ຊາມູເອນສະບັບທີໜຶ່ງ
6 ຫີບສັນຍາ+ຂອງພະເຢໂຫວາຢູ່ໃນເຂດຂອງຟີລິດສະຕີນ 7 ເດືອນ. 2 ພວກຟີລິດສະຕີນເອີ້ນພວກປະໂລຫິດແລະພວກໝໍມໍ+ມາຖາມວ່າ: “ເຮົາຈະເຮັດແນວໃດກັບຫີບສັນຍາຂອງພະເຢໂຫວາ? ບອກພວກເຮົາໄດ້ບໍວ່າຈະສົ່ງຫີບນີ້ກັບໄປໄວ້ບ່ອນເກົ່າແນວໃດ?” 3 ເຂົາເຈົ້າຕອບວ່າ: “ຖ້າພວກເຈົ້າຈະສົ່ງຫີບສັນຍາຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນກັບໄປ ພວກເຈົ້າຕ້ອງສົ່ງເຄື່ອງບູຊາໄຖ່ຄວາມຜິດໄປນຳ.+ ຖ້າບໍ່ເຮັດແບບນີ້ພວກເຈົ້າຈະບໍ່ເຊົາພະຍາດທີ່ເປັນຢູ່. ແລ້ວພວກເຈົ້າກໍຈະຮູ້ວ່າເປັນຫຍັງເພິ່ນຍັງລົງໂທດພວກເຈົ້າຢູ່.” 4 ພວກຟີລິດສະຕີນຈຶ່ງຖາມອີກວ່າ: “ເຮົາຄວນຈະສົ່ງຫຍັງໄປເປັນເຄື່ອງບູຊາໄຖ່ຄວາມຜິດ?” ພວກປະໂລຫິດແລະພວກໝໍມໍຕອບວ່າ: “ໃຫ້ເອົາຄຳເຮັດເປັນຮູບລິດສີດວງ 5 ອັນແລະຮູບໜູ 5 ໂຕຕາມຈຳນວນພວກເຈົ້າເມືອງຂອງຟີລິດສະຕີນ+ແລ້ວສົ່ງໄປ ຍ້ອນພວກເຈົ້າທຸກຄົນກັບພວກເຈົ້າເມືອງເປັນພະຍາດດຽວກັນ. 5 ພວກເຈົ້າຕ້ອງເຮັດຮູບລິດສີດວງແລະຮູບໜູ+ທີ່ທຳລາຍແຜ່ນດິນຂອງພວກເຈົ້າ ແລະຕ້ອງຍົກຍ້ອງພະເຈົ້າຂອງອິດສະຣາເອນ. ຖ້າເຮັດແບບນີ້ເພິ່ນອາດຈະເຊົາລົງໂທດພວກເຈົ້າ ພະເຈົ້າຂອງພວກເຈົ້າແລະແຜ່ນດິນຂອງພວກເຈົ້າ.+ 6 ຢ່າໃຫ້ໃຈຂອງພວກເຈົ້າແຂງກະດ້າງ+ຄືກັບຟາໂຣ*ຫຼືພວກເອຢິບທີ່ຖືກພະເຈົ້າຂອງອິດສະຣາເອນລົງໂທດຢ່າງໜັກ+ຈົນຕ້ອງປ່ອຍພວກອິດສະຣາເອນໄປ.+ 7 ໃຫ້ພວກເຈົ້າກຽມກວຽນໃໝ່ຄັນໜຶ່ງກັບແມ່ງົວຄູ່ໜຶ່ງທີ່ບໍ່ເຄີຍໃສ່ແອກຈັກເທື່ອ. ຈາກນັ້ນກໍເອົາແມ່ງົວຄູ່ນັ້ນໄປມັດໃສ່ກວຽນ ແຕ່ໃຫ້ເອົາລູກຂອງພວກມັນໄປຂັງໄວ້ໃນຄອກ. 