ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ພວກ​ເບັນຢາມິນ​ຍັງ​ຖືກ​ຮັກສາ​ໄວ້​ໃຫ້​ເປັນ​ຕະກູນ​ຢູ່ (1-​25)

ພວກຜູ້ຕັດສິນ 21:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:1
  • +ຜຕສ 21:18

ພວກຜູ້ຕັດສິນ 21:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:18, 26

ພວກຜູ້ຕັດສິນ 21:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:1

ພວກຜູ້ຕັດສິນ 21:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:4; 19:12; ມທ 5:33
  • +ຜຕສ 21:1, 18

ພວກຜູ້ຕັດສິນ 21:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:1

ພວກຜູ້ຕັດສິນ 21:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 21:5

ພວກຜູ້ຕັດສິນ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:1

ພວກຜູ້ຕັດສິນ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:46, 47

ພວກຜູ້ຕັດສິນ 21:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 21:8, 12

ພວກຜູ້ຕັດສິນ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 21:6

ພວກຜູ້ຕັດສິນ 21:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:12; ຜຕສ 21:1

ພວກຜູ້ຕັດສິນ 21:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:1

ພວກຜູ້ຕັດສິນ 21:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 21:12, 14
  • +ຜຕສ 21:1, 18

ພວກຜູ້ຕັດສິນ 21:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:48

ພວກຜູ້ຕັດສິນ 21:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 17:6; 1ຊມ 8:4, 5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 21:1ຜຕສ 20:1
ຜຕສ. 21:1ຜຕສ 21:18
ຜຕສ. 21:2ຜຕສ 20:18, 26
ຜຕສ. 21:4ລລວ 3:1
ຜຕສ. 21:7ລລວ 5:4; 19:12; ມທ 5:33
ຜຕສ. 21:7ຜຕສ 21:1, 18
ຜຕສ. 21:8ຜຕສ 20:1
ຜຕສ. 21:10ຜຕສ 21:5
ຜຕສ. 21:12ຢຊ 18:1
ຜຕສ. 21:13ຜຕສ 20:46, 47
ຜຕສ. 21:14ຜຕສ 21:8, 12
ຜຕສ. 21:15ຜຕສ 21:6
ຜຕສ. 21:18ລລວ 19:12; ຜຕສ 21:1
ຜຕສ. 21:19ຢຊ 18:1
ຜຕສ. 21:22ຜຕສ 21:12, 14
ຜຕສ. 21:22ຜຕສ 21:1, 18
ຜຕສ. 21:23ຜຕສ 20:48
ຜຕສ. 21:25ຜຕສ 17:6; 1ຊມ 8:4, 5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 21:1-25

ພວກ​ຜູ້ຕັດສິນ

21 ຕອນ​ທີ່​ພວກ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ​ຢູ່​ເມືອງ​ມິດຊະປາ+ ເຂົາ​ເຈົ້າ​ໄດ້​ສາບານ​ວ່າ: “ພວກ​ເຮົາ​ຈະ​ບໍ່​ເອົາ​ລູກສາວ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ເມຍ​ພວກ​ຜູ້​ຊາຍ​ໃນ​ຕະກູນ​ເບັນຢາມິນ​ເດັດຂາດ.”+ 2 ຕໍ່ມາ ເມື່ອ​ເຂົາ​ເຈົ້າ​ໄປ​ທີ່​ເມືອງ​ເບເທນ+ ເຂົາ​ເຈົ້າ​ໂສກເສົ້າ​ຫຼາຍ ແລະ​ໄດ້​ນັ່ງ​ຮ້ອງໄຫ້​ຢູ່​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້​ຈົນ​ຮອດ​ຄ່ຳ. 3 ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອີ້ຍ ເປັນ​ຫຍັງ​ພະອົງ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ອິດສະຣາເອນ? ເປັນ​ຫຍັງ​ຕະກູນ​ໜຶ່ງ​ຈະ​ຕ້ອງ​ຖືກ​ກຳຈັດ​ໄປ​ຈາກ​ອິດສະຣາເອນ?” 4 ມື້​ຕໍ່ມາ ເຂົາ​ເຈົ້າ​ລຸກ​ແຕ່​ເຊົ້າ​ແລະ​ໄດ້​ສ້າງ​ແທ່ນ​ບູຊາເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ຢູ່​ຫັ້ນ.+

