ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາອູນ​ຍັງ​ຊັງ​ດາວິດ​ຢູ່ (1-​13)

      • ດາວິດ​ໜີ​ຈາກ​ຊາອູນ (14-​24)

1 ຊາມູເອນ 19:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:9; ສພສ 27:4

1 ຊາມູເອນ 19:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:1; ສພສ 18:24

1 ຊາມູເອນ 19:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 20:9, 13; ສພສ 17:17

1 ຊາມູເອນ 19:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ຜິດ​ຕໍ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:14

1 ຊາມູເອນ 19:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ຟີລິດສະຕີນ”

  • *

    ຫຼື “ຄວາມ​ລອດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:49
  • +1ຊມ 20:32

1 ຊາມູເອນ 19:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:21; 18:2, 13

1 ຊາມູເອນ 19:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:10, 11
  • +1ຊມ 16:14

1 ຊາມູເອນ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 59:ຫົວບົດ; 59:3

1 ຊາມູເອນ 19:13

ໄຂເງື່ອນ

  • *

    ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

1 ຊາມູເອນ 19:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:9

1 ຊາມູເອນ 19:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:29

1 ຊາມູເອນ 19:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:15, 17
  • +1ຊມ 20:1

1 ຊາມູເອນ 19:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 19:18

1 ຊາມູເອນ 19:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 19:11ຊມ 18:9; ສພສ 27:4
1ຊມ. 19:21ຊມ 18:1; ສພສ 18:24
1ຊມ. 19:31ຊມ 20:9, 13; ສພສ 17:17
1ຊມ. 19:41ຊມ 22:14
1ຊມ. 19:51ຊມ 17:49
1ຊມ. 19:51ຊມ 20:32
1ຊມ. 19:71ຊມ 16:21; 18:2, 13
1ຊມ. 19:91ຊມ 18:10, 11
1ຊມ. 19:91ຊມ 16:14
1ຊມ. 19:11ພສ 59:ຫົວບົດ; 59:3
1ຊມ. 19:151ຊມ 18:9
1ຊມ. 19:171ຊມ 18:29
1ຊມ. 19:181ຊມ 7:15, 17
1ຊມ. 19:181ຊມ 20:1
1ຊມ. 19:221ຊມ 19:18
1ຊມ. 19:241ຊມ 10:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 19:1-24

ຊາມູເອນ​ສະບັບ​ທີ​ໜຶ່ງ

19 ຕໍ່ມາ ຊາອູນ​ບອກ​ໂຢນາທານ​ລູກ​ຊາຍ​ຂອງ​ລາວ​ກັບ​ພວກ​ຂ້າລາຊະການ​ວ່າລາວ​ຈະ​ຂ້າ​ດາວິດ.+ 2 ຍ້ອນ​ໂຢນາທານ​ຮັກ​ດາວິດ​ຫຼາຍ+ ລາວ​ຈຶ່ງ​ບອກ​ດາວິດ​ວ່າ: “ຊາອູນ​ພໍ່​ຂອງ​ຂ້ອຍ​ຈະ​ຂ້າເຈົ້າ. ມື້​ອື່ນ​ເຊົ້າ​ໃຫ້​ເຈົ້າ​ລະວັງ​ໂຕ​ດີ​ໆ​ເດີ້ ແລະ​ໜີ​ໄປ​ລີ້​ຢູ່​ບ່ອນ​ທີ່​ປອດໄພ. 3 ຂ້ອຍ​ຈະ​ໄປ​ຍ່າງ​ຫຼິ້ນ​ກັບ​ພໍ່​ຢູ່​ທົ່ງ​ຫຍ້າ​ໃກ້​ໆ​ບ່ອນ​ທີ່​ເຈົ້າ​ລີ້. ຂ້ອຍ​ຈະ​ລົມ​ກັບ​ພໍ່​ເລື່ອງ​ເຈົ້າ ແລະ​ຖ້າ​ຂ້ອຍ​ຮູ້​ຫຍັງ ຂ້ອຍ​ຈະ​ມາ​ບອກ​ເຈົ້າ.”+

