ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 22:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ເພາະ​ມັນ​ເປັນ​ເສື້ອ​ໂຕ​ດຽວ​ທີ່​ລາວ​ເອົາ​ໄວ້​ນຸ່ງ​ເພື່ອບໍ່​ໃຫ້​ໂຕເອງ​ໜາວ. ຖ້າ​ເຈົ້າ​ບໍ່​ສົ່ງ​ຄືນ ຕອນ​ນອນ​ລາວ​ຈະເອົາ​ຫຍັງ​ມາ​ຫົ່ມ?+ ຖ້າ​ລາວ​ຮ້ອງ​ຫາ​ເຮົາ ເຮົາ​ຈະ​ຟັງ​ລາວ​ຍ້ອນ​ເຮົາ​ມີ​ຄວາມ​ເມດຕາ.+

  • 2 ຂ່າວຄາວ 30:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ພວກ​ທີ່​ຈັບ​ພວກ​ພີ່ນ້ອງ​ແລະ​ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ​ຈະ​ອີ່ຕົນ​ເຂົາ​ເຈົ້າ+​ແລະ​ຈະ​ປ່ອຍ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ແຜ່ນດິນ​ນີ້.+ ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເມດຕາ​ແລະ​ໃຈ​ດີ.+ ເພິ່ນ​ຈະ​ບໍ່​ຖິ້ມ​ພວກ​ເຈົ້າ​ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ເພິ່ນ.”+

  • ເນເຮມີຢາ 9:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ+​ພະອົງ​ແລະ​ລືມ​ການອັດສະຈັນ​ຕ່າງ​ໆ​ທີ່​ພະອົງ​ໄດ້​ເຮັດ​ເພື່ອ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ​ແລະ​ແຕ່ງຕັ້ງ​ຫົວ​ໜ້າ​ຜູ້​ໜຶ່ງ​ໃຫ້​ພາ​ເຂົາ​ເຈົ້າ​ກັບ​ໄປ​ເປັນ​ທາດ​ຢູ່​ເອຢິບ.+ ແຕ່​ພະອົງ​ເປັນ​ພະເຈົ້າ​ທີ່​ພ້ອມ​ຈະ​ໃຫ້​ອະໄພ ໃຈ​ດີ ມີ​ຄວາມ​ເມດຕາ ບໍ່​ໃຈ​ຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະ​ພະອົງ​ບໍ່​ປະຖິ້ມ​ເຂົາ​ເຈົ້າ.+

  • ເພງສັນລະເສີນ 86:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈດີ*

      ບໍ່​ໃຈຮ້າຍ​ງ່າຍ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ ແລະ​ມີ​ຄວາມ​ສັດຊື່​ຫຼາຍ​ທີ່ສຸດ.*+

  • ໂຢເອນ 2:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຢ່າ​ຈີກ​ແຕ່​ເຄື່ອງນຸ່ງ​ຂອງ​ພວກເຈົ້າ+ ແຕ່​ໃຫ້​ສຳນຶກຜິດຈາກ​ໃຈ*​ນຳ+

      ແລະ​ໃຫ້​ກັບມາຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຈົ້າ.

      ເພິ່ນ​ຈະ​ປ່ຽນໃຈ​ບໍ່​ທຳລາຍ​ພວກເຈົ້າ

      ຍ້ອນ​ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈດີ* ບໍ່​ໃຈຮ້າຍ​ງ່າຍ+ ແລະ​ມີ​ຄວາມຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່ສຸດ.+

  • ລູກາ 6:36
    ຄຳພີໄບເບິນສະບັບແປໂລກໃໝ່
    • 36 ໃຫ້​ພວກ​ເຈົ້າ​ອີ່ຕົນ​ຄົນ​ອື່ນ​ສະເໝີ​ຄື​ກັບ​ທີ່​ພະເຈົ້າ​ພໍ່​ຂອງ​ພວກ​ເຈົ້າ​ອີ່ຕົນ​ຄົນ​ທີ່​ເຮັດ​ຜິດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