ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ອີກ​ເທື່ອ​ໜຶ່ງ​ທີ່​ດາວິດ​ບໍ່​ໄດ້​ຂ້າ​ຊາອູນ (1-​25)

        • ດາວິດ​ນັບ​ຖື​ຜູ້​ທີ່​ພະ​ເຢໂຫວາ​ເລືອກ (11)

1 ຊາມູເອນ 26:1

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ທະເລ​ຊາຍ; ບ່ອນ​ກັນດານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 55
  • +ຜຕສ 19:14; 1ຊມ 10:26
  • +1ຊມ 23:14, 19, 24; ພສ 54:ຫົວບົດ

1 ຊາມູເອນ 26:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:2

1 ຊາມູເອນ 26:5

ໄຂເງື່ອນ

  • *

    ລູກ​ຊາຍ​ຂອງ​ເນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:50; 17:55; 2ຊມ 2:8; 3:27

1 ຊາມູເອນ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:15
  • +2ຊມ 16:9; 18:5; 23:18
  • +2ຊມ 2:18; 1ຂຄ 2:15, 16

1 ຊາມູເອນ 26:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:4; 26:23

1 ຊາມູເອນ 26:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:1
  • +1ຊມ 24:6; 2ຊມ 1:14; 1ຂຄ 16:22; ພສ 20:6

1 ຊາມູເອນ 26:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:35; 1ຊມ 24:12; 25:38; ພສ 94:1, 23
  • +ພສ 37:12, 13
  • +1ຊມ 31:3, 6

1 ຊາມູເອນ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:18; 1ຊມ 24:6; 1ຂຄ 16:22; ພສ 105:15

1 ຊາມູເອນ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:4

1 ຊາມູເອນ 26:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:50; 17:55; 2ຊມ 2:8; 3:8

1 ຊາມູເອນ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:8

1 ຊາມູເອນ 26:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:16, 17; 10:1
  • +1ຊມ 26:11

1 ຊາມູເອນ 26:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:8, 16

1 ຊາມູເອນ 26:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 35:7
  • +1ຊມ 24:9, 11

1 ຊາມູເອນ 26:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:9
  • +ອພຍ 19:5; ພບຍ 26:18

1 ຊາມູເອນ 26:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:14

1 ຊາມູເອນ 26:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:17
  • +1ຊມ 24:10; 26:11

1 ຊາມູເອນ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 7:8; 18:20
  • +1ຊມ 24:6; 26:9

1 ຊາມູເອນ 26:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:19

1 ຊາມູເອນ 26:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 24:19
  • +1ຊມ 24:22; 27:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 26:1ຢຊ 15:20, 55
1ຊມ. 26:1ຜຕສ 19:14; 1ຊມ 10:26
1ຊມ. 26:11ຊມ 23:14, 19, 24; ພສ 54:ຫົວບົດ
1ຊມ. 26:21ຊມ 24:2
1ຊມ. 26:51ຊມ 14:50; 17:55; 2ຊມ 2:8; 3:27
1ຊມ. 26:6ປຖກ 10:15
1ຊມ. 26:62ຊມ 16:9; 18:5; 23:18
1ຊມ. 26:62ຊມ 2:18; 1ຂຄ 2:15, 16
1ຊມ. 26:81ຊມ 24:4; 26:23
1ຊມ. 26:91ຊມ 10:1
1ຊມ. 26:91ຊມ 24:6; 2ຊມ 1:14; 1ຂຄ 16:22; ພສ 20:6
1ຊມ. 26:10ພບຍ 32:35; 1ຊມ 24:12; 25:38; ພສ 94:1, 23
1ຊມ. 26:10ພສ 37:12, 13
1ຊມ. 26:101ຊມ 31:3, 6
1ຊມ. 26:11ລລວ 19:18; 1ຊມ 24:6; 1ຂຄ 16:22; ພສ 105:15
1ຊມ. 26:121ຊມ 24:4
1ຊມ. 26:141ຊມ 14:50; 17:55; 2ຊມ 2:8; 3:8
1ຊມ. 26:151ຊມ 26:8
1ຊມ. 26:161ຊມ 9:16, 17; 10:1
1ຊມ. 26:161ຊມ 26:11
1ຊມ. 26:171ຊມ 24:8, 16
1ຊມ. 26:18ພສ 35:7
1ຊມ. 26:181ຊມ 24:9, 11
1ຊມ. 26:191ຊມ 24:9
1ຊມ. 26:19ອພຍ 19:5; ພບຍ 26:18
1ຊມ. 26:201ຊມ 24:14
1ຊມ. 26:211ຊມ 24:17
1ຊມ. 26:211ຊມ 24:10; 26:11
1ຊມ. 26:23ພສ 7:8; 18:20
1ຊມ. 26:231ຊມ 24:6; 26:9
1ຊມ. 26:24ພສ 34:19
1ຊມ. 26:251ຊມ 24:19
1ຊມ. 26:251ຊມ 24:22; 27:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 26:1-25

