ພະບັນຍັດ
11 “ເຈົ້າຕ້ອງຮັກພະເຢໂຫວາພະເຈົ້າຂອງເຈົ້າ+ແລະເຮັດຕາມໜ້າທີ່ຂອງເຈົ້າ ໂດຍການເຊື່ອຟັງຄຳສັ່ງ ຂໍ້ກຳນົດ ແລະກົດໝາຍຂອງເພິ່ນສະເໝີ. 2 ເຈົ້າກໍຮູ້ວ່າມື້ນີ້ຂ້ອຍເນັ້ນເລື່ອງນີ້ກັບເຈົ້າ ບໍ່ແມ່ນກັບລູກຫຼານຂອງເຈົ້າທີ່ບໍ່ເຄີຍຮູ້ບໍ່ເຄີຍເຫັນການສັ່ງສອນຂອງພະເຢໂຫວາພະເຈົ້າຂອງເຈົ້າ+ ບໍ່ເຄີຍເຫັນຄວາມຍິ່ງໃຫຍ່+ແລະລິດເດດ*ຂອງເພິ່ນ.+ 3 ເຂົາເຈົ້າບໍ່ເຄີຍເຫັນການອັດສະຈັນ ຫຼືສິ່ງທີ່ເພິ່ນເຮັດກັບຟາໂຣກະສັດຂອງເອຢິບແລະແຜ່ນດິນເອຢິບ.+ 4 ເຂົາເຈົ້າບໍ່ເຄີຍເຫັນສິ່ງທີ່ເພິ່ນເຮັດກັບກອງທັບຂອງເອຢິບ ກັບມ້າ ແລະລົດຮົບຂອງຟາໂຣທີ່ຖືກນ້ຳໃນທະເລແດງໄຫຼທັບ. ຕອນນັ້ນ ພວກເຂົາກຳລັງໄລ່ນຳຫຼັງເຈົ້າ ແຕ່ພະເຢໂຫວາໄດ້ທຳລາຍພວກເຂົາຈົນໝົດ.+ 5 ເຂົາເຈົ້າບໍ່ໄດ້ເຫັນສິ່ງທີ່ເພິ່ນເຮັດເພື່ອຊ່ວຍເຈົ້າ ຕັ້ງແຕ່ຢູ່ບ່ອນກັນດານຈົນຮອດຕອນນີ້. 6 ລູກຫຼານຂອງເຈົ້າບໍ່ໄດ້ເຫັນສິ່ງທີ່ເພິ່ນເຮັດກັບດາທານ ແລະອາບີຣາມລູກຊາຍຂອງເອລີອາບຄົນໃນຕະກູນຣູເບັນ ຕອນທີ່ແຜ່ນດິນແຍກອອກ ແລ້ວເຂົາເຈົ້າ ຄອບຄົວກັບທຸກຄົນທີ່ສະໜັບສະໜູນເຂົາເຈົ້າ ແລະເຕັ້ນກັບສັດຂອງເຂົາເຈົ້າກໍຕົກລົງໄປຫັ້ນ ເຊິ່ງພວກອິດສະຣາເອນໄດ້ເຫັນກັບຕາ.+ 7 ແຕ່ສິ່ງທີ່ຍິ່ງໃຫຍ່ນີ້ທີ່ພະເຢໂຫວາໄດ້ເຮັດ ເຈົ້າກໍໄດ້ເຫັນກັບຕາຂອງໂຕເອງແລ້ວ.
8 ເຈົ້າຕ້ອງເຮັດຕາມກົດໝາຍທັງໝົດທີ່ຂ້ອຍຊິບອກເຈົ້າໃນມື້ນີ້ ເພື່ອເຈົ້າຊິເປັນຊາດທີ່ໝັ້ນຄົງແລະຂ້າມໄປຍຶດເອົາແຜ່ນດິນທີ່ຢູ່ຟາກນັ້ນໄດ້ 9 ເພື່ອເຈົ້າຊິມີອາຍຸຍືນຍາວ+ໃນແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ+ ເຊິ່ງພະເຢໂຫວາສັນຍາວ່າຊິເອົາໃຫ້ປູ່ຍ່າຕານາຍຂອງເຈົ້າກັບລູກຫຼານຂອງເຂົາເຈົ້າ.+
10 ແຜ່ນດິນທີ່ພວກເຈົ້າຊິເຂົ້າໄປຢູ່ບໍ່ຄືກັບແຜ່ນດິນເອຢິບທີ່ພວກເຈົ້າອອກມາ. ຢູ່ແຜ່ນດິນເອຢິບພວກເຈົ້າຕ້ອງຫວ່ານແລະໃຊ້ຕີນເພື່ອຫົດນ້ຳ*ໃຫ້ຜັກ 11 ແຕ່ແຜ່ນດິນທີ່ພວກເຈົ້າກຳລັງຊິຂ້າມໄປຍຶດເອົານັ້ນ ມີພູຫຼາຍ+ ມີທົ່ງພຽງຕ່າງໆ ແລະມີຝົນຕົກເປັນປະຈຳ.+ 12 ພະເຢໂຫວາພະເຈົ້າຂອງເຈົ້າເບິ່ງແຍງແຜ່ນດິນນັ້ນ. ພະເຢໂຫວາພະເຈົ້າຂອງເຈົ້າເບິ່ງແຍງແຜ່ນດິນນັ້ນຕະຫຼອດປີ.
