ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ເຫດຜົນ​ທີ່​ພວກ​ອິດສະຣາເອນ​ໄດ້​ແຜ່ນດິນ (1-6)

      • ພວກ​ອິດສະຣາເອນ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ 4 ເທື່ອ (7-29)

        • ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ (7-14)

        • ໂມເຊ​ອ້ອນວອນ (15-21, 25-29)

        • ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ​ອີກ 3 ເທື່ອ (22)

ພະບັນຍັດ 9:1

ໄຂເງື່ອນ

  • *

    ໝາຍເຖິງ​ປ້ອມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 4:19
  • +ພບຍ 7:1
  • +ຈຊບ 13:28

ພະບັນຍັດ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:33

ພະບັນຍັດ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:30; 20:4; 31:3
  • +ພບຍ 4:24; ຮຣ 12:29
  • +ອພຍ 23:31; ພບຍ 7:23, 24

ພະບັນຍັດ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:7, 8; ອຊກ 36:22
  • +ປຖກ 15:16; ພບຍ 12:31; 18:9, 12

ພະບັນຍັດ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:25
  • +ປຖກ 13:14, 15; 17:1, 8
  • +ປຖກ 26:3
  • +ປຖກ 28:13

ພະບັນຍັດ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:9; ພສ 78:8

ພະບັນຍັດ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:22; ພສ 78:40; ຮຣ 3:16
  • +ອພຍ 17:2; ຈຊບ 11:4; 16:1, 2; 25:2, 3; ພບຍ 31:27

ພະບັນຍັດ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:4, 10

ພະບັນຍັດ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:12; 31:18; 32:16
  • +ອພຍ 24:7
  • +ອພຍ 24:18

ພະບັນຍັດ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:19; ພບຍ 4:10-13

ພະບັນຍັດ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:7
  • +ອພຍ 32:4

ພະບັນຍັດ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:9

ພະບັນຍັດ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:10

ພະບັນຍັດ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:18
  • +ອພຍ 32:15

ພະບັນຍັດ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:3, 4

ພະບັນຍັດ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:19

ພະບັນຍັດ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:28

ພະບັນຍັດ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:10
  • +ອພຍ 32:11, 14; ພສ 106:23

ພະບັນຍັດ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:2, 21

ພະບັນຍັດ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:4
  • +ອພຍ 32:20

ພະບັນຍັດ 9:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 11:3
  • +ອພຍ 17:7
  • +ຈຊບ 11:4, 34

ພະບັນຍັດ 9:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:26
  • +ຈຊບ 14:3, 4
  • +ພບຍ 1:32; ພສ 106:24, 25; ຮຣ 3:19

ພະບັນຍັດ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:28

ພະບັນຍັດ 9:26

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ​ແລະ​ມື​ທີ່​ແຂງແຮງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ພສ 135:4
  • +ອພຍ 32:11

ພະບັນຍັດ 9:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:6; 6:8; ພບຍ 9:5
  • +ອພຍ 32:31, 32

ພະບັນຍັດ 9:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:12; ຈຊບ 14:15, 16

ພະບັນຍັດ 9:29

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລິດເດດ​ທີ່​ຍິ່ງໃຫຍ່​ແລະ​ແຂນ​ທີ່​ຢຽດ​ອອກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:51; ນຮຢ 1:10
  • +ອພຍ 6:6; ພບຍ 4:20, 34