ຊາມູເອນ​ສະບັບ​ທີ​ໜຶ່ງ

26 ຫຼັງ​ຈາກ​ນັ້ນ ຄົນ​ໃນ​ເມືອງ​ຊິເຟ​+ໄດ້​ໄປ​ບອກ​ຊາອູນ​ຢູ່​ເມືອງ​ກີເບອາ​+ວ່າ: “ດາວິດ​ກຳລັງ​ລີ້​ຢູ່​ແຖວ​ໂນນ​ພູ​ຮາກີລາ​ທີ່​ກົງກັນຂ້າມ​ກັບ​ເຢຊີໂມນ.”*+ 2 ຊາອູນ​ຈຶ່ງ​ພາ​ທະຫານ 3.000 ຄົນ​ທີ່​ລາວ​ເລືອກ​ຈາກ​ພວກ​ອິດສະຣາເອນ​ໄປ​ໄລ່ລ່າ​ດາວິດ​ຢູ່​ບ່ອນ​ກັນດານ​ຊິເຟ.+ 3 ຊາອູນ​ຕັ້ງ​ຄ້າຍ​ຢູ່​ແຄມ​ທາງ​ແຖວ​ໂນນ​ພູ​ຮາກີລາ​ທີ່​ຢູ່​ກົງກັນຂ້າມ​ກັບ​ເຢຊີໂມນ. ຕອນ​ນັ້ນ​ດາວິດ​ຢູ່​ໃນ​ບ່ອນ​ກັນດານ​ແລະ​ລາວ​ໄດ້​ຍິນ​ວ່າ​ຊາອູນ​ເຂົ້າ​ມາ​ໃນ​ບ່ອນ​ກັນດານ​ເພື່ອ​ໄລ່ລ່າ​ລາວ. 4 ດາວິດ​ຈຶ່ງ​ສົ່ງ​ຄົນ​ໄປ​ສືບ​ເບິ່ງ​ວ່າ​ຊາອູນ​ມາ​ແທ້​ໆ​ບໍ່. 5 ຫຼັງ​ຈາກ​ນັ້ນ ດາວິດ​ກໍ​ໄປ​ບ່ອນ​ທີ່​ຊາອູນ​ຕັ້ງ​ຄ້າຍ​ຢູ່. ດາວິດ​ເຫັນ​ຊາອູນ​ແລະອັບເນ*+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ກຳລັງ​ນອນ​ຫຼັບ​ຢູ່. ຊາອູນ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ​ແລະ​ພວກ​ທະຫານ​ກໍ​ນອນ​ອ້ອມ​ລາວ​ຢູ່. 6 ດາວິດ​ຈຶ່ງ​ຖາມ​ອາຮີເມເລັກ​ຄົນ​ເຮດ+ແລະ​ອາບີຊາຍ+ລູກ​ຊາຍ​ຂອງ​ເຊຣູຢາ+ທີ່​ເປັນ​ອ້າຍ​ນ້ອງ​ກັບ​ໂຢອາບ​ວ່າ: “ໃຜ​ຈະ​ລົງ​ໄປ​ຄ້າຍ​ຂອງ​ຊາອູນ​ນຳ​ຂ້ອຍ?” ອາບີຊາຍ​ຕອບ​ວ່າ: “ຂ້ອຍ​ຈະ​ລົງ​ໄປ​ນຳ​ເຈົ້າ.” 7 ດາວິດ​ກັບ​ອາບີຊາຍ​ຈຶ່ງ​ລົງ​ໄປ​ຄ້າຍ​ຂອງ​ຊາອູນ​ໃນ​ຄືນ​ມື້​ນັ້ນ​ເລີຍ. ເຂົາ​ເຈົ້າ​ເຫັນ​ຊາອູນ​ກຳລັງ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ​ແລະ​ຫອກ​ຂອງ​ລາວ​ສັກ​ຢູ່​ພື້ນ​ໃກ້​ໆ​ຫົວ​ລາວ. ອັບເນ​ກັບ​ພວກ​ທະຫານ​ກໍ​ນອນ​ອ້ອມ​ລາວ​ຢູ່.

