ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາມູເອນ​ເວົ້າ​ກັບ​ປະຊາຊົນ​ເປັນ​ເທື່ອ​ສຸດທ້າຍ (1-​25)

        • ‘ຢ່າ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຫຍັງ’ (21)

        • ພະ​ເຢໂຫວາ​ຈະ​ບໍ່​ຖິ້ມ​ປະຊາຊົນ​ຂອງ​ເພິ່ນ (22)

1 ຊາມູເອນ 12:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:5; 10:24; 11:14, 15

1 ຊາມູເອນ 12:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:20
  • +1ຊມ 8:1, 3
  • +1ຊມ 3:19

1 ຊາມູເອນ 12:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:16, 17; 10:1
  • +ຈຊບ 16:15
  • +ພບຍ 16:19
  • +ອພຍ 22:4; ລລວ 6:4

1 ຊາມູເອນ 12:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:26

1 ຊາມູເອນ 12:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:6
  • +ອພຍ 2:23
  • +ອພຍ 3:9, 10
  • +ຢຊ 11:23

1 ຊາມູເອນ 12:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:18, 30; ຜຕສ 2:12, 14
  • +ຜຕສ 4:2
  • +ຜຕສ 10:7; 13:1
  • +ຜຕສ 3:12

1 ຊາມູເອນ 12:10

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:18; 3:9
  • +ຜຕສ 10:10, 15
  • +ຜຕສ 3:7
  • +ຜຕສ 2:13

1 ຊາມູເອນ 12:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:32
  • +ຜຕສ 11:1
  • +ຮຣ 11:32
  • +ລລວ 26:6

1 ຊາມູເອນ 12:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:1
  • +1ຊມ 8:5, 19
  • +ຜຕສ 8:23; 1ຊມ 8:7; ອຊຢ 33:22

1 ຊາມູເອນ 12:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:16, 17; 10:24

1 ຊາມູເອນ 12:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:12; 17:19
  • +ຢຊ 24:14
  • +ພບຍ 13:4; 28:2

1 ຊາມູເອນ 12:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:14, 17; ພບຍ 28:15; ຢຊ 24:20

1 ຊາມູເອນ 12:17

ໄຂເງື່ອນ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:7; ຮຊອ 13:11

1 ຊາມູເອນ 12:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:5; 12:23

1 ຊາມູເອນ 12:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:29; ຢຊ 23:6; 1ຊມ 12:15
  • +ພບຍ 6:5

1 ຊາມູເອນ 12:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:21; ຢຣມ 2:11
  • +ພສ 115:4, 5; ຢຣມ 16:19

1 ຊາມູເອນ 12:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:13; ພສ 94:14; ຣມ 11:1
  • +ຢຊ 7:9; ພສ 23:3; 106:8; ຢຣມ 14:21; ອຊກ 20:14
  • +ອພຍ 19:5; ພບຍ 7:7

1 ຊາມູເອນ 12:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 12:14; ພສ 111:10; ປຍຈ 12:13
  • +ພບຍ 10:12, 21