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 9:1ຢຊ 4:19
ພບຍ. 9:1ພບຍ 7:1
ພບຍ. 9:1ຈຊບ 13:28
ພບຍ. 9:2ຈຊບ 13:33
ພບຍ. 9:3ພບຍ 1:30; 20:4; 31:3
ພບຍ. 9:3ພບຍ 4:24; ຮຣ 12:29
ພບຍ. 9:3ອພຍ 23:31; ພບຍ 7:23, 24
ພບຍ. 9:4ພບຍ 7:7, 8; ອຊກ 36:22
ພບຍ. 9:4ປຖກ 15:16; ພບຍ 12:31; 18:9, 12
ພບຍ. 9:5ລລວ 18:25
ພບຍ. 9:5ປຖກ 13:14, 15; 17:1, 8
ພບຍ. 9:5ປຖກ 26:3
ພບຍ. 9:5ປຖກ 28:13
ພບຍ. 9:6ອພຍ 34:9; ພສ 78:8
ພບຍ. 9:7ພບຍ 9:22; ພສ 78:40; ຮຣ 3:16
ພບຍ. 9:7ອພຍ 17:2; ຈຊບ 11:4; 16:1, 2; 25:2, 3; ພບຍ 31:27
ພບຍ. 9:8ອພຍ 32:4, 10
ພບຍ. 9:9ອພຍ 24:12; 31:18; 32:16
ພບຍ. 9:9ອພຍ 24:7
ພບຍ. 9:9ອພຍ 24:18
ພບຍ. 9:10ອພຍ 19:19; ພບຍ 4:10-13
ພບຍ. 9:12ອພຍ 32:7
ພບຍ. 9:12ອພຍ 32:4
ພບຍ. 9:13ອພຍ 32:9
ພບຍ. 9:14ອພຍ 32:10
ພບຍ. 9:15ອພຍ 19:18
ພບຍ. 9:15ອພຍ 32:15
ພບຍ. 9:16ອພຍ 20:3, 4
ພບຍ. 9:17ອພຍ 32:19
ພບຍ. 9:18ອພຍ 34:28
ພບຍ. 9:19ອພຍ 32:10
ພບຍ. 9:19ອພຍ 32:11, 14; ພສ 106:23
ພບຍ. 9:20ອພຍ 32:2, 21
ພບຍ. 9:21ອພຍ 32:4
ພບຍ. 9:21ອພຍ 32:20
ພບຍ. 9:22ຈຊບ 11:3
ພບຍ. 9:22ອພຍ 17:7
ພບຍ. 9:22ຈຊບ 11:4, 34
ພບຍ. 9:23ຈຊບ 13:26
ພບຍ. 9:23ຈຊບ 14:3, 4
ພບຍ. 9:23ພບຍ 1:32; ພສ 106:24, 25; ຮຣ 3:19
ພບຍ. 9:25ອພຍ 34:28
ພບຍ. 9:26ອພຍ 19:5; ພສ 135:4
ພບຍ. 9:26ອພຍ 32:11
ພບຍ. 9:27ອພຍ 3:6; 6:8; ພບຍ 9:5
ພບຍ. 9:27ອພຍ 32:31, 32
ພບຍ. 9:28ອພຍ 32:12; ຈຊບ 14:15, 16
ພບຍ. 9:291ກສ 8:51; ນຮຢ 1:10
ພບຍ. 9:29ອພຍ 6:6; ພບຍ 4:20, 34
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 9:1-29

ພະບັນຍັດ

9 “ພວກ​ອິດສະຣາເອນ​ເອີ້ຍ ຂໍ​ໃຫ້​ຟັງ​ເດີ້. ມື້​ນີ້​ພວກ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ+ ເພື່ອ​ຈະ​ເຂົ້າໄປ​ຍຶດ​ເອົາແຜ່ນດິນ​ຂອງ​ຊາດ​ຕ່າງ​ໆ​ທີ່ມີ​ຄົນ​ຫຼາຍ​ກວ່າແລະ​ມີ​ກຳລັງ​ຫຼາຍ​ກວ່າ​ພວກ​ເຈົ້າ.+ ເມືອງ​ຕ່າງ​ໆ​ຂອງ​ພວກ​ເຂົາ​ທັງ​ໃຫຍ່​ແລະ​ມີ​ກຳແພງ*ອ້ອມເມືອງ​ທີ່ສູງ​ຈົນ​ຮອດ​ຟ້າ.+ 2 ຄົນ​ຢູ່​ຫັ້ນ​ທັງ​ໃຫຍ່​ທັງ​ສູງ​ແລະ​ເປັນ​ລູກ​ຫຼານ​ຂອງ​ອານາກ.+ ພວກ​ເຈົ້າ​ກໍ​ຮູ້​ແລະ​ເຄີຍ​ໄດ້​ຍິນ​ຄົນ​ພາກັນ​ເວົ້າ​ວ່າ ‘ຜູ້​ໃດ​ຊິ​ໄປ​ຕໍ່ສູ້​ກັບ​ພວກ​ລູກ​ຫຼານ​ຂອງ​ອານາກ​ໄດ້?’ 3 ແຕ່ຢ່າ​ລືມວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຂ້າມ​ໄປ​ກ່ອນ​ພວກ​ເຈົ້າ.+ ເພິ່ນ​ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ຜານ+ແລະ​ເພິ່ນ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ເຫຼົ່າ​ນັ້ນ. ພະ​ເຢໂຫວາ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ຢ່າງ​ໄວ ແລະ​ຈະ​ທຳລາຍ​ພວກ​ເຂົາ​ຄື​ກັບ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+

