ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນາງຣຸດ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມນາງຣຸດ

      • ໂບອາດ​ເປັນ​ຜູ້​ໄຖ່ (1-12)

      • ໂອເບັດ​ລູກ​ຂອງ​ໂບອາດ​ກັບ​ຣຸດ​ເກີດ (13-17)

      • ເຊື້ອສາຍ​ຂອງ​ດາວິດ (18-22)

ນາງຣຸດ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:7; ສພສ 31:23
  • +ນຣ 3:12

ນາງຣຸດ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:18

ນາງຣຸດ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:25; ພບຍ 25:5, 6; ນຣ 2:20; 3:9, 12
  • +ນຣ 1:1, 6
  • +ນຣ 1:2

ນາງຣຸດ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:18; ຢຣມ 32:9, 10
  • +ນຣ 3:13

ນາງຣຸດ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:7, 8; ພບຍ 25:5, 6

ນາງຣຸດ 4:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 14

ນາງຣຸດ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:7, 9

ນາງຣຸດ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 23:18; ນຣ 4:4; ຢຣມ 32:12

ນາງຣຸດ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 38:7, 8; ພບຍ 25:5, 6
  • +ນຣ 4:4

ນາງຣຸດ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:3; 35:23-26; 46:15, 18, 22, 25
  • +ປຖກ 35:19
  • +ນຣ 1:1; ມກ 5:2

ນາງຣຸດ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 127:3
  • +ປຖກ 38:29; ຈຊບ 26:20; ມທ 1:3

ນາງຣຸດ 4:15

ໄຂເງື່ອນ

  • *

    ໝາຍເຖິງ​ຫຼານ​ຊາຍ​ຂອງ​ນາໂອມີ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:14, 16

ນາງຣຸດ 4:17

ໄຂເງື່ອນ

  • *

    ແປ​ວ່າ “ຜູ້​ຮັບໃຊ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 1:5; ລກ 3:23, 32
  • +1ຊມ 17:12; ອຊຢ 11:1; ຣມ 15:12

ນາງຣຸດ 4:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:12; ມທ 1:2-6
  • +ປຖກ 46:12; ຈຊບ 26:21; 1ຂຄ 2:5

ນາງຣຸດ 4:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:9-15

ນາງຣຸດ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:23

ນາງຣຸດ 4:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:17; 1ຊມ 16:1
  • +2ຊມ 7:8; 1ຂຄ 2:13, 15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຣ. 4:1ພບຍ 25:7; ສພສ 31:23
ນຣ. 4:1ນຣ 3:12
ນຣ. 4:2ພບຍ 16:18
ນຣ. 4:3ລລວ 25:25; ພບຍ 25:5, 6; ນຣ 2:20; 3:9, 12
ນຣ. 4:3ນຣ 1:1, 6
ນຣ. 4:3ນຣ 1:2
ນຣ. 4:4ປຖກ 23:18; ຢຣມ 32:9, 10
ນຣ. 4:4ນຣ 3:13
ນຣ. 4:5ປຖກ 38:7, 8; ພບຍ 25:5, 6
ນຣ. 4:7ພບຍ 25:7, 9
ນຣ. 4:9ປຖກ 23:18; ນຣ 4:4; ຢຣມ 32:12
ນຣ. 4:10ປຖກ 38:7, 8; ພບຍ 25:5, 6
ນຣ. 4:10ນຣ 4:4
ນຣ. 4:11ປຖກ 28:3; 35:23-26; 46:15, 18, 22, 25
ນຣ. 4:11ປຖກ 35:19
ນຣ. 4:11ນຣ 1:1; ມກ 5:2
ນຣ. 4:12ພສ 127:3
ນຣ. 4:12ປຖກ 38:29; ຈຊບ 26:20; ມທ 1:3
ນຣ. 4:15ນຣ 1:14, 16
ນຣ. 4:17ມທ 1:5; ລກ 3:23, 32
ນຣ. 4:171ຊມ 17:12; ອຊຢ 11:1; ຣມ 15:12
ນຣ. 4:18ນຣ 4:12; ມທ 1:2-6
ນຣ. 4:18ປຖກ 46:12; ຈຊບ 26:21; 1ຂຄ 2:5
ນຣ. 4:191ຂຄ 2:9-15
ນຣ. 4:20ອພຍ 6:23
ນຣ. 4:22ນຣ 4:17; 1ຊມ 16:1
ນຣ. 4:222ຊມ 7:8; 1ຂຄ 2:13, 15
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ນາງຣຸດ 4:1-22