5 ເຂົາ​ເຈົ້າ​ຖາມ​ວ່າ: “ມີ​ໃຜ​ແດ່​ໃນ​ພວກ​ອິດສະຣາເອນ​ທີ່​ບໍ່​ໄດ້​ໄປ​ປະຊຸມ​ກັບ​ພວກ​ເຮົາ​ຕໍ່​ໜ້າ​ພະ​ເຢໂຫວາຢູ່​ເມືອງ​ມິດຊະປາ?” ເພາະ​ເຂົາ​ເຈົ້າ​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ວ່າ ຖ້າ​ຜູ້​ໃດ​ບໍ່​ໄດ້​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ມິດຊະປາ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ. 6 ພວກ​ອິດສະຣາເອນ​ຮູ້ສຶກ​ເສຍໃຈ​ຫຼາຍ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຕະກູນ​ເບັນຢາມິນ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເວົ້າ​ວ່າ: “ມື້​ນີ້ ຕະກູນ​ໜຶ່ງ​ຖືກ​ຕັດ​ຂາດ​ໄປ​ແລ້ວ​ຈາກ​ອິດສະຣາເອນ. 7 ພວກ​ເຮົາ​ຈະ​ຫາ​ເມຍ​ໃຫ້​ພວກ​ເບັນຢາມິນ​ທີ່​ເຫຼືອ​ໄດ້​ແນວ​ໃດ ເພາະ​ພວກ​ເຮົາ​ໄດ້​ສາບານ​ກັບ​ພະ​ເຢໂຫວາ+ແລ້ວ​ວ່າ ພວກ​ເຮົາ​ຊິ​ບໍ່​ເອົາ​ລູກສາວ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ?”+

8 ເຂົາ​ເຈົ້າ​ຖາມ​ວ່າ: “ຜູ້​ໃດ​ໃນ​ພວກ​ອິດສະຣາເອນ​ບໍ່​ໄດ້​ຂຶ້ນ​ໄປ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ມິດຊະປາ?”+ ປາກົດ​ວ່າ​ບໍ່​ມີ​ຄົນ​ຈາກ​ເມືອງ​ຢາເບັດກິລຽດ​ຈັກ​ຄົນ​ເລີຍ​ຢູ່​ໃນ​ຄ້າຍ​ທີ່​ພວກ​ອິດສະຣາເອນ​ປະຊຸມ​ກັນ. 9 ເມື່ອ​ນັບ​ເບິ່ງ​ຄົນ ເຂົາ​ເຈົ້າ​ກໍ​ບໍ່​ເຫັນ​ຄົນ​ຈາກ​ຢາເບັດກິລຽດ​ຢູ່​ຫັ້ນ​ຈັກ​ຄົນ​ເລີຍ. 10 ພວກ​ອິດສະຣາເອນ​ຈຶ່ງ​ສົ່ງ​ທະຫານ​ທີ່​ເກັ່ງ​ໆ​ 12.000 ຄົນ​ໄປ​ເມືອງ​ນັ້ນ​ແລະ​ສັ່ງ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ເອົາ​ດາບ​ຂ້າ​ຄົນ​ໃນ​ເມືອງ​ຢາເບັດກິລຽດ​ທັງ​ຜູ້​ຍິງ​ກັບ​ເດັກ​ນ້ອຍ.+ 11 ພວກ​ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້. ໃຫ້​ຂ້າ​ຜູ້​ຊາຍ​ທັງ​ໝົດ​ກັບ​ຜູ້​ຍິງ​ທີ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ແລ້ວ ແຕ່​ບໍ່​ໃຫ້​ຂ້າ​ຜູ້​ຍິງທີ່​ຍັງ​ບໍ່​ໄດ້​ນອນ​ນຳ​ຜູ້​ຊາຍ​ເທື່ອ.” 12 ແລ້ວ​ເຂົາ​ເຈົ້າ​ກໍ​ເຫັນ​ວ່າ​ໃນ​ເມືອງ​ນັ້ນ​ມີ​ຜູ້​ຍິງ 400 ຄົນ​ທີ່​ຍັງ​ບໍ່​ໄດ້​ນອນ​ນຳ​ຜູ້​ຊາຍ​ເທື່ອ. ພວກ​ທະຫານ​ຈຶ່ງ​ພາ​ພວກ​ຜູ້​ຍິງ​ເຫຼົ່າ​ນັ້ນ​ໄປ​ທີ່​ຄ້າຍ​ຢູ່​ເມືອງ​ຊີໂລ+ໃນ​ແຜ່ນດິນ​ການາອານ.