4 ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ແລ້ວ ຢ່າ​ຄິດ​ເອົາ​ເອງ​ວ່າ ‘ພະ​ເຢໂຫວາ​ພາ​ຂ້ອຍ​ມາ​ຍຶດ​ແຜ່ນດິນ​ນີ້​ຍ້ອນ​ຄວາມ​ດີ​ຂອງ​ຂ້ອຍ.’+ ແທ້​ໆ​ແລ້ວ ພະ​ເຢໂຫວາ​ໄລ່​ຊາດ​ຕ່າງ​ໆ​+ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ກໍ​ຍ້ອນ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ. 5 ພວກ​ເຈົ້າ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໄດ້ ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ດີ​ຫຼືມີ​ໃຈ​ສັດຊື່. ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຂັບ​ໄລ່​ຊາດ​ຕ່າງ​ໆ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ+ ກໍ​ຍ້ອນ​ພວກ​ເຂົາ​ເປັນ​ຄົນ​ຊົ່ວ ແລະ​ຍ້ອນ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ອັບຣາຮາມ+ ອີຊາກ+ ແລະ​ຢາໂຄບ+​ທີ່​ເປັນ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ. 6 ຂໍ​ໃຫ້​ຮູ້​ໄວ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຍຶດ​ເອົາ​ແຜ່ນດິນ​ດີ​ໆ​ນີ້​ໄດ້ ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ດີ ເພາະ​ແທ້​ໆ​ແລ້ວ​ພວກ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ.+

7 ຂໍ​ໃຫ້​ຈື່​ໄວ້​ແລະ​ຢ່າ​ລືມ​ເດັດຂາດ ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໃຈ​ຮ້າຍ​ຢູ່​ບ່ອນ​ກັນດານ.+ ພວກ​ເຈົ້າ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ+​ຕັ້ງ​ແຕ່​ມື້​ທີ່​ອອກ​ຈາກ​ເອຢິບ​ຈົນ​ຮອດ​ບ່ອນ​ນີ້. 8 ແມ່ນ​ແຕ່​ຕອນ​ທີ່​ຢູ່​ໂຮເຣັບ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ ແລະ​ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ຫຼາຍ​ຈົນ​ຢາກ​ຈະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ເລີຍ.+ 9 ຕອນ​ນັ້ນ ຂ້ອຍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ຈະ​ໄປ​ເອົາ​ແຜ່ນ​ຫີນ 2 ແຜ່ນ+ ເຊິ່ງ​ມີ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ພວກ​ເຈົ້າ.+ ຂ້ອຍ​ຢູ່ເທິງ​ພູ​ນັ້ນ 40 ມື້ 40 ຄືນ+​ແລະ​ບໍ່​ໄດ້​ກິນ​ເຂົ້າ​ບໍ່​ໄດ້​ກິນ​ນ້ຳ​ເລີຍ. 10 ແລ້ວ​ພະ​ເຢໂຫວາ​ໄດ້​ເອົາ​ແຜ່ນ​ຫີນ 2 ແຜ່ນ​ທີ່​ເພິ່ນ​ຂຽນ​ດ້ວຍ​ມື​ຂອງ​ເພິ່ນ​ເອງ​ໃຫ້​ຂ້ອຍ ແລະ​ໃນ​ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ກໍ​ມີ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ເວົ້າ​ກັບ​ພວກ​ເຈົ້າ​ຈາກ​ໄຟ​ຢູ່​ເທິງ​ພູ​ໃນ​ມື້​ທີ່​ພວກ​ເຈົ້າ​ມາ​ປະຊຸມ​ກັນ.+ 11 ເມື່ອ​ຮອດ 40 ມື້ 40 ຄືນ​ແລ້ວ ພະ​ເຢໂຫວາ​ກໍ​ເອົາ​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຄຳ​ສັນຍາ​ຂອງ​ເພິ່ນ​ໃຫ້​ຂ້ອຍ. 12 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ໃຫ້​ຟ້າວ​ລົງ​ໄປ ເພາະ​ຄົນ​ທີ່​ເຈົ້າ​ພາ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ໄດ້​ເຮັດ​ຊົ່ວ​ແລ້ວ.+ ເຂົາ​ເຈົ້າ​ຖິ້ມ​ຄຳ​ສັ່ງ​ຂອງ​ເຮົາ​ໄວ​ຫຼາຍ. ເຂົາ​ເຈົ້າ​ຫຼໍ່​ຮູບ​ບູຊາ​ຂຶ້ນ​ມາ​ເພື່ອ​ຂາບ​ໄຫວ້.’+ 13 ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ພວກ​ນີ້​ເປັນ​ຄົນ​ຫົວ​ແຂງ​ແທ້​ໆ​.+ 14 ຢ່າ​ຫ້າມ​ເຮົາ​ເລີຍ. ເຮົາ​ຈະ​ທຳລາຍ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ນີ້​ຈື່​ຊື່​ຂອງ​ເຂົາ​ເຈົ້າ​ໄດ້. ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ກາຍ​ເປັນ​ຊາດ​ທີ່​ມີ​ກຳລັງ​ຫຼາຍ​ກວ່າ​ແລະ​ມີ​ຄົນ​ຫຼາຍ​ກວ່າ​ເຂົາ​ເຈົ້າ.’+

