-
ອົບພະຍົບ 31:2-5ຄຳພີໄບເບິນສະບັບແປໂລກໃໝ່
-
-
2 “ເຮົາໄດ້ເລືອກເບຊາເລນ+ຈາກຕະກູນຢູດາ. ລາວເປັນລູກຊາຍຂອງອູຣີແລະເປັນຫຼານຂອງຮູເຣ.+ 3 ເຮົາຈະໃຫ້ພະລັງຂອງເຮົາກັບລາວ ເພື່ອໃຫ້ລາວມີສະຕິປັນຍາ ມີຄວາມເຂົ້າໃຈ ມີຄວາມຮູ້ ແລະໃຫ້ລາວເຮັດວຽກດ້ານສີໄມ້ລາຍມືເກັ່ງທຸກຢ່າງ 4 ທັງການອອກແບບລວດລາຍຕ່າງໆ ວຽກກ່ຽວກັບຄຳ ເງິນ ແລະທອງແດງ 5 ວຽກເຈຍລະໄນແລະຈັດວາງເພັດພອຍ+ ແລະວຽກແກະສະຫຼັກໄມ້ທຸກຢ່າງ.+
-
-
ອົບພະຍົບ 35:30ຄຳພີໄບເບິນສະບັບແປໂລກໃໝ່
-
-
30 ແລ້ວໂມເຊກໍເວົ້າກັບພວກອິດສະຣາເອນວ່າ: “ພະເຢໂຫວາໄດ້ເລືອກເບຊາເລນທີ່ເປັນຄົນຕະກູນຢູດາ ເປັນລູກຊາຍຂອງອູຣີ ແລະເປັນຫຼານຊາຍຂອງຮູເຣ.+
-
-
ອົບພະຍົບ 36:1ຄຳພີໄບເບິນສະບັບແປໂລກໃໝ່
-
-
36 “ເບຊາເລນຈະເຮັດວຽກກັບໂອໂຮລຽບແລະພວກຊ່າງທີ່ມີສີມືທຸກຄົນທີ່ໄດ້ຮັບສະຕິປັນຍາແລະຄວາມເຂົ້າໃຈຈາກພະເຢໂຫວາ. ເຂົາເຈົ້າທຸກຄົນຮູ້ວິທີເຮັດທຸກສິ່ງທຸກຢ່າງສຳລັບເຕັ້ນສັກສິດຕາມທີ່ພະເຢໂຫວາສັ່ງ.”+
-