ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ປັດສະຄາ​ກັບ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ (1-8)

      • ເທດສະການ​ເກັບ​ກ່ຽວ (9-12)

      • ເທດສະການ​ປຸກ​ຕູບ (13-17)

      • ການ​ແຕ່ງຕັ້ງ​ພວກ​ຜູ້ຕັດສິນ (18-20)

      • ສິ່ງ​ທີ່​ຫ້າມ​ນະມັດສະການ (21, 22)

ພະບັນຍັດ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:14; ລລວ 23:5; ຈຊບ 9:2; 28:16; 1ກຣ 5:7
  • +ອພຍ 34:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2415, 2500

ພະບັນຍັດ 16:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:5, 6; 2ຂຄ 35:7
  • +ມທ 26:17
  • +1ກສ 8:29

ພະບັນຍັດ 16:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:3; ລລວ 23:6; ຈຊບ 28:17; 1ກຣ 5:8
  • +ອພຍ 12:33
  • +ອພຍ 12:14; 13:8, 9

ພະບັນຍັດ 16:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:15; 13:7
  • +ອພຍ 12:10; 34:25

ພະບັນຍັດ 16:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:3, 6; ຈຊບ 9:2, 3; ມທ 26:19, 20

ພະບັນຍັດ 16:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:8; 2ຂຄ 35:13
  • +ຢຮ 2:13; 11:55

ພະບັນຍັດ 16:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:16; ລລວ 23:8

ພະບັນຍັດ 16:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:16; 34:22; ລລວ 23:15

ພະບັນຍັດ 16:10

ໄຂເງື່ອນ

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ ຫຼື​ເທດສະການ​ເພັນເຕກອດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:26
  • +ພບຍ 16:17; 1ກຣ 16:2; 2ກຣ 8:12

ພະບັນຍັດ 16:11

ໄຂເງື່ອນ

  • *

    ຫຼື “ລູກກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5-7

ພະບັນຍັດ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:7; ພບຍ 5:15

ພະບັນຍັດ 16:13

ໄຂເງື່ອນ

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:16; ລລວ 23:34; ຈຊບ 29:12; ພບຍ 31:10, 11; ຢຮ 7:2

ພະບັນຍັດ 16:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:12; ນຮຢ 8:10, 17; ປຍຈ 5:18

ພະບັນຍັດ 16:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:36, 40; ນຮຢ 8:18
  • +ພບຍ 7:13; 28:8; 30:16
  • +ຟລປ 4:4; 1ທຊ 5:16

ພະບັນຍັດ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:14, 15
  • +ພບຍ 16:10
  • +ພບຍ 16:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2022, ໜ້າ 24

ພະບັນຍັດ 16:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 8:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 46

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 196-197

ພະບັນຍັດ 16:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:25, 26; ພບຍ 1:16; 2ຂຄ 19:4, 5

ພະບັນຍັດ 16:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:2; ລລວ 19:15
  • +ພບຍ 1:17
  • +ອພຍ 23:8; 1ຊມ 12:3; ປຍຈ 7:7