8 ແລ້ວໃຫ້ເອົາຫີບສັນຍາຂອງພະເຢໂຫວາໄປວາງໄວ້ເທິງກວຽນ ແລະເອົາຮູບຄຳທັງໝົດທີ່ພວກເຈົ້າຈະສົ່ງໄປເປັນເຄື່ອງບູຊາໄຖ່ຄວາມຜິດໃສ່ໃນກ່ອງແລ້ວວາງໄວ້ທາງຂ້າງຫີບ.+ ຈາກນັ້ນກໍປ່ອຍງົວໄປ 9 ແລະໃຫ້ເບິ່ງວ່າຖ້າງົວລາກກວຽນຂຶ້ນໄປທາງເມືອງເບັດເຊເມັດ+ເຊິ່ງເປັນບ່ອນທີ່ຫີບນັ້ນເຄີຍຢູ່ ກໍສະແດງວ່າພະເຈົ້າຂອງອິດສະຣາເອນເປັນຜູ້ເຮັດໃຫ້ເລື່ອງຮ້າຍແຮງນີ້ເກີດຂຶ້ນກັບພວກເຮົາ. ແຕ່ຖ້າງົວບໍ່ໄປທາງນັ້ນ ເຮົາກໍຈະຮູ້ວ່າເພິ່ນບໍ່ໄດ້ລົງໂທດພວກເຮົາ ແຕ່ມັນເກີດຂຶ້ນໂດຍບັງເອີນ.”
10 ເຂົາເຈົ້າໄດ້ເຮັດຕາມນັ້ນ. ເຂົາເຈົ້າເອົາແມ່ງົວຄູ່ໜຶ່ງມາມັດໃສ່ກວຽນ ແລະເອົາລູກຂອງພວກມັນໄປຂັງໄວ້ໃນຄອກ. 11 ແລ້ວເຂົາເຈົ້າກໍເອົາຫີບສັນຍາຂອງພະເຢໂຫວາໃສ່ເທິງກວຽນ ແລະເອົາກ່ອງທີ່ໃສ່ຮູບລິດສີດວງຄຳກັບຮູບໜູຄຳມາວາງໃສ່ນຳ. 12 ແມ່ງົວຄູ່ນັ້ນຍ່າງຊື່ໄປທາງເມືອງເບັດເຊເມັດ+ຕາມທາງເສັ້ນດຽວແລະທັງຮ້ອງໄປນຳ. ພວກມັນບໍ່ລ້ຽວຊ້າຍບໍ່ລ້ຽວຂວາ. ພວກເຈົ້າເມືອງຂອງຟີລິດສະຕີນຍ່າງນຳຫຼັງແມ່ງົວໄປຈົນຮອດເຂດແດນເມືອງເບັດເຊເມັດ. 13 ຄົນຢູ່ເມືອງເບັດເຊເມັດກຳລັງກ່ຽວເຂົ້າວີດ*ຢູ່ທົ່ງພຽງ. ເມື່ອເຂົາເຈົ້າເງີຍໜ້າຂຶ້ນກໍເຫັນຫີບສັນຍາແລະພາກັນດີໃຈຫຼາຍ. 14 ແມ່ງົວໄດ້ລາກກວຽນນັ້ນເຂົ້າໄປໃນດິນຂອງໂຢຊວຍຄົນເບັດເຊເມັດແລະຢຸດຢູ່ໃກ້ໂງ່ນຫີນໃຫຍ່ກ້ອນໜຶ່ງ. ຄົນໃນເມືອງນັ້ນຈຶ່ງມ້າງກວຽນອອກແລ້ວເອົາໄມ້ໄປເຮັດຟືນ ແລະເອົາແມ່ງົວ+ມາເຜົາເປັນເຄື່ອງບູຊາໃຫ້ພະເຢໂຫວາ.
