ແລະ​ຖືກ​ຮັບ​ກັບ​ມາ (5-11)

      • ໂປໂລ​ຢູ່​ເມືອງ​ໂທອາດ​ແລະ​ແຂວງ​ມາເກໂດເນຍ (12, 13)

      • ວຽກ​ຮັບໃຊ້​ເປັນ​ຄື​ກັບ​ຂະບວນ​ແຫ່​ສະຫຼອງ​ໄຊ​ຊະນະ (14-17)

        • ບໍ່​ແມ່ນ​ຄົນ​ເລາະ​ຂາຍ​ຄຳສອນ​ຂອງ​ພະເຈົ້າ (17)

2 ໂກຣິນໂທ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 7:8, 9

2 ໂກຣິນໂທ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 5:1

2 ໂກຣິນໂທ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 15:23, 24
  • +ຮຣ 12:12

2 ໂກຣິນໂທ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:10

2 ໂກຣິນໂທ 2:11

ໄຂເງື່ອນ

  • *

    ຫຼື “ຈະ​ຫຼອກລວງ​ພວກ​ເຮົາ​ບໍ່​ໄດ້”

  • *

    ຫຼື “ແຜນການ​ຂອງ​ມັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 22:31; 2ຕມ 2:26
  • +ອຟຊ 6:11, 12; 1ປຕ 5:8

2 ໂກຣິນໂທ 2:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປະຕູ​ໄດ້​ເປີດ​ໃຫ້​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 166

2 ໂກຣິນໂທ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 2:3; ຕຕ 1:4
  • +2ກຣ 7:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 166

2 ໂກຣິນໂທ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 15:19; 2ກຣ 4:3; 1ປຕ 2:7, 8

2 ໂກຣິນໂທ 2:17

ໄຂເງື່ອນ

  • *

    ຫຼື “ຫາ​ຜົນ​ປະໂຫຍດ​ຈາກ; ຫາ​ຜົນ​ກຳໄລ​ຈາກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 4:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 2:42ກຣ 7:8, 9
2ກຣ. 2:51ກຣ 5:1
2ກຣ. 2:7ລກ 15:23, 24
2ກຣ. 2:7ຮຣ 12:12
2ກຣ. 2:8ຣມ 12:10
2ກຣ. 2:11ລກ 22:31; 2ຕມ 2:26
2ກຣ. 2:11ອຟຊ 6:11, 12; 1ປຕ 5:8
2ກຣ. 2:12ກຈກ 16:8
2ກຣ. 2:13ຄລຕ 2:3; ຕຕ 1:4
2ກຣ. 2:132ກຣ 7:5
2ກຣ. 2:16ຢຮ 15:19; 2ກຣ 4:3; 1ປຕ 2:7, 8
2ກຣ. 2:172ກຣ 4:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 2:1-17

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

2 ຂ້ອຍ​ຕັ້ງໃຈ​ໄວ້​ວ່າ​ເມື່ອ​ໄປ​ຫາ​ພວກ​ເຈົ້າ​ອີກ ຂ້ອຍ​ຈະ​ບໍ່​ເຮັດ​ໃຫ້​ພວກ​ເຈົ້າ​ເສົ້າໃຈ. 2 ຖ້າ​ຂ້ອຍ​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ເສົ້າໃຈ ແລ້ວ​ຈະ​ມີ​ຜູ້​ໃດ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ຂ້ອຍ. 3 ຂ້ອຍ​ໄດ້​ຂຽນ​ຈົດໝາຍ​ສະບັບ​ກ່ອນ​ໜ້າ​ນີ້​ກໍ​ເພື່ອ​ວ່າ​ເມື່ອ​ຂ້ອຍ​ໄປ​ຫາ ພວກ​ເຈົ້າ​ທີ່​ຄວນ​ເຮັດ​ໃຫ້​ຂ້ອຍ​ດີໃຈ​ຈະ​ບໍ່​ເຮັດ​ໃຫ້​ຂ້ອຍ​ເສົ້າໃຈ ຍ້ອນ​ຂ້ອຍ​ໝັ້ນໃຈ​ວ່າ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ຂ້ອຍ​ດີໃຈ ກໍ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ດີໃຈ​ຄື​ກັນ. 4 ຕອນ​ນັ້ນ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ພ້ອມ​ທັງ​ນ້ຳຕາ​ໄຫຼ​ດ້ວຍ​ຄວາມ​ທຸກໃຈ. ຂ້ອຍ​ບໍ່​ໄດ້​ຢາກ​ໃຫ້​ພວກ​ເຈົ້າ​ເສົ້າໃຈ+ ແຕ່​ຢາກ​ໃຫ້​ຮູ້​ວ່າ​ຂ້ອຍ​ຮັກ​ພວກ​ເຈົ້າຫຼາຍ​ສ່ຳ​ໃດ.