ນາງ​ຣຸດ

4 ໂບອາດ​ໄດ້​ໄປ​ປະຕູ​ເມືອງ+ແລະ​ນັ່ງ​ຢູ່​ຫັ້ນ. ເມື່ອ​ພີ່ນ້ອງ​ທີ່​ມີ​ສິດ​ໄຖ່+ນັ້ນ​ຍ່າງ​ກາຍມາ ໂບອາດ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ມາ​ພີ້​ກ່ອນ.” ລາວ​ກໍ​ຍ່າງ​ມາ​ຫາ​ແລະ​ນັ່ງ​ລົງ. 2 ຈາກ​ນັ້ນ ໂບອາດ​ກໍ​ເຊີນ​ພວກ​ຜູ້ນຳ+ 10 ຄົນ​ຂອງ​ເມືອງ​ນັ້ນ​ມາ ແລະ​ລາວ​ບອກ​ເຂົາເຈົ້າ​ວ່າ: “ເຊີນ​ມາ​ນັ່ງ​ຢູ່​ນີ້.” ແລ້ວ​ເຂົາເຈົ້າ​ກໍ​ນັ່ງ​ລົງ.

3 ໂບອາດ​ເວົ້າ​ກັບ​ພີ່ນ້ອງ​ທີ່​ມີ​ສິດ​ໄຖ່+ວ່າ: “ນາໂອມີ​ທີ່​ກັບ​ມາ​ຈາກ​ໂມອາບ+ຈຳເປັນ​ຕ້ອງ​ຂາຍ​ນາ​ຂອງ​ເອລີເມເລັກ+ ເຊິ່ງ​ເປັນ​ພີ່ນ້ອງ​ຂອງ​ພວກເຮົາ. 4 ດັ່ງນັ້ນ ຂ້ອຍ​ຄິດ​ວ່າ​ຄວນ​ບອກ​ເລື່ອງ​ນີ້​ໃຫ້​ເຈົ້າ​ຮູ້ ແລະ​ຢາກ​ບອກ​ເຈົ້າ​ວ່າ ‘ໃຫ້​ຊື້​ໄວ້​ຕໍ່ໜ້າ​ຄົນ​ໃນ​ເມືອງ​ແລະ​ຕໍ່ໜ້າ​ພວກ​ຜູ້ນຳ​ຂອງ​ເຮົາ.+ ຖ້າ​ເຈົ້າ​ຢາກ​ໄຖ່​ກໍ​ໄຖ່ ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄຖ່​ກໍ​ຂໍ​ໃຫ້​ບອກ​ຂ້ອຍ ເພາະ​ເຈົ້າ​ເປັນ​ພີ່ນ້ອງ​ຄົນ​ທຳອິດ​ທີ່​ມີ​ສິດ​ໄຖ່​ກ່ອນ ແລະ​ຂ້ອຍ​ເປັນ​ຄົນ​ຕໍ່ມາ.’” ລາວ​ຕອບ​ວ່າ: “ຂ້ອຍ​ຢາກ​ໄຖ່.”+ 5 ແລ້ວ​ໂບອາດ​ກໍ​ເວົ້າ​ວ່າ: “ໃນ​ມື້​ທີ່​ເຈົ້າ​ຊື້​ນາ​ຈາກ​ນາໂອມີ ເຈົ້າ​ກໍ​ຕ້ອງ​ຊື້​ຈາກ​ຣຸດ​ຄົນ​ໂມອາບ​ຄືກັນ​ທີ່​ເປັນ​ເມຍ​ຂອງ​ລູກຊາຍ​ລາວ​ທີ່​ຕາຍ​ໄປ​ແລ້ວ ເພື່ອ​ຮັກສາ​ມໍລະດົກ​ຂອງ​ຜູ້​ຕາຍ​ໄວ້​ໃຫ້​ຕົກທອດ​ໄປ​ຮອດ​ລູກ​ຮອດ​ຫຼານ.”+ 6 ພີ່ນ້ອງ​ຄົນ​ນັ້ນ​ຈຶ່ງ​ເວົ້າ​ວ່າ: “ຄັນຊັ້ນ ຂ້ອຍກໍ​ໄຖ່​ນາ​ນັ້ນ​ບໍ່​ໄດ້​ດອກ ເພາະ​ຖ້າ​ເຮັດ​ແບບ​ນັ້ນ ມັນ​ຈະ​ມີ​ຜົນ​ກະທົບ​ຕໍ່​ມໍລະດົກ​ຂອງ​ຂ້ອຍ. ຂ້ອຍ​ໃຫ້​ສິດ​ເຈົ້າ​ເປັນ​ຄົນ​ໄຖ່​ນາ​ນັ້ນ​ໄວ້ ເພາະ​ຂ້ອຍ​ໄຖ່​ບໍ່​ໄດ້​ແທ້​ໆ​.”