ພະບັນຍັດ 16:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 6:8

ພະບັນຍັດ 16:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:13

ພະບັນຍັດ 16:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:24; ລລວ 26:1; ພບຍ 12:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 16:1ອພຍ 12:14; ລລວ 23:5; ຈຊບ 9:2; 28:16; 1ກຣ 5:7
ພບຍ. 16:1ອພຍ 34:18
ພບຍ. 16:2ອພຍ 12:5, 6; 2ຂຄ 35:7
ພບຍ. 16:2ມທ 26:17
ພບຍ. 16:21ກສ 8:29
ພບຍ. 16:3ອພຍ 13:3; ລລວ 23:6; ຈຊບ 28:17; 1ກຣ 5:8
ພບຍ. 16:3ອພຍ 12:33
ພບຍ. 16:3ອພຍ 12:14; 13:8, 9
ພບຍ. 16:4ອພຍ 12:15; 13:7
ພບຍ. 16:4ອພຍ 12:10; 34:25
ພບຍ. 16:6ອພຍ 12:3, 6; ຈຊບ 9:2, 3; ມທ 26:19, 20
ພບຍ. 16:7ອພຍ 12:8; 2ຂຄ 35:13
ພບຍ. 16:7ຢຮ 2:13; 11:55
ພບຍ. 16:8ອພຍ 12:16; ລລວ 23:8
ພບຍ. 16:9ອພຍ 23:16; 34:22; ລລວ 23:15
ພບຍ. 16:10ຈຊບ 28:26
ພບຍ. 16:10ພບຍ 16:17; 1ກຣ 16:2; 2ກຣ 8:12
ພບຍ. 16:11ພບຍ 12:5-7
ພບຍ. 16:12ອພຍ 3:7; ພບຍ 5:15
ພບຍ. 16:13ອພຍ 23:16; ລລວ 23:34; ຈຊບ 29:12; ພບຍ 31:10, 11; ຢຮ 7:2
ພບຍ. 16:14ພບຍ 12:12; ນຮຢ 8:10, 17; ປຍຈ 5:18
ພບຍ. 16:15ລລວ 23:36, 40; ນຮຢ 8:18
ພບຍ. 16:15ພບຍ 7:13; 28:8; 30:16
ພບຍ. 16:15ຟລປ 4:4; 1ທຊ 5:16
ພບຍ. 16:16ອພຍ 23:14, 15
ພບຍ. 16:16ພບຍ 16:10
ພບຍ. 16:16ພບຍ 16:13
ພບຍ. 16:172ກຣ 8:12
ພບຍ. 16:18ອພຍ 18:25, 26; ພບຍ 1:16; 2ຂຄ 19:4, 5
ພບຍ. 16:19ອພຍ 23:2; ລລວ 19:15
ພບຍ. 16:19ພບຍ 1:17
ພບຍ. 16:19ອພຍ 23:8; 1ຊມ 12:3; ປຍຈ 7:7
ພບຍ. 16:20ມກ 6:8
ພບຍ. 16:21ອພຍ 34:13
ພບຍ. 16:22ອພຍ 23:24; ລລວ 26:1; ພບຍ 12:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 16:1-22