8 ອາບີຊາຍ​ບອກ​ດາວິດ​ວ່າ: “ມື້​ນີ້​ພະເຈົ້າ​ໄດ້​ມອບ​ສັດຕູ​ໃຫ້​ຢູ່​ໃນ​ກຳ​ມື​ເຈົ້າ​ແລ້ວ.+ ຂໍ​ໃຫ້​ຂ້ອຍ​ເອົາ​ຫອກ​ແທງ​ລາວ​ບາດ​ດຽວ​ໃຫ້​ຕາຍ​ຄາ​ພື້ນ​ໂດຍ​ບໍ່​ຕ້ອງແທງຊ້ຳ​ອີກ.” 9 ແຕ່​ດາວິດ​ບອກ​ອາບີຊາຍ​ວ່າ: “ຢ່າ​ເຮັດ​ຫຍັງ​ໃຫ້​ລາວ ເພາະ​ຄົນ​ທີ່​ທຳ​ຮ້າຍ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ+ຈະ​ມີ​ຄວາມ​ຜິດ.”+ 10 ດາວິດ​ເວົ້າ​ຕໍ່​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ​ພະ​ເຢໂຫວາ​ຈະ​ເປັນ​ຜູ້​ຂ້າ​ລາວ​ເອງ+ ຫຼື​ຮອດ​ມື້​ຕາຍ+ລາວ​ກໍ​ຈະ​ຕາຍ​ເອງ ຫຼື​ບໍ່​ກໍ​ຕາຍ​ໃນ​ສະ​ໜາມ​ຮົບ.+ 11 ພະ​ເຢໂຫວາ​ຕ້ອງ​ບໍ່​ມັກ​ແທ້​ໆ​ຖ້າ​ຂ້ອຍ​ທຳ​ຮ້າຍ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.+ ໃຫ້​ພວກ​ເຮົາ​ເອົາ​ຫອກ​ກັບ​ຕຸກ​ນ້ຳ​ທີ່​ຢູ່​ໃກ້​ໆ​ຫົວ​ລາວ ແລ້ວ​ພວກ​ເຮົາ​ກໍ​ໄປ.” 12 ດາວິດ​ຈຶ່ງ​ເອົາ​ຫອກ​ກັບ​ຕຸກ​ນ້ຳ​ທີ່​ຢູ່​ໃກ້​ໆ​ຫົວ​ຊາອູນ ແລ້ວ​ເຂົາ​ເຈົ້າ​ກໍ​ໄປ. ບໍ່​ມີ​ໃຜ​ເຫັນ+​ຫຼື​ຕື່ນ​ຂຶ້ນ​ມາ. ທຸກ​ຄົນ​ນອນ​ຫຼັບ​ໝົດ​ເພາະ​ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາ​ເຈົ້າ​ນອນ​ຫຼັບ​ແຈບ. 13 ດາວິດ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ຮ່ອມ​ພູ​ແລະ​ຂຶ້ນ​ໄປ​ຢືນ​ຢູ່​ເທິງ​ຫັ້ນ.