13 ຖ້າເຈົ້າຕັ້ງໃຈເຊື່ອຟັງຄຳສັ່ງທີ່ຂ້ອຍຊິບອກເຈົ້າໃນມື້ນີ້ ຮັກພະເຢໂຫວາພະເຈົ້າຂອງເຈົ້າ ແລະຮັບໃຊ້ເພິ່ນຢ່າງສຸດຫົວໃຈແລະສຸດຊີວິດ.+ 14 ເພິ່ນ*ຊິໃຫ້ມີຝົນຕົກໃສ່ແຜ່ນດິນຕາມລະດູ ທັງຝົນຕົ້ນລະດູແລະຝົນທ້າຍລະດູ. ເຈົ້າຊິໄດ້ເກັບກ່ຽວຜົນລະປູກ ຊິມີເຫຼົ້າແວງໃໝ່ ແລະມີນ້ຳມັນໝາກກອກກິນ.+ 15 ເພິ່ນຊິໃຫ້ຝູງສັດຂອງເຈົ້າມີຫຍ້າກິນ ແລະເຈົ້າຊິມີອາຫານກິນຈົນໜຳໃຈ.+ 16 ລະວັງໃຫ້ດີ ຢ່າໃຫ້ຫົວໃຈຂອງເຈົ້າຖືກລໍ້ລວງໃຫ້ໄປນະມັດສະການແລະຂາບໄຫວ້ພະເຈົ້າອື່ນ.+ 17 ຖ້າເຈົ້າເຮັດແນວນັ້ນ ພະເຢໂຫວາຊິໃຈຮ້າຍໃຫ້ເຈົ້າ. ເພິ່ນຊິບໍ່ໃຫ້ຝົນຕົກ+ ປູກຫຍັງກະບໍ່ໄດ້ ເຈົ້າກະຊິຢູ່ໄດ້ບໍ່ດົນໃນແຜ່ນດິນດີໆທີ່ພະເຢໂຫວາຊິເອົາໃຫ້ນັ້ນ.+
18 ໃຫ້ເຈົ້າຈື່ຄຳສອນຂອງເພິ່ນຂຶ້ນໃຈ ແລະເອົາໄປໃຊ້ໃນຊີວິດ. ໃຫ້ເອົາຄຳສອນນີ້ທີ່ເປັນຄືຂໍ້ເຕືອນໃຈມັດໄວ້ຢູ່ມືຂອງເຈົ້າ ແລະໃຫ້ສິ່ງນີ້ເປັນຄືກັບຜ້າມັດຫົວຂອງເຈົ້າ.+ 19 ໃຫ້ເອົາຄຳສອນນີ້ໄປສອນລູກຂອງເຈົ້າ ຕອນນັ່ງຢູ່ເຮືອນແລະຍ່າງຢູ່ຫົນທາງ ຕອນທີ່ນອນແລະລຸກແຕ່ນອນ.+ 20 ໃຫ້ຂຽນຄຳສອນນີ້ໄວ້ຢູ່ວົງກົບປະຕູເຮືອນແລະປະຕູເມືອງຂອງເຈົ້າ 21 ເພື່ອເຈົ້າກັບລູກຫຼານຂອງເຈົ້າຊິມີອາຍຸຍືນຍາວ+ ແລະຈະໄດ້ຢູ່ຕະຫຼອດໄປ*ໃນແຜ່ນດິນທີ່ພະເຢໂຫວາສັນຍາວ່າຊິເອົາໃຫ້ປູ່ຍ່າຕານາຍຂອງເຈົ້າ.+
22 ຖ້າເຈົ້າຕັ້ງໃຈເຮັດຕາມກົດໝາຍທີ່ຂ້ອຍກຳລັງບອກເຈົ້າ ຮັກພະເຢໂຫວາພະເຈົ້າຂອງເຈົ້າ+ ໃຊ້ຊີວິດຕາມແນວທາງຂອງເພິ່ນ ແລະໃກ້ຊິດກັບເພິ່ນ+ 23 ພະເຢໂຫວາຊິໄລ່ຊາດຕ່າງໆໄປຕໍ່ໜ້າເຈົ້າ+ ແລະເຈົ້າຊິຍຶດເອົາແຜ່ນດິນຂອງຊາດຕ່າງໆທີ່ມີກຳລັງຫຼາຍກວ່າແລະມີຄົນຫຼາຍກວ່າເຈົ້າໄດ້.