13 ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ກໍ​ສົ່ງ​ຄົນ​ໄປ​ບອກ​ພວກ​ຜູ້​ຊາຍ​ເບັນຢາມິນ​ທີ່​ຢູ່​ຫຼືບ​ຫີນ​ຣິມໂມນ​+ວ່າ: “ໃຫ້​ພວກ​ເຮົາ​ເຊົາ​ເຮັດ​ສົງຄາມ​ກັນ.” 14 ເມື່ອ​ພວກ​ເບັນຢາມິນ​ກັບ​ມາ​ຢູ່​ເຂດ​ຂອງ​ເຂົາ​ເຈົ້າ ພວກ​ອິດສະຣາເອນ​ກໍ​ເອົາ​ຜູ້​ຍິງ​ທີ່​ຈັບ​ມາ​ຈາກ​ເມືອງ​ຢາເບັດກິລຽດ​+ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ ແຕ່​ກໍ​ຍັງ​ບໍ່​ພໍ​ສຳລັບ​ທຸກ​ຄົນ. 15 ພວກ​ອິດສະຣາເອນ​ຮູ້ສຶກ​ເສຍໃຈ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຕະກູນ​ເບັນຢາມິນ+ ຍ້ອນ​ພະ​ເຢໂຫວາ​ໄດ້​ແຍກ​ເຂົາ​ເຈົ້າ​ອອກ​ຈາກ​ຕະກູນ​ອື່ນ​ໆ​ຂອງ​ອິດສະຣາເອນ. 16 ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ຈຶ່ງ​ລົມ​ກັນ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພວກ​ເບັນຢາມິນ​ທີ່​ເຫຼືອ​ໄດ້​ເມຍ ເພາະ​ພວກ​ຜູ້​ຍິງ​ເບັນຢາມິນ​ຖືກ​ຂ້າ​ໝົດ​ແລ້ວ?” 17 ເຂົາ​ເຈົ້າ​ລົມ​ກັນ​ອີກ​ວ່າ: “ຄົນ​ໃນ​ຕະກູນ​ເບັນຢາມິນ​ຄວນ​ຈະ​ຍັງ​ມີ​ດິນ​ມູນ ເພື່ອ​ບໍ່​ໃຫ້​ຕະກູນ​ໃດ​ໃນ​ອິດສະຣາເອນ​ຖືກ​ຕັດ​ອອກ​ໄປ. 18 ແຕ່​ພວກ​ເຮົາ​ຈະ​ເອົາ​ລູກສາວ​ຂອງ​ເຮົາ​ໃຫ້​ເປັນ​ເມຍ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້ ຍ້ອນ​ພວກ​ເຮົາ​ໄດ້​ສາບານ​ໄວ້​ແລ້ວ​ວ່າ ‘ຜູ້​ໃດ​ທີ່​ເອົາ​ລູກສາວ​ຂອງ​ໂຕເອງ​ໃຫ້​ເປັນ​ເມຍ​ຄົນ​ໃນ​ຕະກູນ​ເບັນຢາມິນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ສາບແຊ່ງ.’”+