14 ດາວິດ​ຢູ່​ໄກ​ເຕີບ​ຈາກ​ຄ້າຍ​ຂອງ​ຊາອູນ ແລ້ວ​ລາວ​ກໍ​ຮ້ອງ​ໃສ່​ພວກ​ທະຫານ​ແລະ​ອັບເນ+ວ່າ: “ອັບເນ ເຈົ້າ​ໄດ້ຍິນຂ້ອຍ​ບໍ່?” ອັບເນ​ຕອບ​ວ່າ: “ແມ່ນ​ໃຜ​ທີ່ເອີ້ນກະສັດ?” 15 ດາວິດ​ຖາມ​ອັບເນ​ວ່າ: “ເຈົ້າ​ກໍ​ເປັນ​ຄົນ​ກ້າຫານ​ຢູ່​ຫວະ? ເຈົ້າ​ເກັ່ງ​ທີ່​ສຸດ​ໃນ​ອິດສະຣາເອນ​ຕົ໋ວ? ເປັນ​ຫຍັງ​ເຈົ້າ​ບໍ່​ເຝົ້າ​ກະສັດ​ດີ​ໆ​? ເຈົ້າ​ຮູ້​ບໍ່​ວ່າ​ມີ​ທະຫານ​ຄົນ​ໜຶ່ງ​ເຂົ້າ​ໄປ​ເພື່ອ​ຈະ​ຂ້າເຈົ້າ​ນາຍ​ຂອງ​ເຈົ້າ.+ 16 ເຈົ້າ​ເຮັດ​ວຽກ​ບໍ່​ຫຼ້ອນ​ໜ້າ​ທີ່. ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ​ເຈົ້າ​ສົມຄວນ​ຕາຍ​ແທ້​ໆ​ ຍ້ອນ​ເຈົ້າ​ບໍ່​ໄດ້​ເຝົ້າ​ເຈົ້າ​ນາຍ​ຂອງ​ເຈົ້າ​ດີ​ໆ​ເຊິ່ງ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.+ ລອງ​ຊອກ​ເບິ່ງ​ດຸ! ຫອກ​ກັບ​ຕຸກ​ນ້ຳ​ຂອງ​ກະສັດ+ທີ່​ຢູ່​ໃກ້​ໆ​ຫົວ​ລາວ​ຢູ່​ໃສ?”

17 ຊາອູນ​ຈື່​ສຽງ​ຂອງ​ດາວິດ​ໄດ້​ຈຶ່ງ​ຖາມ​ວ່າ: “ດາວິດ​ນັ້ນ​ແມ່ນ​ສຽງ​ຂອງ​ລູກ​ບໍ?”+ ດາວິດ​ຕອບ​ວ່າ: “ແມ່ນ​ແລ້ວ​ກະສັດ.” 18 ດາວິດ​ເວົ້າ​ຕໍ່​ວ່າ: “ເປັນ​ຫຍັງ​ທ່ານ​ຈຶ່ງ​ໄລ່ລ່າ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ?+ ຂ້ອຍ​ເຮັດ​ຫຍັງ​ໃຫ້​ທ່ານ? ຂ້ອຍ​ເຮັດ​ຫຍັງ​ຜິດ​ບໍ?+ 19 ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຂໍ​ໃຫ້​ຟັງ​ຜູ້​ຮັບ​ໃຊ້​ຂອງ​ທ່ານ. ຖ້າ​ພະ​ເຢໂຫວາ​ບອກ​ທ່ານ​ໃຫ້​ມາ​ໄລ່ລ່າ​ຂ້ອຍ ຂໍ​ໃຫ້​ເພິ່ນ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ຂ້ອຍ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ. ແຕ່​ຖ້າ​ມີ​ຄົນ​ຍົວະ​ທ່ານ​ໃຫ້​ເຮັດ+ ຂໍ​ໃຫ້​ເຂົາ​ເຈົ້າ​ຖືກ​ສາບແຊ່ງ​ຕໍ່​ໜ້າ​ພະ​ເຢໂຫວາ ເພາະ​ມື້​ນີ້​ເຂົາ​ເຈົ້າ​ເຮັດ​ໃຫ້​ຂ້ອຍ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ທີ່​ເປັນມໍລະດົກຂອງ​ພະ​ເຢໂຫວາ+ແລະ​ນັ້ນ​ສ່ຳ​ກັບ​ເຂົາ​ເຈົ້າ​ບອກ​ຂ້ອຍ​ວ່າ ‘ໄປ​ນະມັດສະການ​ພະເຈົ້າ​ອົງ​ອື່ນສະ!’ 20 ຢ່າ​ໃຫ້​ຂ້ອຍ​ຖືກ​ຂ້າ​ໃນ​ບ່ອນ​ທີ່​ໄກ​ຈາກ​ພະ​ເຢໂຫວາ. ເປັນ​ຫຍັງ​ກະສັດ​ຂອງ​ອິດສະຣາເອນ​ຈຶ່ງ​ອອກ​ມາໄລ່​ຂ້າ​ໝັດ​ໂຕ​ໜຶ່ງ+ຄື​ກັບ​ໄລ່​ຂ້າ​ນົກ​ກະທາ​ໂຕ​ໜຶ່ງ​ຢູ່​ເທິງ​ພູ?”