15 ຂ້ອຍ​ລົງ​ມາ​ຈາກ​ພູ​ຕອນ​ທີ່​ຍັງ​ມີ​ໄຟ​ລຸກ​ຢູ່+ ແລະ​ຖື​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຄຳ​ສັນຍາ​ລົງ​ມາ​ນຳ.+ 16 ແລ້ວ​ຂ້ອຍ​ກໍ​ເຫັນ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ຫຼໍ່ຮູບ​ງົວ​ນ້ອຍຂຶ້ນ​ມາ​ເພື່ອ​ນະມັດສະການ. ພວກ​ເຈົ້າ​ຖິ້ມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໄວ​ຫຼາຍ.+ 17 ຂ້ອຍ​ກໍ​ເລີຍ​ຖິ້ມ​ແຜ່ນ​ຫີນ​ທັງ​ສອງ​ແຜ່ນ​ລົງ​ພື້ນ ແລ້ວ​ແຜ່ນ​ຫີນ​ກໍ​ແຕກ​ເປັນ​ປ່ຽງ​ໆ​ຕໍ່​ໜ້າ​ພວກ​ເຈົ້າ.+ 18 ແລ້ວ​ຂ້ອຍ​ກໍ​ໝູບ​ໜ້າ​ລົງ​ພື້ນ​ຕໍ່​ໜ້າ​ພະ​ເຢໂຫວາໃນ​ລະຫວ່າງ 40 ມື້ 40 ຄືນ. ຂ້ອຍ​ບໍ່​ໄດ້​ກິນ​ເຂົ້າ​ບໍ່​ໄດ້​ກິນ​ນ້ຳ​ເລີຍ+​ຍ້ອນ​ພວກ​ເຈົ້າ​ເຮັດ​ຜິດ ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເພິ່ນ​ບໍ່​ພໍ​ໃຈ. 19 ຂ້ອຍ​ຢ້ານ​ຫຼາຍ ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ເຈົ້າ​ແຮງ.+ ເພິ່ນ​ເກືອບ​ຊິ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ແລ້ວ ແຕ່​ຍັງ​ດີ​ທີ່​ເທື່ອ​ນັ້ນ​ພະ​ເຢໂຫວາ​ຍັງ​ຟັງ​ຂ້ອຍ​ຢູ່.+

