-
ພະບັນຍັດ 30:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
30 “ຄຳອວຍພອນຫຼືຄຳສາບແຊ່ງທີ່ຂ້ອຍໃຫ້ພວກເຈົ້າເລືອກຈະເກີດຂຶ້ນແທ້.+ ຈາກນັ້ນ ຕອນທີ່ຢູ່ໃນປະເທດຕ່າງໆທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຢູ່+ ພວກເຈົ້າຈະສຳນຶກໄດ້ວ່າໂຕເອງເຮັດຜິດ.+ 2 ແລ້ວພວກເຈົ້າກັບລູກຫຼານຈະກັບມາຫາພະເຢໂຫວາພະເຈົ້າຂອງພວກເຈົ້າ+ ແລະຈະເຊື່ອຟັງແລະເຮັດຕາມຄຳສັ່ງທີ່ຂ້ອຍບອກພວກເຈົ້າໃນມື້ນີ້ຢ່າງສຸດຫົວໃຈແລະສຸດຊີວິດ.+ 3 ເມື່ອເປັນແນວນັ້ນແລ້ວ ພະເຢໂຫວາພະເຈົ້າຂອງພວກເຈົ້າຈະປົດປ່ອຍພວກເຈົ້າຈາກການເປັນຊະເລີຍ.+ ແລ້ວພະເຢໂຫວາພະເຈົ້າຂອງພວກເຈົ້າຈະສະແດງຄວາມເມດຕາ+ ແລະລວບລວມພວກເຈົ້າທີ່ກະຈັດກະຈາຍກັນຢູ່ນຳຊາດຕ່າງໆ.+
-