-
ລະບຽບພວກເລວີ 7:29-31ຄຳພີໄບເບິນສະບັບແປໂລກໃໝ່
-
-
29 “ໃຫ້ບອກພວກອິດສະຣາເອນວ່າ ‘ຜູ້ໃດທີ່ເອົາເຄື່ອງບູຊາສ້າງຄວາມສະຫງົບສຸກມາໃຫ້ພະເຢໂຫວາ ຜູ້ນັ້ນຈະຕ້ອງເອົາສ່ວນໜຶ່ງຂອງເຄື່ອງບູຊານັ້ນໃຫ້ພະເຢໂຫວາ.+ 30 ລາວຕ້ອງເອົານ້ຳມັນ+ກັບຊີ້ນສ່ວນເອິກໄປໃຫ້ປະໂລຫິດເຜົາເປັນເຄື່ອງບູຊາໃຫ້ພະເຢໂຫວາ. ແລ້ວຜູ້ທີ່ເອົາເຄື່ອງບູຊາມາໃຫ້ຈະເອົານ້ຳມັນກັບຊີ້ນສ່ວນເອິກນັ້ນຊູໄປຊູມາເພື່ອເປັນເຄື່ອງບູຊາຊູໄປມາ+ຕໍ່ໜ້າພະເຢໂຫວາ. 31 ປະໂລຫິດຈະເອົານ້ຳມັນໄປເຜົາຢູ່ເທິງແທ່ນບູຊາ+ ແຕ່ຊີ້ນສ່ວນເອິກຈະເປັນຂອງອາໂຣນກັບພວກລູກຊາຍຂອງລາວ.+
-