1 ຊາມູເອນ 12:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 36; ຢຊ 24:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 12:11ຊມ 8:5; 10:24; 11:14, 15
1ຊມ. 12:21ຊມ 8:20
1ຊມ. 12:21ຊມ 8:1, 3
1ຊມ. 12:21ຊມ 3:19
1ຊມ. 12:31ຊມ 9:16, 17; 10:1
1ຊມ. 12:3ຈຊບ 16:15
1ຊມ. 12:3ພບຍ 16:19
1ຊມ. 12:3ອພຍ 22:4; ລລວ 6:4
1ຊມ. 12:6ອພຍ 6:26
1ຊມ. 12:8ປຖກ 46:6
1ຊມ. 12:8ອພຍ 2:23
1ຊມ. 12:8ອພຍ 3:9, 10
1ຊມ. 12:8ຢຊ 11:23
1ຊມ. 12:9ພບຍ 32:18, 30; ຜຕສ 2:12, 14
1ຊມ. 12:9ຜຕສ 4:2
1ຊມ. 12:9ຜຕສ 10:7; 13:1
1ຊມ. 12:9ຜຕສ 3:12
1ຊມ. 12:10ຜຕສ 2:18; 3:9
1ຊມ. 12:10ຜຕສ 10:10, 15
1ຊມ. 12:10ຜຕສ 3:7
1ຊມ. 12:10ຜຕສ 2:13
1ຊມ. 12:11ຜຕສ 6:32
1ຊມ. 12:11ຜຕສ 11:1
1ຊມ. 12:11ຮຣ 11:32
1ຊມ. 12:11ລລວ 26:6
1ຊມ. 12:121ຊມ 11:1
1ຊມ. 12:121ຊມ 8:5, 19
1ຊມ. 12:12ຜຕສ 8:23; 1ຊມ 8:7; ອຊຢ 33:22
1ຊມ. 12:131ຊມ 9:16, 17; 10:24
1ຊມ. 12:14ພບຍ 10:12; 17:19
1ຊມ. 12:14ຢຊ 24:14
1ຊມ. 12:14ພບຍ 13:4; 28:2
1ຊມ. 12:15ລລວ 26:14, 17; ພບຍ 28:15; ຢຊ 24:20
1ຊມ. 12:171ຊມ 8:7; ຮຊອ 13:11
1ຊມ. 12:191ຊມ 7:5; 12:23
1ຊມ. 12:20ພບຍ 31:29; ຢຊ 23:6; 1ຊມ 12:15
1ຊມ. 12:20ພບຍ 6:5
1ຊມ. 12:21ພບຍ 32:21; ຢຣມ 2:11
1ຊມ. 12:21ພສ 115:4, 5; ຢຣມ 16:19
1ຊມ. 12:221ກສ 6:13; ພສ 94:14; ຣມ 11:1
1ຊມ. 12:22ຢຊ 7:9; ພສ 23:3; 106:8; ຢຣມ 14:21; ອຊກ 20:14
1ຊມ. 12:22ອພຍ 19:5; ພບຍ 7:7
1ຊມ. 12:241ຊມ 12:14; ພສ 111:10; ປຍຈ 12:13
1ຊມ. 12:24ພບຍ 10:12, 21
1ຊມ. 12:25ພບຍ 28:15, 36; ຢຊ 24:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 12:1-25