+ 24 ບໍ່ວ່າເຈົ້າຊິໄປບ່ອນໃດ ເຈົ້າກໍຊິຍຶດເອົາແຜ່ນດິນນັ້ນໄດ້.+ ເຂດແດນຂອງເຈົ້າຊິເລີ່ມຕັ້ງແຕ່ບ່ອນກັນດານໄປຈົນຮອດເຂດພູເລບານອນ ແລະຕັ້ງແຕ່ແມ່ນ້ຳເອິຟາຣາດໄປຈົນຮອດທະເລທາງທິດຕາເວັນຕົກ.*+ 25 ຊິບໍ່ມີຜູ້ໃດຕໍ່ສູ້ເຈົ້າໄດ້.+ ທຸກບ່ອນທີ່ເຈົ້າໄປ ພະເຢໂຫວາຊິເຮັດໃຫ້ຄົນຢູ່ບ່ອນນັ້ນຢ້ານເຈົ້າ+ຄືກັບທີ່ເພິ່ນສັນຍາໄວ້.
26 ມື້ນີ້ຂ້ອຍຊິໃຫ້ເຈົ້າເລືອກລະຫວ່າງຄຳອວຍພອນກັບຄຳສາບແຊ່ງ.+ 27 ຖ້າເຈົ້າເຊື່ອຟັງກົດໝາຍຕ່າງໆຂອງພະເຢໂຫວາພະເຈົ້າຂອງເຈົ້າທີ່ຂ້ອຍກຳລັງບອກເຈົ້າໃນມື້ນີ້ ເຈົ້າຈະໄດ້ພອນ.+ 28 ແຕ່ຖ້າເຈົ້າບໍ່ເຊື່ອຟັງກົດໝາຍຕ່າງໆຂອງພະເຢໂຫວາພະເຈົ້າຂອງເຈົ້າ+ ບໍ່ເຮັດຕາມຄຳສັ່ງທີ່ຂ້ອຍກຳລັງບອກເຈົ້າໃນມື້ນີ້ ແລະໄປຂາບໄຫວ້ພະເຈົ້າອື່ນທີ່ເຈົ້າບໍ່ຮູ້ຈັກ ເຈົ້າຈະຖືກສາບແຊ່ງ.
29 ເມື່ອພະເຢໂຫວາພະເຈົ້າຂອງເຈົ້າພາເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນຈະເອົາໃຫ້ເຈົ້າແລ້ວ ໃຫ້ເຈົ້າອວຍພອນປະຊາຊົນຢູ່ພູເກຣີຊີມ ແລະໃຫ້ສາບແຊ່ງປະຊາຊົນຢູ່ພູເອບານ.+ 30 ພູ 2 ໜ່ວຍນີ້ຢູ່ຟາກນັ້ນຂອງແມ່ນ້ຳຈໍແດນ ທາງທິດຕາເວັນຕົກໃນແຜ່ນດິນຂອງພວກການາອານ ເຊິ່ງຢູ່ເຂດອາຣາບາກົງກັນຂ້າມກັບກິນການໃກ້ຕົ້ນໄມ້ໃຫຍ່ຢູ່ໂມເຣ.+ 31 ເຈົ້າກຳລັງຊິຂ້າມແມ່ນ້ຳຈໍແດນເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າຊິເອົາໃຫ້ເຈົ້າ.+ ເມື່ອເຈົ້າຍຶດແຜ່ນດິນນັ້ນໄດ້ແລະໄດ້ຢູ່ຫັ້ນແລ້ວ 32 ເຈົ້າຕ້ອງຕັ້ງໃຈເຮັດຕາມຂໍ້ກຳນົດແລະຄຳສັ່ງທຸກຂໍ້ທີ່ຂ້ອຍກຳລັງບອກເຈົ້າໃນມື້ນີ້.”+