21 ຊາອູນ​ຈຶ່ງ​ຕອບ​ວ່າ: “ຂ້ອຍ​ເຮັດ​ຜິດ​ແລ້ວ.+ ດາວິດ​ກັບ​ມາ​ແມະ​ລູກ. ຂ້ອຍ​ຈະ​ບໍ່​ທຳ​ຮ້າຍ​ເຈົ້າ​ແລ້ວ​ເພາະ​ເຈົ້າ​ເຫັນ​ຄ່າ​ຊີວິດ​ຂ້ອຍ​+ໃນ​ມື້​ນີ້. ຂ້ອຍ​ເຮັດ​ເລື່ອງ​ທີ່​ໂງ່​ຫຼາຍ​ແລະ​ເຮັດ​ຜິດ​ຮ້າຍແຮງ.” 22 ດາວິດ​ກໍ​ເວົ້າ​ວ່າ: “ຫອກ​ຂອງ​ກະສັດຢູ່​ນີ້ ໃຫ້​ທະຫານ​ຄົນ​ໜຶ່ງ​ມາ​ເອົາ​ແມ້. 23 ພະ​ເຢໂຫວາ​ຈະ​ຕອບ​ແທນ​ຄວາມ​ດີ+ແລະ​ຄວາມ​ສັດຊື່​ຂອງ​ແຕ່​ລະ​ຄົນ. ມື້​ນີ້​ພະ​ເຢໂຫວາ​ໄດ້​ມອບ​ທ່ານ​ໄວ້​ໃນ​ກຳ​ມື​ຂ້ອຍ ແຕ່​ຂ້ອຍ​ບໍ່​ຢາກທຳ​ຮ້າຍຜູ້​ທີ່​ພະ​ເຢໂຫວາ​ເລືອກ​ໄວ້.+ 24 ມື້​ນີ້​ຊີວິດ​ຂອງ​ທ່ານ​ມີ​ຄ່າ​ຕໍ່​ຂ້ອຍ. ດັ່ງນັ້ນ ຂໍ​ໃຫ້ຊີວິດຂອງ​ຂ້ອຍ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ ແລະ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຄວາມທຸກ​ທັງ​ໝົດ.”+ 25 ຊາອູນ​ຕອບ​ດາວິດ​ວ່າ: “ດາວິດ​ລູກ​ເອີ້ຍ ຂໍ​ໃຫ້​ເຈົ້າ​ໄດ້​ຮັບພອນ. ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຫຼາຍ​ຢ່າງ​ແລະ​ຈະ​ປະ​ສົບ​ຜົນສຳເລັດແນ່ນອນ.”+ ຈາກ​ນັ້ນ ດາວິດ​ກໍ​ໄປ ແລ້ວ​ຊາອູນ​ກໍ​ກັບ​ເມືອ​ວັງ​ຂອງ​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