ຊາມູເອນ​ສະບັບ​ທີ​ໜຶ່ງ

12 ແລ້ວ​ຊາມູເອນ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ຂ້ອຍ​ໄດ້​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ພວກ​ເຈົ້າ​ຂໍ​ແລ້ວ ແລະ​ຂ້ອຍ​ໄດ້​ແຕ່ງຕັ້ງ​ກະສັດ​ໃຫ້​ປົກຄອງ​ພວກ​ເຈົ້າ.+ 2 ຕອນ​ນີ້ ພວກ​ເຈົ້າ​ມີ​ກະສັດ​ທີ່​ຈະ​ເປັນ​ຜູ້​ນຳ​ພວກ​ເຈົ້າ​ແລ້ວ.+ ຂ້ອຍ​ເອງ​ກໍ​ເຖົ້າ​ຫຼາຍ​ຈົນ​ຜົມ​ຫງອກເຕັມ​ຫົວແລະ​ລູກ​ຊາຍ​ຂ້ອຍ​ກໍ​ຢູ່​ນຳພວກເຈົ້າ+ ແລະ​ຂ້ອຍ​ໄດ້​ເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ​ຕັ້ງ​ແຕ່​ຍັງ​ໜຸ່ມ​ຈົນ​ຮອດ​ຕອນ​ນີ້.+ 3 ຖ້າ​ພວກ​ເຈົ້າ​ມີ​ເລື່ອງ​ຈະ​ເວົ້າໃຫ້ຂ້ອຍ​ກໍ​ໃຫ້​ເວົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ຕໍ່​ໜ້າ​ຜູ້​ທີ່​ເພິ່ນ​ເລືອກ.+ ຂ້ອຍ​ເຄີຍ​ເອົາ​ງົວ​ຫຼື​ລາ​ຂອງ​ຜູ້​ໃດ​ບໍ?+ ຂ້ອຍ​ເຄີຍ​ສໍ້​ໂກງ​ຫຼື​ກົດ​ຂີ່​ຂົ່ມເຫງ​ຜູ້ໃດ​ບໍ? ຂ້ອຍ​ເຄີຍ​ຮັບ​ເອົາ​ເງິນ​ຈາກ​ຜູ້​ໃດ​ເພື່ອ​ຕັດສິນ​ຢ່າງ​ບໍ່ຖືກຕ້ອງບໍ?+ ຖ້າ​ຂ້ອຍ​ເຄີຍ​ເຮັດ​ແບບ​ນັ້ນ ຂ້ອຍ​ຈະ​ໄຊ້​ຄືນ​ໃຫ້.”+ 4 ເຂົາ​ເຈົ້າ​ຕອບ​ລາວ​ວ່າ: “ເຈົ້າ​ບໍ່​ເຄີຍ​ສໍ້​ໂກງ​ຫຼື​ກົດ​ຂີ່​ຂົ່ມເຫງ​ພວກ​ເຮົາ ແລະ​ບໍ່ເຄີຍ​ເອົາ​ເງິນ​ຈາກ​ຜູ້​ໃດ​ແບບ​ບໍ່​ສັດຊື່.” 5 ຊາມູເອນ​ບອກ​ເຂົາ​ເຈົ້າ​ວ່າ: “ມື້​ນີ້​ຂໍ​ໃຫ້​ພະ​ເຢໂຫວາ​ແລະ​ຜູ້​ທີ່​ເພິ່ນ​ເລືອກ​ເປັນພະຍານວ່າ ຂ້ອຍ​ບໍ່​ໄດ້​ເອົາ​ຫຍັງ​ຈາກ​ພວກ​ເຈົ້າ.” ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ເພິ່ນ​ເປັນ​ພະຍານ​ໃຫ້​ພວກ​ເຮົາ.”

6 ຊາມູເອນ​ເວົ້າ​ກັບ​ປະຊາຊົນ​ວ່າ: “ພະ​ເຢໂຫວາ​ເປັນ​ພະຍານ. ເພິ່ນ​ເປັນ​ຜູ້ເລືອກໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ທີ່​ພາ​ປູ່​ຍ່າ​ຕານາຍຂອງ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 7 ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຢືນ​ຟັງ. ຂ້ອຍ​ຈະ​ຕັດສິນ​ພວກ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຈື່​ສິ່ງດີ​ໆ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ເຮັດ​ເພື່ອ​ພວກ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.