7 ຕາມ​ທຳນຽມ​ຂອງ​ອິດສະຣາເອນ​ໃນ​ສະໄໝ​ນັ້ນ​ກ່ຽວກັບ​ສິດ​ໃນ​ການ​ໄຖ່​ແລະການ​ໂອນ​ກຳມະສິດ ເພື່ອ​ໃຫ້​ທຸກສິ່ງ​ຖືກຕ້ອງ​ແມ່ນ​ຕ້ອງ​ເຮັດ​ແບບ​ນີ້: ຝ່າຍ​ໜຶ່ງ​ຕ້ອງ​ປົດເກີບ​ກິ່ງ​ໜຶ່ງ+ຂອງ​ລາວ​ໃຫ້​ອີກ​ຝ່າຍ​ໜຶ່ງ. ວິທີ​ນີ້​ເປັນ​ການ​ຢືນຢັນ​ຂໍ້ຕົກລົງ​ທີ່​ເຮັດ​ໃນ​ອິດສະຣາເອນ​ສະໄໝ​ນັ້ນ. 8 ເມື່ອ​ຜູ້​ມີ​ສິດ​ໄຖ່​ເວົ້າ​ກັບ​ໂບອາດ​ວ່າ: “ໃຫ້​ເຈົ້າ​ຊື້​ນາ​ໄວ້​ເອງ​ໂລດ” ລາວ​ກໍ​ປົດເກີບ​ກິ່ງ​ໜຶ່ງ​ໃຫ້​ພ້ອມ. 9 ແລ້ວ​ໂບອາດ​ກໍ​ເວົ້າ​ກັບ​ພວກ​ຜູ້ນຳ​ແລະ​ທຸກຄົນ​ທີ່​ຢູ່​ຫັ້ນ​ວ່າ: “ມື້​ນີ້​ໃຫ້​ພວກເຈົ້າ​ເປັນ​ພະຍານ+ນຳ​ກັນ​ວ່າ ຂ້ອຍ​ຊື້​ທຸກ​ຢ່າງ ທີ່​ເປັນ​ຂອງ​ເອລີເມເລັກ ແລະ​ກີລີໂອນ​ກັບ​ມາໂລນ​ຈາກ​ນາໂອມີ​ແລ້ວ. 10 ນອກ​ຈາກ​ນັ້ນ ຂ້ອຍຍັງ​ໄດ້​ເອົາ​ຣຸດ​ຜູ້ຍິງ​ຄົນ​ໂມອາບ​ທີ່​ເປັນ​ເມຍ​ຂອງ​ມາໂລນ​ມາ​ເປັນ​ເມຍ​ຂອງ​ຂ້ອຍ​ນຳ​ອີກ ເພື່ອ​ລາວ​ຈະ​ມີ​ລູກ​ໄວ້​ສືບ​ຕະກູນ​ແລະ​ສືບ​ມູນມໍລະດົກ​ຂອງ​ຄົນ​ທີ່​ຕາຍ+ ເພື່ອ​ຍາດຕິພີ່ນ້ອງ​ແລະ​ຄົນ​ໃນ​ບ້ານ​ເກີດ​ຂອງ​ລາວ​ຈະ​ບໍ່​ລືມຊື່​ລາວ. ມື້​ນີ້​ພວກເຈົ້າ​ເປັນ​ພະຍານ​ໃຫ້​ຂ້ອຍ​ແລ້ວ.”+

11 ທຸກຄົນ​ທີ່​ຢູ່​ປະຕູ​ເມືອງແລະ​ພວກ​ຜູ້ນຳ​ກໍ​ເວົ້າ​ວ່າ: “ພວກເຮົາ​ເປັນ​ພະຍານ. ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເມຍ​ທີ່​ຈະ​ເຂົ້າ​ມາ​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ​ໃຫ້​ເປັນ​ຄື​ກັບ​ຣາເຄນ​ແລະ​ເລອາ ເຊິ່ງ​ພວກ​ອິດສະຣາເອນເກີດ​ມາ​ຈາກ 2 ຄົນ​ນີ້.+ ຂໍ​ໃຫ້​ເຈົ້າ​ຈະເລີນ​ຮຸ່ງເຮືອງ​ໃນ​ເມືອງ​ເອຟຣາທາ+ ແລະ​ມີ​ຊື່ສຽງ​ທີ່​ດີ​ໃນ​ເມືອງ​ເບັດເລເຮັມ.+ 12 ຂໍ​ໃຫ້​ລູກຫຼານ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ໂດຍ​ທາງ​ຜູ້ຍິງ​ຄົນນີ້​+ເຮັດ​ໃຫ້​ລູກຫຼານ​ຂອງ​ເຈົ້າ​ເປັນ​ຄື​ກັບ​ລູກຫຼານ​ຂອງ​ເປເຣດ+ລູກ​ຊາຍ​ຂອງ​ຕາມາ​ກັບ​ຢູດາ.”

