-
ອົບພະຍົບ 29:26, 27ຄຳພີໄບເບິນສະບັບແປໂລກໃໝ່
-
-
26 ໃຫ້ເຈົ້າເອົາຊີ້ນສ່ວນເອິກຂອງແກະທີ່ເປັນເຄື່ອງບູຊາແຕ່ງຕັ້ງ+ອາໂຣນໃຫ້ເປັນປະໂລຫິດມາ. ເຈົ້າຕ້ອງເອົາສ່ວນນັ້ນຊູໄປຊູມາຕໍ່ໜ້າພະເຢໂຫວາ ແລ້ວສ່ວນນັ້ນຈະເປັນຂອງເຈົ້າ. 27 ຊີ້ນສ່ວນເອິກແລະຂາຂອງແກະທີ່ໃຊ້ເປັນເຄື່ອງບູຊາແຕ່ງຕັ້ງ+ອາໂຣນກັບພວກລູກຊາຍໃຫ້ເປັນປະໂລຫິດ ເຊິ່ງເຈົ້າໄດ້ຊູໄປຊູມານັ້ນ ໃຫ້ເຈົ້າແຍກໄວ້ເປັນຂອງພວກປະໂລຫິດ.
-
-
ລະບຽບພວກເລວີ 7:34, 35ຄຳພີໄບເບິນສະບັບແປໂລກໃໝ່
-
-
34 ເມື່ອຄົນອິດສະຣາເອນເອົາເຄື່ອງບູຊາສ້າງຄວາມສະຫງົບສຸກມາໃຫ້ເຮົາ ເຮົາຈະຮັບເອົາຊີ້ນສ່ວນເອິກຂອງເຄື່ອງບູຊາຊູໄປມາກັບຂາຫຼັງເບື້ອງຂວາທີ່ເປັນສ່ວນແບ່ງສັກສິດ. ແລ້ວເຮົາຈະເອົາສ່ວນເຫຼົ່ານີ້ໃຫ້ປະໂລຫິດອາໂຣນກັບພວກລູກຊາຍຂອງລາວ. ນີ້ແມ່ນກົດໝາຍທີ່ພວກອິດສະຣາເອນຈະຕ້ອງເຮັດຕາມຕໍ່ໆໄປ.+
35 ສ່ວນແບ່ງນີ້ມາຈາກເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາທີ່ຕ້ອງແບ່ງໄວ້ຕ່າງຫາກໃຫ້ພວກປະໂລຫິດ ເຊິ່ງກໍຄືອາໂຣນກັບພວກລູກຊາຍຂອງລາວ ໃນມື້ທີ່ເຂົາເຈົ້າຖືກແຕ່ງຕັ້ງໃຫ້ເປັນປະໂລຫິດຂອງພະເຢໂຫວາ.+
-