ພະບັນຍັດ

16 “ຢ່າ​ລືມ​ວ່າ​ເຈົ້າ​ຕ້ອງ​ສະຫຼອງ​ປັດສະຄາ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃນ​ເດືອນ​ອາບິບ+ ເພາະ​ໃນ​ເດືອນ​ອາບິບ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ພາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ໃນ​ຕອນ​ກາງຄືນ.+ 2 ເຈົ້າ​ຕ້ອງ​ເອົາ​ງົວ ແກະ ແລະ​ແບ້​ຈາກ​ຝູງ​ສັດ+ຂອງ​ເຈົ້າ​ມາ​ເປັນ​ເຄື່ອງ​ບູຊາ​ສຳລັບ​ເທດ​ສະ​ການ​ປັດສະຄາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+ 3 ຫ້າມ​ເຈົ້າ​ກິນເຂົ້າຈີ່​ທີ່​ມີ​ເຊື້ອກັບ​ຊີ້ນ​ສັດ​ເຫຼົ່າ​ນັ້ນ.+ ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ 7 ມື້ ເຊິ່ງ​ເປັນ​ເຂົ້າຈີ່​ແຫ່ງ​ຄວາມທຸກ ຍ້ອນ​ເຈົ້າ​ອອກ​ມາ​ຈາກ​ເອຢິບແບບຟ້າວຟັ່ງ.+ ໃຫ້​ເຈົ້າ​ເຮັດ​ແນວ​ນີ້​ຕະຫຼອດ​ຊີວິດ​ຂອງ​ເຈົ້າ​ເພື່ອ​ຄິດເຖິງ​ມື້​ທີ່​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 4 ຫ້າມ​ມີ​ແປ້ງ​ທີ່​ໃສ່​ເຊື້ອ​ຢູ່​ໃນ​ເຂດ​ທີ່​ເຈົ້າ​ຢູ່​ໃນ​ໄລຍະ 7 ມື້​ນີ້.+ ຫ້າມ​ຈົ່ງ​ຊີ້ນ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ໃນ​ຕອນ​ຄ່ຳ​ຂອງ​ມື້​ທຳອິດ​ໄວ້​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ.+ 5 ເມື່ອ​ເຈົ້າ​ໄດ້​ຢູ່​ໃນ​ເມືອງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້​ແລ້ວ ຫ້າມ​ເຈົ້າ​ຂ້າ​ສັດ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ເທດສະການ​ປັດສະຄາ​ຢູ່​ບ່ອນ​ໃດ​ກໍ​ໄດ້​ຕາມ​ໃຈ. 6 ແຕ່​ເຈົ້າ​ຕ້ອງ​ຂ້າ​ສັດ​ນັ້ນ​ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ. ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ສຳລັບ​ເທດສະການ​ປັດສະຄາ​ໃຫ້​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ+ ເຊິ່ງ​ກົງ​ກັບ​ມື້​ທີ່​ເຈົ້າ​ອອກ​ມາ​ຈາກ​ເອຢິບ. 7 ເຈົ້າ​ຕ້ອງ​ປີ້ງ​ຊີ້ນ​ແລະ​ກິນ​ຊີ້ນ​ນັ້ນ+​ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້.+ ເຊົ້າ​ມື້​ຕໍ່​ໄປ ເຈົ້າ​ຈຶ່ງ​ກັບ​ໄປ​ເຕັ້ນ​ຂອງ​ໂຕເອງ​ໄດ້. 8 ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ 6 ມື້ ແລະ​ໃນ​ມື້​ທີ 7 ພວກ​ເຈົ້າ​ຕ້ອງ​ຈັດ​ການ​ປະຊຸມ​ພິເສດ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ຫ້າມ​ພວກ​ເຈົ້າ​ເຮັດ​ວຽກ.+

9 ຫຼັງ​ຈາກ​ມື້​ທີ່​ເຈົ້າ​ເລີ່ມກ່ຽວ​ເຂົ້າ ໃຫ້​ເຈົ້າ​ນັບ​ໄປ​ອີກ 7 ອາທິດ.+ 10 ເມື່ອ​ຄົບ​ແລ້ວ ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ເກັບ​ກ່ຽວ*ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ໂດຍ​ເອົາ​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ໄປ​ໃຫ້​ພະ​ເຢໂຫວາ​ຕາມ​ທີ່​ເຈົ້າ​ເອົາ​ໃຫ້​ໄດ້ ຍ້ອນ​ເພິ່ນ​ອວຍພອນ​ເຈົ້າ.+ 11 ໃຫ້​ເຈົ້າ​ສະຫຼອງ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໜ້າ​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ພ້ອມ​ກັບ​ລູກ​ຊາຍ ລູກສາວ ຄົນ​ເລວີ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່* ແລະ​ແມ່​ໝ້າຍ​ທີ່​ຢູ່​ນຳ​ເຈົ້າ ໃນ​ບ່ອນ​ທີ່​ພະເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+ 12 ຢ່າ​ລືມ​ວ່າ​ເຈົ້າ​ເຄີຍ​ເປັນ​ທາດ​ຢູ່​ໃນ​ເອຢິບ.+ ໃຫ້​ເຈົ້າ​ຈື່​ຂໍ້​ກຳນົດ​ເຫຼົ່ານີ້​ແລະ​ເຮັດ​ຕາມ.