20 ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ໃຫ້​ອາໂຣນ​ແຮງແລະ​ຢາກ​ຈະ​ທຳລາຍ​ລາວ.+ ແຕ່​ຕອນ​ນັ້ນ ຂ້ອຍ​ໄດ້​ອ້ອນວອນ​ເພື່ອ​ລາວ​ຄື​ກັນ. 21 ແລ້ວ​ຂ້ອຍ​ກໍ​ເອົາຮູບ​ງົວ​ນ້ອຍ+ທີ່​ເປັນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ​ນັ້ນ​ໄປ​ເຜົາ​ໄຟ. ຂ້ອຍ​ບົດ​ມັນ​ຈົນ​ມຸ່ນ​ແລ້ວ​ເອົາ​ໄປ​ໂຮຍ​ໃສ່​ນ້ຳ​ຫ້ວຍ​ທີ່​ໄຫຼ​ມາ​ແຕ່​ພູ.+

22 ຕໍ່ມາ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ອີກ​ຕອນຢູ່ຕາ​ເບຣາ+ ຢູ່​ມາ​ສາ+ ແລະ​ຢູ່​ກິບໂຣດຮັດຕາວາ.+ 23 ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ເຈົ້າ​ອອກ​ຈາກ​ກາເດັດ​ບາ​ເນອາ+ ເພິ່ນ​ສັ່ງ​ພວກ​ເຈົ້າ​ວ່າ ‘ໃຫ້​ຂຶ້ນ​ໄປ​ແລະ​ຍຶດ​ເອົາ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ພວກ​ເຈົ້າ.’ ພວກ​ເຈົ້າ​ກໍ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ອີກ.+ ພວກ​ເຈົ້າ​ບໍ່​ເຊື່ອ+​ເພິ່ນ​ແລະ​ບໍ່​ຟັງ​ຄວາມ​ເພິ່ນ. 24 ຕັ້ງ​ແຕ່​ຂ້ອຍ​ຮູ້ຈັກ​ພວກ​ເຈົ້າ​ມາ ພວກ​ເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ເລີຍ.

25 ຂ້ອຍ​ໄດ້​ໝູບ​ໜ້າ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາລະຫວ່າງ 40 ມື້ 40 ຄືນ.+ ຂ້ອຍ​ເຮັດ​ແນວ​ນີ້​ກໍ​ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ​ຊິ​ທຳລາຍ​ພວກ​ເຈົ້າ. 26 ຂ້ອຍອ້ອນວອນພະ​ເຢໂຫວາ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ ຂໍ​ຢ່າ​ທຳລາຍ​ຄົນ​ຂອງ​ພະອົງ. ເຂົາ​ເຈົ້າ​ເປັນ​ຊັບ​ສົມບັດ​ສ່ວນ​ໂຕ​ຂອງ​ພະອົງ.+ ພະອົງ​ໄດ້​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະອົງ*+ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ ແລະ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ. 27 ຂໍ​ພະອົງ​ຄິດເຖິງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ+​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ. ຂໍ​ພະອົງ​ຢ່າ​ສົນ​ໃຈ​ຄົນ​ພວກ​ນີ້​ທີ່​ເປັນ​ຄົນ​ຫົວ​ແຂງ ເປັນ​ຄົນ​ຊົ່ວ ແລະ​ເຮັດ​ຜິດ.+ 28 ຖ້າ​ພະອົງ​ທຳລາຍ​ເຂົາ​ເຈົ້າ ຄົນ​ໃນ​ແຜ່ນດິນ​ທີ່​ພະອົງ​ພາ​ເຂົາ​ເຈົ້າ​ອອກ​ມາ​ອາດ​ຈະ​ເວົ້າ​ວ່າ “ພະ​ເຢໂຫວາ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້​ບໍ່​ໄດ້. ຍ້ອນ​ເພິ່ນ​ຊັງ​ເຂົາ​ເຈົ້າ ເພິ່ນ​ຈຶ່ງ​ພາ​ເຂົາ​ເຈົ້າ​ອອກ​ມາ​ຂ້າ​ຢູ່​ບ່ອນ​ກັນດານ​ນີ້.”+ 29 ເຂົາ​ເຈົ້າ​ເປັນ​ຄົນ​ຂອງ​ພະອົງ​ແລະ​ເປັນ​ຊັບ​ສົມບັດ​ສ່ວນ​ໂຕ​ຂອງ​ພະອົງ.+ ພະອົງ​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່*+ຂອງ​ພະອົງຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