8 ຕອນ​ທີ່​ຢາໂຄບ​ມາ​ຮອດ​ເອຢິບ+ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ພະ​ເຢໂຫວາ​ໄດ້​ສົ່ງ​ໂມເຊ+ກັບ​ອາໂຣນ​ໄປ​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ​ແລະ​ໃຫ້​ມາ​ຢູ່​ນີ້.+ 9 ແຕ່​ເຂົາ​ເຈົ້າ​ລືມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລະ​ເພິ່ນ​ໄດ້​ປ່ອຍ​ໃຫ້​ເຂົາ​ເຈົ້າ​+ຕົກ​ຢູ່​ໃນ​ມື​ຂອງ​ຫົວ​ໜ້າ​ກອງ​ທັບ​ທີ່​ຊື່​ຊີເຊຣາ​+ຈາກ​ເມືອງ​ຮາໂສ ແລະ​ຕົກ​ຢູ່​ໃນ​ມື​ຂອງ​ພວກ​ຟີລິດສະຕີນ+ ແລະ​ຕົກ​ຢູ່​ໃນ​ມື​ກະສັດ​ໂມອາບ+ ແລະ​ພວກ​ນີ້​ກໍ​ມາ​ຕໍ່ສູ້​ເຂົາ​ເຈົ້າ. 10 ເຂົາ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ແລະ​ເວົ້າ​ວ່າ: ‘ພວກ​ເຮົາ​ເຮັດ​ຜິດ​ແລ້ວ​+ທີ່​ປະຖິ້ມ​ພະ​ເຢໂຫວາ ແລ້ວ​ໄປ​ນະມັດສະການພະ​ບາອານ+ແລະ​ຮູບ​ພະ​ອັດຊະໂຕເຣດ.*+ ຕອນ​ນີ້​ຂໍ​ຊ່ວຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ພວກ​ສັດຕູ​ແດ່ ແລ້ວ​ພວກ​ເຮົາ​ຈະ​ຮັບ​ໃຊ້​ພະອົງ.’ 11 ພະ​ເຢໂຫວາ​ຈຶ່ງ​ສົ່ງ​ເຢຣຸບບາອານ+ ເບດານ ເຢັບທາ+ ແລະ​ຊາມູເອນ+ມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກສັດຕູເພື່ອ​ພວກ​ເຈົ້າ​ຈະ​ຢູ່​ຢ່າງ​ປອດໄພ.+ 12 ເມື່ອ​ພວກ​ເຈົ້າ​ເຫັນ​ນາຮາດ+ກະສັດ​ອຳໂມນ​ມາ​ຕໍ່ສູ້​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຂໍແລ້ວຂໍ​ອີກ​ກັບ​ຂ້ອຍ​ວ່າ ‘ພວກ​ເຮົາ​ຢາກ​ໄດ້​ກະສັດ​ປົກຄອງ!’+ ທັງ​ໆ​ທີ່​ພວກ​ເຈົ້າ​ກໍ​ມີ​ພະ​ເຢໂຫວາ​ພະເຈົ້າ​ເປັນ​ກະສັດ​ຂອງ​ພວກ​ເຈົ້າ​ຢູ່​ແລ້ວ.+ 13 ຕອນ​ນີ້ ພວກ​ເຈົ້າ​ມີ​ກະສັດ​ທີ່​ພວກ​ເຈົ້າ​ຢາກ​ໄດ້​ແລະ​ຕາມ​ທີ່​ພວກ​ເຈົ້າຂໍ. ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ກະສັດ​ປົກຄອງ​ພວກ​ເຈົ້າ​ແລ້ວ.+ 14 ຖ້າ​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ+ ຮັບ​ໃຊ້​ເພິ່ນ+ ເຮັດ​ຕາມ​ທີ່​ເພິ່ນ​ບອກ​+ແລະ​ບໍ່​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ ແລະ​ຖ້າ​ພວກ​ເຈົ້າ​ກັບ​ກະສັດ​ທີ່​ປົກຄອງ​ພວກ​ເຈົ້າ​ເຊື່ອຟັງ​ພະ​ເຢໂຫວາ ເພິ່ນ​ກໍ​ຈະ​ພໍ​ໃຈ​ແລະ​ພວກ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ. 15 ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ແລະ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ຫ້າມ ພະ​ເຢໂຫວາ​ຈະລົງໂທດພວກ​ເຈົ້າ​ແລະພໍ່ຂອງ​ພວກ​ເຈົ້າ.+ 16 ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຢືນ​ເບິ່ງ​ສິ່ງອັດສະຈັນທີ່​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ. 17 ມື້​ນີ້​ແມ່ນ​ລະດູກ່ຽວເຂົ້າວີດ*ແມ່ນ​ບໍ? ຂ້ອຍ​ຈະ​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ມີ​ຟ້າ​ຮ້ອງ​ແລະ​ຝົນ​ຕົກ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ແລະ​ເຂົ້າໃຈ​ວ່າ​ການ​ທີ່​ພວກ​ເຈົ້າ​ຂໍ​ໃຫ້​ມີ​ກະສັດ​ເປັນ​ເລື່ອງ​ຊົ່ວ​ຮ້າຍ​ແທ້​ໆ​ສຳລັບ​ພະ​ເຢໂຫວາ.”+

