ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 5:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ຍ້ອນ​ລາວເຮັດ​ຜິດ​ຕໍ່​ສິ່ງ​ບໍລິສຸດ ລາວ​ຕ້ອງ​ໄດ້​ຈ່າຍ​ຄ່າ​ຊົດ​ໄຊ້​ສຳລັບ​ຄວາມ​ຜິດ​ຂອງ​ລາວ ແລະ​ລາວ​ຕ້ອງ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ເຄື່ອງ​ບູຊາ​ມາ​ຕື່ມ​ໃຫ້​ອີກ.+ ລາວ​ຕ້ອງ​ເອົາທັງ​ໝົດ​ນີ້​ພ້ອມ​ກັບ​ແກະ​ໂຕຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້​ປະໂລຫິດ. ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ+ໃຫ້​ລາວ ແລ້ວ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.+

  • ລະບຽບພວກເລວີ 6:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້​ພະ​ເຢໂຫວາ​ນຳ. ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ ເຊິ່ງ​ມີ​ລາຄາ​ຕາມ​ມາດຕະຖານ​ມາ​ໃຫ້​ປະໂລຫິດ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ.+ 7 ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ບໍ່​ວ່າ​ລາວ​ຈະ​ເຮັດ​ຜິດ​ອັນ​ໃດ​ອັນ​ໜຶ່ງ​ໃນ​ເລື່ອງ​ທີ່​ເວົ້າ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.”+

  • ລະບຽບພວກເລວີ 7:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ກໍ​ຄື​ກັບ​ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ບາບ. ປະໂລຫິດ​ຜູ້​ທີ່​ເຮັດ​ໜ້າ​ທີ່​ໄຖ່​ຄວາມ​ຜິດ​ຈະ​ໄດ້ຊີ້ນ​ທີ່​ເປັນ​ເຄື່ອງ​ບູຊາ​ນັ້ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