4 ໂຢນາທານ​ເວົ້າ​ແຕ່​ແນວ​ດີ​ໆ​ກ່ຽວ​ກັບ​ດາວິດ+ໃຫ້​ຊາອູນ​ຟັງ​ແລະ​ບອກ​ຊາອູນ​ວ່າ: “ພໍ່ບໍ່​ຕ້ອງທຳຮ້າຍ*ດາວິດ​ຜູ້​ຮັບ​ໃຊ້​ຂອງ​ພໍ່ ເພາະ​ລາວ​ບໍ່​ເຄີຍ​ທຳ​ຮ້າຍ​ພໍ່​ເລີຍ ແລະ​ສິ່ງ​ທີ່​ລາວ​ເຮັດ​ກໍ​ເປັນ​ປະໂຫຍດ​ຕໍ່​ພໍ່. 5 ລາວ​ສ່ຽງ​ຊີວິດ​ເພື່ອ​ໄປ​ຂ້າ​ໂກລີອາດ*+ ແລະ​ພະ​ເຢໂຫວາ​ຊ່ວຍ​ອິດສະຣາເອນ​ໃຫ້​ໄດ້​ຮັບ​ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່.* ພໍ່​ກໍ​ເຫັນ​ແລະ​ພໍ່​ກໍ​ດີ​ໃຈ​ຫຼາຍ. ຖ້າ​ພໍ່​ຂ້າ​ດາວິດ​ກໍ​ສ່ຳ​ກັບ​ວ່າ​ພໍ່​ຂ້າ​ຄົນ​ບໍລິສຸດ. ພໍ່​ຊິ​ຂ້າ​ລາວ​ເຮັດ​ຫຍັງ?”+ 6 ເມື່ອ​ຊາອູນ​ໄດ້​ຟັງ​ສິ່ງ​ທີ່​ໂຢນາທານ​ເວົ້າ ຊາອູນ​ຈຶ່ງ​ເວົ້າ​ວ່າ: “ພໍ່​ຂໍ​ສາບານຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ພໍ່​ຈະ​ບໍ່​ຂ້າ​ດາວິດ.” 7 ຫຼັງ​ຈາກ​ນັ້ນ ໂຢນາທານ​ກໍ​ເອີ້ນ​ດາວິດ​ອອກ​ມາ​ແລະ​ເລົ່າ​ທຸກ​ຢ່າງ​ໃຫ້​ລາວ​ຟັງ. ແລ້ວ​ໂຢນາທານ​ກໍ​ພາ​ດາວິດ​ໄປ​ຫາ​ຊາອູນ ດາວິດ​ຈຶ່ງ​ກັບ​ໄປ​ຮັບ​ໃຊ້​ຊາອູນ​ຄື​ເກົ່າ.+

8 ຕໍ່ມາ​ກໍ​ເກີດ​ສົງຄາມ​ອີກ ດາວິດ​ໄດ້​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນແລະ​ຂ້າ​ພວກ​ນັ້ນ​ຕາຍ​ບັກ​ຫຼາຍ​ໆ​. ຄົນ​ທີ່​ລອດ​ຕາຍ​ກໍ​ແລ່ນໜີຈາກ​ດາວິດ.

