-
ຈົດເຊັນບັນຊີ 16:39, 40ຄຳພີໄບເບິນສະບັບແປໂລກໃໝ່
-
-
39 ແລ້ວປະໂລຫິດເອເລອາຊາກໍເອົາແນວໃສ່ເຄື່ອງຫອມທີ່ເຮັດດ້ວຍທອງແດງຂອງຄົນທີ່ຖືກເຜົາໄປຕີເປັນແຜ່ນ ແລະເອົາໄປໂອບໃສ່ແທ່ນບູຊາ 40 ຕາມທີ່ພະເຢໂຫວາໄດ້ບອກຜ່ານທາງໂມເຊ. ສິ່ງນີ້ຈະເຕືອນພວກອິດສະຣາເອນວ່າ ຄົນທີ່ບໍ່ແມ່ນລູກຫຼານຂອງອາໂຣນບໍ່ມີສິດ*ທີ່ຈະເຜົາເຄື່ອງຫອມຕໍ່ໜ້າພະເຢໂຫວາ+ ແລະຍັງເຕືອນເຂົາເຈົ້າວ່າບໍ່ຄວນເຮັດຄືກັບໂກຣາແລະພວກຂອງລາວ.+
-
-
2 ຂ່າວຄາວ 26:16ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ແຕ່ເມື່ອມີອຳນາດແລ້ວ ລາວກໍກາຍເປັນຄົນຈອງຫອງຈົນເຮັດໃຫ້ໂຕເອງຈິບຫາຍ. ລາວເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງລາວ ໂດຍເຂົ້າໄປໃນວິຫານຂອງພະເຢໂຫວາເພື່ອເຜົາເຄື່ອງຫອມຢູ່ແທ່ນເຜົາເຄື່ອງຫອມ.+
-
-
2 ຂ່າວຄາວ 26:18ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ເຂົາເຈົ້າຫ້າມອຸດຊີຢາແລະບອກລາວວ່າ: “ທ່ານບໍ່ຄວນເຮັດແບບນີ້. ທ່ານບໍ່ຄວນເຜົາເຄື່ອງຫອມໃຫ້ພະເຢໂຫວາ+ເພາະວ່າມັນບໍ່ແມ່ນໜ້າທີ່ຂອງທ່ານ ແຕ່ເປັນໜ້າທີ່ຂອງພວກປະໂລຫິດທີ່ເປັນລູກຫຼານຂອງອາໂຣນ+ທີ່ເຮັດໃຫ້ໂຕເອງສະອາດແລ້ວ*ເທົ່ານັ້ນ. ໃຫ້ທ່ານອອກໄປຈາກບ່ອນບໍລິສຸດນີ້. ເຖິງທ່ານຈະເຜົາເຄື່ອງຫອມຢູ່ແທ່ນບູຊາ ແຕ່ພະເຢໂຫວາພະເຈົ້າຈະບໍ່ໃຫ້ກຽດທ່ານ ຍ້ອນທ່ານບໍ່ເຊື່ອຟັງເພິ່ນ.”
-