18 ຊາມູເອນ​ໄດ້​ຂໍ​ພະ​ເຢໂຫວາ ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ໃຫ້​ມີ​ຟ້າ​ຮ້ອງ​ແລະ​ຝົນ​ຕົກ​ໃນ​ມື້​ນັ້ນ. ທຸກ​ຄົນ​ຈຶ່ງ​ຢ້ານ​ພະ​ເຢໂຫວາ​ແລະ​ຊາມູເອນ​ຫຼາຍ. 19 ເຂົາ​ເຈົ້າ​ບອກ​ຊາມູເອນ​ວ່າ: “ຂໍ​ໃຫ້​ເຈົ້າອະທິດຖານ​ຫາພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ສຳລັບ​ພວກ​ເຮົາ​ແດ່+ ເພາະ​ພວກ​ເຮົາ​ບໍ່​ຢາກ​ຕາຍ. ພວກ​ເຮົາ​ເຮັດ​ຜິດ​ມາ​ຫຼາຍ​ແລ້ວ ແລະ​ຍັງ​ມາ​ເຮັດ​ຜິດ​ຊ້ຳ​ອີກ​ເລື່ອງຂໍ​ໃຫ້​ມີ​ກະສັດ.”

20 ຊາມູເອນ​ບອກ​ປະຊາຊົນ​ວ່າ: “ບໍ່​ຕ້ອງ​ຢ້ານ ກະ​ແມ່ນ​ຢູ່​ວ່າ​ພວກ​ເຈົ້າ​ເຮັດ​ສິ່ງທີ່ບໍ່​ດີ​ຫຼາຍ​ຢ່າງ. ຂໍ​ພຽງ​ແຕ່​ພວກ​ເຈົ້າ​ບໍ່​ປະຖິ້ມ​ພະ​ເຢໂຫວາ+ແລະ​ຮັບ​ໃຊ້​ພະ​ເຢໂຫວາ​ສຸດ​ຫົວໃຈ.+ 21 ຢ່າ​ປະ​ຖິ້ມ​ເພິ່ນ​ແລະ​ໄປ​ນະມັດສະການ​ພະເຈົ້າ​ປອມ+ທີ່​ຊ່ວຍ​ຊີວິດ​ພວກເຈົ້າ​ບໍ່​ໄດ້+ ເພາະ​ພວກ​ມັນ​ເປັນ​ພຽງ​ແຕ່​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຫຍັງ. 22 ພະ​ເຢໂຫວາ​ຈະ​ບໍ່​ຖິ້ມປະຊາຊົນຂອງ​ເພິ່ນ+ ຍ້ອນ​ເຫັນ​ແກ່​ຊື່​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ+ ແລະ​ຍ້ອນ​ພະ​ເຢໂຫວາ​ຕັ້ງ​ໃຈ​ເລືອກ​ພວກ​ເຈົ້າ​ໃຫ້​ເປັນ​ປະຊາຊົນ​ຂອງ​ເພິ່ນ.+ 23 ຂ້ອຍ​ຈະ​ບໍ່​ເຊົາ​ອະທິດຖານ​ເພື່ອ​ພວກ​ເຈົ້າ ເພາະ​ຖ້າ​ຂ້ອຍ​ເຊົາ​ກໍ​ຈະ​ເປັນ​ການ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ. ຂ້ອຍ​ຈະ​ສອນ​ພວກ​ເຈົ້າ​ຕໍ່​ໆ​ໄປ​ໃຫ້​ຮູ້ຈັກ​ໃຊ້​ຊີວິດ​ໃນ​ທາງ​ທີ່​ດີ​ແລະຖືກຕ້ອງ 24 ໃຫ້​ຢ້ານຢຳ​ພະ​ເຢໂຫວາ​ຜູ້​ດຽວ+ ແລະ​ຮັບ​ໃຊ້​ເພິ່ນ​ຢ່າງ​ສັດຊື່ແລະດ້ວຍ​ສຸດ​ຫົວໃຈ ເພາະ​ເພິ່ນ​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ເພື່ອ​ພວກ​ເຈົ້າ.+ 25 ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ຕັ້ງ​ໃຈ​ເຮັດຜິດຢູ່ ທັງ​ພວກ​ເຈົ້າ​ແລະ​ກະສັດ​ຂອງ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