9 ມື້​ໜຶ່ງ ຕອນ​ທີ່​ຊາອູນ​ນັ່ງ​ຈັບ​ຫອກ​ຢູ່​ໃນ​ວັງ​ຂອງ​ລາວ​ແລະ​ໃຫ້​ດາວິດ​ດີດ​ພິນ​ໃຫ້​ຟັງ+ ພະ​ເຢໂຫວາ​ໄດ້​ປ່ອຍ​ໃຫ້​ຊາອູນ​ກະວົນກະວາຍ​ໃຈ.+ 10 ຊາອູນ​ຈຶ່ງ​ຊັດ​ຫອກ​ໃສ່​ດາວິດ​ເພື່ອ​ຈະ​ສຽບ​ລາວ​ໃຫ້​ຕາຍ​ຄາ​ຝາ ແຕ່​ດາວິດ​ຫຼົບ​ທັນ ຫອກ​ກໍ​ເລີຍ​ສຽບ​ຢູ່​ຝາ. ດາວິດ​ຈຶ່ງ​ໜີ​ໄປ​ໃນ​ຄືນ​ນັ້ນ​ເລີຍ. 11 ຊາອູນ​ສົ່ງ​ຄົນ​ໄປ​ເຝົ້າ​ຢູ່​ເຮືອນ​ຂອງ​ດາວິດ​ເພື່ອ​ຈະ​ລັດ​ຂ້າ​ລາວ​ຕອນ​ເຊົ້າ.+ ແຕ່​ມີການ​ເມຍ​ຂອງ​ດາວິດ​ບອກ​ດາວິດ​ວ່າ: “ຖ້າ​ເຈົ້າ​ບໍ່​ໜີ​ຕອນ​ນີ້ ມື້​ອື່ນ​ເຈົ້າ​ຈະ​ຕາຍ​ແນ່ນອນ.” 12 ມີການ​ໃຫ້​ດາວິດ​ໜີ​ອອກ​ທາງ​ປ່ອງ​ຢ້ຽມ​ທັນທີ​ເລີຍ ດາວິດ​ຈຶ່ງ​ໜີ​ໄປ​ໄດ້. 13 ມີການ​ເອົາ​ຮູບ​ພະ​ເທຣາຟີມ*ມາ​ວາງ​ໄວ້​ເທິງ​ຕຽງ. ລາວ​ເອົາ​ຂົນ​ແບ້​ທີ່​ຖັກ​ເປັນ​ຕານ່າງ​ມາ​ປຸ້ມ​ໆ​ເຂົ້າ​ກັນ​ແລະ​ເອົາ​ໄປ​ວາງ​ໄວ້​ແທນ​ຫົວ​ຂອງ​ດາວິດ ແລ້ວ​ເອົາ​ເຄື່ອງນຸ່ງປົກໄວ້.

14 ຊາອູນ​ສົ່ງ​ຄົນ​ໄປ​ເອົາ​ໂຕ​ດາວິດ​ມາ​ຫາ ແຕ່​ມີການ​ບອກ​ວ່າ: “ລາວ​ບໍ່​ສະບາຍ.” 15 ຊາອູນ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ດາວິດ​ອີກ ແລະ​ສັ່ງ​ເຂົາ​ເຈົ້າ​ວ່າ: “ໄປ​ຫາມ​ມາ​ທັງ​ຄົນ​ທັງ​ຕຽງ​ໂລດ. ຂ້ອຍ​ຊິ​ຂ້າ​ລາວ.”+ 16 ເມື່ອ​ຄົນ​ຂອງ​ຊາອູນ​ເຂົ້າ​ໄປ​ກໍ​ເຫັນ​ຮູບ​ພະ​ເທຣາຟີມ​ນອນ​ຢູ່​ເທິງ​ຕຽງ​ແລະ​ມີ​ຂົນ​ແບ້​ທີ່​ຖັກ​ເປັນ​ຕານ່າງ​ປຸ້ມ​ໆ​ເຂົ້າ​ກັນ​ວາງ​ໄວ້​ແທນ​ຫົວ​ຂອງ​ດາວິດ. 17 ຊາອູນ​ເວົ້າ​ກັບ​ມີການ​ວ່າ: “ເປັນ​ຫຍັງ​ລູກ​ຈຶ່ງ​ຕົວະ​ພໍ່​ແລະ​ປ່ອຍ​ໃຫ້​ສັດຕູ​ຂອງ​ພໍ່+ໜີ​ໄປ?” ມີການ​ຕອບ​ວ່າ: “ລາວ​ຂູ່​ລູກ​ວ່າ​ຖ້າ​ລູກ​ບໍ່​ຊ່ວຍ​ລາວ ລາວ​ຈະ​ຂ້າ​ລູກ.”