13 ຫຼັງ​ຈາກ​ທີ່​ເຈົ້າ​ຟາດ​ເຂົ້າ​ແລ້ວ ແລະ​ເຮັດ​ນ້ຳມັນ​ໝາກກອກ​ກັບ​ເຫຼົ້າແວງ​ແລ້ວ ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ປຸກ​ຕູບ*+ 7 ມື້. 14 ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ນີ້​ຢ່າງ​ມ່ວນ​ຊື່ນ+ ກັບ​ລູກ​ຊາຍ ລູກສາວ ທາດ​ຊາຍ ທາດ​ຍິງ ຄົນ​ເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ. 15 ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ນີ້​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ 7 ມື້+ ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ໄວ້ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ອວຍພອນ​ເຈົ້າ​ໃຫ້​ໄດ້​ຮັບ​ຜົນລະປູກ​ຫຼາຍ ແລະ​ອວຍພອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.+ ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ.+

16 ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ເລືອກ​ໄວ້ ປີ​ລະ 3 ເທື່ອ​ຄື: ຕອນ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ເທດສະການ​ເກັບ​ກ່ຽວ+ ແລະ​ເທດສະການ​ປຸກ​ຕູບ.+ ເມື່ອ​ໄປ​ຫາ​ພະ​ເຢໂຫວາ ຢ່າ​ໃຫ້​ຜູ້​ໃດ​ໄປແຕ່​ໂຕ. 17 ໃຫ້​ແຕ່​ລະ​ຄົນ​ມີ​ແນວ​ເອົາ​ໄປ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຕາມ​ທີ່​ໃຫ້​ໄດ້ ຍ້ອນ​ເພິ່ນ​ອວຍພອນ​ເຈົ້າ.+

18 ເຈົ້າ​ຕ້ອງ​ແຕ່ງຕັ້ງ​ຜູ້ຕັດສິນ+ ແລະ​ຫົວ​ໜ້າ​ສຳລັບ​ແຕ່​ລະ​ຕະກູນ ໃນ​ທຸກ​ເມືອງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຍົກ​ໃຫ້​ເຈົ້າ. ເຂົາ​ເຈົ້າ​ຕ້ອງ​ຕັດສິນ​ປະຊາຊົນ​ຢ່າງ​ຍຸຕິທຳ. 19 ເຈົ້າ​ຕ້ອງ​ເປັນ​ຄົນ​ຍຸຕິທຳ+ ບໍ່​ເຂົ້າ​ຂ້າງ​ຜູ້​ໃດ+​ແລະ​ບໍ່​ຮັບ​ສິນບົນ ເພາະ​ສິນບົນ​ເຮັດ​ໃຫ້​ຄົນ​ສະຫຼາດຕາ​ບອດ+ ແລະ​ເຮັດ​ໃຫ້​ຄົນ​ສັດຊື່​ເວົ້າ​ປີ້ນ​ຄວາມ. 20 ເຈົ້າ​ຕ້ອງ​ເປັນ​ຄົນ​ຍຸຕິທຳ.+ ຖ້າ​ເຮັດ​ແນວ​ນັ້ນ ເຈົ້າ​ຈະ​ມີ​ອາຍຸ​ຍືນ​ຍາວ​ແລະ​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ.

21 ຫ້າມ​ເຈົ້າ​ປູກ​ຕົ້ນ​ໄມ້​ເພື່ອ​ໃຊ້​ເຮັດ​ເປັນ​ເສົາ​ໄມ້​ສັກສິດ+​ຢູ່​ໃກ້ແທ່ນ​ບູຊາທີ່​ເຈົ້າ​ສ້າງ​ໄວ້​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.

22 ຫ້າມ​ເຈົ້າ​ເຮັດ​ເສົາ​ຫີນ​ຂຶ້ນ​ມາ​ຂາບ​ໄຫວ້+​ຄື​ກັນ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ກຽດ​ຊັງ​ສິ່ງ​ນີ້.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