15 ພວກເລວີ+ຍົກຫີບສັນຍາຂອງພະເຢໂຫວາກັບກ່ອງທີ່ໃສ່ຮູບລິດສີດວງຄຳກັບຮູບໜູຄຳລົງຈາກກວຽນ ແລ້ວວາງໄວ້ເທິງໂງ່ນຫີນໃຫຍ່. ມື້ນັ້ນຄົນໃນເມືອງເບັດເຊເມັດ+ໄດ້ເອົາເຄື່ອງບູຊາເຜົາແລະເຄື່ອງບູຊາທີ່ເປັນສັດເຜົາໃຫ້ພະເຢໂຫວາ.
16 ເມື່ອພວກເຈົ້າເມືອງ 5 ຄົນຂອງຟີລິດສະຕີນເຫັນແບບນີ້ ເຂົາເຈົ້າກໍກັບໄປເມືອງເອັກໂຣນໃນມື້ນັ້ນ. 17 ພວກຟີລິດສະຕີນໄດ້ສົ່ງຮູບລິດສີດວງຄຳ 5 ອັນໄປໃຫ້ພະເຢໂຫວາ+ເປັນເຄື່ອງບູຊາໄຖ່ຄວາມຜິດສຳລັບເມືອງຕໍ່ໄປນີ້: ອັນໜຶ່ງຂອງເມືອງອາຊະໂດດ+ ອັນໜຶ່ງຂອງເມືອງຄາຊາ ອັນໜຶ່ງຂອງເມືອງອາຊະກາໂລນ ອັນໜຶ່ງຂອງເມືອງກັດ+ ແລະອີກອັນໜຶ່ງຂອງເມືອງເອັກໂຣນ.+ 18 ຮູບໜູຄຳກໍມີຈຳນວນເທົ່າກັບເມືອງທັງໝົດໃນຟີລິດສະຕີນທີ່ເປັນຂອງເຈົ້າເມືອງ 5 ຄົນ ເຊິ່ງລວມເຖິງເມືອງຕ່າງໆທີ່ມີກຳແພງອ້ອມແລະບ້ານຕ່າງໆທີ່ຢູ່ເຂດບ້ານນອກ.
ສ່ວນໂງ່ນຫີນໃຫຍ່ທີ່ຢູ່ດິນຂອງໂຢຊວຍຄົນເບັດເຊເມັດທີ່ເຂົາເຈົ້າເອົາຫີບສັນຍາຂອງພະເຢໂຫວາໄປວາງໄວ້ນັ້ນຍັງມີຢູ່ຈົນຮອດທຸກມື້ນີ້. 19 ແຕ່ພະເຈົ້າລົງໂທດຄົນໃນເມືອງເບັດເຊເມັດ ຍ້ອນເຂົາເຈົ້າເບິ່ງ*ຫີບສັນຍາຂອງພະເຢໂຫວາ. ເພິ່ນຂ້າຄົນໃນເມືອງນັ້ນ 50.070 ຄົນ. ປະຊາຊົນພາກັນໂສກເສົ້າເສຍໃຈ ຍ້ອນພະເຢໂຫວາໄດ້ຂ້າຄົນຈຳນວນຫຼາຍ.+ 20 ຄົນໃນເມືອງເບັດເຊເມັດຈຶ່ງເວົ້າວ່າ: “ໃຜຈະເຂົ້າໄປໃກ້ພະເຢໂຫວາພະເຈົ້າອົງບໍລິສຸດ+ອົງນີ້ໄດ້? ເພິ່ນຈະໄປຫາໃຜອີກຕໍ່ຈາກພວກເຮົາ?”+ 21 ແລ້ວເຂົາເຈົ້າກໍສົ່ງຄົນໄປບອກພວກກີຣິອາດເຢອາຣີມ+ວ່າ: “ພວກຟີລິດສະຕີນເອົາຫີບສັນຍາຂອງພະເຢໂຫວາມາສົ່ງຄືນແລ້ວ. ໃຫ້ພວກເຈົ້າລົງມາເອົາຫີບເດີ້.”+