19 ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ຕື່ມ​ອີກ​ວ່າ: “ໃນ​ທຸກ​ໆ​ປີ ມີ​ເທດສະການ​ສະຫຼອງ​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ຊີໂລ.+ ເມືອງ​ຊີໂລ​ຢູ່​ລະຫວ່າງ​ເມືອງ​ເບເທນ​ກັບເມືອງ​ເລໂບນາ. ເມືອງ​ຊີໂລ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເສັ້ນ​ທາງ​ຫຼັກ​ຈາກ​ເມືອງ​ເບເທນ​ໄປ​ເມືອງ​ເຊເຄັມ.” 20 ເຂົາ​ເຈົ້າ​ເລີຍ​ສັ່ງ​ພວກ​ຜູ້​ຊາຍ​ເບັນຢາມິນ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຊຸ້ມ​ຢູ່​ສວນ​ໝາກ​ລະແຊັງ​ແຖວ​ນັ້ນ. 21 ເມື່ອ​ພວກ​ເຈົ້າ​ເຫັນ​ພວກ​ຜູ້​ສາວ​ຢູ່​ເມືອງ​ຊີໂລ​ອອກ​ມາ​ເຕັ້ນ​ນຳ​ກັນ​ເປັນ​ວົງ ໃຫ້​ພວກ​ເຈົ້າ​ແຕ່​ລະ​ຄົນ​ອອກ​ຈາກ​ສວນ​ໝາກ​ລະແຊັງ ແລະ​ຈັບ​ຜູ້​ຍິງ​ເຫຼົ່າ​ນັ້ນ​ມາ​ເປັນ​ເມຍ. ແລ້ວ​ໃຫ້​ພວກ​ເຈົ້າ​ກັບ​ໄປ​ຢູ່​ເຂດ​ຂອງ​ຕະກູນ​ເບັນຢາມິນ. 22 ຖ້າ​ພໍ່​ຫຼື​ອ້າຍນ້ອງ​ຂອງ​ຜູ້​ຍິງ​ເຫຼົ່າ​ນັ້ນ​ມາ​ຟ້ອງ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ບອກ​ເຂົາ​ເຈົ້າ​ວ່າ ‘ໃຫ້​ອີ່ຕົນ​ເຂົາ​ເຈົ້າ​ແດ່. ຜູ້​ຍິງ​ທີ່​ພວກ​ເຮົາ​ຈັບ​ມາ​ໄດ້​ຈາກ​ສົງຄາມກໍ​ບໍ່​ພໍ​ທີ່​ຈະ​ຍົກ​ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ​ທຸກ​ຄົນ+ ແລະ​ອີກ​ຢ່າງ​ໜຶ່ງ ພວກ​ເຈົ້າ​ຈະ​ຍົກ​ລູກສາວ​ໃຫ້​ເປັນ​ເມຍ​ຂອງ​ເຂົາ​ເຈົ້າ​ໂລດ​ກະ​ບໍ່​ໄດ້ ເພາະ​ພວກ​ເຈົ້າ​ຈະ​ເຮັດ​ຜິດ​ຄຳ​ສາບານ.’”+

23 ພວກ​ຜູ້​ຊາຍ​ເບັນຢາມິນ​ກໍ​ເຮັດ​ຕາມ​ນັ້ນ. ເຂົາ​ເຈົ້າ​ຈັບ​ຜູ້​ຍິງ​ທີ່​ອອກ​ມາ​ເຕັ້ນ​ໄປ​ເປັນ​ເມຍ. ແຕ່​ລະ​ຄົນ​ກໍ​ໄດ້​ເມຍ ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເຂດ​ດິນ​ມູນ​ຂອງ​ໂຕເອງ. ເຂົາ​ເຈົ້າ​ໄດ້​ສ້າງ​ເມືອງ​ຕ່າງ​ໆ​ຂຶ້ນ​ໃໝ່+ແລະ​ໄດ້​ຢູ່​ຫັ້ນ.

24 ແລ້ວ​ພວກ​ອິດສະຣາເອນ​ກໍ​ແຍກ​ກັນ​ຢູ່​ບ່ອນ​ນັ້ນ​ໄປ​ໃຜ​ໄປ​ມັນ. ແຕ່​ລະ​ຄົນ​ກໍ​ກັບ​ໄປ​ຢູ່​ດິນ​ມູນ​ໃນ​ຕະກູນ​ແລະ​ຄອບຄົວ​ຂອງ​ໂຕເອງ.

25 ໃນ​ສະໄໝ​ຂອງ​ພວກ​ຜູ້ຕັດສິນ ພວກ​ອິດສະຣາເອນ​ຍັງ​ບໍ່​ທັນ​ມີ​ກະສັດ​ເທື່ອ+ ແຕ່​ລະ​ຄົນ​ກໍ​ເຮັດ​ຕາມ​ທີ່​ໂຕເອງ​ເຫັນ​ວ່າ​ຖືກ​ຕ້ອງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