18 ດາວິດ​ໜີ​ໄປ​ໄດ້. ລາວ​ໄປ​ຫາ​ຊາມູເອນ​ຢູ່​ເມືອງ​ຣາມາ+ແລະ​ເລົ່າ​ໃຫ້​ຊາມູເອນ​ຟັງ​ວ່າ​ຊາອູນ​ເຮັດ​ຫຍັງ​ໃຫ້​ລາວ​ແດ່. ຈາກ​ນັ້ນ ດາວິດ​ກັບ​ຊາມູເອນ​ກໍ​ໄປ​ຢູ່​ນາໂຢດ.+ 19 ຕໍ່ມາ ມີ​ຄົນ​ໄປ​ບອກ​ຊາອູນ​ວ່າ: “ຕອນ​ນີ້​ດາວິດ​ຢູ່​ນາໂຢດ​ໃນ​ເມືອງ​ຣາມາ.” 20 ຊາອູນ​ຈຶ່ງ​ຟ້າວ​ສົ່ງ​ຄົນ​ໄປ​ຈັບ​ດາວິດ. ເມື່ອ​ໄປ​ຮອດ ເຂົາ​ເຈົ້າ​ກໍ​ເຫັນ​ຜູ້​ພະຍາກອນກຸ່ມໜຶ່ງ​ທີ່​ເປັນ​ຜູ້​ເຖົ້າ​ກຳລັງ​ພະຍາກອນ​ຢູ່​ແລະ​ຊາມູເອນ​ທີ່​ເປັນ​ຜູ້​ນຳ​ກໍ​ຢືນ​ຢູ່ຫັ້ນ. ຄົນ​ຂອງ​ຊາອູນ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ​ແລະ​ເລີ່ມ​ເວົ້າ​ຄື​ກັບ​ພວກຜູ້ພະຍາກອນ.

21 ເມື່ອ​ເຂົາ​ເຈົ້າ​ກັບ​ໄປ​ເລົ່າ​ໃຫ້​ຊາອູນ​ຟັງ ຊາອູນ​ກໍ​ຟ້າວ​ສົ່ງ​ຄົນ​ອີກ​ກຸ່ມ​ໜຶ່ງ​ໄປ ແຕ່​ເຂົາ​ເຈົ້າ​ກໍ​ເລີ່ມ​ເວົ້າ​ຄື​ກັບ​ພວກ​ຜູ້ພະຍາກອນ​ຄື​ກັນ. ຊາອູນ​ຈຶ່ງ​ສົ່ງ​ຄົນ​ກຸ່ມ​ທີ 3 ໄປ​ອີກ ແຕ່​ເຂົາ​ເຈົ້າ​ກໍ​ເລີ່ມ​ເວົ້າ​ຄື​ກັບ​ພວກ​ຜູ້ພະຍາກອນ​ຄື​ກັນ. 22 ໃນ​ທີ່​ສຸດ ຊາອູນ​ກໍ​ໄປ​ເມືອງ​ຣາມາ​ເອງ. ເມື່ອ​ໄປ​ຮອດ​ຂຸມ​ໃຫຍ່​ທີ່​ໃຊ້​ເກັບ​ນ້ຳ​ຢູ່​ເສກູ ຊາອູນ​ຖາມ​ວ່າ: “ຊາມູເອນ​ກັບ​ດາວິດ​ຢູ່​ໃສ?” ຄົນ​ທີ່​ຢູ່​ຫັ້ນ​ຕອບ​ວ່າ: “ເຂົາ​ເຈົ້າ​ຢູ່​ນາໂຢດ+ໃນ​ເມືອງ​ຣາມາ.” 23 ຕອນ​ທີ່​ຊາອູນ​ອອກ​ຈາກ​ເສກູ​ໄປ​ນາໂຢດ​ໃນ​ເມືອງ​ຣາມາ ຊາອູນ​ກໍ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ​ຄື​ກັນ. ລາວ​ທັງ​ຍ່າງ​ທັງ​ພະຍາກອນ​ໄປ​ຕະຫຼອດ​ທາງ​ຈົນ​ຮອດ​ນາໂຢດ​ໃນ​ເມືອງ​ຣາມາ. 24 ຊາອູນ​ແກ້​ເສື້ອ​ຄຸມ​ຂອງ​ລາວ​ອອກ ແລ້ວ​ກໍ​ເລີ່ມ​ເວົ້າຄື​ກັບ​ຜູ້ພະຍາກອນ​ຕໍ່​ໜ້າ​ຊາມູເອນ. ຊາອູນ​ນອນ​ຢູ່​ຫັ້ນ​ໝົດ​ມື້​ໝົດ​ຄືນ​ໂດຍ​ທີ່​ບໍ່​ມີ​ຜ້າ​ປົກໂຕ. ຍ້ອນ​ແນວ​ນີ້​ຄົນ​ຈຶ່ງ​ເວົ້າ​ວ່າ: “ຊາອູນ​ກໍ​ເປັນ​ຜູ້ພະຍາກອນບໍ?”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