5 ຄົນ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເສົ້າໃຈ​ນັ້ນ+​ເຮັດ​ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ເສົ້າໃຈ​ບໍ່​ຫຼາຍ​ກໍ​ໜ້ອຍລວມ​ທັງ​ຂ້ອຍ​ນຳ ແຕ່​ຂ້ອຍ​ບໍ່​ຢາກ​ເວົ້າ​ຫຼາຍ​ກ່ຽວກັບ​ສິ່ງ​ທີ່​ລາວ​ເຮັດ. 6 ລາວ​ຖືກ​ພີ່ນ້ອງ​ສ່ວນ​ຫຼາຍ​ຕຳໜິ​ຫຼາຍ​ພໍ​ແລ້ວ. 7 ພວກ​ເຈົ້າ​ຄວນ​ຈະ​ຍົກໂທດ​ແລະ​ປອບໃຈ​ລາວ​ຫຼາຍ​ກວ່າ+ ເພື່ອ​ລາວ​ຈະ​ບໍ່​ຈົມ​ຢູ່​ກັບ​ຄວາມ​ໂສກເສົ້າ​ຫຼາຍ​ໂພດ.+ 8 ດັ່ງນັ້ນ ຂ້ອຍ​ຂໍ​ແນະນຳ​ໃຫ້​ພວກ​ເຈົ້າ​ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ພວກ​ເຈົ້າ​ຮັກ​ລາວ​ແທ້​ໆ​.+ 9 ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ເທື່ອ​ກ່ອນ​ກໍ​ເພື່ອ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເຊື່ອຟັງ​ທຸກ​ຢ່າງ​ຫຼື​ບໍ່. 10 ຜູ້​ໃດ​ທີ່​ພວກ​ເຈົ້າ​ຍົກໂທດ​ໃຫ້ ຂ້ອຍ​ກໍ​ຍົກໂທດ​ໃຫ້​ຄື​ກັນ ແລະ​ເລື່ອງ​ໃດ​ທີ່​ຂ້ອຍ​ຍົກໂທດ​ໃຫ້​ແລ້ວ ພະຄລິດ​ເປັນ​ພະຍານ​ໄດ້​ວ່າ​ຂ້ອຍ​ຍົກໂທດ​ໃຫ້​ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ. 11 ເມື່ອ​ເຮັດ​ແນວ​ນີ້​ຊາຕານ​ກໍ​ຈະ​ບໍ່​ຊະນະ​ພວກ​ເຮົາ*+ ຍ້ອນ​ພວກ​ເຮົາຮູ້​ກົນ​ອຸບາຍ​ຂອງ​ມັນ.*+

12 ຕອນ​ທີ່​ຂ້ອຍ​ໄປ​ເມືອງ​ໂທອາດ+​ເພື່ອ​ປະກາດ​ຂ່າວດີ​ເລື່ອງ​ພະຄລິດ ຂ້ອຍ​ໄດ້​ຮັບ​ໂອກາດ*​ທີ່​ຈະ​ເຮັດ​ວຽກ​ຂອງ​ຜູ້​ເປັນ​ນາຍ. 13 ແຕ່​ຍ້ອນ​ຂ້ອຍ​ບໍ່​ໄດ້​ເຈິ​ຕີໂຕ​ພີ່ນ້ອງ​ຂອງ​ຂ້ອຍ​ຢູ່​ເມືອງ​ນັ້ນ ຂ້ອຍ​ຈຶ່ງ​ອຸກໃຈ+​ແລະ​ລາ​ພີ່ນ້ອງ​ຢູ່​ຫັ້ນ​ແລ້ວ​ເດີນ​ທາງ​ໄປ​ແຂວງ​ມາເກໂດເນຍ.+

14 ຂອບໃຈ​ພະເຈົ້າ​ທີ່​ພາ​ພວກ​ເຮົາ​ໄປ​ໃນ​ຂະບວນ​ແຫ່​ສະຫຼອງ​ໄຊ​ຊະນະ​ຮ່ວມ​ກັບ​ພະຄລິດ ແລະ​ໃຊ້​ພວກ​ເຮົາ​ເປັນ​ຜູ້​ກະຈາຍ​ກິ່ນ​ຫອມ​ກ່ຽວກັບ​ຄວາມ​ຮູ້​ເລື່ອງ​ເພິ່ນ​ໄປ​ທົ່ວ​ທຸກ​ບ່ອນ. 15 ພວກ​ເຮົາ​ທີ່​ປະກາດ​ຂ່າວ​ເລື່ອງ​ພະຄລິດ​ນັ້ນ​ເປັນ​ຄື​ກັບ​ກິ່ນ​ຫອມ​ທີ່​ຫວານ​ໆ​ສຳລັບ​ພະເຈົ້າ ທັງ​ຄົນ​ທີ່​ລອດ​ແລະ​ຄົນ​ທີ່​ຈະ​ຖືກ​ທຳລາຍ​ກໍ​ໄດ້​ກິ່ນ​ນັ້ນ​ຄື​ກັນ. 16 ພວກ​ເຮົາ​ເປັນ​ກິ່ນ​ຂອງ​ຄວາມ​ຕາຍ​ສຳລັບ​ຄົນ​ທີ່​ຈະ​ຖືກ​ທຳລາຍ+ ແລະ​ເປັນ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ໄດ້​ຊີວິດ​ສຳລັບ​ຄົນ​ທີ່​ຈະ​ລອດ. ຜູ້​ໃດ​ຈະ​ມີ​ຄຸນສົມບັດ​ເໝາະສົມ​ກັບ​ວຽກ​ນີ້? 17 ພວກ​ເຮົາ​ນິແຫຼະ ຍ້ອນ​ພວກ​ເຮົາ​ບໍ່​ແມ່ນ​ຄົນ​ເລາະ​ຂາຍ*​ຄຳສອນ​ຂອງ​ພະເຈົ້າ+​ແບບ​ທີ່​ຫຼາຍ​ຄົນ​ເຮັດ ແຕ່​ພວກ​ເຮົາ​ປະກາດ​ດ້ວຍ​ຄວາມ​ຈິງໃຈ​ໃນ​ຖານະ​ລູກສິດ​ຂອງ​ພະຄລິດ. ພວກ​ເຮົາ​ເປັນ​ຄົນ​ທີ່​ພະເຈົ້າ​ໃຊ້​ມາ ແລະ​ພວກ​ເຮົາ​ກຳລັງ​ເຮັດ​ສິ່ງ​ນີ້​ຕໍ່​ໜ້າ​ພະເຈົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