13 ໂບອາດ​ແຕ່ງດອງ​ກັບ​ຣຸດ ແລ້ວ​ລາວ​ກໍ​ໄປ​ນອນ​ນຳ​ຣຸດ ແລະ​ພະ​ເຢໂຫວາ​ໄດ້​ໃຫ້​ຣຸດ​ຖືພາ​ແລະ​ເກີດ​ລູກ​ເປັນ​ຜູ້ຊາຍ. 14 ພວກ​ຜູ້ຍິງ​ເວົ້າ​ກັບ​ນາໂອມີ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ. ພະອົງ​ບໍ່​ປ່ອຍ​ໃຫ້​ເຈົ້າ​ຂາດ​ເຊື້ອສາຍ​ໃນ​ມື້​ນີ້. ຂໍ​ໃຫ້​ເດັກນ້ອຍ​ຄົນ​ນີ້​ມີ​ຊື່ສຽງ​ໄປ​ທົ່ວ​ອິດສະຣາເອນ! 15 ລາວ*​ເຮັດ​ໃຫ້​ເຈົ້າ​ໄດ້​ຊີວິດ​ໃໝ່ ແລະ​ຈະ​ເບິ່ງແຍງ​ເຈົ້າ​ຕອນ​ທີ່​ເຈົ້າ​ເຖົ້າ ເພາະ​ລາວ​ເກີດ​ຈາກ​ລູກໃພ້​ທີ່​ຮັກ​ເຈົ້າ+ ແລະ​ສຳລັບ​ເຈົ້າ ຣຸດ​ກໍ​ດີ​ກວ່າ​ລູກຊາຍ 7 ຄົນ.” 16 ນາໂອມີ​ກໍ​ເອົາ​ເດັກນ້ອຍ​ນັ້ນ​ມາ​ອູ້ມ ແລະ​ລາວ​ໄດ້​ລ້ຽງ​ເດັກນ້ອຍ​ຄົນ​ນັ້ນ. 17 ພວກ​ຜູ້ຍິງທີ່​ເປັນ​ເພື່ອນບ້ານ​ໄດ້​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ. ເຂົາເຈົ້າ​ເວົ້າ​ວ່າ: “ນາໂອມີ​ໄດ້​ລູກຊາຍ​ແລ້ວ” ແລະ​ເຂົາເຈົ້າ​ຕັ້ງ​ຊື່​ລາວ​ວ່າ​ໂອເບັດ.*+ ໂອເບັດ​ມີ​ລູກຊາຍ​ຊື່​ເຢຊີ.+ ເຢຊີ​ມີ​ລູກຊາຍ​ຊື່​ດາວິດ.

18 ເຊື້ອສາຍ​ຂອງດາວິດ​ເລີ່ມ​ຈາກ​ເປເຣດ.+ ເປເຣດ​ມີ​ລູກ​ຊາຍ​ຊື່​ເຮຊະໂຣນ+ 19 ເຮຊະໂຣນ​ມີ​ລູກ​ຊາຍ​ຊື່​ຣາມ ຣາມ​ມີ​ລູກ​ຊາຍ​ຊື່​ອຳມີນາດາບ+ 20 ອຳມີນາດາບ+ມີ​ລູກ​ຊາຍ​ຊື່​ນາໂຊນ ນາໂຊນ​ມີ​ລູກຊາຍ​ຊື່​ຊັນໂມນ 21 ຊັນໂມນ​ມີ​ລູກ​ຊາຍ​ຊື່​ໂບອາດ ໂບອາດ​ມີ​ລູກ​ຊາຍ​ຊື່​ໂອເບັດ 22 ໂອເບັດ​ມີ​ລູກຊາຍ​ຊື່​ເຢຊີ+ ເຢຊີ​ມີ​ລູກ​ຊາຍ​ຊື່​ດາວິດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